• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ໂສມໜ້າໃໝ່ ຂອງ ນະຄອນຫລວງ ຮ່າໂນ້ຍ

ໃນຕະຫຼອດໄລຍະປະຫວັດສາດ ແຫ່ງການກຳເນີດ ແລະ ຂະ ຫຍາຍຕົວ,  ຮ່າໂນ້ຍ ມີຊື່ສຽງໂດ່ງດັງ ກັບຄວາມສວຍງາມ ແລະ ເປັນທີ່ດຶງດູດໃຈຜູ້ມາເຫັນ ດ້ວຍສະຖາປັດຕະຍະ ກຳຕາເວັນອອກ ແລະ ຕາເວັນຕົກ ໄດ້ປະສົມປະສານກັນຢ່າງ ກົມກຽວ. ປັດຈຸບັນ, ນະຄອນຫລວງ ທີ່ມີອາຍຸພັນປີ ແຫ່ງນີ້ ກຳລັງມີການຫັນປ່ຽນ ຢ່າງແຂງແຮງ, ກາຍເປັນນະຄອນແຫ່ງ ການເຊື່ອມໂຍງທີ່ ມີຊີວິດຊີວາ ກັບການປະກົດຕົວ ນັບມື້ນັບ ຫຼາຍ ບັນດາຕົວເມືອງໃໝ່ ທີ່ທັນສະໄໝ ຕາມຮູບຊົງ ຂອງ “ນະຄອນ ເອີຣົບ ຫຍໍ້ສ່ວນ”. 
ຈາກຄຸ້ມຕົວເມືອງ ໃນອະດີດ ທີ່ຊວນໃຫ້ຄະນຶງຫາ

ໃນແລງວັນໜຶ່ງ ຂອງລະດູໃບໄມ້ຫລົ່ນ, ໄປຕາມການຊີ້ບອກ ເຂດແດນສະຖານທີ່ຄຸ້ມຖະໜົນເກົ່າ ຊຶ່ງໄດ້ບັນທຶກໄວ້ໃນປຶ້ມ ປະຫວັດສາດ ສະບັບຕ່າງໆ ກ່ຽວກັບຮ່າໂນ້ຍ, ພວກຂ້າພະ ເຈົ້າໄດ້ເລືອກຈຸດທີ່ຕັ້ງ ຊຶ່ງຖືວ່າ ເປັນຈຸດສາມຫລ່ຽມໃຈກາງ ຂອງ ນະຄອນເກົ່າແກ່ແຫ່ງນີ້ ນັ້ນກໍຄື ຄຸ້ມຖະໜົນຮ່າງບົງ-ຮ່າງ ກາຍ-ເກົ່າໂກ໊ ເພື່ອຈະໄດ້ລິ້ມລອງ ລົດຊາດ ຂອງນ້ຳຊາໃສ່ ນ້ຳກ້ອນ ຢູ່ແຄມຖະໜົນ ແລະ ປ່ອຍອາລົມໄປຕາມກະແສ ຄວາມຄິດ ເພື່ອຫວນຄິດເຖິງເລື່ອງອະດີດຜ່ານມາ.

ສຳລັບຜູ້ທີ່ນິຍົມມັກນັ່ງຢູ່ຂ້າງຖະໜົນເພື່ອດຶ່ມນ້ຳຊາ ຫຼື ຍ່າງ ຫຼິ້ນ ໃນບັນຍາກາດ “36 ໂຟ໋ເຟື່ອງ” (36 ຄຸ້ມຖະໜົນ) ຕ່າງສັງ ເກດເຫັນວ່າ ຮ່າໂນ້ຍ ແມ່ນນະຄອນ “ສຸດທີ່ແປກປະຫຼາດ” ທັງ ນີ້ກໍ່ຍ້ອນວ່າ ຮ່າໂນ້ຍ ບໍ່ພຽງແຕ່ງາມ ຈາກຄວາມກົມກຽວ ຂອງ ສະຖາປັດຕະຍະກຳ, ຫາກຄວາມຂາດຕົກບົກຜ່ອງ ຂອງມັນ ກໍ່ ຍັງເປັນແຮງບັນດານໃຈ ສຳລັບນັກກະວີ ຫຼາຍຄົນ. ບໍ່ພຽງແຕ່ ເທົ່ານັ້ນ, ຮ່າໂນ້ຍ ຍັງໄດ້ປະກົດຕົວຢູ່ໃນບົດເພງ, ບົດກະວີ, ພາບແຕ້ມ, ພາບຖ່າຍ... ແລະ ເຖິງວ່າໄປໃສກໍຕ້ອງຄິດເຖິງ ຜືນແຜ່ນດິນແຫ່ງນີ້ຢູ່ບໍ່ເຊົາ. 

