• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ໂຮງໝໍ ຂັ້ນແຂວງ ດີທີສຸດ ເຂດໄຕບັກ

ເປັນໜຶ່ງໃນບັນດາໂຮງໝໍ ຂັ້ນແຂວງ ດີທີສຸດ ຢູ່ຫວຽດນາມ ໃນ ປັດຈຸບັນ, ໂຮງໝໍ ຫຼາຍຂະແໜງ ຝູ໋ເຖາະ ໄດ້ກາຍເປັນ ສູນກາງ ມອບ ສົ່ງເຕັກໂນໂລຊີ, ເຕັກນິກສູງ ຂອງຂະແໜງ ການແພດ ຢູ່ ເຂດໄຕບັກ (ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ), ຕອບສະໜອງ ຄວາມ ຮຽກຮ້ອງຕ້ອງການ ດ້ານກວດ ແລະ ປິ່ນປົວພະຍາດ ນັບມື້ນັບສູງ ຂອງ ປະຊາຊົນ ຢູ່ແຂວງ ຝູ໋ເຖາະ ແລະ ແຂວງ ຕ່າງໆ ທີ່ໃກ້ຄຽງ. 
ຍົກສູງ ຄຸນນະພາບ ດ້ານກວດ ແລະ ປິ່ນປົວພະຍາດ

ເດືອນ ກັນຍາ 2016 ກະຊວງສາທາລະນະສຸກ ແລະ ຄະນະຊີ້ນຳ ໄຕບັກ ໄດ້ຈັດພິທີລົງນາມ ໂຄງການປະສານງານ. ໃນນັ້ນ ໄດ້ກຳ ນົດ ໜຶ່ງໃນບັນດາ ເປົ້າໝາຍ ຂອງການປະສານງານ ລະຫວ່າງ ສອງຝ່າຍ ແມ່ນ ກໍ່ສ້າງ ບັນດາ ສູນສາທາລະນະສຸກ ຄຸນນະພາບ ສູງ ຢູ່ ແຂວງ ຝູ໋ເຖາະ, ລາວກາຍ ເພື່ອຕອບສະໜອງ ຄວາມຕ້ອງ ການກວດ, ປິ່ນປົວພະຍາດ ແລະ ຊົມໃຊ້ ບັນດາ ບໍລິການທີ່ຈະ ເລີນກ້າວໜ້າ ໃຫ້ແກ່ ປະຊາຊົນ ຢູ່ໃນພື້ນທີ່ເຂດ ໄຕບັກ.(ແຫຼ່ງຄັດຈາກ ເວັບໄຊ ຂອງກະຊວງສາທາລະນະສຸກ).  
ຕາມສະຖິຕິ ຂອງໂຮງໝໍຫຼາຍຂະແໜງ ຝູ໋ເຖາະ, ແຕ່ລະມື້ ໂຮງໝໍ ຕ້ອນຮັບຄົນເຈັບ ທີ່ມາກວດພະຍາດ ສະເລັ່ຍ ແຕ່ 1200-1400 ເທື່ອຄົນ.  ຈຳນວນຄົນເຈັບນອນ ຢູ່ໂຮງໝໍ ສະເລັ່ຍ 1500-1700 ຄົນ/ມື້, ໃນນັ້ນ ຈຳນວນ ຄົນເຈັບ ທີ່ມາຈາກ ແຂວງຕ່າງໆ ທີ່ໃກ້ ຄຽງ ກວມປະມານ 36% ໃນ ຈຳນວນຄົນເຈັບ ທັງໝົດທີ່ມາກວດ ແລະ ປິ່ນປົວພະຍາດ ຢູ່ໂຮງໝໍ. ນີ້ແມ່ນ ຕົວເລກສຸດທີ່ຫຼວງຫຼາຍ ສຳລັບໂຮງໝໍ ຂັ້ນແຂວງ. ແຕ່ຍ້ອນປະຕິບັດຕາມ ຄະຕິເຕືອນໃຈ ທີ່ວ່າ: “ຄົນເຈັບ ເປັນ ລູກຄ້າ, ລູກຄ້າ ເປັນ ຜູ້ທຳບຸນ”, ໂຮງໝໍ ຫຼາຍຂະແໜງ ຝູ໋ເຖາະ ໄດ້ຍົກສູງ ຄຸນນະພາບບໍລິການ ກວດ ແລະ ປິ່ນປົວພະຍາດຢ່າງບໍ່ຢຸດຢັ້ງ, ສະໜອງ ບໍລິການ ດີທີສຸດ ໃຫ້ແກ່ຄົນຈັບ ແລະ ກາຍເປັນ ທີ່ເບິ່ງແຍງດູແລ ສຸຂະພາບ ທີ່ໄວ້ ເນື້ອເຊື່ອໃຈແຖວໜ້າ ຂອງປະຊາຊົນ ຢູ່ໃນພື້ນທີ່ ແຂວງ ຝູ໋ເຖາະ ແລະ ແຂວງຕ່າງໆ ຢູ່ເຂດ ໄຕບັກ. 


