• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ໂຮ້ຍອານ - ເມືອງເກົ່າ ທີ່ມີສະເໜ່ສຸດໃນໂລກ

ເມືອງເກົ່າ ໂຮ້ຍອານ ຂອງ ຫວຽດນາມ ກຳລັງກາຍເປັນຈຸດເດັ່ນ ຂອງ ຄວາມສົນໃຈ ຕໍ່ຊາວໂລກ ຫຼັງຈາກ ແຊງນະຄອນຫຼວງ ໂຕກຽວ - “ໝາກຫົວໃຈ” ຂອງປະເທດ ຍີ່ປຸ່ນ, ຖິ້ມຫ່າງນະຄອນຫຼວງ ໂຣມ - ບ່ອນທີ່ໄດ້ ຖືວ່າ ເປັນແດນສະຫວັນ ແຫ່ງຄວາມເພີດເພີນໃຈ ຂອງ ປະເທດ ອີຕາລີ ໄດ້ກາຍເປັນ ຈຸດນັດໝາຍທີ່ຍອດຢ້ຽມທີສຸດຂອງ ໂລກ ໃນປີ 2019 ໂດຍແມ່ນວາລະສານ ທ່ອງທ່ຽວ ຊັ້ນນຳ ຂອງ ສ ອາເມລິກາ Travel + Leisure ເປັນຜູ້ ເລືອກເຟັ້ນ. 
ເປັນສະຖານທີ່ ເວລາ ຢຸດສະງັກ

ເມືອງເກົ່າ ໂຮ້ຍອານ ເປັນເມືອງທີ່ເກົ່າແກ່ແຫ່ງໜຶ່ງ ຕັ້ງຢູ່ລຸ່ມ ແມ່ນໍ້າ ທູໂບ່ນ ຂອງ ແຂວງ ກວາງນາມ, ຫ່າງຈາກນະຄອນດ່າໜັງ ປະມານ 30 ຫຼັກ ໄປທາງທິດໃຕ້. ແຕ່ກ່ອນ, ຊາວຕາເວັນຕົກ ເອີ້ນວ່າ Faifo. ໃນຕະຫຼອດ ສະຕະວັດທີ XVII – XVIII, ໂຮ້ຍອານ ເຄີຍເປັນທ່າ ເຮືອ ການຄ້າ ສາກົນ ທີ່ ຄັບຄາໜາແໜ້ນ, ເປັນບ່ອນພົວພັນການຄ້າ ທີ່ຄຶກຄັກ ຂອງ ກອງເຮືອ ພວກພໍ່ຄ້າຊາວຂາຍ ທີ່ມາຈາກບັນດາ ປະ ເທດ ຍີ່ປຸ່ນ, ຈີນ, ໂຮນລັງ, ແອັສປາຍ, ອິນເດຍ ແລະ ອື່ນໆ... ກ່ອນ ໜ້ານັ້ນ, ສະຖານທີ່ແຫ່ງນີ້ ກໍເຄີຍໄດ້ກ່າວເຖິງ ເໝືອນດັ່ງ ຈຸດພັກ ຜ່ອນຊ່ົວຄາວທີ່ສຳຄັນ ຂອງ ເສັ້ນທາງສາຍໄໝ ບົນທະເລ ອີກດ້ວຍ.

