• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

“ໄຕບັກໃນຝັນ” ໃນພາບແຕ້ມ ຂອງ ສິລະປິນປະຊາຊົນ ຈ່າຢາງ

ຖ້າຫາກວ່າ ຮູບເງົາ ໄດ້ສ້າງຊື່ສຽງໂດງດັງໃຫ້ແກ່ ນັກສິລະ ປິນ ປະຊາຊົນ ຈ່າຢາງ ໃນໄວໜຸ່ມ ຜ່ານບັນດາຕົວລະ ຄອນ ທີ່ປະທັບ ໃຈ, ແຕ່ການແຕ້ມຮູບ ນຳມາຄວາມສະ ຫງົບສຸກ,ສະຫງົບ ໃຈ ໃນໄວເຖົ້າແກ່.
ນັກສິລະປິນປະຊາຊົນ ຈ່າຢາງ ໄດ້ສ້າງຊື່ສຽງຜ່ານບັນດາຕົວລະຄອນຄື: ເອື້ອຍ ຕືເຫົ້າ (1962), ໄຟປ່າ (1966), ເສັ້ນຂະໜານ 17 ວັນ ແລະ ຄືນ (1972), ບົດເພງ ອອກ ສູ່ແນວໜ້າ (1973), ນ້ອງນ້ອຍ ຮ່າໂນ້ຍ (1974), ຮວ່າງ ຮວາຖາມ (1987)... ປີ 1973, ນັກສິລະປິນ ປະຊາຊົນ ຈ່າຢາງ ໄດ້ຄອງລາງວັນນັກສະແດງດີເດັ່ນ ໃນງານມະ ໂຫລານ ຮູບເງົາສາກົນ ມົສກູ. “ກະແສນຳ້ ດອກໄມ້ຂາວ” ເປັນຮູບ ເງົາສຸດ ທ້າຍທີ່ເພິ່ນໄດ້ເຂົ້າຮ່ວມ ການສະແດງເມື່ອ ອາຍຸ 48 ປີ.
 
ຄັ້ງໜຶ່ງໃນການແວ່ຢ້ຽມຢາມທ່ານນາງ ເລທິທວາ, ພັນລະຍາຂອງພົນໂທ ເຈິ່ນ ວັນຈ່າ ເມື່ອປີ 1999, ນັກສິລະປິນ ປະຊາຊົນຈ່າຢາງ ມີຄວາມຕິດໃຈ ກັບຄວາມສວຍສົດງົດງາມຂອງພາບແຕ້ມຫຼາຍແຜ່ນ ທີ່ຕິດເທິງຝາເຮືອນ, ເພິ່ນຈຶ່ງເກີດຄວາມມັກ, ຄວາມຢາກແຕ້ມພາບ.
 
ອາທິດລະ 3 ຄັ້ງ, ນັກສິລະປິນ ປະຊາຊົນ ຈ່າຢາງ ໄດ້ໄປ ຮຽນການແຕ້ມພາບຢູ່ສະມາຄົມວິຈິດສິນ ນະຄອນ ໂຮ່ຈີ ມິນ. ຍິ່ງແຕ້ມພາບ, ເພິ່ນຍິ່ງພົບກັບຄວາມສະຫງົບສຸກ, ຄວາມສະຫງົບທາງດ້ານຈິດໃຈ. ເພິ່ນສຸມຈິດໃຈໃຫ້ແກ່ການແຕ້ມຮູບ ຄືກັບ ການສະແດງຂອງເພິ່ນໃນເມື່ອກ່ອນ. 


ນັກສິລະປິນ ປະຊາຊົນ, ນັກສະແດງ, ນັກແຕ້ມ ຈ່າຢາງ.


ໝູ່ເພື່ອນ, ພີ່ນ້ອງ ມາສະແດງຄວາມຍິນດີກັບນັກແຕ້ມ ຈ່າຢາງ.


ນັກແຕ້ມ ຈ່າຢາງ ແນະນຳປະຫວັດຄວາມເປັນມາຂອງບັນດາພາບແຕ້ມ.


ບັນດາພາບແຕ້ມ ຂອງ ຈ່າຢາງ ໄດ້ສ້າງຄວາມປະທັບໃຈຢ່າງແຮງ ມາໃຫ້ແກ່ທ່ານຜູ້ຊົມ.


ງານວາງສະແດງ “ຜ່ານເຂດ ໄຕບັກ” ໄດ້ດຶງດູດຄວາມ ສົນໃຈຂອງນັກທ່ອງທ່ຽວຕ່າງປະເທດ ເປັນຈຳນວນຫຼາຍ. 
ພາບສີຂັດມັນ 30 ແຜ່ນຂອງເພິ່ນທີ່ແຕ້ມພາຍໃນ 2 ປີ ແຕ່ 2016 ເຖິງ 2017 ໄດ້ເອົາມາ ແນະນຳໃນງານວາງ ສະແດງ ດ້ວຍຫົວຂໍ້ “ຜ່ານເຂດ ໄຕບັກ” ສ່ວນຫຼາຍໄດ້ແຕ້ມກ່ຽວກັບທຳມະຊາດຄື: ທັດສະນີຍະພາບເຂດ ໄຕບັກ, ຮ່ອມພູ ຟາດິນ, ແສງແດດໃນຍາມເຊົ້າ, ບ້ານ ຊິນຈາຍ-ຊາປາ, ເມກລົງພູ, ຮ່ອມພູສີແດງ, ຕອນແລງຢູ່ ໄຕບັກ ແລະ ອື່ນໆ.
 
