• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ໂສມໜ້າໃໝ່ຂອງ “ແກ້ວມະນີ ແຫ່ງຕາເວັນອອກໄກ”

ຕາມການຄາດຄະເນ, ເຖິງປີ 2020, ຈຳນວນພົນລະເມືອງຂອງ ນະຄອນ ໂຮ່ຈີມິນ ຈະຫຼາຍກວ່າ 10 ລ້ານຄົນ. ເພາະສະນັ້ນ ນະຄອນ ໂຮ່ຈີມິນ ພວມບືນຕົວຂຶ້ນ ກາຍເປັນເໜືອມະຫານະຄອນ ແລະ ສົມກັບນາມມະຍົດແມ່ນ “ແກ້ວມະນີແຫ່ງຕາເວັນອອກໄກ”.
ປີ 1975, ຫຼັງພາກພາກໃຕ້ໄດ້ຮັບການປົດປ່ອຍ, ຄືກັບນະຄອນ ຫຼາຍແຫ່ງຕ່າງໆ ໃນທົ່ວປະເທດ, ນະຄອນ ໄຊງ່ອນ-ໂຮ່ຈີມິນກໍ່ຕ້ອງລົງມືເຂົ້າໃນການຟື້ນຟູຜົນຢ້ອນຫຼັງຂອງສົງຄາມ, ກໍ່ສ້າງນະຄອນ.

ມາເຖິງຊຸມປີ 80 ຂອງສະຕະວັດກ່ອນ, ເມື່ອປະເທດ ຫວຽດນາມ ເລີ່ມກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ນະຄອນ ໂຮ່ຈີມິນ ກາຍເປັນ “ດິນແດນແຫ່ງຄວາມໝັ້ນໝາຍ” ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດກັບມາສ້າງຊີວິດໃໝ່. ສິ່ງດັ່ງກ່າວສ້າງຄວາມກົດດັນ ຢ່າງບໍ່ນ້ອຍໃຫ້ແກ່ນະຄອນ ໂຮ່ຈີມິນ ໃນການສ້າງແຜນສັງລວມ, ຕ້ອງສ້າງແຜນສັງລວມແນວໃດເພື່ອໃຫ້ນະຄອນ ໂຮ່ຈີມິນ ທັງ ຕອບສະໜອງໄດ້ສະພາບຜົນລະເມືອງເພີ່ມສູງຂຶ້ນໂດຍໄວ, ທັງ ຮັບປະກັບໄດ້ເປົ້າໝາຍກໍ່ສ້າງນະຄອນ ໃຫ້ກາຍເປັນນະຄອນ ສີວິໄລ ແລະ ທັນສະໄໝ. ຕົວເມືອງໃໝ່ ຟູ້ໝີຮຶງ ໄດ້ຮັບການສ້າງຕັ້ງຂຶ້ນມາ ແລະ ກາຍເປັນຕົວເມືອງໃໝ່ລະດັບສາກົນແຫ່ງທຳອິດ ຂອງນະຄອນໂຮ່ຈີມິນ. ປີ 1997, ສະຖາບັນສະຖາປານິກ ອາເມລິກາ ໄດ້ເລືອກເອົາແຜນສັງລວມ ຕົວເມືອງໃໝ່ ຟູ້ໝີຮຶງ ເປັນແຜນສັງລວມດີເດັ່ນທີ່ສຸດຢູ່ພາກພື້ນອາຊີ.

ການສ້ອມແປງ, ຍົກລະດັບການຄົມມະນາຄົມ ພ້ອມກັບ ຫຼາຍກິດຈະການກໍ່ສ້າງປະຫວັດສາດຄື: ເຂດຕົວເມືອງໃໝ່ ຖຸທຽມ, ຖະໜົນຫຼວງ ຫວໍວັນກຽດ, ຖະໜົນຫຼວງ ຫງວຽນວັນລິນ... ປະກອບສ່ວນເຮັດໃຫ້ໂສມໜ້າຂອງນະຄອນ ໂຮ່ຈີມິນ ມີການປ່ຽນແປງ. ພາບ: ທົງຫາຍ/VNP


