• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຫ້ຍອານ-ເມືອງເອກອາຫານການກິນຫວຽດນາມ

      ໃນທຸກວັນນີ້, ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ໂຫ້ຍອານນັບມື້ນັບຫຼາຍຂຶ້ນ. ມາໂຫ້ຍອານ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຍ່າງທ່ຽວຊົມໃນຄຸ້ມຖະໜົນເກົ່າທີ່ສະຫງົບສຸກ, ໄດ້ຊົມເຮືອນທີ່ເກົ່າແກ່ຫຼາຍຫຼັງເທົ່ານັ້ນ, ຫາກຍັງໄດ້ເຫັນປະຈັກຕາ, ຄົ້ນຫາບັນດາຈຸດທີ່ເປັນເອກະລັກສະເພາະ, ສິ່ງທີ່ຍອດຍິ່ງທາງດ້ານອາຫານການກີນຢູ່ແຫ່ງນີ້ອີກດ້ວຍ
ພິເສດ, ເມື່ອໂຫ້ຍອານໄດ້ຮັບການຮັບຮອງຈາກສະຫະສະມາຄົມຜູ້ຄົວກິນໂລກວ່າ ແມ່ນເມືອງເອກອາຫານການກິນຫວຽດນາມນັ້ນ, ໂຫ້ຍອານນັບມື້ນັບກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວອີກດ້ວຍ  . 

ໂຫ້ຍອານ-ເມືອງເອກອາຫານການກິນຫວຽດນາມ
      ຮູບພາບບັນດາຜູ້ຄົນຢືນລຽນແຖວຍາວເປັນລ້ຳດັບເພື່ອລໍຖ້າຊື້ເຂົ້າຈີ່ປ້າເຝື້ອງ ໄດ້ກາຍເປັນສິ່ງທີ່ລື້ງເຄີຍກັບຊາວທ້ອງຖິ່ນກໍຄືແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມີໂອກາດມາທ່ຽວຊົມຢູ່ຄຸ້ມຖະໜົນເກົ່າໂຫ້ຍອານໃນແຂວງກວາງນາມ. ພິເສດ ພາຍຫຼັງທີ່ເຍື່ອງອາຫານເຂົ້າຈີ່ປ້າເຝື້ອງ ຖືກພໍ່ຄົວ ທີ່ມີຊື່ສຽງໃນໂລກ Anthony ຊຶ່ງແມ່ນຜູ້ພ້ອມກັບອະດີດປະທານາທິບໍດີ ອາເມລິກາ Barack Obama ໄດ້ມາກິນເຂົ້າປຸ້ນຊີ້ນປີ້ງຢູ່ຮ່າໂນ້ຍ ຖືວ່າ ແມ່ນເຂົ້າຈີ່ແຊບກວ່າໝູ່ໃນໂລກນັ້ນ, ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມໂຫ້ຍອານ. ນາງ ເຈີນທິທູຈາງ ແຂກທ່ອງທ່ຽວ ພວມລໍຖ້າຊື້ເຂົ້າຈີ່ປ້າເຝື້ອງ ແບ່ງປັນວ່າ : 
    “ ຂ້າພະເຈົ້າໄດ້ມາທ່ອງທ່ຽວຢູ່ໂຫ້ຍອານຫຼາຍຄັ້ງແລ້ວ, ຂ້າພະເຈົ້າມັກກິນບັນດາເຍື່ອງອາຫານຢູ່ທີ່ນີ້, ໃນນັ້ນ ມັກທີ່ສຸດແມ່ນເຂົ້າຈີ່ປ້າເຝື້ອງຍ້ອນມີລົດຊາດພິເສດ ແລະ ແຊບທີ່ສຸດ. ຫຼາຍຄັ້ງແລ້ວ ທີ່ຂ້າພະເຈົ້າຕ້ອງຢືນລຽນແຖວລໍຖ້າຊື້ເຂົ້າຈີ່ເປັນຊົ່ງໂມງ. ”
