• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານແຂ່ງຂັນກິລາຄົນພິການທົ່ວປະເທດຄັ້ງທີ 6

      ຜ່ານການແຂ່ງຂັນຄັ້ງນີ້ແມ່ນເພື່ອແນໃສ່ຄົ້ນພົບບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມເພື່ອເພີ່ມເຕີມເຂົ້າທີມນັກກິລາຄົນພິການແຫ່ງຊາດ

ພິທີໄຂການແຂ່ງຂັນກິລາຄົນພິການ 
      ຕອນຄ່ຳວັນທີ 9 ກໍລະກົດ, ຢູ່ສູນກິລາ ຕຽນເຊີນ, ນະຄອນ ດ່ານັ້ງ ໄດ້ໄຂງານແຂ່ງຂັນກິລາສຳລັບຄົນພິການທົ່ວປະເທດຄັ້ງທີ 6 ປິ 2018. ເຂົ້າຮ່ວມການແຂ່ງຂັນມີ 29 ຄະນະດ້ວຍນັກກິລາກ່ວາ 1.300 ຂອງບັນດາແຂວງ, ນະຄອນໃນທົ່ວປະເທດ; ພ້ອມກັບຄູຝຶກ, ນັກອາສາສະໝັກເປັນຮ້ອຍໆຄົນ. ຜ່ານການແຂ່ງຂັນຄັ້ງນີ້ແມ່ນເພື່ອແນໃສ່ຄົ້ນພົບບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມເພື່ອເພີ່ມເຕີມເຂົ້າທີມນັກກິລາຄົນພິການແຫ່ງຊາດ, ພ້ອມທັງເລືອກເຟັ້ນບັນດານັກກິລາດີເດັ່ນເຂົ້າຮ່ວມງານມະຫາກຳກິລາຄົນພິການ ອາຊີ ຄັ້ງທີ 3 ປີ 2018 ເຊິ່ງຈະຈັດຂຶ້ນຢູ່ອິນໂດເນເຊຍ. ນັກກິລາ ເລວັງກົງ - ຄະນະນັກກິລາຄົນພິການນະຄອນ ໂຮ່ຈີມິນ, ນັກກິລາທຳອິດຂອງ ຫວຽດນາມ ຍາດໄດ້ຫຼຽນຄຳ Paralympic, ພ້ອມທັງເປັນຜູ້ສ້າງສະຖິຕິໂລກ ໃນປະເພດກິລາຍົກນ້ຳໜັກ ຢູ່ Rio de Janeiro (ປະເທດ ບຣາຊິນ) ໃນປີ 2016, ແບ່ງປັນວ່າ:
        ຂ້າພະເຈົ້າເຄີຍເຂົ້າຮ່ວມການແຂ່ງຂັນຢູ່ຫຼາຍທ້ອງຖິ່ນອື່ນໆໃນທົ່ວປະເທດ. ແຕ່ລະທ້ອງຖິ່ນໄດ້ນຳມາໃຫ້ຂ້າພະເຈົ້າຄວາມຮູ້ສຶກອັນພິເສດທີ່ສຸດ. ສຳລັບ ດ່ານັ້ງ ແລ້ວ, ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມການແຂ່ງຂັນທົ່ວປະເທດຈັດຂຶ້ນຢູ່ນະຄອນທີ່ສວຍງາມຄືດ່ານັ້ງ. ຂ້າພະເຈົ້າຫວັງວ່າ ຈະບັນລຸໝາກຜົນດີທີ່ສຸດໃນການແຂ່ງຂັນນີ້.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top