ແຜນສັງລວມກໍ່ສ້າງເຂດຕົວເມືອງໃໝ່ ຖຸທຽມ ຢູ່ເມືອງ 2, ນະຄອນ ໂຮ່ຈີມິນ. ພາບ: ກິມເຟືອງ/VNP


ຖະໜົນຫຼວງ ຫງວຽນວັນລິນ, ກິດຈະການກໍ່ສ້າງແຫ່ງໜຶ່ງ ເປັນຂີດໝາຍພັດທະນາມີລັກສະນະບຸກທະລຸຂອງແຜ່ນດິນ
ພາກໃຕ້ ນະຄອນ ໂຮ່ຈີມິນ. ພາບ: ກິມເຟືອງ/VNP

ນະຄອນ ໂຮ່ຈີມິນ ເປັນນະຄອນໃຫຍ່ທີ່ສຸດຂອງ ຫວຽດນາມ, ນຳໜ້າດ້ານເສດຖະກິດຂອງທົ່ວປະເທດ. ເຖິງວ່າ ພຽງແຕ່ກວມ ຈຳນວນພົນລະເມືອງກວ່າ 10% ແລະ ເນື້ອທີ່ດິນ 0,6% ເທົ່ານັ້ນ, ແຕ່ນະຄອນ ໂຮ່ຈີມິນ ສ້າງໄດ້ຕົວເລກ GDP ແມ່ນ 23 %, ເກັບລາຍຮັບເຂົ້າ ງົບປະມານ 30%, ດຶງດູດແຫຼ່ງເງິນລົງທຶນ FDI 20% ຂອງທົ່ວປະເທດ, ນີ້ກໍ່ເປັນບ່ອນເຕົ້າໂຮມຈຳນວນ ພະນັກງານວິທະຍາສາດເກືອບ 40%​ ຂອງທົ່ວປະເທດ.
ເມື່ອເວົ້າເຖິງລະດັບຊີວິດການເປັນຢູ່ໃນຕົວເມືອງໃໝ່ ຟູ້ໝີຮຶງ, ແມ່ເຖົ້າ ຫວູມິງຕວຽນ, ອາຍຸ 70 ປີ, ເປັນປະຊາຊົນທີ່ພວມອາໄສ ໃນເຂດ ນາມທົງ 3 ຂອງຕົວເມືອງໃໝ່ໃຫ້ຮູ້ວ່າ: “ແຕ່ກ່ອນ ຂ້າພະເຈົ້າອາໄສຢູ່ ຮ່າໂນ້ຍ, ແຕ່ຫຼັງຈາກທີ່ໄດ້ຍ້າຍມານີ້ ຂ້າພະເຈົ້າຮູ້ສຶກພໍໃຈຫຼາຍ. ທຸກຄົນຢູ່ທີ່ນີ້ ມີແບບແຜນວິຖີຊີວິດ ສີວິໄລ ແລະ ທັນສະໄໝ. ຖະໜົນຫົນທາງຫຼາຍສາຍທີ່ກວ້າງຂວາງ, ສວນສາທາລະນະເຕັມໄປດ້ວຍຄວາມຂຽວເຢັນ, ອາກາດທີ່ປອດໂປ່ງ, ສະນັ້ນ ຜູ້ໃດກໍ່ມັກໝົດ”.
 
ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ປະຊາຊົນທີ່ພວມອາໄສຢູ່ໃນຕົວເມືອງໃໝ່ເທົ່ານັ້ນ, ຟູ້ໝີຮຶງ ຍັງເປັນແຫຼ່ງທ່ອງທ່ຽວສຳລັບປະຊາຊົນ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດອີກດ້ວຍ. ໃນໄລຍະວັນ ພັກ, ວັນບຸນ ຫຼື ບຸນປີໃໝ່, ຟູ້ໝີຮຶງ ຈະຈັດຕັ້ງບັນດາລາຍການສະແດງວັດທະນະທຳ, ສິລະປະ ເພື່ອຮັບໃຊ້ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຄື: ຕະຫຼາດນັດດອກໄມ້, ວັດເດັກນ້ອຍສາກົນ, ບຸນໄຫວ້ພະຈັນ ແລະ ອື່ນໆ.

