• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ໄປວັດຮຽນໜັງສື ຂະແມ

ບໍ່ພຽງແຕ່ເປັນບ່ອນໄຫວ້ບູຊາພະພຸດທະເຈົ້າເທົ່ານັ້ນ, ວັດຫຼາຍແຫ່ງຂອງຊາວຂະແມ ຢູ່ພາກໃຕ້ ຍັງຖືເປັນໂຮງຮຽນສອນໜັງສືຂະແມ ອີກ ດ້ວຍ. ພິເສດ, ວັດຂະແມ 136 ຫຼັງ ຢູ່ແຂວງ ຈ່າວິງ ໄດ້ຈັດ ຫ້ອງຮຽນ ສອນໜັງສື ຂະແມ ໃຫ້ແກ່ນັກຮຽນໃນໄລຍະພັກແລ້ງ.
ຕາມພະມະຫາອາຈານ ແທກເຍີດ, ເຈົ້າອາວາດວັດ ຊ່ວານຊຽມ ຫຼັງ ໃໝ່ (ເມືອງ ຈ່າກູ, ແຂວງ ຈ່າວິງ) ແລ້ວ,​ ມູນເຊື້ອສອນໜັງສືໃນວັດ ຂະແມ ມີແຕ່ດົນແລ້ວ. ວັດຫຼາຍແຫ່ງຢູ່ ຈ່າວິງ ສ່ວນຫຼາຍໄດ້ຈັດຫ້ອງ ຮຽນ ສອນ ໜັງສືຂະແມ ໃຫ້ປະຊາຊົນໃນຂົງເຂດ, ບໍ່ຈຳແນກອາຍຸ, ຊົນເຜົ່າ, ຜູ້ມາຮຽນຫຼາຍກວ່າໝູ່ແມ່ນເດັກນ້ອຍ ອາຍຸ ແຕ່ 6-7 ປີ.

ເຂົ້າຮ່ວມໃນການສິດສອນ ຢູ່ວັດຫຼາຍແຫ່ງຢູ່ ຈ່າວິງ ສ່ວນຫຼາຍແມ່ນຄູບາອາຈານ ແລະ ສາສະນິກະຊົນພຸດທະສາສະໜາ. ລຸງ ແທກນີ, ອາ ສາສະໝັກ ຄົນໜຶ່ງ ຊຶ່ງສອນໜັງສືຂະແມ ຢູ່ວັດ ຕານຽບ, ເມືອງ ຈ່າກູ ໃຫ້ຮູ້ວ່າ “ຂ້າພະເຈົ້າສອງໜັງສືຂະແມ ໃຫ້ນັກຮຽນມາໄດ້ 30 ກວ່າປີ ແລ້ວ, ຢູ່ວັດແຫ່ງນີ້ ມີແຕ່ສອນໃຫ້ຈົບມັດຖະຍົມຕອນຕົ້ນ ເທົ່າ ນັ້ນ, ຜູ້ໃດຢາກຮຽນຊັ້ນມັດຖະຍົມຕອນປາຍ ຕ້ອງໄປຮຽນຢູ່ວັດຫຼັງ ໃໝ່”.
 
ການສອນໜັງສືຢູ່ວັດ ຍັງຖືເປັນການເຮັດບຸນທຳຄຸນໃຫ້ແກ່ຕົນເອງ 
ແລະ ຄອບຄົວ, ສະນັ້ນ ຜູ້ມາສອນຈະບໍ່ຮັບເງິນຈາກນັກຮຽນ ຫຼື ຂອງ ວັດ. ເວລາຮຽນໜັງສືໃນວັດ ຊ່ວຍເຮັດໃຫ້ຄູບາອາຈານ, ນັກຮຽນ ສາ ມາດຂຽນ ແລະ ເວົ້າພາສາ ຂະແມ ໄດ້ຢ່າງຖືກຕ້ອງ. ນອກ ຈາກນັ້ນ, ເຂົາເຈົ້າຍັງໄດ້ຮຽນກ່ຽວກັບພຸດທະສາສະໜາ, ປະກອບ ສ່ວນປົກປັກ ຮັກສາ ແລະ ພັດທະນາພາສາຂຽນ, ພາສາເວົ້າ, ຮັກສາ ວັດທະນະທຳ ຂອງ ຊົນເຜົ່າຕົນ ອີກດ້ວຍ. 