ພາບລວມເຂດໃຈກາງນະຄອນຮ່າໂນ້ຍ ກັບໜອງເກືອມ ຢູ່ໃຈ ກາງ. ພາບຖ່າຍຈາກເຮືອບິນສັງເກດການ
ແລະ ວັດແທກຂອງ ຝຣັ່ງ ໃນຊຸມປີ 1930. ພາບ: ເອກະສານ



ຕະຫຼາດໂດ່ງຊວນ-ຕະຫຼາດໃຫຍ່ທີສຸດໃນເຂດຄຸ້ມຖະໜົນ ບູ ຮານ ຮ່າໂນ້ຍ, ໄດ້ຮັບການກໍ່ສ້າງແຕ່ສະໄໝລາຊະວົງ ຫງວຽນ (ຕົ້ນສະຕະວັດ ທີ XIX ແລະ
 ຄົນຝຣ່ັງ ໄດ້ກໍ່ສ້າງຖາວອນ ໃນປີ 1890. ພາບຖ່າຍໃນຊຸມປີ 1980, ຂະນະທີ່ຍັງມີລົດລາງໄຟ ຟ້າ ແລ່ນຜ່ານເຂດນີ້. ພາບ: ເອກະສານ VNP



ຄູສອນໜັງສື ຫານ ຂຽນຄຳກອນເປັນຄູ່ໃນໂອກາດ ບຸນປີໃໝ່ ຢູ່ຂ້າງຖະໜົນຊຶ່ງຫ່າງຈາກນີ້ກວ່າໜຶ່ງ ສະຕະວັດ. ພາບ: ເອກະສານ


ຄຸ້ມຖະໜົນຮ່າງຖ໋ຽກ ໃນຊຸມປີ 1915. ພາບ: ເອກະສານ


ຮ້ານຂາຍເຄື່ອງຫຼິ້ນ ກາງລະດູຮ່ວງໂຮຍຢູ່ຄຸ້ມຖະໜົນ ຮ່າງກາຍ ໃນລະຫວ່າງປີ 1915-1917. ພາບ: ເອກະສານ

ຕາມປຶ້ມປະຫວັດສາດ, ຄຸ້ມຖະໜົນບູຮານຮ່າໂນ້ຍ ໄດ້ປະກົດ ເປັນຮູບເປັນຮ່າງໃນລະຫວ່າງສະຕະວັດທີ X ແລະ ມາຮອດ ສະຕະວັດທີ XV-XVI ມີການພັດທະນາຢ່າງແຂງແຮງ. ທົ່ວທັງ ເຂດຄຸ້ມຖະໜົນບູຮານຮ່າໂນ້ຍ ມີເນື້ອທີ່ 82 ເຮັກຕາ, ນອນຢູ່ທາງ ທິດຕາເວັນອອກ ຮວ່າງແທ່ງທັງລອງ (ກຳແພງພະລາຊະວັງ ທັງລອງ), ປັດຈຸບັນ ຢູ່ໃນພື້ນທີ່ 10 ບ້ານຂອງເມືອງ ຮວ່ານ ກ໋ຽມ. ສ່ວນເຂດຄຸ້ມຖະໜົນເກ່ົາຂອງຮ່າໂນ້ຍ ໄດ້ປະກົດຂຶ້ນ ໃນສະໄໝຝຣັ່ງ ປົກຄອງ, ປະຈຸບັນ ມີຕຶກອາຄານ, ຄາລືຮາດ ຈຳນວນ 1.586 ຫຼັງ ຊຶ່ງໄດ້ຮັບການກໍ່ສ້າງຫ່າງຈາກນີ້ກວ່າ 100 ປີ ດ້ວຍ ສະຖາປັດຕະຍະກຳຂອງຝຣັ່ງ, ໃນນັ້ນມີ ຄາລື ຮາດ ເອກະຊົນ 562 ຫຼັງ ແລະ ຄາລືຮາດ ຂອງ ລັດ 1.024 ຫຼັງ. 
ເບິ່ງແຕ່ມຸມສູງ, ຮ່າໂນ້ຍ ເໝືອນດັ່ງຮູບສາມຫຼ່ຽມມະຫຶມາ ກັບ ຖະໜົນຫົນທາງທີ່ຂວັກໄຂ່ວກັນຄືແປ້ນໝາກດາມ. ໃນເມື່ອ ກ່ອນ, ຖະໜົນແຕ່ລະສາຍ ຈະຂາຍປະເພດສິນຄ້າ ຫຼື ເຮັດອາ ຊີບຫັດຖະກຳໃດໜຶ່ງ ໂດຍສາເພາະ. ຍ້ອນແນວນັ້ນ ຊື່ ຖະ ໜົນ ຈະມັກຕິດພັນກັບຊື່ ຂອງສິນຄ້າ ຕົວຢ່າງ: ຖະໜົນ ຮ່າງ ເດື່ອງ, ຮ່າງບາກ, ຮ່າງມຳ, ຮ່າງຈິ໊ງ, ຮ່າງມ໊າ, ຮ່າງວ໋າຍ ແລະ ອື່ນໆ. ສະນັ້ນ ບັນດາຄຸ້ມຖະໜົນເຫລົ່ານີ້ ເມື່ອລວມເຂົ້າກັນ ເບິ່ງຄືວ່າ ກາຍເປັນຕະຫຼາດແຫ່ງໃຫຍ່. ອາດຍ້ອນແນວນັ້ນ ຮ່າໂນ້ຍ ໃນເມື່ອກ່ອນ ຍັງມີຊື່ເອີ້ນວ່າ “ແກ່ເຈີ້” (ສູນການຄ້າ).

