• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ໄມແຈ Décor - ຜະລິດຕະພັນຫັດຖະກຳ ທີ່ເປັນເອກະລັກ ສະເພາະ ຂອງ ຄົນຫວຽດ

ຈາກບັນດາຜະລິດຕະພັນຫັດຖະກຳ ທີ່ເຮັດຈາກຫວາຍ, ໄມ້ ໄຜ່, ຜື... ຊຶ່ງມີຢູ່ທົ່ວໄປໃນທຳມະຊາດ, ໃກ້ຊິດກັບຊີວິດປະຈຳ ວັນ ຂອງ ຄົນ ຫວຽດນາມ, ນາງ ຫງວຽນກວີ່ນເງິນ ໄດ້ປະດິດ ສ້າງ ບັນດາຜະລິດຕະພັນເຫຼົ່ານີ້ ໃຫ້ເປັນພາບແຕ້ມຕ່າງໆ ທີ່ ຫຼາກຫຼາຍສີສັນທີ່ ສວຍງາມ ແບບລຽບງ່າຍ ແລະ ມີລັກສະນະ ຫວຽດ ລ້ວນໆ. 
ແຕ່ສະໄໝຍັງເປັນນັກສຶກສາພະແນກ ສິ່ງແວດລ້ອມ (ມະຫາວິ ທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ), ນາງ ຫງວຽນກວີ່ນເງິນ ໄດ້ມີຄວາມຮັກມັກຕໍ່ ບັນດາຜະລິດຕະພັນຫັດຖະກຳ ທີ່ເຮັດ ຈາກ ວັດຖຸດິບ ທີ່ມີຢູ່ໃນທຳມະຊາດ. ແຕ່ ນາງ ໄດ້ສັງເກດເຫັນ ວ່າ ບັນດາຜະລິດຕະພັນດັ່ງກ່າວ ເຖິງວ່າ ຫຼາກຫຼາຍທາງດ້ານ ຂະໜາດ ແລະ ຮູບຊົງ ແຕ່ບໍ່ມີການພັດທະນາ ທາງດ້ານລວດ ລາຍ, ຂາດສີສັນ ທີ່ສ້າງ ຄວາມປະທັບໃຈອີກ.

ພາຍຫຼັງເຂົ້າຮ່ວມຊຸດຮຽນ ກ່ຽວກັບ ການອອກແບບແຟຊັ່ນ, ນາງ ເງິນ ໄດ້ເປີດ ຮ້ານຄ້າ ທີ່ໃສ່ຊື່ “ໄມແຈ Décor”. ເບື້ອງຕົ້ນ ນາງ ໄດ້ຊື້ຖົງ ຫີ້ວ ທີ່ເຮັດດ້ວຍຫວາຍ, ໄມ້ໄຜ່ ແລ້ວ ຄົ້ນຄວ້າ ດ້ວຍຕົນເອງ ກ່ຽວກັບການແຕ້ມຈຸດພື້ນຖານຕ່າງໆ ຢູ່ເທິງຜະ ລິດຕະພັນ ແລະ ພິທີປະສົມ ນ້ຳສີ  acrylic. ຫຼັງຈາກການທົດ ລອງມາເປັນຫຼາຍຄັ້ງ ແລະ ຊອກຮູ້ຄວາມນິຍົມ ຂອງ ລູກຄ້າ ມາຮອດປັດຈຸບັນ, ນາງ ເງິນ ໄດ້ປະດິດສ້າງ ຕົວແບບ ປະດັບ ປະດາ ຢູ່ເທິງ ຜະລິດຕະພັນຈາກ ຫວາຍ, ໄມ້ໄຜ່, ຜື, ຫຍ້າບ່າງ (Cyperaceae ), ຫຍ້າລູກບິ່ງ (seagrass)... ຫຼາຍ ຮ້ອຍຕົວ ແບບແລ້ວ.

ນາງ ເງິນ ໃຫ້ຮູ້ຕື່ມອີກວ່າ ຍ້ອນເສັ້ນວັດຖຸດິບ ຈາກ ຕົ້ນ ໄມ້ໃບ ຫຍ້າໃນທຳມະຊາດ ມີຂະໜາດບໍ່ເທົ່າກັນ ຄືກັບເສັ້ນ ປຼາສຕິກ, ເພາະສະນັ້ນ ຮູບແຕ້ມ ຢູ່ເທິງ ຜະລິດຕະພັນຈາກ ຫວາຍ, ໄມ້ ໄຜ່... ນັ້ນສາມາດປິດບັງ ຄວາມຂາດ ຕົກບົກຜ່ອງ ທັງເຮັດໃຫ້ ຜະລິດຕະພັນ ມີຄວາມງາມແຕກຕ່າງ ກັບບັນດາ ຜະລິດຕະ ພັນ ຫັດຖະກຳ ປະເພດອື່ນໆ.