ໂຮ້ຍອານ ໄດ້ຖືວ່າ ເໝືອນດັ່ງ ຫໍພິພິທະພັນ ທີ່ມີຊີວິດຊີວາແຫ່ງໜຶ່ງ ກ່ຽວກັບສະຖາປັດຕະຍະກຳ ແລະ ແບບແຜນ ວິຖີຊີວິດຕົວເມືອງ, ເປັນຕົວແບບພິເສດ ກ່ຽວກັບ ທ່າເຮືອການຄ້າ ມູນເຊື້ອ ຢູ່ເຂດອາຊີ ຕາເວັນອອກ ຊຶ່ງມາຮອດປັດຈຸບັນ ຍັງຄົງຮັກສາໄວ້ໄດ້ ຄືເກົ່າ. ເຮືອນ ສ່ວນຫຼາຍ ຢູ່ທີ່ນີ້ ມີຮູບຊົງ ດ້ານສະຖາປັດຕະຍະກຳມູນເຊື້ອຂອງ ຄົນ ຫວຽດ ໃນລະຫວ່າງ ສະຕະວັດທີ XVII - XIX. ສະຫຼັບກັບບັນດາ ເຮືອນດັ່ງກ່າວ ແມ່ນ ບັນດາ ກິດຈະການ ສະຖາປັດຕະຍະກຳ ສາສະ ໜາ ແລະ ມີຄວາມເຊື່ອຖື ເຊັ່ນ: ສາລາ, ວັດ, ສຳນັກສະມາຄົມ, ຫໍບູ ຊາ ວົງຕະກຸນ ແລະ ອ່ືນໆ... ໄດ້ຮັບການກໍ່ສ້າງ ໃນຂະບວນ ວິວັດ ແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງ ທ່າເຮືອການຄ້າ ທີ່ມີມາ ແຕ່ ບູຮານນະການນີ້.



ເມືອງເກົ່າ ໂຮ້ຍອານ ຕັ້ງຢູ່ແຄມຝັ່ງ ແມ່ນຳ້ ຮວ່າຍ. ພາບ: ເຕິດເຊີນ


ເມືອງເກົ່າ ໂຮ້ຍອານ ມີການສະຖາປັດຕະຍະກຳມູນເຊື້ອ ຂອງຄົນ ຫວຽດ. ພາບ: ເຕິດເຊີນ


ເຮືອນເກົ່າ ເຕິ໋ນກີ໋, ກິດຈະການ ໄດ້ຮັບຮອງເປັນຮ່ອງຮອຍ ປະຫວັດສາດແຫ່ງຊາດ ຢູ່ ເມືອງເກົ່າ ໂຮ້ຍອານ. ພາບ: ແທງຮ່ວາ


ເມືອງເກ່ົາ ໂຮ້ຍອານດຶງດູດໃຈນັກທ່ອງທ່ຽວ ຍ້ອນ ບັນດາຮ່ອມນ້ອຍທີ່ປົກຄຸມເຕັມແຕ່ໄຄນຳ້. ພາບ: ຟອງທູ


ຮ້ານຂາຍເຄື່ອງບູຮານ ທີ່ມີມາແຕ່ເຫິງນານແລ້ວ ຢູ່ ເມືອງເກົ່າ ໂຮ້ຍອານ.ພາບ: ເຕິດເຊີນ


ເຮືອນເກົ່າສ່ວນຫຼາຍ ຢູ່ ໂຮ້ຍອານ ຕ່າງກໍໄດ້ຮັບການ ອອກແບບ ກັບການສະຖາປັດຕະຍະກຳ ມີປ່ອງກະຈົກຫຼັງຄາ
ສຳລັບການຮັບແສງສະຫວ່າງ ຢູ່ກາງເຮືອນ. ພາບ: ຟອງທູ



ນັກທ່ອງທ່ຽວ ມີຄວາມຮູ້ສຶກຈັບຕາຈັບໃຈ ເມື່ອຄົ້ນພົບ ສຳນັກສະມາຄົມ ຟຸກກ໋ຽນ ຂອງຊາວ ຈີນ ຢູ່ ເມືອງເກົ່າ ໂຮ້ຍອານ. ພາບ: ແທງຮ່ວາ


ເມືອງເກົ່າ ໂຮ້ຍອານ ດຶງດູດນັກທ່ອງທ່ຽວດ້ວຍຈຳນວນເກືອບ 5 ລ້ານເທື່ອຄົນ ມາຢ້ຽມຢາມ ໃນປີ 2018. ພາບ: ແທງຮ່ວາ