ລຽບຕາມສອງຝາກທາງແມ່ນ ເຮືອນທີ່ປຸກຕິດໆກັນ ແລະ ຊຶ່ງ ປະຈຸບັນຍັງເຫັນໄດ້ ຢູ່ຄຸ້ມຖະໜົນຕ່າງໆ ເຊັ່ນ: ຮ່າງບ່ວມ, ຮ່າງ ບາກ, ຮ່າງງາງ ແລະ ຮ່າງດ່າວ. ເຮືອນຢູ່ທີ່ຄຸ້ມຖະໜົນບູຮານ ຮ່າໂນ້ຍ ນອກຈາກໃຊ້ເປັນບ່ອນຢູ່ອາໃສແລ້ວ ຍັງໃຊ້ເປັນ ບ່ອນຄ້າຂາຍນຳອີກ.

ໃນມື້ມີແສງແດດກໍຄືຝົນຕົກ, ແຖວໆເຮືອນຢູ່ຄຸ້ມຖະໜົນບູຮານ ຮ່າໂນ້ຍ ຍາມໃດກໍປະກົດຕົວຂຶ້ນຢ່າງນ້ອຍໆ ແລະ ລຽບງ່າຍ. ບັນດາຫຼັງເຮືອນມີສ່ວນຫຼັງຄາສີແດງ-ໝາກກະເບົາ, ຫຼັງຄາ ເຊື່ອມຕໍ່ຫຼັງຄາ, ຝາຜະໜັງເຊື່ອມຕໍ່ຝາຜະໜັງ, ອີງໃສ່ກັນຄືດັ່ງ “ຄູ່ຮັກເກົ່າ” ຂອງສະຕະວັດ. ທັງໝົດສິ່ງເຫຼົ່ານັ້ນໄດ້ກາຍເປັນ ພາບພົດທີ່ສວຍງາມຊຶ່ງສ້າງຄວາມຮູ້ສຶກອົນລະແວງໃຈ.

ໃນສະໄໝຝຣັ່ງ ປົກຄອງ ລະຫວ່າງທ້າຍສະຕະວັດທີ XIX ຮອດ ຕົ້ນສະຕະວັດທີ XX, ແຜນຜັງຮ່າໂນ້ຍ ເລີ່ມມີການ ປ່ຽນ ແປງ. ບັນດາຕຶກອາຄານຫລາຍແຫ່ງໄດ້ປາກົດຂຶ້ນ ໂດຍແມ່ນ ຝຣັ່ງ ເປັນຜູ້ອອກແບບກໍ່ສ້າງ, ຖະໜົນໃຫຍ່ ຫລາຍສາຍໄດ້ຖືກ ປູຢາງ, ມີທາງຍ່າງ, ຄອງລະບາຍນ້ຳ ຢູ່ໃຕ້ດິນ ແລະ ລະບົບ ໄຟຟ້າເຍືອງທາງ. ພິເສດ ໃນສະໄໝນີ້, ຮ່າໂນ້ຍ ມີຄາລື ຮາດ ໃຫຍ່ຫຼາຍແຫ່ງໄດ້ຮັບການກໍ່ສ້າງ ຕາມແບບ ສະຖາປັດຕະຍະ ກຳຂອງຝຣັ່ງ, ນັ້ນແມ່ນສຳນັກງານ ຜູ້ສຳເລັດລາຊະການ ຫຼື ເຮືອນສ່ວນຕົວຂອງເຈົ້າໜ້າທີ່ຂັ້ນສູງຄົນຝຣັ່ງ ຫຼື ຂອງ ຄົນ ຫວຽດນາມ ທີ່ຮັ່ງມີ ເຮັດວຽກໃຫ້ຝຣັ່ງ. ປັດຈຸບັນ, ຄົນທັງຫຼາຍ ມັກເອີ້ນກັນວ່າ ຄຸ້ມຖະໜົນເກົ່າ ເພື່ອຈຳແນກກັບ ບັນດາ ຄຸ້ມ ຖະໜົນບູຮານ ທີ່ໄດ້ກຳເນີດເກີດຂຶ້ນເມື່ອຫຼາຍ ສະຕະວັດ ຜ່ານມາ.

