• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ໄລຍະໃໝ່ແຫ່ງການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ

ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ສ ລັດເຊຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ ລັດເຊຍ Vladimir Putin. ດ້ວຍບັນດາການເຄື່ອນໄຫວເຮັດວຽກຢ່າງລຽນຕິດ ຂອງທ່ານປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ, ໃນໄລຍະ 4 ວັນແຕ່ວັນທີ 29 ພະຈິກ - ວັນທີ 2 ທັນວາ, ການຢ້ຽມຢາມ ບັນລຸໄດ້ບັນດາໝາກຜົນເປັນພິເສດ ແລະ ຍັງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃນຈິດໃຈຂອງເພື່ອນ ລັດເຊຍ.
ການຢ້ຽມຢາມໄດ້ຮັບການດຳເນີນໄປ ໃນສະພາບການສຳຄັນທີ່ສຸດສຳລັບ ການພົວພັນ ລະຫວ່າງ 2 ປະເທດ. ປີນີ້ແມ່ນປີຄົບຮອບ 70 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ, ໃນປີນີ້ ກໍ່ແມ່ນປີຄົບຮອບ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສ ລັດເຊຍ, ແລະ ປີ 2022 ຈະສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຍົກລະດັບກາຍເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ.

ການຢ້ຽມຢາມ ສ ລັດເຊຍ ຢ່າງເປັນທາງການ ຂອງທ່ານ ຫງວຽນຊວນຝຸກ ແມ່ນໜຶ່ງ ໃນບັນດາເຫດການພົ້ນເດັ່ນ ທີ່ສຳຄັນ ໃນລາຍການດຳເນີນກອງປະຊຸມສອງຝ່າຍ ປີ 2021, ຄາດວ່າ ຈະສ້າງພະລັງແຮງໃໝ່ ຊຸກຍູ້ ການພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລັດເຊຍ - ຫວຽດນາມ ໃນຫຼາຍຂົງເຂດ, ຮັບປະກັນ ສາຍພົວພັນນີ້ ຈະສືບຕໍ່ ພັດທະນາຢ່າງດີງາມໃນອະນາຄົດ.

ຜົນສຳເລັດອັນພົ້ນເດັ່ນ ແລະ ສຳຄັນທີ່ສຸດ ຂອງ ການຢ້ຽມຢາມ ແມ່ນໝາກຜົນ ການພົບປະເຈລະຈາ ລະຫວ່າງ ທ່ານປະທານປະເທດ  ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ສ ລັດເຊຍ Vladimir Putin.

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ລັດເຊຍ ດັ້ງມິງຄອຍ ແລ້ວ, ເວລາການເຈລະຈາເກືອບ 4 ຊົ່ວໂມງ ແມ່ນຫາຍາກ ໃນບັນດາເຫດການ ທີ່ຄ້າຍຄືກັນ ຂອງທ່ານປະທານາທິບໍດີ Putin.

ສິ່ງດັ່ງກ່າວສະແດງໃຫ້ເຫັນ ຄວາມເປີດອົກເປີດໃຈ, ເຄົາລົບນັບຖື ແລະ ຄວາມຮູ້ສຶກພິເສດ ຂອງ ທ່ານ ປະທານາທິບໍດີ Vladimir Putin ສໍາລັບ ທ່ານປະທານປະເທດ ຫງວຽນຊວນຟຸກ, ກໍ່ຄື ສາຍພົວພັນ ມິດຕະພາບແບບພິເສດ ລະຫວ່າງ ປະຊາຊົນ ສອງປະເທດ ຫວຽດນາມ ແລະ ສ ລັດເຊຍ.

ທີ່ການເຈລະຈາ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ ສ ລັດເຊຍ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າໃນພາກພື້ນ.



