ເທິງຫຼັງຄາເຮືອຂອງ 10 ຄອບຄົວ ໝູ່ບ້ານ ຊາວປະມົງຢູ່ ຫາດດອນຊາຍລະຫວ່າງກາງແມ່ນ້ຳ ຮົ່ງ (ແມ່ນ້ຳ ແດງ), ບ້ານຕືລຽນ, ຮ່າໂນ້ຍ, ໄດ້ຕິດຕັ້ງເສົາ tuabin ໄຟຟ້າໃຊ້ພະລັງແຮງລົມພິເສດ, ໂດຍມີປີກພັດລົມແມ່ນນຳໃຊ້ຊາມປຼາສຕິກ. ເຄື່ອງກຳເນີດກະແສໄຟຟ້າທີ່ສຸດງ່າຍດາຍນີ້ ໂດຍແມ່ນນັກສະຖາປານິກ ເລຫວູເກື່ອງ ເປັນຜູ້ອອກແບບໄດ້ນຳເອົາແຫຼ່ງພະລັງງານທີ່ສະອາດມາຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນໝູ່ບ້ານຊາວປະມົງຫຼດພົ້ນຄວາມທຸກຍາກລຳບາກໃນລະດູຮ້ອນ ທີ່ອົບເອົ້າ.
ໝູ່ບ້ານຊາວປະມົງຢູ່ແຄມແມ່ນ້ຳແດງເປັນບ່ອນດຳລົງຊີວິດ ຂອງ 20 ຄອບຄົວທີ່ເຮັດອາຊີບຄ້າຂາຍ, ຂົນສົ່ງເຄື່ອງ ປັ້ນດິນເຜົາ ຫຼື ເກັບຊື້ເຄື່ອງເສດ. 20 ກວ່າປີ ຜ່ານມາ, ເຂົາເຈົ້າໃຊ້ຊີວິດຢູ່ໃນເຮືອເຫຼັກເກົ່າ ແລະ ຈຳຕ້ອງຊື້ໄຟຟ້າ ລາຄາສູງ, ຕ້ອງຈ່າຍເພີ່ມຄ່າຫລຸ້ຍຫ້ຽນສາຍໄຟຟ້າໃນ ແຕ່ລະເດືອນ.
ໝູ່ບ້ານຊາວປະມົງຢູ່ບ້ານຕື໋ລຽນເປັນບ່ອນດຳລົງຊີວິດ ຂອງບັນດາຄອບຄົວທີ່ເຮັດອາຊີບຄ້າຂາຍ, ຂົນສົ່ງ ເຄື່ອງປັ້ນດິນເຜົາຈອດ
ຢູ່ແຄມຫາດດອນຊາຍ ແມ່ນ້ຳແດງ. ຫຼາຍປີຜ່ານ ມາເຂົາເຈົ້າຕ້ອງຊື້ໄຟຟ້າໃນລາຄາ 4.000-5.000 ດົ່ງ/ກິໂລວັດໂມງ.
ນັກສະຖາປານິກ ເລຫວູເກື່ອງ ເປັນຜູ້ປະດິດສ້າງຕົວແບບ ໄຟຟ້າພະລັງແຮງລົມຂະໜາດນ້ອຍຢູ່ຫາດດອນຊາຍແມ່ນ້ຳແດງ.
ກະແສໄຟຟ້າຈາກເຄື່ອງປັ່ນໄຟຟ້າຂະໜາດນ້ອຍໄດ້ເກັບຮັກສາໄວ້ໃນໝໍ້ເກັບໄຟເພື່ອນຳໃຊ້ໃຫ້ດອກໄຟຮຸ່ງສະຫວ່າງ.
ຊາມປຼາສຕິກນຳໃຊ້ເປັນປີກພັດລົມຂອງເຄື່ອງປັ່ນໄຟຟ້າ ພະລັງແຮງລົມຂະໜາດນ້ອຍ.
