• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ໄມ້ທີ່ລຳ້ຄ່າຢູ່ແຫຼມ ເຊີນຈ່າ

ມີຂະໜາດທີ່ໃຫຍ່, ໃຫ້ຮົ່ມທີ່ກວ້າງຂວາງ, ມີຮູບຊົງແປກປະ ຫຼາດ ແລະ ມີອາຍຸເກືອບພັນປີ, ຕົ້ນໄຮເກົ່າແກ່ ເທິງແຫຼມ ເຊີນ ຈ່າ ຖືວ່າ ເປັນ “ຕົ້ນໄມ້ທີ່ລຳ້ຄ່າ”, ສົມກັບນາມມະຍົດ ທີ່ເປັນ “ຂອງ ປະເສີດສີຂຽວ” ຂອງ ນະຄອນ ດ່າໜັງ.
ນັກທ່ອງທ່ຽວ ທີ່ມາທ່ຽວຊົມແຫຼມ ເຊີນຈ່າ ບໍ່ພຽງແຕ່ຕິດໃຈກັບ ຄວາມງາມ ຫຼື ຫຼົງໄຫຼ ກັບສຽງທະນີ ທີ່ຫາຍາກໃກ້ຈະສູນ ພັນ ຫຼື ເຂດປ່າດົງດິບ ທີ່ທອດຍາວອອກໄປຈົນເຖິງແຄມທະ ເລ ເທົ່ານັ້ນ, ແຕ່ຕ້ອງຕົກຕະລຶງຕໍ່ ຄວາມງາມ ທີ່ຫາຍາກ ຂອງ ຕົ້ນໄຮ ເກົ່າແກ່ ຊຶ່ງອາຍຸ ເກືອບພັນປີ ອີກດ້ວຍ.
 
ມາຍັງເຂດ ຕາແສ 63 ຂຶ້ນກັບເຂດອະນຸລັກຮັກສາທຳມະຊາດ ເຊີນຈ່າ ຢູ່ສູງກວ່າລະດັບນ້ຳທະເລ ປະມານ 700 ແມັດ, ເບິ່ງ ແຕ່ໄກ ຕົ້ນໄຮ ຄ້າຍຄືຄັນ ຮົ່ມ ໃຫຍ່ ກຳລັງແຜ່ອອກກວມ ທັງ ພື້ນທີ່, ຍິ່ງເຂົ້າໃກ້, ພວກເຮົາຍິ່ງຮູ້ສຶກຕົກ ຕະລຶງຕໍ່ຄວາມ ຍິ່ງ ໃຫຍ່ ແລະ ຕຶບໜາຂອງມັນ.
 
ບັນດານັກວິທະຍາສາດໃຫ້ຮູ້ວ່າ ຕົ້ນໄຮ ເຊີນຈ່າ ມີຊື່ວ່າ “ຫີນ ພູສູງ”, ຂຶ້ນກັບຕະກຸນມອນ, ມີອາຍຸປະມານກວ່າ 800 ປີ, ສູງ ປະມານ 22 ແມັດ, ລວງຮອບຂອງລຳຕົ້ນ ແລະ ກິ່ງງ່າ ແຜ່ ອອກກວ້າງເກືອບ 100 ແມັດ. 



ທາງຂຶ້ນໄປຫາຕົ້ນໄຮ ເກົ່າແກ່ ຕ້ອງຍ່າງຜ່ານປ່າດົງດິບ ຂອງ ແຫຼມ ເຊີນຈ່າ. ພາບ: ແທງຮວ່າ


ສຳລັບຊາວ ດ່າໜັງ, ຕົ້ນໄຮ ບໍ່ພຽງແຕ່ມີຄຸນຄ່າດ້ານຊີວະສາດເທົ່ານັ້ນ,
ຫາກຍັງມີຄວາມໝາຍດ້ານປະຫວັດສາດອີກດ້ວຍ. ຍ້ອນກຳລັງທະຫານພິເສດ ກວາງນາມ-ດ່າໜັງ
ໄດ້ເລືອກ ເອົາ ທີ່ນີ້ ເປັນທີ່ໝັ້ນໃນການຕໍ່ສູ້ກັບພວກ ຝຣັ່ງ ແລະ ອາເມລິກາ. ພາບ: ແທງຮວ່າ



ຕົ້ນໄຮເກົ່າແກ່ໃນເຂດປ່າດົງດິບຂອງແຫຼມ ເຊີນຈ່າ ມີອາຍຸ ກວ່າ 800 ປີ, ສູງ 22 ແມັດ,
ລວງຮອບຂອງລຳຕົ້ນໄມ້ ແລະ ກິ່ງງ່າ ກວ້າງເກືອບ 100 ແມັດ. ພາບ: ແທງຮວ່າ



ຕົ້ນໄຮເປັນແຫຼ່ງທ່ອງທ່ຽວທີ່ຈັບໃຈ ໃນການທ່ອງທ່ຽວແຫຼມ ເຊີນຈ່າ. ພາບ: ແທງຮວ່າ


ເດືອນ ມິຖຸນາ 2014, ຕົ້ນໄຮ ເຊີນຈ່າ ໄດ້ສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ
ຫວຽດນາມ ຮັບຮອງ
ເປັນຕົ້ນໄມ້ມໍລະດົກ, ນີ້ກໍ່ເປັນໜຶ່ງໃນບັນດາຕົ້ນໄຮທີ່ໃຫຍ່ ແລະ
ມີອາຍຸເກົ່າແກ່ກວ່າໝູ່ຢູ່ ຫວຽດນາມ. ພາບ: ແທງຮວ່າ