ຕອນບ່າຍວັນທີ 30 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານາທິບໍດີ ສ ລັດເຊຍ Vladimir Putin
ໄດ້ໃຫ້ການຕ້ອນຮັບ ທ່ານປະທານປະເທດ ຫງວຽນຊວນຟຸກ. ພາບ: VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ທຳການພົບປະເຈລະຈາ ກັບ ທ່ານປະທານາທິບໍດີ ສ ລັດເຊຍ Vladimir Putin. ພາບ: VNA


ໂດຍສືບຕໍ່ການຢ້ຽມຢາມສ ລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັ ນທີ 1 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ໃຫ້ການ ຕ້ອນຮັບ ທ່ານປະທານ Duma ແຫ່ງຊາດ ລັດເຊຍ Vyacheslav Viktorovich Volodin. ພາບ: ຖົ໋ງເຍິດ/VNA



ພາບບັນຍາກາດ ການພົບປະ ລະຫວ່າງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານ DUMA ແຫ່ງຊາດ  ລັດເຊຍ Vyacheslav Viktorovich Volodin. ພາບ: ຖົ໋ງເຍິດ/VNA


ໂດຍສືບຕໍ່ການຢ້ຽມຢາມ ສ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 1 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ  ຫງວຽນຊວນຟຸກ
ໄດ້ໃຫ້ການຕ້ອນຮັບ ທ່ານນາງປະທານ ສະພາ ສ ລັດເຊຍ Valentina Matvienko. ພາບ: ຖົ໋ງເຍິດ/VNA

 

ພາບບັນຍາກາດ ການພົບປະ ລະຫວ່າງທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາ  ສ ລັດເຊຍ Valentina Matvienko. ພາບ: ຖົ໋ງເຍິດ/VNA
 

ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາ ສ ລັດເຊຍ Valentina Matvienko ຢ້ຽມຢາມ ງານວາງສະແດງຮູບຖ່າຍ “ສອງທົດສະວັດແຫ່ງການພົວພັນ
ຄູ່ຮ່ວມມື ຍຸດທະສາດ ລະຫວ່າງ ລັດເຊຍ - ຫວຽດນາມ ຜ່ານບັນດາຮູບພາບ ຂອງນັກຂ່າວ VNA ແລະ TASS” ໂດຍສຳນັກຂ່າວສານ ຫວຽດນາມ
ປະສານສົມທົບກັບ ສຳນັກຂ່າວສານ TASS ລັດເຊຍ ຈັດຕັ້ງ.  ພາບ: ຖົ໋ງເຍິດ/VNA


ຕອນບ່າຍວັນທີ 1 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ
ກັບ ທ່ານນາຍົກລັດຖະມົນຕີ ສ ລັດເຊຍ Mikhail Vladimirovich Mishustin. ພາບ: ຖົ໋ງເຍິດ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານນາຍົກລັດຖະມົນຕີ ສ ລັດເຊຍ Mikhail Vladimirovich Mishustin. ພາບ: ຖົ໋ງເຍິດ/VNA


ໂດຍສືບຕໍ່ການຢ້ຽມຢາມ ສ ລັດເຊຍ ຢ່າງເປັນທາງການ, ຕອນຄໍ່າວັນທີ 1 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ໃຫ້ການຕ້ອນຮັບ ທ່ານຮອງປະທານ ສະພາຄວາມໝັ້ນຄົງ ສ ລັດເຊຍ, ປະທານພັກ ປະເທດ ລັດເຊຍ ເອກະພາບ D. Medvedev. ພາບ: ຖົ໋ງເຍິດ/VNA



ໂດຍສືບຕໍ່ການຢ້ຽມຢາມ ສ ລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 2 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ໃຫ້ການຕ້ອນຮັບ ທ່ານປະທານ ພັກກອມມູນິດ ສ ລັດເຊຍ Gennady Zyuganov. ພາບ: ຖົ໋ງເຍິດ/VNA

ຝ່າຍ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ, ທ່ານປະທານາທິບໍດີ Vladimir Putin ແມ່ນ ເພື່ອນຜູ້ໃກ້ຊິດ ແລະ ສະໜິດສະໜົມ ຂອງຊາວ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບສ ລັດເຊຍ.