ການຕິດຕັ້ງ tuabin ໄຟຟ້າໃຊ້ພະລັງແຮງລົມໄດ້ຖືກຕິດຕັ້ງໃນຊານຂອງເຮືອເລີຍ.
ຊາມປຼາສຕິກສາມາດປິ່ນໄດ້ທັນທີທັນໃດເມື່ອມີລົມພັດມາເບົາໆ.
ຕົວແບບໄຟຟ້າພະລັງແຮງລົມລວມມີ:, ເສົາເຫຼັກ, ຖ່ານພະລັງງານ, ລະບົບປີກລົມ, ຊຸດປັບການສາກ, ແປງໄຟ, ໝໍ້ໄຟ, ດອກຫຼອດໄຟ LED 9 ວັດ.
ໃນພາບແມ່ນລະບົບຖ່ານເກັບພະລັງງານໄດ້ຕິດຕັ້ງຢູ່ເທິງຫຼັງ ຄາເຮືອເພື່ອຊ່ວຍໝູນປີກພັດລົມ.
ປັດຈຸບັນໂຄງການໄຟຟ້າໃຊ້ພະລັງແຮງລົມດັ່ງກ່າວເປັນພຽງການຕິດຕັ້ງທົດລອງເທິງເຮືອ 10 ລຳ ຢູ່ໝູ່ບ້ານຊາວປະມົງ ຕື໋ລຽນ, ຮ່າໂນ້ຍ.
|
ຕໍ່ໜ້າສະພາບຄວາມຫຍຸ້ງຍາກໃນການນຳໃຊ້ໄຟຟ້າຂອງ ປະຊາຊົນໝູ່ບ້ານຊາວປະມົງ, ນັກສະຖາປານິກ ເລຫວູ ເກື່ອງ, ຜູ້ອຳນວຍການບໍລິສັດສະຖາປັດຕະຍະກຳຂຽວ 1516 ພ້ອມດ້ວຍທີມງານໄດ້ເກີດມີແນວຄວາມຄິດກ້າຄິດກ້າທຳຕິດຕັ້ງລະບົບໄຟຟ້າໃຊ້ພະລັງແຮງລົມຂຶ້ນຢູ່ທີ່ນີ້. ນັກສະຖາປານິກ ເລຫວູເກື່ອງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ໄດ້ຄົ້ນຄວ້າ ແລະ ຊອກຫາຮູ້ບັນດາຕົວແບບໄຟຟ້າໃຊ້ພະລັງງານແຮງລົມຂະໜາດນ້ອຍທີ່ນຳໃຊ້ຢູ່ຕາມຕົວເມືອງໃນໂລກ, ຫຼັງຈາກນັ້ນຈິ່ງມາໝູ່ບ້ານຊາວປະມົງເພື່ອສຳຫຼວດຕົວຈິງ. ການນຳໃຊ້ຊາມປຼາສຕິກເປັນປີກພັດລົມ ແມ່ນປັດໃຈທີ່ສອດຄ່ອງກັບປະຊາຊົນຢູ່ທີ່ນີ້ນັ້ນຄືລາຄາຖືກ, ມີຢູ່ ທົ່ວໄປ ແລະ ສາມາດປ່ຽນແທນໄດ້ງ່າຍ”.
ເມື່ອຮູ້ວ່າກອງທຶນ Live & Learn ຫວຽດນາມ, ໂຄງການ Plan ຢູ່ຫວຽດນາມ ແລະ ອົງການພັດທະນາສາກົນ ອົສຕາລີ ໄດ້ເປີດກອງທຶນຊ່ວຍເຫລືອໃຫ້ແກ່ບັນດາໂຄງການພະລັງງານຂຽວ, ທ່ານ ເລຫວຸເກື່ອງ ໄດ້ນຳສະເຫນີໂຄງການ ແລະ ໄດ້ກອງທຶນ Live & Learn ຫວຽດນາມ ພິຈາລະນາອຸປະຖຳຄ່າໃຊ້ຈ່າຍໃຫ້ແກ່ 10 ຄອບຄົວຢູ່ທີ່ນີ້ ເພື່ອຕິດຕັ້ງທົດລອງ tuabin ໄຟຟ້າໃຊ້ພະລັງແຮງລົມ ທີ່ໂດດເດັ່ນດັ່ງກ່າວ.