ວັດຫຼາຍແຫ່ງ ຂອງ ຊາວຂະແມ ຢູ່ພາກໃຕ້ ຍັງຖືເປັນບ່ອນ ສອນໜັງ ສືຂະແມ
ເພື່ອປົກປັກຮັກສາພາສາປາກເວົ້າ, ພາສາຂຽນ ແລະ ວັດ ທະນະທຳ ໃນປະຊາຄົມຊາວເຜົ່າ ຂະແມ.



ໂຮງຮຽນມັດທະຍົມ ປາລີ-ຂະແມ ແຂວງ ຈ່າວິງ
ນອນໃນວັດ ກອມ ປອງ, ມີນັກຮຽນ ເຂົ້າມາຮຽນຢ່າງຫຼວງຫຼາຍ.



ບັນດານັກຮຽນພວມກະກຽມໃຫ້ແກ່ການຮຽນ. 


ອາຈານ ແລະ ນັກຮຽນ ທຳພິທີຄຳນັບ ກ່ອນຈະເຂົ້າ ຊົ່ວໂມງຮຽນ. 


ບັນດາຫ້ອງຮຽນພາຍໃນວັດ  ຊ່ວຍເຮັດໃຫ້ນັກຮຽນ ມີຄວາມຮູ້ຄວາມ
ເຂົ້າໃຈເພີ່ມເຕີມກ່ຽວກັບວັດທະນະທຳ, ພາສາຂຽນ, ຮີດຄອງປະເພນີ
ຂອງ ຊາວຂະແມ.



ອາຈານ ແທກຊາງ ໄດ້ສອນໜັງສືຂະແມ ເປັນເວລາກວ່າ 7 ປີແລ້ວ,
ປະຈຸບັນ ເພິ່ນເປັນອາຈານສອນ ຂອງ ໂຮງຮຽນມັດທະຍົມ ປາລີ-ຂະແມ ແຂວງ ຈ່າວິງ.



ປຶ້ມສອນໄວຍາກອນ ຂະແມ.


ນັກຮຽນ ໄດ້ຕັ້ງໃຈໃນການຮຽນ.


ມາຮຽນໃນວັດ, ນອກຈາກທີ່ໄດ້ຮຽນກ່ຽວກັບສາສະໜາພຸດ, ບັນດາ ນັກຮຽນຍັງໄດ້ຮຽນໜັງສື,
ວັດທະນະທຳ, ຮີດຄອງປະເພນີ ຂອງ ຊາວ ຂະແມອີກດ້ວຍ.



ບັນດານັກຮຽນເຂົ້າຮ່ວມໃນການຮຽນໜັງສືຂະແມດ້ວຍຄວາມຕັ້ງໃຈ.


ນັກຮຽນອ່ານບົດຮຽນ ໃນຊົ່ວໂມງຮຽນໄວຍາກອນ ຂະແມ.


ພວກນ້ອງນັກຮຽນ ເລົ່າບົດຮຽນໃນບໍລິເວນຂອງວັດ.


ໂຮງຮຽນມັດທະຍົມ ປາລີ-ຂະແມ ແຂວງ ຈ່າວິງ ປະກອບສ່ວນ
ເຮັດ ໃຫ້ການຮຽນ, ການສອນໜັງສື ຂະແມ ມີແບບແຜນ.

ນາງ ແທກທິຢ້ຽວ, ອາຍຸ 22 ປີ, ຢູ່ເມືອງ ເກົ່າງາງ ເປັນນັກສຶກສາຂອງມະຫາວິທະຍາໄລ ຈ່າວິງ ຍັງມາຮຽນໜັງສື ຂະແມ ທີ່ວັດ ກອມປອງ ໃນຕອນຄ່ຳ ຂອງ ທຸກໆ​ຄືນ. ປະຈຸບັນກຳລັງຮຽນຢູ່ຂະແໜງວິຊາ ພາ ສາ-ວັດທະນະທຳ-ສິລະປະ ຂະແມພາກໃຕ້, ສະນັ້ນ ນາງ ແທກທິຢ້ຽວ ຈຶ່ງຮັບຮູ້ໄດ້ ຫຼາຍສິ່ງຫຼາຍຢ່າງ, ທັງພາສາ, ວັດທະນະທຳ ທີ່ກຳລັງຮຽນ ຢູ່ ມະຫາວິທະຍາໄລ. ນາງ ເລທິຮົ່ງລ້ົວ, ອາຍຸ 20 ປີ, ຊາວເຜົ່າກິງ ມາ ຮຽນໜັງສື ຂະແມ ຢູ່ວັດ ກອມປອງ ໃຫ້ເຫດຜົນວ່າ: “ນ້ອງມາຮຽນ ຢູ່ ໃນວັດ ໄດ້ 2-3 ເດືອນແລ້ວ, ນອກຈາກການຮຽນໜັງສື, ນ້ອງຍັງໄດ້ ຮຽນວັດ ທະນະທຳ, ຄຸນສົມບັດອີກດ້ວຍ”.