ໃນຖະແຫຼງການຮ່ວມຫຼັງນັ້ນ, 2 ຝ່າຍໄດ້ຢືນຢັນຄວາມຕັດສິນໃຈ ເພີ່ມທະວີ ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ - ສ ລັດເຊຍ ຮອດປີ 2030; ຖືການ ປັບປຸງ ຄວາມໄວ້ເນື້ອເຊື່ອໃຈ ຍຸດທະສາດ ເປັນພື້ນຖານ ໃຫ້ແກ່ການເປີດກວ້າງ ແລະ ເພີ່ມທະວີ ການຮ່ວມມື ສອງຝ່າຍໃນທຸກຂົງເຂດຍິ່ງຂຶ້ນ.

ຫວຽດນາມ ແລະ ສ ລັດເຊຍ ຈະສົມທົບກັນ ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ປອດໄປ ແລະ ຄວາມເສລີໃນດ້ານການເດີນທະເລ ແລະ ບັນດາການເຄື່ອນໄຫວ ດ້ານການຄ້າ ບໍ່ມີການກີດຂວາງ, ສະໜັບສະໜູນຄວາມອົດກັ້ນ, ບໍ່ໃຊ້ກຳລັງ ອາວຸດ ຫຼື ນຳໃຊ້ກຳລັງອາວຸດ ແລະ ແກ້ໄຂຂໍ້ຜິດພາດ ລະຫວ່າງ ຝ່າຍຕ່າງໆ ທີ່ກ່ຽວຂ້ອງ ໂດຍສັນຕິວິທີ ຊຶ່ງສອດຄ່ອງກັບຫຼັກການ ແລະ ມາດຕະຖານລວມ ຂອງກົດໝາຍສາກົນ, ໃນນັ້ນມີກົດບັດຂອງ ສະຫະປະຊາຊາດ, ສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ 1982 (UNCLOS), ກໍຄືຕາມມາດຕະຖານ ແລະ ຕົວຈິງທີ່ໄດ້ແນະນຳ ຈາກອົງການ ການບິນພົນລະເຮືອນສາກົນ (ICAO) ແລະ ອົງການ ການເດີນທະເລ ສາກົນ (IMO).

ຫວຽດນາມ ແລະ ສ ລັດເຊຍ ສະໜັບສະໜູນ ການປະຕິບັດ ຖະແຫຼງການ ກ່ຽວກັບ ການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ປີ 2002 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຊົມເຊີຍຕໍ່ຄວາມພະຍາຍາມ ຮັບຮອງປະມວນກົດລະບຽບ ການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC) ໂດຍໄວ.


ໃນໄລຍະຢູ່ນະຄອນຫຼວງ ມົດສກູ, ທ່ານປະທານປະເທດ ແລະ ພັນລະຍາ ໄດ້ວາງພວງມາລາ ທີ່ອະນຸສາວະລີ ປະທານ ໂຮ່ຈີມິນ; ວາງພວງມາລາ ຢູ່ທີ່ອະນຸສອນສະຖານ ນັກຮົບນິລະນາມ; ວາງພວງມາລາ, ຢ້ຽມຢາມ ສຸສານ ເລນິນ ແລະ ຢ້ຽມຊົມອະນຸສອນສະຖານ ຕາມກຳແພງວັງ Kremlin…
ໃນການພົບປະກັບ ປະທານສະພາແຫ່ງຊາດ ສ ລັດເຊຍ V. Matvienko, ປະທານ Duma  ແຫ່ງຊາດ ລັດເຊຍ Vyacheslav Volodin, ນາຍົກລັດຖະມົນຕີ ສ ລັດເຊຍ Mikhail Vladimirovich Mishustin, ຮອງປະທານ ສະພາຄວາມໝັ້ນຄົງ ສ ລັດເຊຍ, ປະທານ ພັກ ປະເທດ ລັດເຊຍ ເອກະພາບ D. Medvedev, ບັນດາທ່ານຜູ້ນຳ ສ ລັດເຊຍ ຕ່າງກໍຖືວ່າ, ການຢ້ຽມຢາມ ສ ລັດເຊຍ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ສ້າງພະລັງແຮງໃໝ່ ຊຸກຍູ້ ການພົວພັນ ລະຫວ່າງ 2 ປະເທດ ໃນສະພາບ ການສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນຄູ່ຮ່ວມມືຍຸດທະສາດ (2001-2021) ແລະ ກະກຽມ ໃຫ້ແກ່ການສະເຫຼີມສະຫຼອງ 10 ປີ ແຫ່ງການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ (2012-2022); ເຊື່ອໝັ້ນວ່າ, ໝາກຜົນຂອງການຢ້ຽມຢາມ ຄັ້ງນີ້ ຈະປະກອບສ່ວນ ເປີດໄລຍະໃໝ່ ແຫ່ງການພັດທະນາ ຢ່າງແຂງແຮງ, ຮອບດ້ານ, ມີປະສິດທິຜົນ ແລະ ຍາວນານ ຂອງການພົວພັນ ລະຫວ່າງ ສອງປະເທດ.