ຮ້ານຄ້າ ໄມແຈ Décor ມີຕົວແບບຜະລິດຕະພັນ ນັບຮ້ອຍ ຊະນິດ, ມີຫົວຄິດປະດິດສ້າງໃນການອອກແບບ ໂດຍນາຍຊ່າງ ຂອງ ຮ້ານຄ້າເອງ.


ບັນດາຈິດຕະກອນ ຂອງ ໄມແຈ Décor  ກຳລັງປະດິດສ້າງ ຢູ່ ເທິງບັນດາຜະລິດຕະພັນຫັດຖະກຳຈາກ ຫວາຍ, ໄມ້ໄຜ່, ຜື...


ຖົງຫີ້ວ ທີ່ເຮັດຈາກ ຫຍ້າບ່າງ ກຳລັງຈະແຕ້ມໃຫ້ ສົມບູນແບບ. 


ນາງ ຫງວຽນກວີ່ນເງິນ ແນະນຳຜະລິດຕະພັນ ຂອງຮ້ານຄ້າ ໄມແຈ Décor. 


ຜະລິດຕະພັນ ໄມແຈ Décor ທີ່ຫຼາກຫຼາຍປະເພດ, ຂະໜາດ, ຮູບຊົງ. 


ຜະລິດຕະພັນຂອງ ໄມແຈ Décor ໄດ້ຮັບຄວາມ ນິຍົມຊົມ ຊອບຈາກລູກຄ້າ. 

ເນື້ອໃນ ຢູ່ເທິງຜະລິດຕະພັນຂອງ ໄມແຈ Décor ສ່ວນຫຼາຍ ແມ່ນ ຮູບພາບທີ່ເປັນເອກະລັກວ່າດ້ວຍ ທິວທັດທຳມະຊາດ ຂອງ ປະເທດຫວຽດນາມ. ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ ບັນດາ ຜະລິດຕະພັນ ນັບແຕ່ຖົງຫີ້ວ, ກະເປົາທຸກຂະໜາດ ໄປຈົນ ເຖິງບັນດາຜະລິດຕະພັນຕ່າງໆ ລ້ວນມີຄວາມງາມທີ່ແຕກຕ່າງ ກັນ, ແຕ່ມີລັກສະນະໃກ້ຊິດ ກັບຜູ້ຊົມໃຊ້.

ນອກຈາກບັນດາຜະລິດຕະພັນ ໂດຍນາງຊ່າງຂອງ ໄມແຈ Décor ເປັນຜູ້ປະດິດສ້າງອອກ, ລູກຄ້າກໍສາມາດສັ່ງຊື້ສິນຄ້າ ຕາມຄວາມມັກຂອງຕົນ. ຜະລິດຕະພັນຂອງ ໄມແຈ Décor ບໍ່ພຽງແຕ່ເປັນເຄື່ອງໃຊ້ໃນຊີວິດປະຈຳວັນເທົ່ານັ້ນ ຫາກຍັງ ເປັນ ຜົນການປະດິດຄິດແຕ່ງ ດ້ານສິລະປະ ທີ່ດຶງດູດຈັບໃຈ ຜູ້ຊົມອີກດ້ວຍ.

ພາຍຫຼັງ ການເຄື່ອນໄຫວ ເປັນເວລາ ສອງປີ, ຮ້ານຄ້າ ໄມແຈ Décor ຂອງ ນາງ ຫງວຽນກວີ່ນເງິນ (ຢູ່ເມືອງ 10, ນະຄອນ ໂຮ່ຈີມິນ) ໄດ້ຜະລິດອອກມາ ບັນດາຜະລິດຕະພັນ ຖົງຫີ້ວ, ກະ ເປົາ ແລະ ເຄື່ອງໃຊ້ສອຍຊະນິດຕ່າງໆ ໃນຊີວິດປະຈຳວັນ ນັບ ຫຼາຍ ຮ້ອຍຊະນິດ ແລະ ໄດ້ຮັບຄວາມນິຍົມຈາກ ລູກຄ້າ ທັງ ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ. ປະຈຸບັນ, ຜະລິດຕະພັນຂອງ ໄມແຈ Décor ໄດ້ມີຂາຍ ຢູ່ຮ້ານຂາຍ ເຄື່ອງ ແຟຊັ່ນ, ໂຮງແຮມ, ຣີຊອດ... ຫຼາຍແຫ່ງ. ຖືໄດ້ວ່າ ນີ້ ແມ່ນຂອງຂວັນພິເສດ ເພື່ອຕ້ອນເພື່ອນມິດສາກົນ ເມື່ອ ມາ ຢາມຫວຽດນາມ ອີກດ້ວຍ.


ຜະລິດຕະພັນຈຳນວນໜຶ່ງຂອງ ໄມແຈ Décor: 




























ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top