ສະຖານທີ່ລົງທະບຽນ ກວດ, ປິ່ນປົວພະຍາດ. ພາບ: ກົງດາດ


ອຸປະກອນສະໜອງລະຫັດ ກວດພະຍາດ ແບບອັດຕະໂນມັດ ຊ່ວຍຫຼຸດຜ່ອນເວລາລໍຖ້າ ໃຫ້ຄົນເຈັບທີ່ມາກວດພະຍາດ
ຢູ່ໂຮງ ໝໍ ຫຼາຍຂະແໜງ ຝູ໋ເຖາະ. ພາບ: ກົງດາດ



ຫ້ອງລໍຖ້າ ສຳລັບ ຍາດພີ່ນ້ອງ ຂອງ ຄົນເຈັບ. ພາບ: ເຕິດເຊີນ


ຫ້ອງບໍລິການຄຸນນະພາບສູງ ທີ່ສະຫງວນໃຫ້ແກ່ ຄົນເຈັບ. ພາບ: ກົງດາດ


ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ໄດ້ ແລະ ກຳລັງ ກາຍເປັນສະຖານ ທີ່ ເບິ່ງແຍງ ດູແລ ສຸຂະພາບທີ່ ໄວ້ວາງໃຈແຖວໜ້າ ຂອງປະຊາຊົນ
ຢູ່ພື້ນທີ່ແຂວງ ແລະ ແຂວງຕ່າງໆ ຢູ່ເຂດ ຕາເວັນ ຕົກສ່ຽງ ເໜືອ. ພາບ: ເອກະສານ



ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ຖືສຳຄັນທີສຸດ ວຽກງານກໍ່ສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ມີລະດັບຄວາມຮູ້
ຄວາມສາມາດສູງ. ພາບ: ເອກະສານ


ປີ 2013, ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ໄດ້ຈັດອັນດັບທີ 3 (ໂຮງ ໝໍດີພໍຄວນ) ກ່ຽວກັບຄຸນນະພາບ. ປີ 2014,  ໄດ້ຈັດອັນດັບທີ 4 (ໂຮງໝໍດີ) ກ່ຽວກັບຄຸນນະພາບ. ປີ 2015, 2016, 2017 ໄດ້ຈັດ ອັນດັບທີ 5 (ໂຮງໝໍດີເລີດ) ກ່ຽວກັບຄຸນນະພາບ. 
ທ່ານ ປອ. ຫງວຽນຮຸຍຫງອກ-ຮອງຜູ້ອຳນວຍການ ພະແນກ ສາ ທາລະນະສຸກ ຝູ໋ເຖາະ, ຜູ້ອຳນວຍການໂຮງໝໍ ຫຼາຍຂະແໜງ ຝູ໋ ເຖາະ ໃຫ້ຮູ້ວ່າ ເພື່ອໃຫ້ມີອິດທິພົນ ແລະ ຄວາມນິຍົມເຊື່ອຖື ກ່ຽວ ກັບ ຄຸນນະພາບໃນການກວດ ແລະ ປິ່ນປົວພະຍາດ, ຄະນະ ການນຳໂຮງໝໍ ຍາມໃດກໍຖື ວຽກງານກໍ່ສ້າງ ແລະ ພັດທະນາ ຖັນ ແຖວ ຊັບພະຍາກອນມະນຸດ ມີລະດັບ ຄວາມສາມາດສູງ ເປັນ ໜຶ່ງໃນບັນດາຍຸດທະສາດທີ່ຍາວນານ.