ສຳລັບຂົງເຂດສົ່ງເສີມການຄ້າ, ການລົງທຶນ ໃນກອບການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຊ້ເວລາແລກປ່ຽນ ແລະ ເປັນສັກຂີພິຍານ ພິທີລົງນາມ ແລະ ແລກປ່ຽນເອກະສານວ່າດ້ວຍ ການຮ່ວມມື ລະຫວ່າງ ວິສາຫະກິດ ແລະ ນັກລົງທຶນ ລະຫວ່າງ ຫວຽດນາມ ແລະ ສ ລັດເຊຍ. ກ່າວຄຳປາໄສ ທີ່ກອງປະຊຸມສຳມະນາ ຂອງ ວິສາຫະກິດ 2 ປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະແດງຄວາມປາດຖະໜາ ຢາກເພີ່ມວົງເງິນການຄ້າ ທົບ15 – 20 ເທົ່າ, ການລົງທຶນ 2 ຝ່າຍທົບ 3 ເທົ່າ ໃນໄລຍະຈະມາເຖິງ.



ຕອນເຊົ້າວັນທີ 1 ທັນວາ 2021 (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ
ໄດ້ມາວາງພວງມາລາ ຢູ່ອະນຸສາວະລີ ປະທານ ໂຮ່ຈີມິນຢູ່ນະຄອນຫຼວງ ມົສກູ. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 1 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ວາງພວງມາລາທີ່ອະນຸສາວະລີ ນັກຮົບນິລະນາມ. ພາບ: ຖົ໋ງເຍິດ/VNA


ຕອນບ່າຍວັນທີ 1 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ເວທີປາໄສ ວິສາຫະກິດ ຫວຽດນາມ - ລັດເຊຍ.
ໃນພາບ: ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນ ເປັນສັກຂີພິຍານ ໃນພິທີລົງນາມ ບົດບັນທຶກຊ່ວຍຈຳວ່າດ້ວຍ ການຮ່ວມມື ລະຫວ່າງ ວິສາຫະກິດ 2 ປະເທດ. ພາບ: ຖົ໋ງເຍິດ/VNA



ໂດຍສືບຕໍ່ການຢ້ຽມຢາມ ສ ລັດເຊຍ ຢ່າງເປັນທາງການ, ຕອນເຊົ້າ ວັນທີ 2 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ
ໄດ້ໃຫ້ການ ຕ້ອນຮັບ ທ່ານ Kirill Dmitriev ຜູ້ອໍານວຍການ ກອງທຶນລົງທຶນ ໂດຍກົງ ຂອງ ສ ລັດເຊຍ (RDIF). ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 2 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ
ທ່ານປະທານກຸ່ມບໍລິສັດ Novatek Leonid Mikhelson. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 2 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານ Vladislav Shapsha, ເຈົ້າແຂວງ ແຂວງ Kaluga.
ໃນພາບ: ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນ ເປັນທີ່ລະນຶກ ໃຫ້ທ່ານ Vladislav Shapsha, ເຈົ້າແຂວງ ແຂວງ Kaluga. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 2 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ
ການນຳກຸ່ມບໍລິສັດ ນ້ຳມັນອາຍແກັສ Gazprom. ພາບ: ຖົ໋ງເຍິດ/VNA



