• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

      ພິທີໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ໄດ້ດໍາເນີນໃນຕອນເຊົ້າວັນທີ 14 ພະຈິກ ຢູ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງ ຄົມມະນາຄົມສົນສົ່ງ  10 ປະເທດ ອາຊຽນ.

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: baochinhphu.vn)
      ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 4 ບັນຫາຕົ້ນຕໍຄື ປະຕິບັດສໍາເລັດລະບຽບການຕ່າງໆເພື່ອລົງນາມໃນບັນດາເອກະສານຫຼາຍຝ່າຍ ຂັ້ນລັດຖະບານ ແນໃສ່ເພີ່ມທະວີການເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື; ຮັບຟັງບົດລາຍງານກ່ຽວກັບສະພາບການຜັນຂະຫຍາຍບັນດາລາຍການ, ໂຄງການ ນອນໃນຂອບເຂດແຜນການຍຸດທະສາດຄົມມະນາຄົມຂົນສົ່ງ ກົວລາລໍາເປີ 2016 – 2015; ຮັບຮອງເອົາບັນດາໂຄງການ, ແຜນການເຄື່ອນໄຫວໃນຂອບເຂດການຮ່ວມມືຄົມມະນາຄົມຂົນສົ່ງ ອາຊຽນ ໃນປີ 2020; ພົວພັນແລກປ່ຽນ, ຊຸກຍູ້ການຮ່ວມມືຄົມມະນາຄົມຂົນສົ່ງກັບບັນດາຄູ່ເຈລະຈາ ເຊິ່ງລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາຄູ່ຮ່ວມມືອື່ນໆ. ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ:
        “ໂດຍເປັນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ, ໃນຖານະເປັນປະທານ ອາຊຽນ ປີ 2020, ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ຈະມານະພະຍາຍາມຮ່ວມມືກັບບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ຕັ້ງໜ້າຜັນຂະຫຍາຍບັນດາຄໍາໝັ້ນສັນຍາ, ບັນດາຂໍ້ຕົກລົງ ເພື່ອໃຫ້ ອາຊຽນ ຢັ້ງຢືນ ບົດບາດເປັນໃຈກາງຂອງພາກພື້ນ, ພ້ອມກັບບັນດາຄູ່ຮ່ວມມືຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນສິດເສລີໃນການຂົນສົ່ງສິນຄ້າທາງອາກາດ, ທາງບົກ ແລະ ທາງທະເລ ເພື່ອ ອາຊຽນ ວັດທະນາຖາວອນ”.
 (ແຫຼ່ງຄັດຈາກ VOV)
 

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top