• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ໄກ່ດຳ ຕຸ໋ນກັບ ໝາກຟັກ

ໄກ່ດຳ ຕຸ໋ນກັບ ໝາກຟັກ ເປັນລາຍການອາຫານໜຶ່ງ ທັງເປັນຕຳລາຢາພື້ນເມືອງ ຂອງປະຊາຊົນເຂດ ໄຕບັກ (ອາຊີຕາເວັນຕົກສ່ຽງເໜືອຫວຽດນາມ), ຊ່ວຍບຳລຸງຮ່າງກາຍ ຊຶ່ງໄດ້ຕົກທອດມາເປັນເວລາຫຼາຍຫຼາຍພັນປີແລ້ວ. 
ຊາວຊົນເຜົ່າສ່ວນນ້ອຍເຂດ ໄຕບັກ ເຄີຍລ້ຽງໄກ່ດຳ ຢູ່ຕາມເນີນພູ ແລະ ເຂດເຮືອນສວນ, ເມື່ອມີຄົນພາຍໃນເຮືອນເຈັບປ່ວຍ ເຂົາເຈົ້າມັກ ຕຸ໋ນໄກ່ດຳ ກັບ ບັນດາປະເພດຢາຈີນ ເພື່ອຊ່ວຍໃຫ້ຄົນກິນບຳລຸງສຸຂະພາບ ແລະ ຫາຍເຈັບໄວ.

ປັດຈຸບັນ, ແນວພັນໄກ່ດຳ ໄດ້ປັບປຸງສາຍພັນ ແລະ ລ້ຽງທົ່ວໄປ, ເພາະສະນັ້ນ ການຫາໄກ່ດຳເພື່ອການປຸງແຕ່ງອາຫານ ກໍບໍ່ມີຄວາມຫຍຸ້ງຍາກພໍປານໃດ. ນອກຈາກການຕຸ໋ນໄກ່ດຳ ກັບເມັດບົວແລ້ວ ກໍ ອາດຈະຕຸ໋ນໄກ່ດຳ ກັບ ໝາກຟັກ, ໝາກຖ່ົ່ວຂຽວ ແລະ ໝາກຖົ່ວແດງ ຕື່ມອີກ ເພື່ອ ສ້າງເປັນລົດຊາດຫວານນົວ ແລະ ເຢືອກເຢັນ ຊຶ່ງເປັນອາຫານ ເໝາະສົມທີສຸດ ກັບພູມອາກາດ ຢູ່ພາກ ເໜືອ.



ເຄື່ອງປຸງສຳລັບລາຍການອາຫານໄກ່ດຳຕຸ໋ນກັບໝາກຟັກ ລວມມີ: ໄກ່ດຳ, ໝາກຟັກ, ໝາກຖ່ົວຂຽວ, ໝາກຖົ່ວຂາວ ແລະ ໝາກຖົ່ວແດງ. 


ລາຍການອາຫານ ໄກ່ດຳ ຕຸ໋ນກັບ ໝາກຟັກສຳເລັດຮູບ.  

ເມື່ອໄກ່ດຳຕຸ້ນກັບໝາກຟັກ ສຸກພໍປະມານ ກໍ່ຖອກໃສ່ ໜ່ວຍໝາກຟັກ (ທ່ີໄດ້ຜ່າເປັນເຄິ່ງຕາມລວງຍາວແລ້ວ) ເພື່ອສ້າງເປັນລາຍການອາຫານທີ່ໜ້າຮັບປະທານ.

ຊີ້ນໄກ່ດຳມີລົດຊາດຫວານເຄັມ, ລັກສະນະອຸ່ນ, ເມື່ອຕຸ໋ນ ໄກ່ທັງໂຕ ຈະຮັກສາໄວ້ຄົບຖ້ວນທາດບຳລຸງ ຊຶ່ງຊ່ວຍໃຫ້ ຜູ້ຮັບປະທານ ໄດ້ບຳລຸງໝາກໄຂ່ຫຼັງ, ເລືອດລົມເດີນສະ ດວກດີ, ຂັບໄລ່ສານພິດ. ໝາກຟັກ ມີລັກສະນະເຢັນ, ອຸ ດົມໄປດ້ວຍທາດວີຕາມິນ B1, B2, B3, C ແລະ ມີປະລິ ມານນຳ້ມັນພືດສູງ, ມີຄຸນປະໂຫຍດໃນການກັນ ແລະ ປິ່ນ ປົວພະຍາດຈຳນວນໜຶ່ງເຊ່ັນ: ຖ່າຍຄັດ, ລົດຜ່ອນອັກເສບ ໃຄ່, ແກ້ໄອ, ຫືດ ແລະ ອື່ນໆ...


ທີ່ຢູ່ຮ້ານອາຫານ: 
ຮ້ານອາຫານ ໂດກກ໋ວານ-ເຮືອນເລກທີ 26 ຖະໜົນ ຟານເກ໋ບິ໋ງ (ຕໍ່ຍາວ), ເມືອງ ບາດິ່ງ, ຮ່າໂນ້ຍ
ຮ້ານອາຫານ ໂດກກ໋ວານ-ເຮືອນເລກທີ 86 ຖະໜົນ ຮວ່າງເງິນ, ເມືອງ ເກົາໄຢ, ຮ່າໂນ້ຍ

ບົດ: ບິກເວີນ - ພາບ: ເຈິ່ນແທງຢາງ

ເທດສະການອາຫານເຈ 2024

ເທດສະການອາຫານເຈ 2024

ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.

Top