ຕອນບ່າຍວັນທີ 2 ທັນວາ 2021 (ຕາມເວລາທ້ອງຖິ່ນ), ຢູ່ ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມາຢ້ຽມຢາມສໍານັກງານໃຫຍ່ ຂອງ ບໍລິສັດ ນ້ຳມັນອາຍແກັສ Zarubezhneft ແລະ ພົບປະກັບການນຳ, ຜູ້ຊ່ຽວຊານ ຫຼາຍຮຸ່ນຄົນ ໃນບໍລິສັດຮ່ວມທຸລະກິດ Vietsovpetro ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ 40 ປີ ແຫ່ງການສ້າງຕັ້ງ. ພາບ: ຖົ໋ງເຍິດ/VNA

ທ່ານປະທານປະເທດ ສະເໜີ ບັນດາວິສາຫະກິດ ລັດເຊຍ, ດ້ວຍການໜູນຊ່ວຍ ແລະ ຄວາມເອົາໃຈໃສ່ ຈາກລັດຖະບານ ຈະເພີ່ມທະວີການ ຄົ້ນຄ້ວາຕະຫຼາດ ຫວຽດນາມ ແລະ ກົງກັນຂ້າມ, ບັນດາວິສາຫະກິດ ຫວຽດນາມ ຄົ້ນຄວ້າຕະຫຼາດ ລັດເຊຍ ເພື່ອການຮ່ວມມື ແລະ ແລກປ່ຽນ ບັນລຸໝາກຜົນດີຍິ່ງຂຶ້ນ.

ໃນກອບການຢ້ຽມຢາມ ສ ລັດເຊຍຢ່າງເປັນທາງການ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ດຳເນີນການເຄື່ອນໄຫວ ລົງນາມໃນອະນຸສັນຍາ ລະຫວ່າງຜູ້ຕາງໜ້າ ລັດຖະບານຂອງສອງປະເທດ.


ຊຸກຍູ້ການພົວພັນ ທາງການທູດ ຂອງພັກ ແລະ ປະຊາຊົນ, ໃນໂອກາດ ເດີນທາງກັບຄືນ ນະຄອນຫຼວງ ມົສກູ, ທ່ານປະທານປະເທດ ໄດ້ພົບປະ ແລະ ເຂົ້າຢ້ຽມຂ່ຳນັບ ທ່ານປະທານ ພັກກອມມູນິດ ສ ລັດເຊຍ; ຕ້ອນຮັບຜູ້ແທນສະມາຄົມນັກຮົບເກົ່າ, ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ.
ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ກຸ່ມບໍລິສັດໃຫຍ່ ຈຳນວນໜຶ່ງ ຂອງ ຫວຽດນາມ ແລະ ສ ລັດເຊຍ ໄດ້ມີການ ລົງນາມ ແລະ ແລກປ່ຽນ ບົດບັນທຶກຊ່ວຍຈຳ ຫຼາຍສະບັບ ວ່າດ້ວຍ ການຮ່ວມມື ໃນຂົງເຂດ ຜະລິດ ອຸປະກອນຂົນສົ່ງ; ຄວາມປອດໄພ ທາງຄອມພີວເຕີ ໃນຂົງເຂດການເງິນ, ທະນາຄານ; ວັດທະນະທໍາ; ດົນຕີ; ພະລັງງານ; ຜະລິດ ວັກຊີນຕ້ານ ໂຄວິດ-19; ການພັດທະນາກິລາລະດັບສູງ ແລະ ອື່ນໆ…

ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມພິທີປະກາດ ເປີດເສັ້ນທາງການບິນໂດຍກົງ ລະຫວ່າງ ຫວຽດນາມ ແລະ ມົສກູ ຂອງບໍລິສັດການບິນ Vietjet. ເຫດການນີ້ ໄດ້ເປີດຕາໜ່າງການບິນສາກົນ ຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການ ເຄື່ອນຍ້າຍ ທີ່ຈະເພີ່ມຂຶ້ນຄືນໃໝ່ ດ້ວຍ 3 ເສັ້ນທາງການບິນ ທີ່ເຊື່ອມຕໍ່ ນະຄອນຫຼວງ ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ນະຄອນທ່ອງທ່ຽວແຄມທະເລ ຍາຈາງ ກັບນະຄອນຫຼວງ ມົສກູ ຂອງ ສ ລັດເຊຍ ແຕ່ກາງປີ 2022 ຂອງ Vietjet.

ທ່ານປະທານປະເທດ ຍັງໄດ້ສະຫງວນເວລາ ໄປຢ້ຽມຢາມບໍລິສັດ Zarubezneft ແລະ ພົບປະ ກັບການນຳ ແລະ ນັກຊ່ຽວຊານ ຫຼາຍຮຸ່ນຄົນຂອງ ສ ລັດເຊຍ ໃນ ບໍລິສັດຮ່ວມທຸລະກິດ Vietsovpetro ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ. ໃນໄລຍະ 40 ປີຜ່ານມາ, ບໍລິສັດຮ່ວມທຸລະກິດ ນ້ຳມັນ ອາຍແກັສ Vietsovpetro ແມ່ນຂົວຕໍ່ ໃຫ້ແກ່ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນ 2 ປະເທດ, ທັງແມ່ນສັນຍາລັກ ແຫ່ງການພົວພັນຮ່ວມມືທີ່ບັນລຸຜົນສຳເລັດຢ່າງຕັ້ງໜ້າ ລະຫວ່າງ ຫວຽດນາມ ແລະ ສ ລັດເຊຍ.

ນອກຈາກນັ້ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ການນຳ ບັນດາວິສາຫະກິດ ນຳໜ້າຂອງ ສ ລັດເຊຍ ທີ່ມີການຮ່ວມມືກັບ ຫວຽດນາມ, ໃນນັ້ນມີກອງທຶນລົງທຶນໂດຍກົງຂອງ ສ ລັດເຊຍ, ກຸ່ມບໍລິສັດ Gazprom, Novatek, Systema, Miratorg.

ພົບປະກັບພະນັກງານ ຂອງສະຖານທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ ຫວຽດນາມ ປະຈຳ ຢູ່ ສ ລັດເຊຍ; ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ພວມ ອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ ລັດເຊຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກເຖິງຂໍ້ ສະຫຼຸບ ສະບັບເລກທີ 12-KL/TW ຂອງກົມການເມືອງ ກ່ຽວກັບ ວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ ໃນສະພາບການໃໝ່; ຢືນຢັນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ແມ່ນ “ພາກສ່ວນທີ່ຂາດບໍ່ໄດ້” ຂອງວົງຄະນາຍາດ ບັນດາເຜົ່າ ຫວຽດນາມ ແລະ ເປັນແຫຼ່ງກຳລັງແຮງ ສຳຄັນ ປະກອບສ່ວນ ເຂົ້າໃນພາລະກິດ ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ການຢ້ຽມຢາມ ໄດ້ປະກອບສ່ວນ ຊຸກຍູ້ການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເຂົ້າສູ່ລວງເລິກ ໃນທຸກຂົງເຂດ ແລະ ຍົກລະດັບ ໃນສະພາບການໃໝ່, ພ້ອມນັ້ນ ກໍ່ຢັ້ງຢືນວ່າ ການພົວພັນ ຫວຽດນາມ - ສ ລັດເຊຍ ແມ່ນການພົວພັນ ສັດຊື່ບໍລິສຸດ, ຜູກພັນໄມຕີທີ່ພິເສດ. 
ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top