ໂຮງໝໍມີຫ້ອງການສື່ສານ ເຮັດວຽກສະເພາະ ກ່ຽວກັບ ການສົ່ງ ຂໍ້ມູນຂ່າວສານ ວ່າດ້ວຍ ຄຸນນະພາບ, ບໍລິການ ກວດ, ປິ່ນປົວ ພະຍາດ ເຖິງປະຊາຊົນ ໃຫ້ຄົບຖ້ວນ, ຊັດເຈນ ແລະ ສະດວກ ສະບາຍ ເພື່ອປະຢັດເວລາ ໃຫ້ແກ່ ປະຊາຊົນ ທີ່ມາ ກວດ ແລະ ປິ່ນປົວພະຍາດ.

ປີ 2015, ໂຮງໝໍໄດ້ຮັບ ໃບຮັບຮອງ ບັນລຸມາດຕະຖານ ISO 9001 – 2015; ໄດ້ຮັບໃບຮັບຮອງ ເປັນ ລະບົບຄຸ້ມຄອງ ຄຸນນະ ພາບ ວິເຄາະ ISO 15189 ກ່ຽວກັບ ສະເພາະ ຂະແໜງການ ເຄມີຊີວະສາດ. ລະບົບ ຄຸ້ມຄອງ ຄຸນນະພາບ ແລະ ຕາໜ່າງ ຄຸ້ມ ຄອງຄຸນນະພາບ ໃນ ໂຮງໝໍ ໄດ້ຜັນຂະຫຍາຍ ຢູ່ທຸກ ພະແນກ, ຫ້ອງການ, ມີພະນັກງານຫຼາຍຄົນ ໄດ້ບຳລຸງສ້າງລົງເລິກ ກ່ຽວກັບ ດ້ານຄຸ້ມຄອງຄຸນນະພາບ.

ໂດຍກຳນົດໄດ້ ລັກສະນະຈຳເພາະ ຂອງ ຂະແໜງສາທາ ລະນະສຸກ ແມ່ນ ຖັນແຖວນາຍແພດ, ເພາະສະນັ້ນ ໂຮງໝໍ ໄດ້ເອົາ ໃຈ ໃສ່ ເຖິງວຽກງານກໍ່ສ້າງ ແຫຼ່ງ ຊັບພະຍາກອນມະນຸດ ຢູ່ ພາຍໃນ ແລະ ຕ່າງປະເທດ ຢູ່ສະເໝີ ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ເຊັ່ນ: ກໍ່ສ້າງໄລຍະສັ້ນ ແລະ ໄລຍະຍາວ, ພິເສດແມ່ນກໍ່ສ້າງ ພະນັກງານ ລະດັບເໜືອມະຫາ ແລະ ຮຽນລົງເລິກດ້ານວິຊາສະເພາະ.


ຕົວແບບ ໂຮງໝໍສະຫຼາດ

ບໍ່ພຽງແຕ່ຖືກຕີລາຄາສູງ ກ່ຽວກັບ ຄຸນນະພາບດ້ານການຄຸ້ມຄອງ ແລະ ຜັນຂະຫຍາຍບໍລິການກວດ ແລະ ປິ່ນປົວພະຍາດ ໃຫ້ຄົນ ເຈັບເທົ່ານັ້ນ, ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ຍັງຖືກ
ຕີລາຄາສູງ ໃນການເປັນຜູ້ນຳ ໃນການໝູນໃຊ້ເຕັກໂນໂລຊີຂ່າວສານ ໃນ ທຸກຂັ້ນ ຕອນ ຂອງການຄຸ້ມຄອງອີກດ້ວຍ. ໂຮງໝໍ ໄດ້ຊຸກຍູ້ຢ່າງ ແຂງແຮງ ການໝູນໃຊ້ ເຕັກໂນໂລຊີຂ່າວສານ ແນໃສ່ ປະຕິຮູບ ບໍລິຫານ, ປ່ຽນໃໝ່ ດ້ານຄຸ້ມຄອງ, ຍົກສູງນຳ້ໃຈ, ທ່າທີ ບໍລິການ ຄົນເຈັບ; ຄຸ້ມຄອງ, ກວດ, ປິ່ນປົວພະຍາດ ຕາມຕົວແບບໂຮງ ໝໍສະຫຼາດ ຢູ່ສະເໝີ. ປັດຈຸບັນ, ໂຮງໝໍ ໄດ້ຜັນຂະຫຍາຍ 100% ຕົວແບບ ສຳເນົາປະຫວັດຄົນເຈັບ ເອເລັກໂຕຣນິກ, ລາຍເຊັນ ດີຈີຕອນ, ຜັນຂະຫຍາຍ ການຊຳລະສະສາງ ເອເລັກໂຕຣນິກ, ມຸ່ງສູ່ ຕົວ ແບບ “ໂຮງໝໍໍ ບໍ່ມີເຈ້ຍ”.

