• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໄຕງວຽນ-ເຂດຜະລິດກະສິກຳຂະໜາດໃຫຍ່ຂອງປະເທດ

ໄຕງວຽນ ມີບັນດາຜະລິດຕະພັນກະສິກຳຕົ້ນຕໍຂອງປະເທດຊາດ, ບັນ ລຸມູນຄ່າສົ່ງອອກຫຼາຍຕື້ໂດລາສະຫະລັດຕໍ່ປີຄື: ກາເຟ, ຢາງພາລາ, ພິກໄທ, ໝາກໄມ້, ດອກໄມ້... ປະກອບສ່ວນຍົກສູງຄຸນນະພາບຊີວິດ ການເປັນຢູ່ ໃຫ້ແກ່ພໍ່ແມ່ປະຊາຊົນ ບັນດາເຜົ່າ ໃນຂົງເຂດ. ປະຈຸບັນ, ໄຕງວຽນ ໄດ້ພັດທະນາກາຍເປັນເຂດຜະລິດ ກະສິກຳ ຂະໜາດໃຫຍ່ ຂອງ ປະເທດ. 
ສ້າງເຂດການຜະລິດສະເພາະ
ໄຕງວຽນ ເປັນເຂດທີ່ມີເງື່ອນໄຂສະດວກທາງດ້ານດິນຟ້າອາກາດ ເອື້ອອຳນວຍ ສຳລັບປູກຕົ້ນໄມ້ຫຼາຍຊະນິດ, ເປັນຕົ້ນແມ່ນ ຕົ້ນໄມ້ ອຸດ ສາຫະກຳ ໄລຍະຍາວ, ສະນັ້ນບັນດາແຂວງ ໄຕງວຽນ ຈຶ່ງສ້າງບັນດາ ເຂດໃນການປູກຝັງໂດຍສະເພາະ ຂະໜາດໃຫຍ່ ສຳລັບຕົ້ນກາເຟ, ພິກໄທ, ໝາກມ່ວງຫິມະພານ, ຢາງພາລາ, ຊາ, ສາລີ, ມັນຕົ້ນ ແລະ ພືດ ຊະນິດອື່ນໆ.
 
ເນື້ອທີ່ດິນປູກຝັງ ຢູ່ ໄຕງວຽນ ສ່ວນຫຼາຍໄດ້ນຳໃຊ້ເພື່ອປູກຕົ້ນກາເຟ, ກາເຟ ໄຕງວຽນ ຢືນຢັນໄດ້ຖານະບົດບາດຂອງຕົນໃນຕະຫຼາດສາ ກົນ, ປະກອບສ່ວນເຮັດໃຫ້ ຫວຽດນາມ ກາຍເປັນປະເທດມີການຜະລິດ, ສົ່ງອອກ ກາເຟ ອັນດັບ 2 ຂອງໂລກ, ອັນດັບ 1 ຂອງ ໂລກ ກ່ຽວກັບການຜະລິດ, ສົ່ງອອກກາເຟ ໂຣບາສຕາ (Coffea robusta).

ປະຈຸບັນ, ເນື້ອທີ່ປູກຕົ້ນກາເຟຢູ່ ໄຕງວຽນ ມີທັງໝົດ 576.800 ເຮັກ ຕາ, ກວມເນື້ອທີ່ປູກຕົ້ນ ກາເຟ ໃນທົ່ວປະເທດເກືອບ 90%, ໃນນັ້ນ ເນື້ອທີ່ກາເຟ ໃຫ້ເກັບກ່ຽວແລ້ວມີ 548.533 ເຮັກຕາ.