ພືດຫຼາຍຊະນິດໄດ້ອາໄສ (ກາຝາກ)  ນຳຕົ້ນໄຮ. ພາບ: ແທງຮວ່າ


ນັກທ່ອງທ່ຽວທີ່ມາ ເຊີນຈ່າ ຮູ້ສຶກຕົກຕະລຶງ ແລະ ປະທັບໃຈຕໍ່
ຄວາມຍິ່ງໃຫຍ່ຂອງຕົ້ນໄຮ ພັນປີ. ພາບ: ແທງຮວ່າ



ຄວາມຍິ່ງໃຫຍ່ຂອງຕົ້ນໄຮພັນປີ ໄດ້ສ້າງຄວາມເລິກລັບ ມະຫັດສະຈັນ ໃຫ້ປ່າດົງດິບແຫ່ງນີ້. ພາບ: ແທງຮວ່າ


ລຳຕົ້ນທີ່ໃຫຍ່, ມີກິ່ງງ່າ ທີ່ຕຶບໜາຂອງຕົ້ນໄຮພັນປີ. ພາບ: ແທງຮວ່າ


ໄວໜຸ່ມຈຳນວນໜຶ່ງຖ່າຍຮູບຮ່ວມກັນ ເນື່ອງໃນໂອກາດ ມາຢ້ຽມຊົມຕົ້ນໄຮ ເຊີນຈ່າ.​ ພາບ: ແທງຮວ່າ


ນັກທ່ອງທ່ຽວຈາກ ສ.ເກົາຫຼີ ຖ່າຍຮູບຮ່ວມກັນ ເນື່ອງໃນໂອກາດ ມາຢ້ຽມຊົມຕົ້ນໄຮ ເຊີນຈ່າ.​ ພາບ: ແທງຮວ່າ

ຜ່ານການເວລາເກືອບພັນປີ, ນອກຈາກລຳຕົ້ນທີ່ໃຫຍ່ ປະມານ 4-5 ຄົນກອດ, ຕົ້ນໄຮ ຍັງມີ ລຳຕົ້ນສຳຮອງອີກ 26 ລຳຕົ້ນ ຊຶ່ງ ສ້າງຂຶ້ນດ້ວຍຫຼາຍຮາກ. ລຳຕົ້ນສຳຮອງ ເຫຼົ່ານີ້ ອ້ອມຮອບລຳ ຕົ້ນ ກາຍເປັນຖານຮອງຮັບທີ່ໜັກແໜ້ນໃຫ້ແກ່ ບັນດາ ກິ່ງໄມ້ ໃຫຍ່ ຢູ່ເທິງ. ນອກຈາກນັ້ນ ຮາກເກົ່າແກ່ ທີ່ຢູ່ກ້ອງຕົ້ນ ກໍ່ມີ ຫຼາຍຮູບຊົງທີ່ແຕກຕ່າງກັນ, ບາງຮາກຄ້າຍຄືງູໃຫຍ່ ກຳລັງເລືອ ຢູ່ເທິງໜ້າດິນ.
 
ເດືອນ ມິຖຸນາ 2014, ຕົ້ນໄຮ ເຊີນຈ່າ ໄດ້ສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ຮັບຮອງເປັນຕົ້ນໄມ້ມໍລະດົກ, ນີ້ກໍ່ເປັນໜຶ່ງໃນບັນດາຕົ້ນໄຮ ທີ່ໃຫຍ່ ແລະ ມີອາຍຸເກົ່າແກ່ກວ່າໝູ່ຢູ່ ຫວຽດນາມ.
 
ທ່ານສຈ.ປອ ວິທະຍາສາດ ດັ້ງຮຸຍຮິ່ງ, ປະທານສະມາຄົມຕົ້ນ ໄມ້ມໍລະດົກ ຫວຽດ ນາມ, ສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ ການເລືອກເຟັ້ນ ແລະ ຮັບຮອງ ຕົ້ນໄຮ ເຊີນຈ່າ ເປັນຕົ້ນໄມ້ມໍລະດົກ ຫວຽດນາມ ບໍ່ ພຽງແຕ່ ເພື່ອປົກປັກຮັກສາແນວຕົ້ນໄມ້ພິເສດຂອງປ່າ ເຂດ ຮ້ອນ ແລະ ແນະນຳຄວາມອຸດົມສົມບູນລະບົບນິເວດ ຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວຍຊຸກຍູ້ພັດ ທະນາ ການທ່ອງທ່ຽວ ຢູ່ທ້ອງຖິ່ນ, ປະກອບສ່ວນຍົກສູງສະຕິຄວາມ ຮູ້ສຶກ ກ່ຽວກັບການນັບ ຖືປະຫວັດສາດ, ນັບຖືທຳມະຊາດ ແລະ ປົກປັກຮັກສາ ສ່ິ່ງແວດລ້ອມອີກດ້ວຍ.
ບົດ ແລະ ພາບ: ແທງຮວ່າ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top