ນັກທ່ອງທ່ຽວ ຖີບລົດ ຊົມ ເຂດເມືອງເກົ່າ ໂຮ້ຍອານ. ພາບ: ເຕິດເຊີນ

ຊ່ອງໂທລະພາບ CNN ຂອງ ສ ອາເມລິກາ ເຄີຍກ່າວສັນລະເສີນວ່າ ໂຮ້ຍອານ ເປັນໜຶ່ງ ໃນບັນດາຕົວເມືອງບູຮານ ງາມທີສຸດ ຢູ່ ອາຊີຕາ ເວັນອອກສ່ຽງໃຕ້ ຈົນ “ໄດ້ ຢູແນັສໂກ ຮັບຮອງເປັນ ມໍລະດົກ ດ້ານ ວັດທະນະທຳຂອງ ໂລກ ໃນປີ 1999, ເມືອງເກົ່າ ໂຮ້ຍອານ ເຄີຍເປັນ ທ່າເຮືອ ການຄ້າສາກົນ ທີ່ຄັບຄາໜາແໜ້ນ ຂອງ ບັນດາພໍ່ຄ້າຊາວ ຝຣ່ັງ, ຍີ່ປຸ່ນ, ຈີນ... ຜ່ານການຜັນແປປ່ຽນແປງ ຂອງ ປະຫວັດສາດ, ເມືອງເກົ່າ ແຫ່ງນີ້ ຍັງ ຄົງຮັກສາໄວ້ໄດ້ ຄວາມສວຍງາມ ແບບເກົ່າ ແກ່ ແລະ ງຽບສະຫງົບ ຢ່າງບອກບໍ່ຖືກ”. 

ເມືອງເກົ່າ ໂຮ້ຍອານ ໄດ້ ຢູແນັສໂກ ຮັບຮອງ ເປັນມໍລະດົກ ດ້ານວັດ ທະນະທຳ ຂອງ ໂລກ ເມື່ອປີ 1999. ນະແຫ່ງນີ້ ມີຮ່ອງຮອຍ ປະ ຫວັດສາດ 1360 ແຫ່ງ, ໃນນັ້ນມີເຮືອນບູຮານ 1068 ຫຼັງ, ນຳ້ສ້າງ 11 ແຫ່ງ, ຫໍບູຊາວົງຕະກຸນ 38 ຫຼັງ, ວັດ 19 ແຫ່ງ, ຫໍຜີ 43 ຫຼັງ, ສາ ລາ 23 ຫຼັງ, ຫຼຸມຝັງສົບບູຮານ ແບບ ພິເສດ 44 ຫຼຸມ ແລະ ຂົວບູຮານ 1 ແຫ່ງ. 
ພິເສດ ເມື່ອມໍ່ໆ ນີ້, ວາລະສານທ່ອງທ່ຽວ Travel + Leisure ທີ່ມີຊື່ ສຽງແຖວໜ້າໂລກຂອງ ສ ອາເມລິກາ ໄດ້ເລືອກ ໂຮ້ຍອານ ແມ່ນ ຈຸດ ທີ່ມາ ຍອດຢ້ຽມທີສຸດໂລກ ຂອງປີ 2019. ຕາມຜົນປະກາດ ຂອງ Travel + Leisure, ໃນຕາຕະລາງ ຈັດອັນດັບ “ບັນດາ ນະຄອນ ຍອດຢ້ຽມທີສຸດໂລກ” (15 ນະຄອນ ງາມທີສຸດໂລກ), ເມືອງເກົ່າ ໂຮ້ຍອານ” ໄດ້ຮັບ 90,39/100 ຄະແນນ ອັນເນື່ອງຈາກ “ຊາວທ້ອງ ຖິ່ນມີຄວາມ ໃກ້ຊິດ ສະໜິດສະໜົມ; ວັດທະນະທຳ, ມໍລະດົກ ແລະ ອາຫານການກິນ ທີ່ອຸດົມສົມບູນ”. ໃນວັນທີ 16 ກໍລະກົດຜ່ານມາ, ອີກຄັ້ງໜຶ່ງ, ໂຮ້ຍອານ ໄດ້ກາຍເປັນຈຸດເດັ່ນຄວາມສົນໃຈ ຂອງໂລກ ເມື່ອພາບທີ່ສວຍງາມ ກ່ຽວກັບ ວັດເກົ່າ, ສັນຍາລັກ ກວ່າ 4 ສະຕະ ວັດ ຂອງມໍລະດົກໂລກນີ້ ໄດ້ Google ເຊີດຊູ ໃນໜ້າທໍາອິດ ດ້ວຍ ບັນດາລາຍ ແຕ້ມທີ່ແສນສວຍງາມ ໂດຍນັກແຕ້ມ Shanti Rittgers ເປັນຜູ້ປະຕິບັດຢູ່ເທິງ Google Doodle.