ຍ້ອນກ້າປ່ຽນແປງການຜະລິດທີ່ ໝັ້ນຄົງ, ຊາວກະສິກອນ ຫຼາຍຄົນ ທີ່ປູກພິກໄທ ຢູ່ ດັກລັກ ມີລາຍຮັບສູງ.
ພິເສດ, ຄຸນ ນະພາບຂອງໝາກພິກໄທ ນັບມື້ສູງຂຶ້ນ, ປະກອບສ່ວນ ສ້າງ ເຄື່ອງໝາຍການຄ້າ
ພິກໄທ ປອດສານພິດ, ພັດທະນາແບບ ຍືນຍົງ ແລະ ໃຫ້ຄຸນຄ່າສູງທາງດ້ານເສດຖະກິດ
ໃນປະຈຸບັນ ຢູ່ເຂດໄຕງວຽນ ເວົ້າລວມ, ສະເພາະແມ່ນ ເຂດດັກນົງ. ພາບ:
VNA



ລະດູເກັບກ່ຽວກາເຟ. ພາບ: ເອກະສານ 
VNP


ການເກັບກ່ຽວ ກາເຟ ຂອງບໍລິສັດ ຖາຍຮວ່າ ກຳຈັດ. ພາບ: ເອກະສານ VNP

ໃນລະດູເກັບກ່ຽວ ກາເຟ ປີ 2016-2017 ເຖິງວ່າ ໄດ້ຮັບຜົນກະທົບ ຈາກສະພາບອາກາດທີ່ແຫ້ງແລ້ງ ແກ່ຍາວ, ແຕ່ສະມັດຕະພາບ ກາເຟ ໃນທົ່ວຂົງເຂດ ໄຕງວຽນ ຍັງບັນລຸໄດ້ສະເລ່ຍ 2,5 ໂຕນ ຕໍ່ເຮັກຕາ, ສູງ ທົບ 3 ເທົ່າ ເມື່ອທຽບກັບສະມັດຕະພາບ ກາເຟ ໂຮບາສຕາ ຂອງ ໂລກ, ປະລິມານກາເຟດິບ ບັນລຸໄດ້ 1,3 ລ້ານໂຕນ, ກວມ 93,3% ປະ ລິມານ ກາເຟດິບ ຂອງ ທົ່ວປະເທດ.

ເຂກປູກຢາງພາລາ ໄຕງວຽນ ມີເນື້ອທີ່ທັງໝົດ 251.348 ເຮັກຕາ, ໃນ ນັ້ນ ເນື້ອທີ່ ຢາງພາລາ ໃຫ້ການເກັບກ່ຽວແລ້ວ ແມ່ນ 139.115 ເຮັກ ຕາ, ດ້ວຍປະລິມານການຜະລິດ ນ້ຳຢາງ ໄດ້ກວ່າ 192.207 ໂຕນ ຕໍ່ປີ, ກວມເນື້ອທີ່ 27% ແລະ ປະລິມານການຜະລິດນ້ຳຢາງພາລາ ຂອງ ທົ່ວປະເທດ 18%.
 
ບັນດາແຂວງ ໄຕງວຽນ ມີເນື້ອທີ່ປູກ ພິກໄທ ກວ່າ 71.000 ເຮັກຕາ, ດ້ວຍປະລິມານການຜະລິດໝາກພິກໄທ ກວ່າ 120.877 ໂຕນ ຕໍ່ປີ, ກວມປະລິມານການຜະລິດໝາກພິກໄທ ຂອງ ທົ່ວປະເທດ ກວ່າ 60%.​ ເນື້ອທີ່ປູກໝາກມ່ວງຫິມະພານ ເກືອບ 74.000 ເຮັກຕາ, ປະລິ ມານການຜະລິດ ໄດ້ກວ່າ 67.276 ໂຕນຕໍ່ປີ.
 
ຂະແໜງກະສິກຳຢູ່ ໄຕງວຽນ ໄດ້ປະກອບສ່ວນ ຊຸກຍູ້ເສດຖະກິດ, ສັງຄົມໃນຂົງເຂດໃຫ້ນັບມື້ນັບພັດທະນາຂຶ້ນຢ່າງໝັ້ນຄົງ, ລະດັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຍົກສູງຂຶ້ນ. ປະຈຸບັນ, ຫຼາຍທ້ອງຖິ່ນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາວເຜົ່າສ່ວນນ້ອຍຢູ່ໄຕງວຽນ ນັບມື້ນັບມີຫຼາຍຕົວແບບຜະລິດກະສິກຳ ຈາກການປູກຕົ້ນ ກາຟາ, ພິກໄທ, ຜັກ, ໝາກໄມ້ ທີ່ມີລາຍຮັບແຕ່ 500 ລ້ານດົ່ງ ເຖິງ ຫຼາຍຕື້ດ່ົງຕໍ່ເຮັກຕາ.