ບໍ່ນອກເໜືອກັບການປ່ຽນແປງ ຂອງ ວັນເວລາ ແລະ ປະຫວັດ ສາດ, ຮ່າໂນ້ຍ ກໍ່ບໍ່ແຕກຕ່າງກັບບັນດາຕົວເມືອງໃຫຍ່ ຢູ່ໃນ ໂລກ, ນັ້ນກໍ່ຄື ຈະຕ້ອງຂ້າມຜ່ານການປ່ຽນແປງ ເພື່ອໃຫ້ທັນ ສະໄໝ ສີວິໄລ. ດ້ວຍເຫດນີ້ ຈະບໍ່ມີຫຍັງແປກໃຈ ເມື່ອ ເຫັນ ວ່າ ຮ່າໂນ້ຍ ໄດ້ມີການປ່ຽນແປງ ຢ່າງກ້າວກະໂດດ, ຫຼາຍສີສັນ ໃໝ່ທີ່ໜຸ່ມແໜ້ນ, ສະຫວ່າງສະໄຫວ ແລະ ທັນສະໄໝກວ່າເກົ່າ ເນື່ອງຈາກການປະກົດຕົວຂອງບັນດາຕົວເມືອງໃໝ່ ນັບມື້ນັບຫຼາຍ ຕາມຮູບແບບ ຕ່າງໆ ທີ່ທັນສະໄໝ ຖືວ່າເປັນ “ນະຄອນ ເອີຣົບ ຫຍໍ້ສ່ວນ”, ແຕ່ ຮ່າໂນ້ຍ ກໍຍັງ ຄົງຮັກສາໄວ້ໄດ້ຄວາມງາມແບບເກົ່າແກ່, ງຽບຂຶມຂອງມັນ.  

ປະຕູໂຂງໂອກວານເຈື່ອງ, ຮ່ອງຮອຍປະຫວັດສາດ ໄດ້ຖືກຈັດ ລະດັບ ຢູ່ຄຸ້ມຖະໜົນບູຮານຮ່າໂນ້ຍ. ພາບ: ເອກະສານ VNP


ຫຼັງຄາມຸງດ້ວຍດິນຂໍຂອງຫຼັງເຮືອນຕ່າງໆຢູ່ຄຸ້ມຖະໜົນບູຮານ ຮ່າໂນ້ຍ. ພາບ: ຈ້ອງຈິ໋ງ/VNP


ການສະຖາປັດຕະຍະກຳໄມ້ໃນເຮືອນມູນເຊື້ອຫຼັງໜຶ່ງຢູ່ຄຸ້ມຖະໜົນບູຮານຮ່າໂນ້ຍ. ພາບ: ເອກະສານ VNP


ຂີດໝາຍແຫ່ງວັນເວລາຢູ່ເທິງກິດຈະກຳໜຶ່ງທີ່ມີການສະຖາປັດຕະຍະກຳ ກຼາດຊິກ ຂອງຊາວຝຣ່ັງຢູ່ຮ່າໂນ້ຍ. ພາບ: ເຈິ່ນກົງດາດ/VNP


ການດຳລົງຊີວິດທີ່ລຽບງ່າຍຂອງປະຊາຊົນ ຄຸ້ມຖະໜົນ ບູຮານ ຮ່າໂນ້ຍ. ພາບ: ຈ້ອງຈິ໋ງ/VNP ແລະ ເອກະສານ VNP