ທຸກວັນນີ້, ເມື່ອມີໂອກາດໄປຜ່ານແຕ່ລະຮ່ອມນ້ອຍຂອງ ໂຮ້ຍອານ, ນັກທ່ອງທ່ຽວ ຈະມີຄວາມຮູ້ສຶກຄືວ່າ ການເວລາ ໄດ້ຢຸດນິ້ງຢູ່ແຫ່ງນີ້ ແຕ່ດົນນານມາແລ້ວ. ນັ້ນແມ່ນ ຮູບພາບ ແຕ່ລະ ຫຼັງຄາເຮືອນປົກຄຸມ ເຕັມໄປດ້ວຍໄຄນຳ້ ຫຼື ປະຕູປ່ອງຢ້ຽມ ນ້ອຍໆ ຊຶ່ງ ສ່ອງແສງໃຫ້ເຫັນ ຢ່າງຈະແຈ້ງ ເຖິງຊ່ວງໄລຍະໜຶ່ງທີ່ຈະເລີນຮຸ່ງເຮືອງ ຂອງ ເມືອງເກົ່າ ໂຮ້ຍອານ ໃນອະດີດ.


ເປັນແດນສະຫວັນຂອງ ອາຫານການກິນ, ການຄົ້ນພົບ ແລະ ຈັບຈ່າຍຊື້ສິນຄ້າ

ຜ່ານການເວລາ ແລະ ການຜັນແປປ່ຽນແປງຂອງປະຫວັດສາດ, ໂຮ້ຍ ອານ ໃນປັດຈຸບັນ ບໍ່ມີຫຼາຍຮ່ອງຮອຍ ກ່ຽວກັບທ່າເຮືອການຄ້າ ທີ່ມີ ຊື່ສຽງລະດັບໂລກ ໃນເມື່ອກ່ອນ, ແຕ່ບໍ່ໄດ້ສູນເສຍໄປ ຄວາມອຸດົມ ສົມບູນ ແລະ ຄຶກຄັກ ຂອງ ທ່າເຮືອ ການຄ້າທີ່ ໜາແໜ້ນ ຂອງຊ່ວງ ໜຶ່ງໃນອະດີດ.

ເມືອງເກົ່າ ໂຮ້ຍອານ ໃນທຸກວັນນີ້ ໄດ້ຖືວ່າ ເປັນ ແດນສະຫວັນ ຂອງ ຜູ້ຮັກມັກການຄົ້ນພົບ ແລະ ສຳຜັດຕົວຈິງ. ແຕ່ລະປີ, ໄດ້ມີນັກທ່ອງ ທ່ຽວ ເປັນຈຳນວນຫຼາຍລ້ານຄົນ ຢູ່ທົ່ວທຸກມູມໂລກ ໄດ້ມາຍັງເມືອງ ເກົ່າ ແຫ່ງນີ້ ທີ່ມີ ລວງກວ້າງບໍ່ຮອດສອງ ກິໂລແມັດມົນທົນນີ້ ເພື່ອ ໄດ້ເຊີຍຊົມ ແລະ ຜ່ານປະສົບການຕົວຈິງ ກັບບັນດາຄວາມຮູ້ສຶກ ທີ່ພິເສດ ກ່ຽວກັບ ຜູ້ຄົນ, ວັດທະນະທຳ, ການທ່ອງທ່ຽວ ແລະ ສິລະ ປະ ອາຫານການກິນ ຢູ່ເມືອງເກົ່າ ໂຮ້ຍອານ.