ແກ້ໄຂບັນດາ “ສິ່ງກີດຂວາງ”  ໃຫ້ແກ່ກະສິກຳ ໄຕງວຽນ ໂດຍໄວ
ຕາມການຕີລາຄາຂອງບັນດານັກຊ່ຽວຊານ ໃນງານສຳມະນາ ກ່ຽວກັບ ພັດທະນາກະສິກຳ ໄຕງວຽນ, ຈາກສັງເກດຂອງຊາວກະສິກອນທີ່ເປັນ "ເສດຖີ" ຊຶ່ງໄດ້ຈັດຂຶ້ນຢູ່ນະຄອນ ບວນມາຖວດ ເມື່ອບໍ່ດົນມານີ້ຊີ້ ໃຫ້ເຫັນວ່າ ພື້ນຖານໂຄງລ່າງ, ການບໍລິການກະສິກຳຢູ່ ໄຕງວຽນ ຍັງບໍ່ ທັນຕອບສະໜອງໄດ້ ຕໍ່ຄວາມຕ້ອງການຕົວຈິງ, ໂຄງປະກອບ ຂອງ ແນວປູກ ຍັງບໍ່ທັນມີການປ່ຽນແປງໃໝ່. ພິເສດ, ໄຕງວຽນ ຍັງມີຫຼາຍ “ສິ່ງກີດຂວາງ” ໃນບັນຫາເນື້ອທີ່ດິນທຳການຜະລິດ, ເງິນລົງທຶນ, ແຮງ ງານທີ່ມີຄຸນນະພາບ, ການເຂົ້າຮ່ວມຂອງບັນດານັກ ວິທະຍາສາດ, ນັກລົງທຶນ, ວິສາຫະກິດໃນຂົງເຂດກະສິກຳ ຍັງໜ້ອຍ.
 
ສະຫາຍ ໂຕເລີມ, ຫົວໜ້າຄະນະຊີ້ນຳ ໄຕງວຽນ ໄດ້ສະເໜີຕໍ່ຄະນະຊີ້ນຳ ໄຕງວຽນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ-ເຕັກໂນໂລຊີ, ບັນດາທະນາຄານ, ບັນດາແຂວງຢູ່ ໄຕງວຽນ ໃນການ ສ້າງແຜນການ ຊ່ວຍເຫຼືອ ແລະ ກົນໄກນະໂຍບາຍທີ່ສະດວກ ເພື່ອສ້າງຕົວແບບຮ່ວມ ຜະລິດ-ເຮັດທຸລະກິດເຕັກໂນໂລຊີສູງ ຈຳນວນໜຶ່ງ. ໃນນັ້ນ, ວິສາຫະ ກິດ ມີສ່ວນສຳຄັນ ເພື່ອນຳຜະລິດຕະພັນກະສິກຳຕົ້ນຕໍ ຂອງ ໄຕງວຽນ ເຂົ້າຮ່ວມຢ່າງແຂງແຮງ ຢູ່ຕະຫຼາດພາຍໃນ ແລະ ຕະຫຼາດໂລກ. ພ້ອມ ກັນນັ້ນ ຕ້ອງສ້າງ, ອອກແຜນກຳນົດສັງລວມໃຫ້ການຄົ້ນຄວ້າ, ພັດທະ ນາກະສິກຳ ໄຕງວຽນ ທີ່ມີລັກສະນະກວມລວມ ຊຶ່ງມີລັກສະນະ ວິທະ ຍາສາດໃນການຄຸ້ມຄອງ, ກົນໄກນະໂຍບາຍ, ການຕະຫຼາດ ແລະ ເຕັກນິກວິທະຍາສາດ, ໃນນີ້ ບັນຫາ ການສ້າງແຜນສັງລວມ ໃຫ້ແກ່ ເຂດປູກຝັງ, ເຂດຜະລິດກະສິກຳ ທີ່ຕິດພັນກັບຊາວກະສິກອນ, ສ້າງ ກົນໄກການຕະຫຼາດ ຕ້ອງຕິດພັນ ກັບເຕັກໂນໂລຊີສູງ, ເພື່ອສ້າງເຂດ ຜະລິດກະສິກຳປອດສານພິດ ທີ່ ໄຕງວຽນ ໂດຍໄວ. 

