• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຮອງລັດຖະມົນຕີການເງິນແລະຮອງຜູ້ວ່າການທະນາຄານສູນກາງAPEC

      ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ APEC 2017, ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ APEC ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລາ ຢູ່ ນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:Vietnam+
      ທ່ານ ເຈີນຊວນຮ່າ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈີນຊວນຮ່າ, ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ກອງປະຊຸມເພື່ອແນໃສ່ປຶກສາຫາລື ແລະ ເປັນເອກະພາບບາງເນື້ອໃນເພື່ອລາຍງານຕໍ່ກອງປະຊຸມລັດຖະມົນຕີການເງິນ ຊື່ງດຳເນີນໃນວັນທີ 21 ຕຸລາ. ທ່ານ Sebastian Eckardt, ຮັກສາການ ຜູ້ອຳນວຍການທະນາຄານໂລກ ປະຈຳຫວຽດນາມ ຖືວ່າ:
        “ຂ້າພະເຈົ້າຄິດວ່າ 4 ຂໍ້ລິເລີ່ມຂອງຫວຽດນາມໃນວິວັດການຮ່ວມມືການເງິນ APEC 2017 ລ້ວນແຕ່ມີຄວາມສຳຄັນສຳລັບຫລາຍພື້ນຖານເສດຖະກິດ APEC. ພິເສດ ແມ່ນຕ້ານຄວາມອ່ອນແອລົງດ້ານພາສີ ແລະ ເຄື່ອນຍ້າຍຜົນກຳໄລ (BEPS) ແມ່ນຫົວເລື່ອງສຳຄັນສຳລັບປະເທດພວມເຊື່ອມໂຍງຢ່າງແຮງ ແລະ ບໍລິສັດຫລາຍແຫ່ງພວມເຄື່ອນໄຫວຂ້າມຊາຍແດນ. ໃນຂະນະນັ້ນ ການເງິນ ແລະ ປະກັນຄວາມສ່ຽງກ່ຽວກັບໄພທຳມະຊາດກໍ່ແມ່ນບັນຫາສຳຄັນ, ເພາະວ່າ ຫວຽດນາມ ພວມປະເຊີນຫນ້າກັບຫລາຍບັນຫາກ່ຽວຂ້ອງເຖິງສິ່ງແວດລ້ອມ. ນອກນັ້ນ ການລົງທຶນເຂົ້າຂົງເຂດພື້ນຖານໂຄງລ່າງກໍ່ແມ່ນບັນຫາສຳຄັນ ບໍ່ພຽງແຕ່ສຳລັບຫວຽດນາມ ເທົ່ານັ້ນ ຫາກນັບທັງຫລາຍພື້ນຖານເສດຖະກິດອື່ນ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top