ປະຈຸບັນ, ຟູ້ໝີຮຶງ ມີຈຳນວນພົນລະເມືອງເກືອບ 30.000 ຄົນ, ໃນນັ້ນ 43% ແມ່ນຄົນຕ່າງປະເທດ. ການມີໜ້າຂອງປະຊາຄົມຊາວຕ່າງປະເທດຢູ່ທີ່ນີ້ ໄດ້ສ້າງຈຸດແຕກຕ່າງໂດຍສະເພາະ ໃນຫວ່າງເວຫາການເປັນຢູ່ຂອງເຂດຕົວເມືອງໃໝ່.
 

ເຂດຕົວເມືອງໃໝ່ ຟູ້ໝີຮຶງ ໄດ້ກໍ່ສ້າງບົນພື້ນຖານເປີດກວ້າງ ນະຄອນ ໂຮ່ຈີມິນ ໄປຕາມທິດໃຕ້,
ອອກໄປຫາທະເລ ຕາເວັນອອກ. ພາບ: ກິມເຟືອງ/VNP



ເຮືອນວິນນາຫຼາຍຫຼັງຢູ່ເຂດຕົວເມືອງໃໝ່ ຟູ້ໝີຮຶງ, ເມືອງ 7, ນະຄອນ ໂຮ່ຈີມິນ. ພາບ: ກິມເຟືອງ/VNP






ການພັດທະນາຂອງເຂດຕົວເມືອງໃໝ່ຄື ຟູ້ໝີຮຶງ, ຖຸທຽມ ປະກອບສ່ວນຊ່ວຍເຮັດໃຫ້ຊາວນະຄອນ ໂຮ່ຈີມິນ
ມີຫວ່າງເວຫາ ແລະ ສະພາບແວດລ້ອມການເປັນຢູ່ທີ່ປອດໂປ່ງ, ສີວິໄລ ແລະ ທັນສະໄໝ. ພາບ: ກິມເຟືອງ/VNP



ເຂດຕົວເມືອງໃໝ່ Harbor City ຂອງກຸ່ມບໍລິສັດ Novaland, ຢູ່ເມືອງ 8, ນະຄອນ ໂຮ່ຈີມິນ. ພາບ: ກິມເຟືອງ/VNP


ເຂດເມືອງໃຫຍ່ Sala ນອນໃນເຂດຕົວເມືອງໃໝ່ ຖຸທຽມ ມີອາກາດ ທີ່ປອດໂປ່ງ. ພາບ: ກິມເຟືອງ/VNP




ບັນດາເຂດຕົວເມືອງໃໝ່ດ້ວຍການອອກແບບທີ່ທັນສະໄໝ ພວມຈັບໃຈຊາວນະຄອນ ໂຮ່ຈີມິນ. ພາບ: ກິມເຟືອງ/VNP




ບັນດາເຂດຕົວເມືອງໃໝ່ ທີ່ກໍ່ສ້າງຂຶ້ນມາ ຕອບສະໜອງໄດ້
ຄວາມຕ້ອງການໃນຊີວິດການເປັນຢູ່ຂອງປະຊາຊົນ. ພາບ: ກິມເຟືອງ/VNP

ຈາກຜົນສຳເລັດຂອງ ຟູ້ໝີຮຶງ, ກິດຈະການກໍ່ສ້າງຫຼາຍແຫ່ງຕ່າງໆກໍ່ໄດ້ຮັບການສ້າງຕັ້ງຂຶ້ນມາຄື: ເຂດຕົວເມືອງໃໝ່ ຖຸທຽມ, ອຸໂມງໃຕ້ດິນ ຂ້າມແມ່ນ້ຳ ໄຂງ່ອນ (ອຸໂມງ ຖຸທຽມ), ຖະໜົນຫຼວງ ຫວໍວັນກຽດ, ຖະໜົນຫຼວງ ຫງວຽນວັນລິນ, ຂົວ ຟູ້ໝີ, ຕຶກອາຄານ Bitexco... ແລະ ປະຈຸບັນແມ່ນ ສາຍທາງລົດໄຟໃຕ້ດິນ ເບ້ນແທ່ັງ-ຊ້ວຍຕຽນ ພວມປະຕິບັດການກໍ່ສ້າງ.