ຈາກຊາມປຼາສຕິກ ນຳໃຊ້ເປັນປີກພັດລົມໄດ້ສ້າງເປັນກະແສໄຟຟ້າ, ໄຕ້ຮຸ່ງສະຫວ່າງເທິງເຮືອເຫຼັກທີ່ເກົ່າແກ່ຢູ່ໝູ່ບ້ານຊາວປະມົງ. ນັບແຕ່ນັ້ນເປັນຕົ້ນມາ, ທ່ານເລຫວູ ເກື່ອງ ຍັງໄປມາຢ້ຽມຢາມຖາມຂ່າວເລື້ອຍໆ, ວັດແທກຕົວເລກເປັນປະຈຳ ເພື່ອປັບປຸງປົວແປງ tuabin ໃຊ້ແຮງລົມພິເສດນີ້ຂອງຕົນ. ໃນໄລຍະຈະມາເຖິງນີ້, ທ່ານເກື່ອງ ແລະ ບັນດາເພື່ອນຮ່ວມງານຈະສືບຕໍ່ຄົ້ນຄວ້າ ປະດິດແຫຼ່ງ ໄຟຟ້າທີ່ມີກຳລັງການຜະລິດສູງກວ່າເພື່ອໃຫ້ປະຊາຊົນສາມາດນຳໃຊ້ແຫຼ່ງໄຟຟ້າພະລັງແຮງລົມ ເພື່ອໃຊ້ ກັບພັດລົມ, ໝໍ້ຫຸງເຂົ້າໄຟຟ້າ, ຕູ້ເຢັນ ແລະ ອື່ນໆ…
ລະບົບແສງສະຫວ່າງລວມມີ: ຫຼອດໄຟ LED ຂະຫນາດ 9 ວັດ 1 ຫຼອດ, ລະດັບແສງສະຫວ່າງ ເທົ່າກັບປະເພດຫຼອດ ໄຟ 60 ວັດທຳມະດາ.
ແຕ່ແລ້ວ, ຈຳນວນຫຼອດໄຟສາມາດ ເພີ່ມຂຶ້ນ 1-2 ດອກ ກໍ່ໄດ້ຂຶ້ນກັບຄວາມຕ້ອງການຂອງຜູ້ ຊົມໃຊ້.
ຫຼອດໄຟໜຶ່ງໆນຳໃຊ້ພະລັງແຮງລົມສາມາດ ໃຫ້ແສງ ສະຫວ່າງທົ່ວພາຍໃນລຳເຮືອ.
ທ່ານນາງຢຸງເປັນຄົນຫນຶ່ງທີ່ອາໄສຢູ່ຕາມລຳເຮືອໃຫ້ຮູ້ວ່າ, ລະບົບພະລັງງານນີ້ມີຜົນປະໂຫຍດທີສຸດ, ແຕ່ລະເດືອນ ຄອບຄົວຂອງນາງ
ປະຢັດໄດ້ຊາວ-ສາມສິບພັນດົ່ງຍ້ອນນຳໃຊ້ຕົວແບບໄຟຟ້າພະລັງແຮງລົມນີ້.
ແຫຼ່ງໄຟຟ້າທີ່ສະຫນອງໃຫ້ແກ່ດອກໄຟມີພຽງພໍເພື່ອ ໃຫ້ແສງສະຫວ່າງໃນລັດສະໝີປະມານ 2 ແມັດ, ສະນັ້ນ, ຊ່ວຍໃຫ້ທຸກການດຳລົງຊີວິດ
ຂອງຄອບຄົວເທິງເຮືອໄດ້ ສະດວກສະບາຍກວ່າເກົ່າ.