ລະບົບເຕັກໂນໂລຊີຂ່າວສານ ໄດ້ຜັນຂະຫຍາຍໂດຍສັງລວມ, ຮອບດ້ານ ຕາມຮູບແບບ “ໂຮງໝໍສະຫຼາດ”, ເຊື່ອມຕໍ່ຄົບຊຸດ. ທຸກ ການເຄື່ອນໄຫວ ໄດ້ປະຕິບັດ ດ້ວຍ ລະບົບຊອບເວ ແນໃສ່ ຫຼຸດ ຜ່ອນ ລະບຽບການ ບໍລິຫານ, ພ້ອມກັນນັ້ນ ເພີ່ມປະສິດທິຜົນ ດ້ານການຄຸ້ມຄອງອີກດ້ວຍ.


ປະຈຸບັນ ໂຮງໝໍມີລະບົບອຸປະກອນທີ່ທັນສະໄໝ ແລະ ຄົບຊຸດ ເຊັ່ນ: ລະບົບເຄື່ອງຈັກສ່ອງລັງສີ, ເຄື່ອງຈັກຊ່ວຍໜູນ ການປິ່ນ ປົວ ພະຍາດມະເຮັງ, ລະບົບອຸປະກອນວິເຄາະ ພະຍາດ ຜ່ານ ພາບຖ່າຍ (MRI, CT scanner, ລັງສີ ດີຈີຕອນ…).



ໂຮງໝໍ ໄດ້ປະກອບ ອຸປະກອນ ທີ່ທັນສະໄໝ ແລະ ຄົບຊຸດໃຫ້ ແກ່ ຫ້ອງຜ່າຕັດ 12 ຫ້ອງ. ພາບ: ເອກະສານ


ບັນດາທ່ານໝໍ ຂອງໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ກຳລັງຜ່າຕັດ ຫົວໃຈ ຜີ່ວ. ພາບ: ເອກະສານ


ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ໄດ້ຜັນຂະຫຍາຍ ລະບົບເຕັກໂນ ໂລຊີຂ່າວສານ ສັງລວມ ຮອບດ້ານ ຕາມຮູບແບບ “ໂຮງໝໍສະ ຫຼາດ”
ເພື່ອເພີ່ມປະສິດທິຜົນ ໃນການຄຸ້ມຄອງ. ພາບ:ເອກະສານ



ປະຈຸບັນ, ໂຮງໝໍມີ ຫ້ອງກວດພະຍາດ ສະເພາະ ຂະແໜງ 26 ຫ້ອງ ແລະ ຫ້ອງກວດພະຍາດຕາມຄວາມ ຕ້ອງການ
ຂອງ ຄົນ ເຈັບ 12 ຫ້ອງ. ພາບ: ເອກະສານ



ລະບົບອຸປະກອນ ທີ່ທັນສະໄໝ ຢູ່ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ. ພາບ: ເອກະສານ


ລະບົບສົ່ງເລືອດໂດຍອັດຕະໂນມັດ ຈາກ ຫ້ອງບໍລິຈາກເລືອດ ມາຍັງຫ້ອງເກັບຮັກສາເລືອດ ຂອງ ໂຮງໝໍ. ພາບ: ເຕິດເຊີນ


ບັນດາອຸປະກອນການແພດ ທີ່ທັນສະໄໝ ໄດ້ປະກອບຢ່າງຄົບ ຊຸດ ຢູ່ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ. ພາບ: ກົງດາດ


