• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ໂສມໜ້າໃໝ່ ຄຸ້ມຖະໜົນເກົ່າ ຮ່າງບາກ

ມື້ໜຶ່ງ, ຢູ່ຮ່ອມບ້ານ ທີ່ເກົ່າແກ່ ຢູ່ໃກ້ກັບສາລາ ກິມເງິນ ຂອງ ຖະໜົນ ຮ່າງບາກ (ຮ່າໂນ້ຍ) ໄດ້ມີ “ເສື້ອຜືນໃໝ່” ຢ່າງມີຊີວິດ ຊີວາ ແລະ ຫຼາກຫຼາຍສີສັນ. ເຈົ້າຂອງ ຜົນງານ ດັ່ງກ່າວ ແມ່ນ ທ້າວ Scott Matt ທີ່ມາຈາກ ສ ອາເມລິກາ ເປັນຜູ້ສ້າງ.
ມາແຕ່ນະຄອນ Philadelphia, ນະຄອນ ທີ່ມີຊື່ສຽງ ກ່ຽວກັບ ສິລະປະຕາມທ້ອງງຖະໜົນ, ດ້ວຍຄວາມສາມາດ ຂອງຕົນ, ທ້າວ Scott Matt ໄດ້ເຮັດໃຫ້ຮ່ອມບ້ານເລກ 50 ຢູ່ຖະໜົນ ຮ່າງບາກ ມີຊີວິດຊີວາ ແລະ ດຶງດູດຄວາມສົນໃຈ ຈາກນັກ ທ່ອງທ່ຽວຕ່າງປະເທດ ເປັນຈຳນວນຫຼວງຫຼາຍ.

ຮຽນຈົບຂະແໜງວິຊາເຕັກນິກ ທຸລະກິດຂອງມະຫາ ວິທະຍາ ໄລ Drexel (ນະຄອນ Philadelphia, ສ ອາເມລິກາ), ທ້າວ Scott Matt ໄດ້ເລືອກ ຮ່າໂນ້ຍ ເປັນສະຖານທີ່ທ່ອງທ່ຽວ ແຫ່ງ ທຳອິດຂອງຕົນຢູ່ ຫວຽດນາມ. ທຳອິດ, ທ້າວ Scott Matt ບໍ່ຢາກມາທ່ຽວຖະໜົນເກົ່າ ຮ່າໂນ້ຍ, ແຕ່ຍ້ອນຄວາມ ເກົ່າແກ່ ແລະ ບັນຍາກາດທີ່ຟົດຟື້ນ ໃນຊີວິດການເປັນຢູ່ ຂອງ
ປະຊາຊົນທີ່ອາໄສ ຢູ່ທີ່ນີ້ ໄດ້ເຮັດໃຫ້ Scott Matt ຕັດ ສິນໃຈ ເລືອກເອົາ ຮ່າໂນ້ຍ ເປັນບ່ອນເຮັດວຽກຂອງຕົນ. 

ພິເສດ, ດ້ວຍຄວາມຮັກກັບຮ່ອມບ້ານເລກ 50, ບ່ອນທີ່ ຕົນ ພວມອາໄສຢູ່, Scott Matt ໃຊ້ເງິນຂອງຕົນ ໄປຊື້ ນ້ຳສີ ມາ ເພື່ອທາສີໃໝ່ໃຫ້ແກ່ກຳແພງທີ່ເກົ່າແກ່ຢູ່ທີ່ນີ້. ເຂົາໄດ້ໃຊ້ລູກ ລີ້ງ ແລະ ໄມ້ກົມ ເພື່ອເຮັດກ້ານ ທາສີໃໝ່ໃຫ້ແກ່ ຮ່ອມບ້ານ ແຫ່ງນີ້ ດ້ວຍຄວາມຕັ້ງໃຈ. 

ທ້າວ Scott Matt ໄດ້ຊື້ ແລະ ທາສີໃໝ່ໃຫ້ກຳແພງ ຂອງ ຮ່ອມບ້ານເລກ 50, ຖະໜົນ ຮ່າງບາກ, ຮ່າໂນ້ຍ ...