ປະຈຸບັນ, ແຂວງ ຈ່າວິງ ມີວັດຂະແມ 136/142 ແຫ່ງ ຈັດຕັ້ງການ ສອນໜັງສື ຂະແມ ແຕ່ຫ້ອງ ປໍ 1-5 ໃນຍາມພັກແລ້ງ, ດຶງດູດເດັກ ນ້ອຍເຂົ້າຮຽນ ເກືອບ 11 ພັນຄົນ. (ແຫຼ່ງຄັດຈາກ VOV4).
ການຮຽນໜັງສືຢູ່ໃນວັດ, ນອກຈາກບໍ່ຕ້ອງເສຍຄ່າຮຽນ, ທາງວັດຍັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜູ້ມາຮຽນໜັງສືຂະແມຄື: ມອບປຶ້ມອ່ານ, ປຶ້ມຂຽນ, ການຢູ່, ການກິນ... ອາຈານ ແທກຊາງ, ຜູ້ ສອນໜັງສື ຂະແມ ຢູ່ວັດ ກອມປອງ ໃຫ້ຮູ້ວ່າ ຕາມປົກກະຕິ, ນັກຮຽນ ຮຽນປະມານ 2-3 ເດືອນແມ່ນສາມາດເວົ້າ ແລະ ອ່ານໜັງສືຂະແມ ໄດ້ແລ້ວ, ຖ້າຢາກຊຳນານ ຕ້ອງໃຊ້ເວລາເຖິງ 6-7 ເດືອນ.
 
ແຕ່ເດືອນ ສິງຫາ 2014, ໂຮງຮຽນມັດທະຍົມ ປາລີ-ຂະແມ ແຂວງ ຈ່າວິງ ໄດ້ສ້າງຕັ້ງຂຶ້ນມາ ແລະ ຈັດຕັ້ງການສອນໜັງສື ສົກຮຽນທຳອິດ ຢູ່ວັດ ກອມປອງ. ມາເຖິງປະຈຸບັນ, ໂຮງຮຽນຈັດຕັ້ງການສອນໜັງສືໄດ້ 3 ສົກຮຽນດ້ວຍ 16 ວິຊາພາກບັງຄັບ, ໃນນັ້ນ ມີ 6 ວິຊາຮຽນດ້ວຍ ພາສາ ຂະ ແມ ຄື: ໄວຍາກອນ ປາລີ, ໄວຍາກອນ ຂະແມ, ການແປ ພາສາ ປາລີ ເປັນພາສາ ຂະແມ, ວັນນະຄະດີ ຂະແມ, ວັດນະຄະດີ-ກາບກອນ ຂະ ແມ, ສາສະໜາພຸດພື້ນຖານ. ໂຮງຮຽນມັດທະຍົມ ປາ ລີ-ຂະແມ ແຂວງ ຈ່າວິງ ປະກອບສ່ວນເຮັດໃຫ້ການສອນ ແລະ ຮຽນ ໜັງສື ຂະແມ ມີ ແບບມີແຜນກວ່າ. ນັກຮຽນຫຼັງຈາກຮຽນຈົບ ຈະໄດ້ ຮັບໃບຢັ້ງຢືນ ຕາມ ກຳນົດຂອງກະຊວງສຶກສາທິການ.
 
ປະຈຸບັນ, ໂຮງຮຽນມັດທະຍົມ ປາລີ-ຂະແມ ແຂວງ ຈ່າວິງ ໄດ້ມີການສົມທົບກັບວັດ ກອມປອງ ເປີດຫ້ອງຮຽນໜັງສື ຂະແມ ໂດຍບໍ່ເສຍຄ່າຮຽນໃນໄລຍະພັກແລ້ງ ຫຼື ໃນຕອນກາງຄືນ, ໄດ້ດຶງດູດນັກຮຽນ ໃນຂົງ ເຂດ ເຂົ້າມາຮຽນຢ່າງຫຼວງຫຼາຍ. ທຸກຄົນໄດ້ຮ່ວມຈິດຮ່ວມໃຈເພື່ອປົກ ປັກ ຮັກສາພາສາເວົ້າ, ພາສາຂຽນ ແລະ ວັດທະນະທຳ ໃນປະຊາຄົມ ຊາວເຜົ່າ ຂະແມ.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top