ປະຈຸບັນ, ນະຄອນ ໂຮ່ຈີມິນ ພວມມີ 11 ໂຄງການກໍ່ສ້າງເຂດຕົວເມືອງໃໝ່ ດ້ວຍຂະໜາດແຕ່ 200 ເຮັກຕາຂຶ້ນໄປ ແລະ 44 ໂຄງການກໍ່ສ້າງເຂດຊຸມຊົນ, ເຂດຕົວເມືອງໃໝ່ມີຂະໜາດນ້ອຍກວ່າ 200 ເຮັກຕາ ດ້ວຍເນື້ອທີ່ດິນທັງໝົດປະມານ 23.370 ເຮັກຕາ.
ນອນຢູ່ໃຈກາງເມືອງ 1, ຕຶກອາຄານ 65 ຊັ້ນ Bitexco ໄດ້ຮັບການອອກແບບຕາມຮູບຊົງຂອງດອກບົວ, ຢືນຢູ່ທີ່ນີ້, ພວກເຮົາສາມາດເບິ່ງເຫັນຫວ່າງເວຫາຂອງເຂດເມືອງໃຫຍ່ ທີຂະຫຍັນ ແລະ ທັນສະໄໝນອນຢູ່ແຄມແມ່ນຳ້ ໄຊງ່ອນ.ຢູ່ໃຈກາງນະຄອນ ໂຮ່ຈີມິນ ຍັງມີບັນດາກິດຈະການກໍ່ສ້າງທີ່ເກົ່າແກ່ຄື: ໂບດ ດຶກບ່າ (ກໍ່ສ້າງປີ 1877), ໂຮງໄປສະນີ ໄຊງ່ອນ (1891), ໂຮງມະຫໍລະສົບ (1900), ຕະຫຼາດ ເບ້ນແທ່ັງ (1914), ວັງ ທົງເຍີດ (1962), ບັນດາເສັ້ນທາງມີອາຍຸຫຼາຍຮ້ອຍປີ ແລະ ອື່ນໆ.

ຖ້າຫາກວ່າ ຟູ້ໝີຮຶງ ໄດ້ຮັບການຕີລາຄາເປັນກິດຈະການກໍ່ສ້າງມີລັກສະນະປະຫວັດສາດ, ຊຶ່ງເຂດຕົວເມືອງໃໝ່ ຖຸທຽມ ເປັນກິດຈະການກໍ່ສ້າງເປັນຈຸດໜັກຂອງນະຄອນ ໂຮ່ຈີມິນ ໃນຊຸມປີຕົ້ນສະຕະວັດທີ 21.

ແຫຼມ ຖຸທຽມ ໃນເມື່ອກ່ອນ, ເປັນເຂດຊະລໍາຄືຮັງໜູ ຕັ້ງຍາວຢຽດ ຢູ່ແຄມຝັ່ງ ແມ່ນ້ຳໄຊງ່ອນ, ປະຈຸບັນກາຍເປັນເຂດຕົວເມືອງໃໝ່ ຖຸທຽມ ເຊື່ອມຕໍ່ກັບໃຈກາງນະຄອນດ້ວຍເສັ້ນທາງອຸໂມງ ຂ້າມ ແມ່ນຳ້ ໄຊງ່ອນ ທີ່ທັນສະໄໝທີສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ໃນອະນາຄົດ, ທີ່ນີ້ ຈະແມ່ນສູນການເງິນ, ການຄ້າ, ການບໍລິການລະດັບສາກົນ, ດ້ວຍການອອກແບບທີ່ຮັບປະກັນໃຫ້ພົນລະເມືອງກວ່າ 300.000 ຄົນ ມາຢູ່ ແລະ ເຮັດວຽກຢູ່ທີ່ນີ້, ສາມາດຕ້ອນຮັບປະຊາຊົນ ແລະ ນັກທ່ອງທ່ຽວກວ່າ 1 ລ້ານຄົນໃນໄລຍະງານບຸນ ຕ່າງໆ. ເຂດຕົວເມືອງໃໝ່ ຖຸທຽມ ໄດ້ຮັບຄວາມມຸ່ງຫວັງຈະກາຍເປັນເຂດຕົວເມືອງໃໝ່ທີ່ສວຍງາມທີສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. 

ສຳນັກງານຂອງຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ເປັນກິດຈະການກໍ່ສ້າງທີ່ໄດ້ຮັບການການ
ປົກປັກຮັກສາເພື່ອ
ເສີມຂະຫຍາຍຄຸນຄ່າສະຖາປັດຕະຍະກຳ, ປະຫວັດສາດ
ບົນພື້ນຖານສ້າງແຜນສັງລວມເຂດຕົວເມືອງໃໝ່. ພາບ: ທົງຫາຍ/VNP



ໂບດ ດຶກບ່າ ເປັນກິດຈະການກໍ່ສ້າງທີ່ໂດດເດັ່ນ ຂອງນະຄອນ ໂຮ່ຈີມິນ ໄດ້ຮັບການກໍ່ສ້າງເມື່ອປີ 1877 ແລະ
ສຳເລັດໃນປີ 1880, ເປັນສະຖານທີ່ທ່ອງທ່ຽວໜ້າຈັບໃຈສຳລັບນັກທ່ອງທ່ຽວ. ພາບ: ກິມເຟືອງ/
VNP



ໂຮງໄປສະນີ ໄຊງ່ອນ, ກິດຈະການກໍ່ສ້າງແຫ່ງໜຶ່ງ ທີ່ມີຊື່ສຽງ ຂອງນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ/VNP


ພ້ອມກັບການພັດທະນາບັນດາເຂດຕົວເມືອງໃໝ່, ນະຄອນ ໂຮ່ຈີມິນ ກໍ່ເອົາໃຈໃສ່ໃນການປົກປັກຮັກສາບັນດາກິດຈະການ ກໍ່ສ້າງທີ່ເກົ່າແກ່, ມີຄຸນຄ່າດ້ານວັດທະນະທຳ-ປະຫວັດສາດ ອີກດ້ວຍ. ໃນພາບ: ເຮືອນວິນນາເກົ່າເລກທີ 110-112,
ຖະໜົນ ຫວໍວັນເຕິ່ນ, ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNP



ອຸໂມງໃຕ້ດິນ ຂ້າມແມ່ນ້ຳ ໄຂງ່ອນ, ກິດຈະການກໍ່ສ້າງດ້ານ ການຄົມມະນາຄົມທີ່ທັນສະໄໝທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ເຊື່ອມຕໍ່ໃຈກາງນະຄອນ ໂຮ່ຈີມິນ ກັບເຂດຕົວເມືອງໃໝ່ ຖຸທຽມ. ພາບ: ທູບາ


ຂົວ ຝູ້ໝີ ເຊື່ອມຕໍ່ເມືອງ 2 ກັບເມືອງ 7 ຂອງນະຄອນ ໂຮ່ຈີມິນ.​ພາບ: ກິມເຟືອງ/VNP


ລະບົບການຄົມມະນາຄົມທີ່ທັນສະໄໝ, ເຊື່ອມຕໍ່ລະຫວ່າງເມືອງ 1 ກັບເມືອງ 4 ຂອງນະຄອນ ໂຮ່ຈີມິນ.
ພາບ: ກິມເຟືອງ/VNP  