ເຖິງເວລາໄດ້ຜ່ານໄປຫຼາຍຮ້ອຍປີແລ້ວ, ແຕ່ ການດຳລົງຊີວິດ ຢູ່ທ່າ ເຮືອການຄ້າ ຍັງຄົງປະກົດຕົວ ໃນແບບແຜນວິຖີຊີວິດ ຂອງ ຊາວ ໂຮ້ຍອານ ຢ່າງແຈ້ງຊັດ. ຢູ່ຕາມສອງຝັ່ງ ແມ່ນຳ້ ຮວ່າຍ ທີ່ມີ ຄວາມ ງາມດັ່ງໃນຝັນ, ຮູບພາບ ເຮືອນຊານບ້ານຊ່ອງ, ຕະຫຼາດ, ຮ້ານຫ້າງ ຍັງຄົງຕົວຢູ່ທີ່ນັ້ນ ແລະ ມີການເຄື່ອນໄຫວ ຢ່າງໜາແໜ້ນ ແຕ່ ເຊົ້າ ຈົນຄຳ່. ຢູ່ແມ່ນຳ້ ເຖິງວ່າ ບໍ່ມີກຳປັ່ນສິນຄ້າ ຂະໜາດໃຫຍ່ເຂົ້າ-ອອກ ອີກແລ້ວ ແຕ່ຍັງມີຮູບພາບເຮືອແພ ຂຶ້ນລ່ອງໄປມາ ຢ່າງບໍ່ຂາດສາຍ.  



ປັດຈຸບັນ, ມີຮ້ານອາຫານຫຼາຍຮ້ານ ໄດ້ເປີດ ຢູ່ເທິງ ຊັ້ນດາດຟ້າ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວ ຊົມພາບພົດທັງໝົດ ຄວາມງາມທີ່ເກົ່າແກ່
ຂອງບັນດາຫຼັງຄາເຮືອນທີ່ມຸງດ້ວຍ ດິນຂໍຜູ້ ແລະ ດິນຂໍແມ່ຂວ້ຳຫນ້າໃສ່ກັນ. ພາບ: ເຕິດເຊີນ



ເມືອງເກົ່າ ໂຮ້ຍອານ ດຶງດູດໃຈນັກທ່ອງທ່ຽວ ຍ້ອນ ບັນດາ ຮ້ານອາຫານ ທີ່ມີເຕັມໄປດ້ວຍລົດເດັດເຜັດມັນ. ພາບ: ເຕິດເຊີນ


ຄຸ້ມຖະໜົນອາຫານການກິນ ຂອງເມືອງເກົ່າ ໂຮ້ຍອານ ຕັ້ງຢູ່ແຄມຝັ່ງ ແມ່ນຳ ້ຮວ່າຍ. ພາບ: ເຕິດເຊີນ


ລາຍການອາຫານເຂົ້າໜົມກຸ້ງ ທີ່ຫອມແຊບ ຢູ່ ໂຮ້ຍອານ. ພາບ: ເຕິດເຊີນ


ນັກທ່ອງທ່ຽວ ກໍສາມາດເລືອກໃຫ້ຕົວເອງ ລາຍການ ອາຫານ ເຂົ້າໜົມເຂົ້າປິ້ງ ຢູ່ ເມືອງເກົ່າ ໂຮ້ຍອານ ເປັນຂອງຫວ່າງ
ໃນອັນດັບການເດີນທາງຄົ້ນພົບ ເມືອງເກົ່າ ໂຮ້ຍອານ. ພາບ: ເຕິດເຊີນ