ຊາວຕ່າງປະເທດຊອກຫາວາລະສານພາສາຕ່າງປະເທດ ຊະນິດຕ່າງໆ ຢູ່ຮ້ານຂາຍປຶ້ມຂ້າງຖະໜົນ. ພາບ: ເອກະສານ/VNP


ເຕົາຕີເຫຼັກ ຢູ່ຄຸ້ມຖະໜົນບູຮານຮ່າໂນ້ຍ. ພາບ: ເຈີ່ນແທງຢາງ/VNP

ຄວາມປະທັບໃຈ ຂອງ ບັນດາ “ນະຄອນ ເອີຣົບ ຫຍໍ້ສ່ວນ” 

ກວ່າໜຶ່ງສະຕະວັດ ຜ່ານມາ, ຊາວຮ່າໂນ້ຍ ເຖິງວ່າຈະເປັນພຽງ ຄວາມຝັນ ກໍ່ຍາກ ທີ່ຈະສຳນຶກອອກໄດ້ ເຖິງການປ່ຽນແປງ ຢ່າງວ່ອງໄວ, ທັນສະໄໝ ຂອງນະຄອນແຫ່ງນີ້ ຄືດັ່ງປັດຈຸບັນ.

ຫ່າງຈາກໃຈກາງນະຄອນຫຼວງຮ່າໂນ້ຍ ແລ່ນລົດປະມານ ເຄິ່ງ ຊົ່ວໂມງ, ຢູ່ບັນດາເຂດຊານເມືອງ ທີ່ເຄີຍເປັນບ່ອນຮົກເຮື້ອ ຫວ່າງເປົ່າໃນອະດີດ, ມາຮອດປັດຈຸບັນ ໄດ້ປະກົດຕົວຂຶ້ນ ເຂດ ຕົວເມືອງໃໝ່ທັນສະໄໝຫຼາຍແຫ່ງ ທີ່ມີຮູບຊົງຄ້າຍໆ ຄືນະ ຄອນເອີຣົບຫຍໍ້ສ່ວນ ເຊັ່ນ: Vinhomes Royal City, Vinhomes Times City, Vinhomes Riverside, Ecopark, Ciputra, The Manor ແລະ Park City.

ການກຳເນີດເກີດຂຶ້ນຂອງບັນດາກຸ່ມຕົວເມືອງນີ້ ບໍ່ພຽງແຕ່ ເຮັດໃຫ້ລະດັບຄວາມໜາແໜ້ນຂອງຈຳນວນພົນລະເມືອງຢູ່ໃຈກາງ ຮ່າໂນ້ຍ ຫຼຸດລົງ, ແຕ່ຍັງສ້າງສະພາບແວດລ້ອມ ແຫ່ງ ການດຳລົງຊີວິດ ທີ່ດີກວ່າເກົ່າ ແນໃສ່ຮັບໃຊ້ຄວາມຕ້ອງການ ໃນຊີວິດປະຈຳວັນ ທີ່ນັບມື້ນັບສູງຂຶ້ນຂອງປະຊາຊົນ, ໂດຍສະ ເພາະ ຢ່າງຍິ່ງແມ່ນຊາວໜຸ່ມ.


Royal City, “ນະຄອນເອີຣົບຫຍໍ້ສ່ວນ” ໃນຕົວເມືອງໃຫຍ່ ຮ່າໂນ້ຍ ສະຫວ່າງສະໄຫວ ໃນຍາມລາຕີ. ພາບ: ເຈິ່ນແທງຢາງ/VNP


ພາບລວມເຂດຕົວເມືອງ Vinhome Riverside ຢູ່ທາງທິດ ຕາເວັນອອກສ່ຽງເໜືອ ຂອງ ຮ່າໂນ້ຍ
ກັບບັນດາ ຄາລືຮາດ ຕັ້ງຢູ່ແຄມລຳຄອງ ສີຂຽວ.  ພາບ: ເລຮ໋ຽວ



ເຂດຕົວເມືອງ Vinhome  Riverside ທີ່ພົ້ນເດັ່ນຈາກສະຖາ ປັດຕະຍະກຳ ທີ່ປອດໂປ່ງ ແລະ ເພີດເພີນໃຈ.  ພາບ: ເອກະສານ Vingroup


ເຂດຕົວເມືອງ Vinhome  Riverside ມີການອອກແບບ ສະຖາປັດຕະຍະກຳ ທີ່ທັນສະໄໝ
ຕາມແບບຂອງປະເທດ ສິງກະໂປ ເໝາະສົມກັບຄົນລຸ້ນໜຸ່ມ. ພາບ: ເອກະສານ