... ດ້ວຍຄວາມມຸ່ງຫວັງຢາກສ້າງຄວາມແຕກຕ່າງໃຫ້ແກ່ຮ່ອມບ້ານແຫ່ງນີ້.
ເຖິງວ່າ ບໍ່ໄດ້ຮຽນກ່ຽວກັບສິລະປະ, ແຕ່ທ້າວ Scott Matt ມີຄວາມພະຍາຍາມປະສົມສີແນວໃດໃຫ້ງາມທີ່ສຸດ. ຝາກຳ ແພງ ຂອງຫ້ອງນ້ຳລວມ ແລະ ກຳແພງທີ່ຂວາງກັ້ນ ເຮືອນ ຫຼາຍ ຫຼັງມີຄວາມສະອາດຂຶ້ນດ້ວຍສີສົ້ມ, ສີແດງ, ສີຟ້າອ່ອນ. ສ່ວນໝໍ້ນັບໄຟຟ້າ ເບິ່ງຄືກັບຖັງສີ ຫຼາຍໜ່ວຍ ທີ່ແຂວນຢູ່ເທິງ ຝາກຳແພງ ຈາກການປະສານລະຫວ່າງສີຂຽວ, ສີແດງ, ສີອິດ ແລະ ສີເຫຼືອງ ຢ່າງກົມກຽວ.

ລຸງ ຫງວຽນຢຸຍເຖ໋, ອາໄສຢູ່ຮ່ອມບ້ານເລກ 50 ຖະໜົນ ຮ່າງ ບາກ ມາກວ່າ 40 ປີ ໃຫ້ຮູ້ວ່າ: “ແຕ່ກ່ອນ ຮ່ອມບ້ານແຫ່ງນີ້ ເປື້ອນຫຼາຍ ຍ້ອນ ບໍ່ມີໃຜອະນາໄມ, ດຽວນີ້ ທ້າວ Scott Matt ມາທາສີໃຫ້ຮ່ອມ ບ້ານແຫ່ງນີ້ ໃຫ້ສະອາດ ແລະ ສວຍ ງາມກວ່າເກົ່າ. ປະຊາຊົນ ຢູ່ທີ່ນີ້ ເຫັນພ້ອມ ແລະ ໃຫ້ການ ສະໜັບ ສະໜູນ”.
ທ້າວ Scott Matt ໃຫ້ຮູ້ວ່າ: “ທຳອິດ, ເມື່ອເຫັນຂ້າພະເຈົ້າມາທາສີ, ປະຊາຊົນ ຢູ່ທີ່ນີ້ ຜູ້ໃດກໍ່ຮູ້ສຶກແປກປະຫຼາດ, ສະນັ້ນ ຍ້ອນບໍ່ຢາກລົບກວນເຂົາ, ຂ້າພະເຈົ້າຈຶ່ງມາທາສີໃນຕອນ ກາງຄືນ ເພື່ອວ່າ ເມື່ອຕື່ນຂຶ້ນມາ ປະຊາຊົນ ທີ່ດຳລົງຊີວິດ ຢູ່ ທີ່ນີ້ ເຫັນໄດ້ສີສັນ ທີ່ສວຍງາມ ເທິງຝາກຳແພງ”.
 
ຫຼັງຈາກໜຶ່ງເດືອນ ທີ່ທ້າວ Scott Matt ທາສີໃຫ້ ຮ່ອມບ້ານ ເລກ 50, ຖະໜົນ ຮ່າງບາກ ໄດ້ກາຍເປັນຮູບແຕ້ມ ທີ່ສວຍ ງາມ. ປະຈຸບັນ, ຮູບພາບຊາຍ ຄົນໜຶ່ງຊາວ ອາເມລິກາ ຕັ້ງໃຈ ທາສີ ໃຫ້ແກ່ຝາກຳແພງ ຢູ່ຮ່ອມບ້ານເລກ 50, ຖະໜົນ ຮ່າງ ບາກ ກາຍເປັນຄວາມ ຊິນເຄີຍຂອງປະຊາຊົນຢູ່ທີ່ນີ້. ບາງ ຄົນ ກໍ່ມາຂໍທ້າວ Scott Matt ທາສີໃຫ້ຝາເຮືອນ ຂອງຕົນອີກ ດ້ວຍ.
 