ເພິ່ນມີຄວາມຮັກທຳມະຊາດ, ຮັກບັນດາສິ່ງ ທີ່ງ່າຍດາຍ, ສິ່ງດັ່ງກ່າວ ໄດ້ສະແດງໃນບັນດາພາບແຕ້ມຢ່າງຈະແຈ້ງ ຜ່ານບັນດາງານວາງສະແດງພາບແຕ້ມດ້ວຍຫົວ ຂໍ້ “ລະດູ ຮ້ອນມາເຖິງ” ເມື່ອປີ 2006, “ລະດູບານໃໝ່” ເມື່ອປີ 2016 ແລະ “ຜ່ານເຂດ ໄຕບັກ” ເມື່ອປີ 2018.
 
ນັກສິລະປິນ ປະຊາຊົນ ຈ່າຢາງ ໄດ້ໄຂຄວາມໃນໃຈອອກມາວ່າ: “ສຳລັບຂ້າພະເຈົ້າ ມີ 3 ສິ່ງຄັນກວ່າໝູ່, ນັ້ນແມ່ນ ການສະແດງຮູບເງົາ, ຜົວ ແລະ ລູກສາວ. ເວລາຂ້າພະ ເຈົ້າປະສົບຄວາມຫຍຸ້ງຍາກທີ່ສຸດ, ການແຕ້ມພາບ ໄດ້ ຊ່ວຍ, ກູ້ເອົາຊີວິດຂອງຂ້າພະເຈົ້າ, ເຮັດໃຫ້ຊີວິດຂອງ ຂ້າ ພະເຈົ້າ ມີຄວາມສະຫງົບສຸກ”.
 
ປະຈຸບັນ, ພາບແຕ້ມຂອງນັກແຕ້ມ ຈ່າຢາງ ໄດ້ນັກສະສົມພາບແຕ້ມຫຼາຍຄົນຢູ່ພາຍໃນ ແລະ ຕ່າງປະເທດຊອກຊື້. ໃນໄວ 75 ປີ, ຊີວິດຂອງເພິ່ນແມ່ນການແຕ້ມພາບ ແລະເພິ່ນຖືການແຕ້ມພາບແມ່ນເພື່ອນຮ່ວມທາງຂອງຕົນ.

ພາບແຕ້ມຈຳນວນໜຶ່ງໃນງານວາງສະແດງ “ຜ່ານເຂດ ໄຕບັກ” ຂອງ ນັກແຕ້ມ ຈ່າຢາງ:


ພາບແຕ້ມ: ແມ່ຍິງເຜົ່າ ເຮີມົ້ງ ຍ່າງທ່າມກາງນໍ້າໝອກ.  


ພາບແຕ້ມ: ຄວາມສະຫງົບສຸກ. 


ພາບແຕ້ມ: ບ້ານ ຊິນຈາຍ-ຊາປາ. 


ພາບແຕ້ມ: ດອກຜັກກາດ.


ພາບແຕ້ມ: ເມກ.


ພາບແຕ້ມ: ເມກລົງພູ. 


ພາບແຕ້ມ: ທັດສະນີຍະພາບເຂດ ໄຕບັກ.


ພາບແຕ້ມ: ແສງແດດໃນຍາມເຊົ້າຕູ່.


ພາບແຕ້ມ: ຮ່ອມພູ ຟາດິນ.


ພາບແຕ້ມ: ຮ່ອມພູ ສີແດງ.


ພາບແຕ້ມ: ຕອນແລງຢູ່ ໄຕບັກ.


ພາບແຕ້ມ:  ດອກ ກາດເຕື່ອງ ແດງ (Eustoma russellianum). 


ພາບແຕ້ມ: ສີສັດຂອງດອກ tulip. 


ພາບແຕ້ມ: ຂອງຂວັນວັນແມ່ຍິງສາກົນ 8-3. 


 

ງານວາງສະແດງພາບແຕ້ມຄັ້ງທີ 3 ຂອງນັກສິລະປິນ ປະ ຊາຊົນ-ນັກແຕ້ມ ຈ່າຢາງ ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2018 ຢູ່ຫໍພິພິ ທະພັນວິຈິດສິນ ນະຄອນ ໂຮ່ຈີມິນ ດ້ວຍ ຫົວຂໍ້ “ຜ່ານເຂດ ໄຕບັກ”.  

ບົດ: ຫງວຽນແອງ - ພາບ: ທົງຫາຍ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top