     ບໍ່ພຽງແຕ່ເຍື່ອງອາຫານເຂົ້າຈີ່ປ້າເຝື້ອງເທົ່ານັ້ນ, ຢູ່ໂຫ້ຍອານຍັງມີອາຫານທີ່ແຊບນົວອີກຫຼາຍເຍື່ອງເຊັ່ນ: ກາວເລົາ, ເຂົ້າຈ້າວໄກ່, ຂົ້ວຫອຍກີ້, ນ້ຳຫວານສາລີ…ອາຫານເຫລົ່ານັ້ນ ໄດ້ກາຍເປັນເຄື່ອງໝາຍອາຫານການກິນຂອງໂຫ້ຍອານແລ້ວ. ຍ້ອນເຫດນີ້, ສະຫະສະມາຄົມຜູ້ຄົວກິນໂລກຈຶ່ງເລືອກເອົາຄຸ້ມເມືອງເກົ່ານີ້ເປັນສະຖານທີ່ຈັດຕັ້ງງານປະກວດຜູ້ຄົວກິນໂລກໃນແຕ່ລະປີ. ທ່ານ Thomas A.gugler ປະທານສະຫະສະມາຄົມຜູ້ຄົວກິນໂລກ ຖືວ່າ : 
    “ໂຫ້ຍອານຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ. ທີ 1 ແມ່ນການອະນຸລັກຮັກສາວັດທະນະທຳ, ມູນເຊື້ອອັນດີງາມຂອງໂຫ້ຍອານ.  ທີ 2 ແມ່ນພື້ນຖານໂຄງລ່າງຄວນຖືກຍົກລະດັບ. ທາງດ້ານອາຫານການກິນນັ້ນ, ໂຫ້ຍອານສາມາດຕອບສະໜອງໄດ້ພຽງຕະຫຼາດຂະໜາດກາງ ແລະ ນ້ອຍເທົ່ານັ້ນ. ເພື່ອສາມາດຕອບສະໜອງຕະຫຼາດໃຫຍ່ໄດ້ນັ້ນ, ກໍຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ. ພິເສດ ຕ້ອງກໍ່ສ້າງລັກສະນະເປັນອາຊີບ ແລະ ບັນດາຫຼັກອະນາໄມທາງດ້ານອາຫານ ແມ່ນຖືເປັນສຳຄັນແຖວໜ້າ”
    ໂດຍແມ່ນຊາວຄຸ້ມຖະໜົນເກົ່າ ຊຶ່ງມີຄວາມເມົາມົວກັບອາຫານການກິນ, ທ່ານນາງ ຈິ້ງຢ້ຽມວີ ຜູ້ອຳນວຍການບໍລິສັດຈັດຕັ້ງເຫດການ ອາຫານການກິນ ໂຫ້ຍອານ ໄດ້ເປີດພັດຕະຄານຫຼາຍແຫ່ງເພື່ອແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບບັນດາເຍື່ອງອາຫານພິເສດສະເພາະຂອງ ໂຫ້ຍອານ. ປີ 1996, ນາງວີ ແມ່ນຜູ້ທຳອິດເປີດການສອນວິທີປຸງແຕ່ງອາຫານຫວຽດນາມ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຮຽນຢ່າງຫຼວງຫຼາຍ. ພາຍຫຼັງມາ, ຂະນະທີ່ກາຍເປັນແມ່ຄົວທີ່ມີຊື່ສຽງ, ນາງວີ ໄດ້ມີໂອກາດພົບປະແລກປ່ຽນກັບພໍ່ຄົວແມ່ຄົວທີ່ມີຊື່ສຽງໂລກ, ຜ່ານນັ້ນ ກໍສາມາດໂຄສະນາດ້ານອາຫານການກິນໂຫ້ຍອານໃຫ້ແກ່ເພື່ອມິດສາກົນ. ນາງວີ ແບ່ງປັນວ່າ : 