Vinhomes Times City, “ນະຄອນຍຸກໃໝ່” ຂອງ ນະຄອນ ຫຼວງຮ່າໂນ້ຍ. ພາບ: ເອກະສານ Vingroup


(ທ່ານຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ)

ໃນແຜນການໄລຍະຍາວກ່ຽວກັບການດັດແປງຕົວເມືອງ, ຮ່າ ໂນ້ຍ ຈະໄດ້ຮັບການດັດແປງເທື່ອລະກ້າວ ບັນດາເຂດຕົວ ເມືອງເກົ່າ, ສຸມໃສ່ຂະຫຍາຍເຂດຕົວເມືອງໃໝ່ ຢ່າງແຂງແຮງ ເພື່ອສ້າງເປັນພື້ນຖານໂຄງລ່າງດ້ານເຕັກນິກເຊື່ອມຕໍ່, ຮັບປະ ກັນ ການພັດທະນາຢ່າງຄົບຊຸດ ແລະ ຍືນຍົງຂອງ ນະຄອນ ຫຼວງ. ພິເສດແມ່ນສຸມໃສ່ນະໂຍບາຍພັດທະນາສະພາບແວດ ລ້ອມ ຂອງ ນະຄອນ ກັບໂຄງການປູກຕົ້ນໄມ້ 1 ລ້ານຕົ້ນ ແລະ ແຜນການ 5 ປີທີ່ຈະເຖິງ ໃນການສ້າງສວນສາທາລະນະ ຕື່ມ ອີກ 25 ແຫ່ງ, ໃນນັ້ນມີ 5 ແຫ່ງ ໄດ້ມາດຕະຖານສາກົນ”. 


ຈາກເຂດໃຈກາງ ຮ່າໂນ້ຍ, ແລ່ນລົດໄປຕາມທາງທິດຕາເວັນ ຕົກສ່ຽງໃຕ້ ປະມານ 15 ນາທີ, ພວກຂ້າພະເຈົ້າ ໄດ້ມີໜ້າທີ່ Vinhomes Royal City ຊຶ່ງເປັນໜຶ່ງໃນຫຼາຍ ຕົວເມືອງໃໝ່ທີ່ ເຄີຍໄດ້ຮັບຂະໜານນາມວ່າ ເປັນ “ນະຄອນເອີຣົບ ຫຍໍ້ສ່ວນ”  ຂອງ ຮ່າໂນ້ຍ.

ໃນຍາມລາຕີ, ເຂດຕົວເມືອງ Vinhomes Royal City ສະຫວ່າງສະໄຫວ ໄປດ້ວຍແສງໄຟ ລະຍິບລະຍັບ ເໝືອນດັ່ງ ກຸ່ມມະຫາພະລາຊະວັງ. ຜ່ານປະຕູໂຂງ ເຂົ້າໄປ ຊຶ່ງຄືກັນກັບ ປະຕູໄຊ ຂອງ ຝຣັ່ງ, ກຸ່ມຕົວເມືອງ Royal City ປະກົດຕົວຂຶ້ນ ໃນຄວາມງາມຫຼູຫຼາ, ສະຫງ່າຜ່າເຜີຍ ແລະ ສ້າງຄວາມ ປະ ທັບໃຈຢ່າງແຮງ ກັບການອອກແບບສະຖາປັດຕະຍະກຳໃໝ່-ກຼາດຊິກ (neo-classic) ຕາມຕົວແບບ ຂອງມະຫາ ພະລາ ຊະວັງ ເອີຣົບ.

Royal City ມີຈະຕຸລັດ ກວ້າງເກືອບ 30.000 ແມັດ ມົນທົນ ກັບບັນດາຜົນການປະດິດແຕ່ງວ່າດ້ວຍການຄວັດລາຍ ຫຼື ແກະ ສະຫຼັກຂະໜາດໃຫຍ່ ຊຶ່ງສ້າງເປັນພາບທິວທັດ ອັນວິຈິດພິດ ສະດານ. ອ້ອມຮອບແມ່ນບັນດາຕຶກອາຄານ ສູງສຽບຟ້າໄດ້ ຮັບການອອກແບບຢ່າງກົມກຽວກັບສິ່ງແວດລ້ອມ ທີ່ຂຽວງາມ, ສະລອຍນ້ຳ, ເດີ່ນຫຼິ້ນ ແລະ ສວນຮັກສາສຸຂະພາບໄດ້ຮັບການ ກໍ່ສ້າງຕາມແບບສະບັບຂອງຍີ່ປຸ່ນ. ຢູ່ເລິກລົງໄປໃຕ້ດິນແມ່ນ ບ່ອນຈັບຈ່າຍໃຊ້ສອຍ, ບ່ອນບັນເທີງສຸດທີ່ທັນສະໄໝ ກັບ ລະບົບ ສັບພະສິນຄ້າ, ຮ້ານອາຫານ, ສວນນ້ຳສາທາລະນະ, ເດີ່ນຫຼິ້ນສະເກັດນ້ຳກ້ອນ ແລະ ອື່ນໆ ອີກ ຫຼາຍຢ່າງ.