ປັດຈຸບັນ, ຊາວ ເມືອງເກົ່າ ໂຮ້ຍອານ ຍັງສຸມໃສ່ ໃນການພັດທະນາອາຊີບ ຜະລິດເຄື່ອງໜັງແບບ ຫັດຖະກຳ ແລະ ໄດ້ຮັບຄວາມນິຍົມຊົມຊອບ
ຈາກນັກທ່ອງທ່ຽວ. ພາບ: ເຕິດເຊີນ
 


ຮ້ານຄວັດກາຈຳ້ ຕັ້ງຢູ່ ໃຈກາງ ເມືອງເກົ່າ ໂຮ້ຍອານ. ພາບ: ເຕິດເຊີນ


ນັກທ່ອງທ່ຽວຊອກຫາປະສົບການຕົວຈິງ ກັບການເຮັດ ໂຄມໄຟມູນເຊື້ອ ຂອງ ຊາວເມືອງເກົ່າ ໂຮ້ຍອານ. ພາບ: ແທງຮ່ວາ


ເມືອງເກົ່າ ໂຮ້ຍອານ ມີການພັດທະນາຢ່າງແຂງແຮງ ກັບ ບັນດາຮ້ານຕັດຫຍິບ, ຖ້າຫາກແຂກຕ້ອງການຊຸດໂສ້ງເສື້ອ ໂດຍດ່ວນ,
ຊ່າງຕັດຫຍິບຈະສາມາດຕອບສະໜອງໄດ້ ພາຍໃນວັນ. ພາບ: ແທງຮ່ວາ



ອາຊີບເຮັດໂຄມໄຟ ທີ່ລືຊ່ື ຢູ່ ເມືອງເກົ່າ ໂຮ້ຍອານ. ພາບ: ຟອງທູ

ປະຊາຊົນຢູ່ ໂຮ້ຍອານ ມີຊື່ລືສຽງ ໃນດ້ານການ ຄ້າຂາຍ ແລະ ຜະ ລິດ ເຄື່ອງຫັດຖະກຳ, ເພາະສະນັ້ນ ລຽບຕາມ ຖະໜົນສາຍຕ່າງໆ ແມ່ນມີຫ້າງຮ້ານ ເປັນຈຳນວນຫຼວງຫຼາຍ. ຢູ່ສອງພາກຖະໜົນ, ແຕ່ ລະຫຼັງເຮືອນ ແມ່ນມີຮ້ານຄ້າ. ຢູ່ທີ່ນັ້ນ ເຂົາເຈົ້າຂາຍທຸກສິ່ງທຸກຢ່າງ ແລະ ເຮັດທຸກໆ ອາຊີບ, ນັບແຕ່ຮ້ານອາຫານ, ຮ້ານກາເຟ ຈົນເຖິງ ຮ້ານປັກແສ່ວ, ຕັດຫຍິບ, ເຄື່ອງໜັງ, ຮູບແຕ້ມ-ຮູບຖ່າຍ, ເຄື່ອງທີ່ລະ ນຶກ, ເຄື່ອງຫັດຖະກຳ ແລະ ອື່ນໆ... ແຕ່ຫຼາຍທີສຸດແມ່ນໂຄມໄຟ . ຢູ່ ໂຮ້ຍອານ ມີຖະໜົນສາຍໜຶ່ງ ທຳການຜະລິດ ແລະ ຂາຍ ສະເພາະ ກ່ຽວກັບໂຄມໄຟ. ໃນຍາມລາຕີ, ຮູບພາບໂຄມໄຟ ທຸກສີ ສະທ້ອນ ແສງລະຍິບລະຍັບ ໃນຕະຫຼອດສາຍທາງ ໄດ້ເຮັດໃຫ້ບັນຍາກາດ ຂອງ ເມືອງເກົ່າ ໂຮ້ຍອານ ຍິ່ງເພີ່ມຄວາມມີສະເໜ່ ແລະ ສວຍງາມ ຍິ່ງຂຶ້ນ.

