• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ວາງ​ສະ​ແດງ​ພາ​ບ​ຖ່າຍ​ປະ​ທານ ສຸພາ​ນຸ​ວົງ - ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົ​ມ​ຂອງ​ປະ​ຊາ​ຊົ​ນ ຫວຽດ​ນາມ

“ປະທານ ສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນ ຫວຽດນາມ”ນີ້ແມ່ນຫົວຂໍ້ຂອງງານວາງສະແດງເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 19 ກໍລະກົດ ຢູ່ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ (13 ກໍລະກົດ 1909 – 13 ກໍລະກົດ 2019).

ບັນດາຜູ້ແທນ ຕັດແຖບຜ້າໄຂງານວາງສະແດງ ພາບຖ່າຍປະທານ ສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນ ຫວຽດນາມ

ງານວາງສະແດງໂດຍຫໍພິພິທະພັນ ປະທານໂຮ່ຈີມິນ ແລະ ຄະນະຮັບຜິດຊອບຫໍພິພິທະພັນໄກສອນ ພົມວິຫານໄດ້ສົມທົບກັນຈັດຕັ້ງຂຶ້ນ. ເຂົ້າຮ່ວມງານວາງສະແດງມີທ່ານ ວຽງໄຊ ດາລາແສນ ທີ່ປຶກສາທູດດ້ານການຕ່າງປະເທດ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ພ້ອມກັບບັນດາຜູ້ຕາງໜ້າອົງການ, ສຳນັກງານ, ຄະນະຂະແໜງການຂັ້ນສູນກາງ, ຜູ້ຕາງໜ້າສະຖານທູດບັນດາປະເທດຕ່າງໆປະຈຳຢູ່ຮ່າໂນ້ຍ. ທ່ານ ຫວູແມ້ງຮ່າ ຜູ້ອຳນວຍການຫໍພິພິທະພັນໂຮ່ຈີມິນໃຫ້ຮູ້ວ່າ:

       "ນີ້ແມ່ນງານວາງສະແດງທີ່ມີຄວາມໝາຍສຳຄັນທີ່ສຸດ. ອີກຄັ້ງໜຶ່ງໄດ້ຢັ້ງຢຶນເຖິງໄມຕີຈິດມິດຕະພາບລະຫວ່າງ ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ລາວ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນຳລຸ້ນຕ່າງໆ ແຕ່ສະໄໝ ປະທານໂຮ່ຈີມິນ, ປະທານສຸພານຸວົງ, ທ່ານເລຂາທິການໃຫຍ່ ໄກສອນ ພົມວິຫານ ແລະ ນ້ຳໃຈໄມຕີຈິດມິດຕະພາບນັ້ນນັບມື້ນັບໄດ້ຮັບການພັດທະນາ ແລະ ໝັ້ນຄົງ ທະນົງແກ່ນ ຊົ່ວກາລະນານ. ຜ່ານບັນດາຮູບພາບ, ເອກະສານນີ້ຈະສ້າງຄວາມສະໜິດຕິດພັນ, ຄວາມເຂົ້າໃຈເຊິ່ງກັນແລະ ກັນລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ກໍ່ຄືເກັບກຳ ບັນດາເອກະສານຂອງບັນດານັກປະຕິວັດ ຫວຽດນາມ ແລະ ລາວຕື່ມອີກ".

ດ້ວຍພາບຖ່າຍ, ເອກະສານ, ວັດຖຸພັນ ກ່ວາ 100 ຢ່າງ ໄດ້ແນະນຳຢູ່ທີ່ງານວາງສະແດງມະຫາຊົນຈະຮູ້ສຶກໄດ້ຢ່າງຈະແຈ້ງກ່ວາກ່ຽວກັບນ້ຳໃຈແຫ່ງຄວາມເປັນມິດທີ່ເລິກເຊິ່ງ ປະທານ ສຸພານຸວົງໄດ້ຈາລຶກໄວ້ຢູ່ດິນແດນປະເທດ ຫວຽດນາມ, ຜ່ານນັ້ນໄດ້ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບອັນຍາວນານ, ໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດອ້າຍນ້ອງ ລາວ - ຫວຽດນາມຕື່ມອີກ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top