ຖ້າຕົວເມືອງ Royal City ເປັນທີ່ນິຍົມ ຂອງຄົນຕາມແບບ ສະໄໝກ່ອນ, Vinhomes Time City, ຊຶ່ງຕັ້ງ ຢູ່ ທາງທິດຕາ ເວັນອອກສ່ຽງໃຕ້ ຂອງ ປະຕູໂຂງຮ່າໂນ້ຍ ຊ້ຳພັດເໝາະສົມກັບ ໄວໜຸ່ມ ທີ່ຂະຫຍັນຂັນແຂງ ແລະ ທັນສະໄໝ.  ນີ້ແມ່ນ ເຂດ ຕົວເມືອງ ປະສົມເຂດທຳອິດຢູ່ພາກເໜືອຫວຽດນາມ ທີ່ໄດ້ຮັບ ການ ກໍ່ສ້າງດ້ວຍຄວາມນຶກຄິດກ່ຽວກັບເຂດຕົວເມືອງໃໝ່ ທັນ ສະໄໝ ທ່ີເປັນມິດກັບສະພາບແວດລ້ອມ ຕາມແບບ ຂອງ ປະ ເທດ ສິງກະໂປ ດ້ວຍລະບົບພື້ນຖານໂຄງລ່າງທີ່ຢູ່ອາໄສ ແບບ ຄົບຊຸດເຊັ່ນ: ສາທາລະນະສຸກ, ສະຖານການສຶກສາ, ສະຖານ ທີ່ບັນເທີງໃຈ, ສະຖານທີ່ຫຼິ້ນກິລາ ແລະ ສູນການຄ້າ…

ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍຄົນ, Times City ເປັນຕົວແບບ ຂອງ ຕົວເມືອງ ທີ່ເໝາະກັບຊີວິດຂະຫຍັນຂັນ ເຄື່ອນທີ່ກຳລັງປ່ຽນແປງຕາມແຕ່ລະມື້ຂອງ ຮ່າໂນ້ຍ. ພ້ອມກັນ ນັ້ນ, ມັນກໍຈັດສ້າງ ແລະ ກຳນົດທິດ ມາດຕະຖານ ດຳລົງຊີວິດ ໃໝ່ໃຫ້ແກ່ເຂດຄອນໂດມີນຽມ ທັນສະໄໝ, ພ້ອມກັບບັນດາ ຄຸນຄ່າ ກ່ຽວກັບວັດທະນະທຳ ວົງຄະນາຍາດ… ອາດເວົ້າໄດ້ ວ່າ ເຂດຕົວເມືອງ Times City ບໍ່ພຽງແຕ່ເປັນບ່ອນ ທີ່ໜ້າຢູ່ ເທົ່ານັ້ນ ຫາກຍັງເປັນ ສະຖານທີ່ບັນເທີງ ເຕັມໄປ ດ້ວຍ ຄວາມປະທັບໃຈສຳລັບ ນັກທ່ອງທ່ຽວຢູ່ຮ່າໂນ້ຍ ອີກດ້ວຍ.