    “ ຜະລິດຕະພັນຂອງໂຫ້ຍອານໄດ້ຮັບການຮັບຮູ້ຈາກບັນດາພື້ນຖານວັດທະນະທຳຂອງທຸກໆປະເທດໃນໂລກຢ່າງງ່າຍດາຍ. ທາງດ້ານວັດທະນະທຳການກິນດື່ມ ຖືກຈັດແບ່ງເປັນ 2 ສ່ວນຕ່າງຫາກ. ທີ 1 ແມ່ນຖືກຮັບຜົນສະທ້ອນຈາກວັດທະນະທຳຕ່າງປະເທດ ແລະ ອີກສ່ວນໜຶ່ງແມ່ນວັດທະນະທຳທ້ອງຖິ່ນ. ພິເສດຢູ່ ໂຫ້ຍອານ ແມ່ນທັງ 2 ສ່ວນນີ້ແມ່ນພົ້ນເດັ່ນທີ່ສຸດ ຍ້ອນຄວາມຫຼາກຫຼາຍສີສັນໃນການພົວພັນແລກປ່ຽນ ແລະ ທາງພູມສາດ, ດິນຟ້າອາກາດ ໄດ້ພາໃຫ້ ໂຫ້ຍອານມີເງື່ອນໄຂສະດວກຫຼາຍຢ່າງ  ”
    ໃນສະຕະວັດທີ 17-18, ໂຫ້ຍອານໄດ້ເຄີຍເປັນທ່າກຳປັ່ນທີ່ລື່ຊື່. ນີ້ແມ່ນກາລະໂອກາດທີ່ດີເພື່ອຊ່ວຍໃຫ້ ໂຫ້ຍອານໄດ້ພົວພັນແລກປ່ຽນທາງດ້ານການຄ້າ , ວັດທະນທຳຢ່າງກ້ວາງຂວາງ. ທ່ານ ຫງວຽນວັນເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຫ້ຍອານ ໃຫ້ຮູ້ວ່າ :
    “ ໂຫ້ຍອານ ຕ້ອງສ້າງສູນວັດຖຸດິບ. ທຸກໆແຫຼ່ງວັດຖຸດິບຕ້ອງຮັບປະກັນຄວາມສະອາດ, ເປັນອາຫານສົດ ແລະ ຕ້ອງຢັ້ງຢືນຕົ້ນກຳເນີດ. ດັ່ງນັ້ນ ພວກເຮົາພວມສ້າງຕັ້ງ ສະຫະສະມາຄົມຜູ້ຄົວກິນ ໂຫ້ຍອານ, ຈາກນັ້ນ ເຊື່ອມຕໍ່ກັບສະຫະສະມາຄົມຊາວປະມົງ, ຊາວສວນ, ຜູ້ລ້ຽງສັດ ເພື່ອຫຼຸດຜ່ອນຂອດກາງ ”
    ເພື່ອຕອບສະໜອງຕາມຕະຫຼາດຄຸນນະພາບສູງນັ້ນ, ນອກຈາກການອະນຸລັກວັດທະນະທຳອາຫານການກິນຂອງທ້ອງຖິ່ນ, ນະຄອນໂຫ້ຍອານ ຄວນລົງທຶນ ຍົກລະດັບພື້ນຖານໂຄງລ່າງ, ກໍ່ສ້າງຖັນແຖວຜູ້ຄົວກິນຕາມທິດເຫັນເປັນອາຊີບ ແລະ ສຳຄັນກ່ວາໝູ່ ນັ້ນແມ່ນຫຼັກອະນາໄມ ຄວາມປອດໄພດ້ານສະບຽງອາຫານ ແມ່ນຕ້ອງຖືເປັນສຳຄັນແຖວໜ້າ. ເຮັດໄດ້ເຊັ່ນນັ້ນ, ອາຫານການກິນໂຫ້ຍອານ ຈຶ່ງກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ສາມາດດຶງດູດແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ.
 (ແຫຼ່ງຄັດຈາກ VOV)
 
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top