• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14

ກ່ອນພິທີໄຂ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າວາງພວງມາລາ, ຢູ່ສຸສານປະທານໂຮ່ຈີມິນ, ຫຼັງຈາກນັ້ນ, ປະທານສະພາແຫ່ງຊາດ ດຳເນີນວາລະປະຊຸມກຽມເພື່ອປຶກສາຫາລື

ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີໄຂ

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ພຶດສະພາ, ທີ່ຫໍສະພາແຫ່ງຊາດ. ກ່ອນພິທີໄຂ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າວາງພວງມາລາ, ຢູ່ສຸສານປະທານໂຮ່ຈີມິນ, ຫຼັງຈາກນັ້ນ, ປະທານສະພາແຫ່ງຊາດ ດຳເນີນວາລະປະຊຸມກຽມເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງແຜນການເຄື່ອນໄຫວຂອງກອງປະຊຸມ; ລົງມະຕິຮັບຮອງເອົາແຜນການເຄື່ອນໄຫວຂອງກອງປະຊຸມ.

        ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຄັ້ງນີ້, ສະພາແຫ່ງຊາດໄດ້ເຮັດວຽກໃນເວລາ 20 ວັນ. ໃນນັ້ນ, ໄລຍະເວລາສະຫງວນໃຫ້ວຽກງານສ້າງກົດໝາຍແມ່ນ 12 ວັນເພື່ອຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ຮ່າງມະຕິ 1 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ. ສະພາແຫ່ງຊາດກໍ່ສະຫງວນເວລາຫຼາຍສົມຄວນສຳລັບການເຄື່ອນໄຫວຕິດຕາມກວດກາສູງສຸດ ແລະ ພິຈາລະນາ, ຕັດສິນບັນດາບັນຫາສຳຄັນອື່ນໆ. ພິເສດ, ສະພາແຫ່ງຊາດໄດ້ສະຫງວນ 3 ວັນເພື່ອຊັກຖາມ ແລະ ຕອບຄຳຊັກຖາມ. ກ່າວຄຳເຫັນໄຂກອງປະຊມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        “ປີ 2018, ແມ່ນປີທີ 3 ຂອງອາຍຸການສະພາແຫ່ງຊາດຊຸດທີ 14, ມີຫຼາຍຄຳເຫັນສຳຄັນໄດ້ວາງອອກສຳລັບສະພາແຫ່ງຊາດ, ສິ່ງດັ່ງກ່າວໄດ້ຮຽກຮ້ອງສະພາແຫ່ງຊາດຕ້ອງເສີມຂະຫຍາຍຈິດໃຈ “ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງຊາດ, ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກ”. ວຽກງານສ້າງກົດໝາຍສືບຕໍ່ແມ່ນເນື້ອໃນຈຸດສຸມກວມເກືອບ 2/3 ໄລຍະເວລາດຳເນີນກອງປະຊຸມ. ນີ້ແມ່ນບັນດາແຜນຮ່າງ, ຮ່າງກົດໝາຍທີ່ມີຄວາມໝາຍສຳຄັນພິເສດ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ, ເພື່ອສືບຕໍ່ຫັນລະບອບລະບຽບການ, ແຜນນະໂຍບາຍ, ແນວທາງຂອງພັກ, ພິເສດແມ່ນບັນດາມະຕິຂອງກອງປະຊຸມຄະນະບໍລິຫານງານສູນກາງພັກ ແລະ ລັດຖະທຳມະນູນປີ 2013 ເປັນລະບອບກົດໝາຍ, ເພື່ອແນໃສ່ປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ກໍ່ສ້າງ ແລະ ສ້າງລະບອບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ເພີ່ມທະວີກຳລັງບົ່ມຊ້ອນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ…”

ໂດຍສືບຕໍ່ລາຍການເຮັດວຽກໃນຕອນບ່າຍວັນທີ 21 ພຶດສະພາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງບົດລາຍງານສະຫລຸບງົບປະມານແຫ່ງລັດປີ 2016; ບົດລາຍງານຜົນແຫ່ງການກວດກາການສະຫລຸບງົບປະມານແຫ່ງລັດປີ 2016; ບົດລາຍງານສະຫລຸບງົບປະມານແຫ່ງລັດປີ 2016 ສະແດງໃຫ້ເຫັນວ່າ ແຜນເກັບງົບປະມານແຫ່ງລັດປີ 2016 ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ແຜນງົບປະມານ. ທ່ານ ຫງວຽນດຶກຫາຍ ຫົວໜ້າກຳມາທິການການເງິນ, ງົບປະມານຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

        “ກຳມາທິການການເງິນ, ງົບປະມານສະເໜີຕໍ່ລັດຖະບານ ຊີ້ນຳບັນດາອົງການຄຸ້ມຄອງການເກັບງົບປະມານ ສືບຕໍ່ເພີ່ມທະວີວຽກງານເກັບ, ສຸມໃສ່ປະຕິບັດບັນດາມາດຕະການ ຕ້ານການຂັດຂວາງໃນການເກັບອາກອນ, ກະຕຸກຊຸກຍູ້ການຖອນເອົາໜີ້ຄ້າງຈ່າຍ, ຕ້ອງເກັບອາກອນຢ່າງຖືກຕ້ອງ ແລະ ທັນການ ສຳລັບບ້ວງອາກອນທີ່ເກີດໃໝ່. ພ້ອມທັງ, ນຳສະເໜີວິທີແກ້ໄຂລ້ອມໜີ້, ລົບລ້າງໜີ້ຈາກການເສຍອາກອນທີ່ບໍ່ສາມາດຖອນຄືນໄດ້, ເພື່ອຍື່ນສະເໜີສະພາແຫ່ງຊາດພິຈາລະນາ, ຕັດສິນ.

(ແຫຼ່ງຄັດຈາກ VOV)


ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top