ບັນດາທ່ານໝໍ ຂອງໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ກຳລັງ ແລກ ປ່ຽນ ດ້ານວິຊາສະເພາະ ກັບບັນດາທ່າມໝໍ ທີ່ມາຈາກ ໂຮງໝໍ Chonnam, ສ.ເກົາຫຼີ ຊຶ່ງ ນອນ ຢູ່ໃນໂຄງການ ຮ່ວມມື ກັບ ສາ ກົນ. ພາບ: ເອກະສານ
ໂຮງໝໍ ຫຼາຍຂະແໜງ ຝູ໋ເຖາະ ເປັນໂຮງໝໍອ້ອມຂ້າງ ຂອງ 8 ໂຮງ ໝໍສາຍສູນກາງເຊັ່ນ: ໂຮງໝໍຫວຽດດຶກ, ໂຮງໝໍ K ສູນ ກາງ, ໂຮງໝໍ ແບ໋ກມາຍ ສະເພາະຂະແໜງການຫົວໃຈ, ໂຮງໝໍ ເດັກສູນກາງ, ໂຮງໝໍ ແອນເດີຣິນ ສູນກາງ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ  ແລະ ໂຮງໝໍ ບັນດາ ພະຍາດ ເຂດ ຮ້ອນສູນກາງ.

ໃນເວລາດຽວກັນ ໂຮງໝໍຫຼາຍຂະແໜງ ຝູ໋ເຖາະ ໄດ້ກະຊວງ ສາ ທາລະນະສຸກ ມອບໜ້າທີ່ໃຫ້ ຊ່ວຍໜູນ ກໍ່ສ້າງ, ມອບສົ່ງເຕັກນິກ ແລະ ຮັບເອົາຄົນເຈັບ ຈາກແຂວງຕ່າງໆເຊັ່ນ: ຕວຽນກວາງ, ລາວ ກາຍ, ອຽນບ໋າຍ, ຮ່າຢາງ, ວິ໋ງຟຸກ ເພື່ອປິ່ນປົວພະຍາດ ຊ່ວຍຫຼຸດ ຜ່ອນ ສະພາບ ອັ່ງອໍໃຫ້ແກ່ ບັນດາໂຮງໝໍ ຢູ່ສູນກາງ.

ປະຈຸບັນ, ວຽກງານເພິ່ມທະວີການຮ່ວມມືກັບບັນດາໂຮງໝໍ ພາກ ພື້ນ ແລະ ໃນໂລກ ແມ່ນບາດກ້າວທີ່ແຂງແຮງ ຂອງໂຮງໝໍຫຼາຍ ຂະແໜງ ຝູ໋ເຖາະ. ວຽກງານນີ້ ໄດ້ປະກອບສ່ວນ ຍົກສູງຄຸນນະ ພາບ ການກວດ ແລະ ປິ່ນປົວພະຍາດ ຕາມທິດ ຫັນເປັນທັນສະ ໄໝ, ຫັນເປັນອາຊີບ. ໂຮງໝໍໄດ້ປະຕິບັດການຮ່ວມສຳພັນ, ຮ່ວມ ມື ກັບບັນດາໂຮງໝໍ ຢູ່ຕ່າງປະເທດ. ແຕ່ລະປີ ໂຮງໝໍ ໄດ້ ແຕ່ງ ຕັ້ງ ພະນັກງານ ໄປສຶກສາ ດ້ານເຕັກນິກ ທີ່ ທັນສະໄໝ ກັບບັນ ດາປະເທດ ມີພື້ນຖານ ການແພດ ທີ່ກ້າວໜ້າ ນັບຫຼາຍສິບເທື່ອ ຄົນ ເຊັ່ນ: ສິງກະໂປ, ໄທ, ສ.ເກົາຫຼີ, ຍີ່ປຸ່ນ, ສ.ອາເມລິກາ, ຝຣັ່ງ, ສ.ເຢຍລະມັນ ແລະ ອັງກິດ.

ບົດ: ຖາວວີ - ພາບ: ກົງດາດ-ເຕິດເຊີນ ແລະ ເອກະສານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top