• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃຫ້ຄໍາປຶກສາກ່ຽວກັບນະໂຍບາຍກະສິກໍາໃຫ້ແກ່ອະນຸພາກພື້ນແມ່ນໍ້າຂອງ

ຫວຽດນາມ, ມຽນມາ, ລາວ ແລະ ກໍາປູເຈຍ ມີຂະແໜງກະສິກໍາ ສວມບົດບາດສໍາຄັນໃນການພັດທະນາເສດຖະກິດ ແລະ ສະຖຽນລະພາຍໃນສັງຄົມ. 
ສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາກະສິກໍາຊົນນະບົດ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫາກໍສົມທົບກັບກອງທຶນພັດທະນາກະສິກໍາສາກົນ (IFAD) ຈັດຕັ້ງກອງປະຊຸມສໍາມະນາເລີ່ມຕົ້ນໂຄງການ “ຕາໜ່າງຄົ້ນຄວ້າ ແລະ ໃຫ້ຄໍາປຶກສານະໂຍບາຍກະສິກໍາ ແລະ ພັດທະນາຊົນນະບົດໃຫ້ບັນດາປະເທດຢູ່ເຂດອະນຸພາກພື້ນແມ່ນໍ້າຂອງ” (NARDT) ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຄົ້ນຄວ້າ, ສົນທະນາ, ປັບປຸງຄຸນນະພາບ, ປະສິດທິຜົນຂອງການເຄື່ອນໄຫວຄົ້ນຄວ້າ, ປຸກລະດົມ ແລະ ປະຕິບັດນະໂຍບາຍກະສິກໍາ ແລະ ພັດທະນາຊົນນະບົດຢູ່ບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ.

ຜູ້ຕາງໜ້າ 4 ປະເທດ ອະນຸພາກພື້ນແມ່ນໍ້າຂອງ ລົງນາມໃນບົດບັນທຶກກ່ຽວກັບການຮ່ວມມືປະຕິບັດໂຄງການ (ພາບ:TTXVN)

ຕາມບັນດານັກຊ່ຽວຊານແລ້ວ, ໃນກຸ່ມ ອາຊຽນ, ຫວຽດນາມ, ມຽນມາ, ລາວ ແລະ ກໍາປູເຈຍ ມີຂະແໜງກະສິກໍາ ສວມບົດບາດສໍາຄັນໃນການພັດທະນາເສດຖະກິດ ແລະ ສະຖຽນລະພາຍໃນສັງຄົມ. ທ່ານ Thomas Rath, ຜູ້ອໍານວຍການແຫ່ງຊາດຫວຽດນາມ ແລະ ລາວ - ພາກພື້ນ ອາຊີ ປາຊີຟິກ - ກອງທຶນພັດທະນາກະສິກໍາສາກົນ, ໃຫ້ຮູ້ວ່າ:

        “ນີ້ແມ່ນຮູບແບບທໍາອິດ ເຊິ່ງພວກຂ້າພະເຈົ້າໝູນໃຊ້ວິທີສໍາຜັດ ແມ່ນເຊື່ອມຕໍ່ລະຫວ່າງບັນດາອົງການຄົ້ນຄວ້າ ແລະ ໃຫ້ຄໍາປຶກສາກ່ຽວກັບນະໂຍບາຍ ກັບ ບັນດາຜູ້ວາງແຜນນະໂຍບາຍ... ຕາໜ່າງດັ່ງກ່າວ ຈະເປີດກາລະໂອກາດເພື່ອໃຫ້ບັນດາຄູ່ຮ່ວມມືຮໍ່າຮຽນ, ພ້ອມກັນແບ່ງປັນປະສົບການ ແລະ ໝູນໃຊ້ບັນດາຮູບແບບ, ປະສົບການໃນການປ່ຽນແປງໃໝ່ທີ່ປະສົບຜົນສໍາເລັດຈາກບັນດາໂຄງການຂອງ IFAD ແລະ ບັນດາຄູ່ຮ່ວມມືພັດທະນາຕ່າງໆທີ່ໄດ້ໜູນຊ່ວຍ ແມ່ນຈະສ້າງປະສິດທິຜົນທີ່ດີ”.

ໃນຊຸມປີຜ່ານມາ, ບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ ໄດ້ ແລະ ກໍາລັງປະຕິບັດບັນດາການປະຕິຮູບນະໂຍບາຍທີ່ມີປະສິດທິຜົນ. ກໍາປູເຈຍ ມີຫຼາຍປະສົບການທີ່ດີໃນການພັດທະນາເຄື່ອງໝາຍການຄ້າເຂົ້າສານມີຄຸນນະພາບສູງ. ລາວ ມີປະສົບການໃນການພັດທະນາການຜະລິດຜະລິດຕະພັນກະເສດປອດສານພິດ ແລະ ກະສິກໍາແບບຍືນຍົງ. ສ່ວນມຽນມາ ມີປະສົບການຫຼາຍຢ່າງໃນການພັດທະນາຊົນນະບົດຜ່ານບົດບາດຂອງວົງຄະນະຍາດ.

ຜ່ານໂຄງການດັ່ງກ່າວ, ຫວຽດນາມ ປາດຖະໜາຢາກໃຫ້ບັນດາປະເທດເພີ່ມທະວີການຮ່ວມມືແບ່ງປັນປະສົບການທີ່ດີໃນການພັດທະນາກະສິກໍາ ແລະ ພັດທະນາຊົນນະບົດລະຫວ່າງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top