ທຸກການດຳລົງຊີວິດຂອງຄອບຄົວຊາວປະມົງແມ່ນໄດ້ ຖືກຈັດສັນຢູ່ເທິງເຮືອເຫລັກເກົ່າ.
ພ້ອມກັນກັບແຫຼ່ງໄຟຟ້າ ພະລັງແຮງລົມສົ່ງແສງໄຟໂດຍກຸ້ມຕົນເອງແລ້ວ, ປະຊາຊົນຢູ່ໝູ່ບ້ານຊາວປະມົງ ຢູ່ທີ່ນີ້
ຍັງປູກຜັກປອດສານພິດຢູ່ເທິງເຮືອເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນອີກດ້ວຍ.
ຫຼາຍຄອບຄົວຢູ່ໝູ່ບ້ານຊາວປະມົງປະຢັດລາຍຈ່າຍ ໄດ້ປະມານ 30-50 ພັນດົ່ງ/ເດືອນ ເມື່ອນຳໃຊ້ຕົວແບບໄຟຟ້າພະລັງລົມ.
ການປະກົດຂຶ້ນຂອງລະບົບໄຟຟ້າພະລັງລົມ ໄດ້ມີຄວາມຫວັງວ່າຈະສະໜອງເພີ່ມແຫຼ່ງ ພະລັງງານໃໝ່, ຊ່ວຍຫຼຸດຜ່ອນລາຍຈ່າຍຄ່າໄຟຟ້າ
ຂອງປະຊາຊົນທີ່ດຳລົງຊີວິດຢູ່ໝູ່ບ້ານຊາວປະມົງແຫ່ງນີ້.
“ຫ້ອງຝຶກແອບ gym” ຢູ່ເທິງຫຼັງຄາເຮືອ, ບ່ອນທີ່ຕິດຕັ້ງ tuabin ໄຟຟ້າພະລັງລົມ.
ຕົວແບບພະລັງງານແຮງລົມຂະໜາດນ້ອຍຄືດັ່ງ ໝູ່ບ້ານຊາວປະມົງຕື໋ລຽນ, ຮ່າໂນ້ຍໄດ້ປະກອບສ່ວນ ຫຼຸດ ຜ່ອນຜົນກະທົບຈາກການປ່ຽນແປງ
ຂອງດິນຟ້າອາກາດລົງ ແລະ ກໍ່ທັງເປັນຂອງຂວັນທີ່ມີຄວາມຫມາຍສຳຄັນຕໍ່ຊາວ ຜູ້ອອກແຮງງານທີ່ທຸກຍາກ. |
ລະບົບໄຟຟ້າໃຊ້ພະລັງແຮງລົມໂດຍນັກສະຖາປານິກ ເລຫວູເກື່ອງເປັນຜູ້ອອກແບບ ເຄື່ອນຕາມຫຼັກການ ລົມພັດເຮັດໃຫ້ຊາມປຼາສຕິກ ແລະ ເພົາຈັກປີ່ນ, ສ້າງເປັນ ພະລັງງານໄຟຟ້າ. ປະລິມານພະລັງງານໄຟຟ້າ ຈະໄດ້ ຮັກສາໄວ້ຢູ່ໝໍ້ໄຟ ແລະ ຈະຖືກນຳໄປໄຕ້ແສງສະຫວ່າງໄດ້ໜຶ່ງເຖິງ ສອງດອກໆໄຟ LED ມີກຳລັງ ການຜະລິດ 9 ວັດ ມີລະດັບແສງສະຫວ່າງເທົ່າທຽມກັບປະເພດ ຫຼອດໄຟ 60 ວັດທຳມະດາ.
|
ບົດ ແລະ ພາບ: ເຈີ່ນກົງດາດ