ລຸງ ຫງວຽນຢຸຍເຖ໋, ອາໄສຢູ່ຮ່ອມບ້ານເລກ 50, ຖະໜົນ ຮ່າງ ບາກ ໃຫ້ຮູ້ວ່າ: “ແຕ່ກ່ອນ ຮ່ອມບ້ານແຫ່ງນີ້ ເປື້ອນຫຼາຍ ຍ້ອນ ບໍ່ມີໃຜອະນາໄມ, ດຽວນີ້ ທ້າວ Scott Matt ມາທາສີໃຫ້ ຮ່ອມ ບ້ານແຫ່ງນີ້ ໃຫ້ສະອາດ ແລະ ສວຍງາມກວ່າເກົ່າ. ປະຊາຊົນຢູ່ທີ່ນີ້ ຜູ້ໃດກໍ່ເຫັນໃຈ ແລະ ສະໜັບສະໜູນຕໍ່ວຽກເຮັດຂອງລາວ”.
 
ປະຈຸບັນ, ພ້ອມກັບການສອນພາສາ ອັງກິດ, ທ້າວ Scott Matt  ຍັງເປັນຜູ້ນຳທ່ຽວ, ແນະນຳຖະໜົນເກົ່າ ຮ່າໂນ້ຍ ໃຫ້ ແກ່ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຮ່ອມບ້ານເລກ 50, ຖະໜົນ ຮ່າງບາກ, ຮ່າໂນ້ຍ ອີກດ້ວຍ.
 
ເມື່ອກ່າວເຖິງຄວາມມຸ້ງຫວັງ ພາຍຫຼັງ ທາສີຮ່ອມບ້ານເລກ 50 ຖະໜົນຮ່າງບາກ, ທ້າວ Scott Matt ຫວັງວ່າ ການກະທຳ ຂອງຕົນ ຈະດຶງດູດຄາມສົນໃຈຂອງປະຊາຊົນ ໃນການປົກ ປັກຮັກສາ ຄວາມສວຍງາມຂອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ພ້ອມກັນນັ້ນ ຈະຊ່ວຍໃຫ້ນັກທ່ອງທ່ຽວ ຕ່າງປະເທດຫຼາຍ ຄົນ ຮູ້ວ່າ ຢູ່ ຮ່າໂນ້ຍ ຍັງມີຮ່ອມບ້ານ ຫຼາຍ ແຫ່ງທ່ີສວຍງາມ ກວ່າ ນີ້ ອີກ.







ຮ່ອມບ້ານເລກ 50, ຖະໜົນ ຮ່າງບາກ ໄດ້ນຸ່ງ “ເສື້ອຜືນໃໝ່” ທີ່ມີຫຼາຍສີສັນ ດ້ວຍສີມື ຂອງ ທ້າວ Scott Matt,
ອາຍຸ 23 ປີ, ມາຈາກ
ນະຄອນ Philadelphia ສ ອາເມລິກາ ເປັນຜູ້ ສ້າງ.  



ທ້າວ Scott Matt  ແນະນຳຂໍ້ມູນຂ່າວສານໃຫ້ ນັກທ່ອງ ທ່ຽວ ຕໍ່ຮ່ອມບ້ານທີ່ລາວ ທາສີເອງ. 


ຫຼັງຈາກໜຶ່ງເດືອນ ທ້າວ Scott Matt ທາສີໃຫ້ ຮ່ອມບ້ານ ເລກ 50,
ຖະໜົນ ຮ່າງບາກ ກາຍເປັນຮູບແຕ້ມແຜ່ນ ໜຶ່ງທີ່ ສວຍງາມ.

ບົດ: ເງິນຮ່າ - ພາບ: ກົງດາດ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top