ແຕກຕ່າງກັບສອງຕົວເມືອງ ທີ່ກ່າວມາຂ້າງເທິງ, Vinhomes Riverside ເປັນອີກຕົວເມືອງໜຶ່ງ ທີ່ຕັ້ງຢູ່ທາງທິດ ຕາເວັນ ອອກສ່ຽງເໜືອ ຂອງ ຮ່າໂນ້ຍ ຊຶ່ງຄ້າຍກັບວ່າ ເປັນ “Venice ຢູ່ໃນຮ່າໂນ້ຍ”. ຢູ່ທີ່ນີ້, ບັນດາສະຖາປັດຕະຍະກຳ ຂອງ ນະ ຄອນ Venice (ອີຕາລີ) ໄດ້ປາກົດຂຶ້ນໃຫ້ເຫັນຢູ່ທີ່ນີ້ ຢ່າງ ປານີດ ແລະ ປະສົມກົມກືນເຂົ້າກັນ. ບັນດາລຳຄອງ, ໜອງນ້ຳ, ສວນສາທາລະນະ ສີຂຽວຂະໜາດນ້ອຍ... ຢູ່ລຽບຕາມ ບັນດາ ຄາລືຮາດ, ເຮັດໃຫ້ຕົວເມືອງແຫ່ງນີ້ ຄ້າຍກັບນະຄອນ Venice ຫຍໍ້ສ່ວນ ທີ່ເຕັມໄປດ້ວຍ ຄວາມສົດໃສສະອາດ ແລະ ເພີດ ເພີນໃຈ. ຍ້ອນເຫດຜົນດັ່ງກ່າວ ເມື່ອເປີດປະຕູ ປ່ອງຢ້ຽມໃນ ຍາມເຊົ້າ ທຸກຄົນຢູ່ທີ່ນີ້ຕ່າງກໍຮູ້ສຶກໄດ້ ເຖິງອາກາດທີ່ປອດໂປ່ງ ແລະ ສະຫງົບສຸກ ຂອງ ທຳມະຊາດ ຢູ່ແຫ່ງນີ້.

ອາດເວົ້າໄດ້ວ່າ ການທີ່ຮ່າໂນ້ຍ ຍູ້ແຮງການຂະຫຍາຍຕົວຂອງ ບັນດາກຸ່ມຕົວເມືອງ ທີ່ທັນສະໄໝ ຕາມຄວາມຮຽກຮ້ອງ ຕ້ອງ ການ ຢ່າງພາວະວິໄສ ໃນຂະບວນວິວັດແຫ່ງການພັດທະນາ ຂອງ ນະຄອນຫຼວງ ຮ່າໂນ້ຍ ທີ່ມີພົນລະເມືອງກວ່າ 8 ລ້ານ ຄົນ ດັ່ງປັດຈຸບັນ. ການກຳເນີດເກີດຂຶ້ນຂອງບັນດາ ກຸ່ມຕົວເມືອງນີ້ ບໍ່ພຽງແຕ່ ແກ້ໄຂໄດ້ຄວາມຮຽກຮ້ອງຕ້ອງການ ດ້ານຊີວິດການ ເປັນຢູ່ຂອງ ປະຊາຊົນເທົ່ານັ້ນ ຫາກຍັງນຳມາ ສີສັນໃໝ່ທີ່ ເຕັມ ໄປດ້ວຍຄວາມພາກພູມໃຈໃຫ້ແກ່ນະຄອນ ພັນປີ ແຫ່ງນີ້. 

Vinschool, ໂຮງຮຽນລະດັບສາກົນຂອງເຂດ ຕົວເມືອງ Vinhomes Times City. ພາບ: ເອກະສານ Vingroup


ມູມໜຶ່ງພາຍໃນຫໍສະໝຸດ ຂອງໂຮງຮຽນ Vinschool. ພາບ: ເອກະສານ Vingroup


ໂຮງໝໍ Vinmec (ຢູ່ໃນເຂດຕົວເມືອງ Times City), ເປັນ ໜຶ່ງໃນບັນດາໂຮງໝໍເອກະຊົນທັນສະໄໝທີສຸດ
ຢູ່ຫວຽດນາມ. ພາບ: ເອກະສານ Vingroup


Vincom Mega Mall , ບ່ອນຈັບຈ່າຍຊື້ສິນຄ້າ, ບັນເທີງ ຄົບ ວົງຈອນ ຢູ່ເຂດ ຕົວເມືອງ
Vinhomes Times City. ພາບ: ເຈິ່ນແທງຢາງ/VNP



ລະບົບສັບພະສິນຄ້າທີ່ທັນສະໄໝ ໃນບັນດາຕົວເມືອງ ພ້ອມ ທີ່ຈະສະໜອງສິນຄ້າ ຕາມຄວາມ
ຮຽກຮ້ອງຕ້ອງການໃນຊີວິດການເປັນຢູ່ຂອງປະຊາຊົນ. ພາບ: ເຈິ່ນແທງຢາງ/VNP

ບົດ: ຖາວວີ - ພາບ: ເຈີ່ນແທງຢາງ, ເຈີ່ນກົງດາດ, ເລຮ໋ຽວ, ເອກະສານ Vingroup ແລະ ເອກະສານVNP

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top