ນັກທ່ອງທ່ຽວ ເມື່ອມາຍັງ ໂຮ້ຍອານ ແນ່ນອນວ່າ ຈະຕິດອົກຕິດໃຈ ຍ້ອນ ບັນດາລາຍການອາຫານ ຢູ່ ຕາມຖະໜົນ ທີ່ແຊບ, ລາຄາຖືກ ແລະ ເຂັ້ມຂົ້ນໄປດ້ວຍລົດຊາດສະເພາະ ຂອງຄົນ ຫວຽດ ເຊັ່ນ:  ໝີ່ ກວ໊າງ, ເຂົ້າຜັດໄກ່, ເຂົ້າຜັດຫອຍແມງພູ່, ເຂົ້າຈີ່, ແບັ໋ງຄວ໋າຍ, ແບັ໋ງວາກ, ເຂົ້າປຸ້ນຊີ້ນປິ້ງ ແລະ ອື່ນໆ ອີກຫຼາຍເຍື່ອງ...

ການຈັບຈ່າຍຊື້ສິນຄ້າ ແລະ ຕັດຫຍິບເຄື່ອງນຸ່ງ ກໍແມ່ນຄວາມ ນິຍົມ ຊົມຊອບ ທີ່ບໍ່ສາມາດຈຳກັດ ສຳລັບ ນັກທ່ອງທ່ຽວ ເມື່ອມາເຖິງ ໂຮ້ຍ ອານ. ຢູ່ທີ່ນີ້, ເຂົາເຈົ້າສາມາດສັ່ງຕັດຫຍິບ ບັນດາຊຸດອາພອນ, ຫຍິບ ເກີບ, ຖົງ ຫຼື ກະເປົາໜັງທີ່ລຳ້ປະຍຸກ ດ້ວຍລາຄາທີ່ ເໝາະສົມ ແລະ ສຳເລັດ ຕາມຄວາມຕ້ອງການ ຂອງ ລູກຄ້າ.

ໂຮ້ຍອານ ຍັງແມ່ນສາຍທາງຄົ້ນພົບ ທີ່ເຕັມໄປດ້ວຍ ຄວາມນິຍົມ ຊົມຊອບ ກັບຈຸດທ່ອງທ່ຽວ ຫຼາຍແຫ່ງທີ່ໜ້າດຶງດູດໃຈ. ຍ້ອນ ອ້ອມ ຂ້າງ ໂຮ້ຍອານ ໃນລັດສະໝີປະມານ 30 ກິໂລແມັດ ມີສະຖານທີ່ ທ່ອງທ່ຽວ ຫຼາຍແຫ່ງ ທີ່ແຂກຄົນສາມາດແວ່ຢາມໄດ້ທຸກເວລາເຊັ່ນ: ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ແທງຮ່າ, ໝູ່ບ້ານປູກຜັກ ຈ່າເກວ, ປ່າ ຕົ້ນໝາກພ້າວ ເກ່ີມແທງ, ດອນຈ່າມ, ຜາສາດ ໝີເຊີນ, ຫາດ ຊາຍ ທະເລ ເກືອດ້າຍ, ຫາດຊາຍທະເລ ໝີ໊ເຄ, ພູ ງູ໊ແຫ່ງເຊີນ, ເຂດ ທ່ອງທ່ຽວ ບ່ານ່າ Hills ແລະ ອື່ນໆ…

 
ບົດ: ແທງຮ່ວາ
ພາບ: ແທງຮ່ວາ, ເຕິດເຊີນ, ຟອງທູ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top