ປະຈຸບັນ Bitexco ເປັນຕຶກອາຄານທີ່ມີຫຼາຍຊັ້ນທີສຸດຢູ່ ນະຄອນ ໂຮ່ຈີມິນ, ຕຶກອາຄານຫຼັງນີ້
ໄດ້ຖືເປັນສັນຍາລັກແຫ່ງຄວາມ ທັນສະໄໝຂອງນະຄອນ ໂຮ່ຈີມິນ. ພາບ: ກິມເຟືອງ/VNP



ນະຄອນ ໂຮ່ຈີມິນ ນັບມື້ນັບມີຫຼາຍຮ້ານຊັບພະສິນຄ້າທີ່ ທັນສະໄໝ. ພາບ: ກິມເຟືອງ/VNP


ຖະໜົນຄົນຍ່າງ ຫງວຽນເຫວ້, ສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ ຢູ່ໃຈກາງນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNP


ນະຄອນ ໂຮ່ຈີມິນ ເປັນສະຖານທີ່ທ່ອງທ່ຽວໜ້າຈັບໃຈສຳລັບ ນັກທ່ອງທ່ຽວຕ່າງປະເທດ. ພາບ: ກິມເຟືອງ/VNP

ພ້ອມກັບຍຸດທະສາດສ້າງແຜນສັງລວມພັດທະນາເຂດຕົວເມືອງໃໝ່, ຫຼາຍປີຜ່ານມາ, ນະຄອນ ໂຮ່ຈີມິນ ເອົາໃຈໃສ່ໃນການກໍ່ສ້າງສະພາບແວດລ້ອມການເປັນຢູ່ໃຫ້ຢູ່ດີມີສຸກ, ກໍ່ຄືບັນດາບັນຫາຮັບປະກັນຄວາມສະຫງົບປອດໄພທາງສັງຄົມ ໃຫ້ແກ່ປະຊາຊົນອີກດ້ວຍ. ອຳນາດການປົກຄອງນະຄອນ ມີການສົ່ງເສີມບັນດາພາກສ່ວນເສດຖະກິດ, ປະເພດວິສາຫະກິດທີ່ພັດທະນາການຜະລິດເພື່ອສ້າງວຽກເຮັດງານທຳ, ຍົກສູງລາຍຮັບ, ລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ; ຍົກສູງຄຸນນະພາບ ລະບົບປະກັນໄຟສັງຄົມ; ຕິດແໜ້ນການພັດທະນາເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ... ຫັນໄປເຖິງເປົ້າໝາຍ: “ນະຄອນ ໂຮ່ຈີມິນ ມີຄຸນນະພາບການເປັນຢູ່ດີ, ນະຄອນສີວິໄລ, ທັນສະໄໝ, ມີນຳ້ໃຈຮັກແພງກັນ”, ສົມກັບນາມມະຍົດ “ແກ້ວມະນີ ແຫ່ງ ຕາເວັນອອກໄກ”.


ຕາມການລາຍງານຂອງທະນາຄານ ໂລກ, ຖາກຫາກວ່າ ພົນລະເມືອງສະເລ່ຍ 3,9% ຕໍ່ປີຄືໃນໄລຍະປີ 2000-2010, ຄາດຄະເນວ່າ ເຖິງປີ 2020, ພົນລະເມືອງຢູ່ນະຄອນ ໂຮ່ຈີມິນ ຈະຫຼາຍກວ່າ 10 ລ້ານຄົນ. ເພາະສະນັ້ນ, ນະຄອນ ໂຮ່ຈີມິນ ພະຍາຍາມເຖິງປີ 2020, ເນື້ອທີ່ເຮືອນຢູ່ສະເລ່ຍບັນລຸໄດ້ 20 ຕາຕະລາງແມັດຕໍ່ຫົວຄົນ ແລະ ເຖິງປີ 2025 ຈະບັນລຸໄດ້ 22,4 ຕາຕະລາງແມັດຕໍ່ຫົວຄົນ.

ບົດ: ຫງວຽນຫວູແທ່ງດາດ-ພາບ: ດັ້ງກິມເຟືອງ, ທົງຫາຍ, ທູບາ, ຫງວຽນລວນ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top