ທາງຂຶ້ນໄປຫາຕົ້ນໄຮ ເກົ່າແກ່ ຕ້ອງຍ່າງຜ່ານປ່າດົງດິບ ຂອງ ແຫຼມ ເຊີນຈ່າ. ພາບ: ແທງຮວ່າ
ສຳລັບຊາວ ດ່າໜັງ, ຕົ້ນໄຮ ບໍ່ພຽງແຕ່ມີຄຸນຄ່າດ້ານຊີວະສາດເທົ່ານັ້ນ,
ຫາກຍັງມີຄວາມໝາຍດ້ານປະຫວັດສາດອີກດ້ວຍ. ຍ້ອນກຳລັງທະຫານພິເສດ ກວາງນາມ-ດ່າໜັງ
ໄດ້ເລືອກ ເອົາ ທີ່ນີ້ ເປັນທີ່ໝັ້ນໃນການຕໍ່ສູ້ກັບພວກ ຝຣັ່ງ ແລະ ອາເມລິກາ. ພາບ: ແທງຮວ່າ
ຕົ້ນໄຮເກົ່າແກ່ໃນເຂດປ່າດົງດິບຂອງແຫຼມ ເຊີນຈ່າ ມີອາຍຸ ກວ່າ 800 ປີ, ສູງ 22 ແມັດ,
ລວງຮອບຂອງລຳຕົ້ນໄມ້ ແລະ ກິ່ງງ່າ ກວ້າງເກືອບ 100 ແມັດ. ພາບ: ແທງຮວ່າ
ຕົ້ນໄຮເປັນແຫຼ່ງທ່ອງທ່ຽວທີ່ຈັບໃຈ ໃນການທ່ອງທ່ຽວແຫຼມ ເຊີນຈ່າ. ພາບ: ແທງຮວ່າ
ເດືອນ ມິຖຸນາ 2014, ຕົ້ນໄຮ ເຊີນຈ່າ ໄດ້ສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ
ຫວຽດນາມ ຮັບຮອງເປັນຕົ້ນໄມ້ມໍລະດົກ, ນີ້ກໍ່ເປັນໜຶ່ງໃນບັນດາຕົ້ນໄຮທີ່ໃຫຍ່ ແລະ
ມີອາຍຸເກົ່າແກ່ກວ່າໝູ່ຢູ່ ຫວຽດນາມ. ພາບ: ແທງຮວ່າ
ພືດຫຼາຍຊະນິດໄດ້ອາໄສ (ກາຝາກ) ນຳຕົ້ນໄຮ. ພາບ: ແທງຮວ່າ
ນັກທ່ອງທ່ຽວທີ່ມາ ເຊີນຈ່າ ຮູ້ສຶກຕົກຕະລຶງ ແລະ ປະທັບໃຈຕໍ່
ຄວາມຍິ່ງໃຫຍ່ຂອງຕົ້ນໄຮ ພັນປີ. ພາບ: ແທງຮວ່າ
ຄວາມຍິ່ງໃຫຍ່ຂອງຕົ້ນໄຮພັນປີ ໄດ້ສ້າງຄວາມເລິກລັບ ມະຫັດສະຈັນ ໃຫ້ປ່າດົງດິບແຫ່ງນີ້. ພາບ: ແທງຮວ່າ
ລຳຕົ້ນທີ່ໃຫຍ່, ມີກິ່ງງ່າ ທີ່ຕຶບໜາຂອງຕົ້ນໄຮພັນປີ. ພາບ: ແທງຮວ່າ
ໄວໜຸ່ມຈຳນວນໜຶ່ງຖ່າຍຮູບຮ່ວມກັນ ເນື່ອງໃນໂອກາດ ມາຢ້ຽມຊົມຕົ້ນໄຮ ເຊີນຈ່າ. ພາບ: ແທງຮວ່າ
ນັກທ່ອງທ່ຽວຈາກ ສ.ເກົາຫຼີ ຖ່າຍຮູບຮ່ວມກັນ ເນື່ອງໃນໂອກາດ ມາຢ້ຽມຊົມຕົ້ນໄຮ ເຊີນຈ່າ. ພາບ: ແທງຮວ່າ |