ການຕາກກາເຟຢູ່ຄອບຄົວໜຶ່ງທີ່ ໄຕງວຽນ. ພາບ: ເອກະສານ VNP


ຂັ້ນຕອນການຫຸ້ມຫໍ່ ກາເຟ ທີ່ໄດ້ມາດຕະຖານ ເພື່ອສົ່ງອອກ ຢູ່ວິສາຫະກິດ ປຸງແຕ່ງ
ແລະ ສົ່ງອອກ ກາເຟ ໄຕງວຽນ ແຫ່ງໜຶ່ງ.  ພາບ: ເອກະສານ
VNP



ມູມໜຶ່ງ ຂອງ ສາງເກັບຮັກສາ ກາເຟ ເພື່ອການສົ່ງອອກ ຂອງ ບໍລິສັດ ລົງທຶນ ນຳເຂົ້າ-ສົ່ງອອກ
ກາເຟ ໄຕງວຽນ. ພາບ: ເອກະສານ
VNP

ລັດຖະບານ ຈະຕ້ອງມີການປັບປຸງກົນໄກ, ນະໂຍບາຍໃຫ້ເໝາະສົມກັບການຜະລິດຕົວຈິງ, ເປັນຕົ້ນແມ່ນບັນດານະໂຍບາຍກ່ຽວກັບທີ່ດິນ, ການລົງທຶນ, ສິນເຊື່ອໃຫ້ແກ່ການພັດທະນາກະສິກຳ, ສົ່ງເສີມບັນດາພາກສ່ວນເສດຖະກິດຢູ່ພາຍໃນ ແລະ ຕ່າງປະເທດ ລົງທຶນພັດທະນາພື້ນຖານປຸງແຕ່ງຜະລິດຕະພັນກະສິກຳຕົ້ນຕໍຄື: ກາເຟ, ຢາງພາລາ, ໝາກມ່ວງຫິມະພານ, ພິກໄທ, ມັນຕົ້ນ... ເພື່ອຍົກສູງຄຸນຄ່າ ແລະ ຄວາມສາມາດໃນການແກ່ງແຍ້ງກັບຕະຫຼາດສາກົນ ໂດຍໄວ.

ຫົວໜ້າຄະນະຊີ້ນຳ ໄຕງວຽນ ສະເໜີຕໍ່ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃຫ້ການຊ່ວຍເຫຼືອບັນດາແຂວງ ໄຕງວຽນ ໃນການສ້າງແຜນແມ່ບົດ ກ່ຽວກັບການປົກປັກຮັກສາແນວປູກທີ່ມີຄ່າ, ສູນກ້າເບ້ຍ, ສູນ ປ້ອງກັນພະຍາດໃຫ້ຕົ້ນໄມ້, ສັດລ້ຽງ ທີ່ຕິດພັນກັບການສ້າງ ແຫຼ່ງຊັບ ພະຍາກອນມະນຸດ ເພື່ອຮັບໃຊ້ໃຫ້ແກ່ຄວາມຕ້ອງການ
ພັດທະນາ ແບບ ຍືນຍົງ ຂອງ ເຂດຜະລິດກະສິກຳ ໄຕງວຽນ. 

ບັນດາແຂວງ ໄຕງວຽນ (ດັກລັກ, ຢາລາຍ, ກອນຕຸມ, ນັກນົງ, ເລີມ ດົ່ງ) ມີເນື້ອທີ່ ທຳມະຊາດ ທັງໝົດ 54.637 ຕາຕະລາງແມັດ, ໃນນັ້ນ ເນື້ອທີ່ດິນ ຜະລິດກະສິກຳ ມີ 2 ລ້ານເຮັກຕາ... 

ບົດ: ກວາງຮຸຍ/VNA - ພາບ: ເອກະສານ VNP

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top