• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19 ຍັງ​ສືບ​ຕໍ່​ຜັນ​ແປ​ສັບ​ສົນ

ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 8ໂມງ 30 ນາທີ ຂອງວັນທີ 11 ກໍລະກົດ (ຕາມເວລາຫວຽດນາມ) ທົ່ວໂລກມີຜູ້ຕິດເຊື້ອ Covid -19 ທັງໝົດ 12.625.155 ຄົນ, ໃນນັ້ນມີຜູ້ເສຍຊີວິດ 562.769 ຄົນ.

ພາບປະກອບ: TTXVN

ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອ Covid – 19 ເກືອບ 3,3 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 137.000 ຄົນ.

ຖັດຈາກອາເມລິກາແມ່ນ ບຣາຊິນ ເມື່ອກະຊວງສາທາລະນະສຸກປະເທດນີ້ ແຈ້ງໃຫ້ຊາບວ່າ ໃນເວລາ 24 ຊົ່ວໂມງຜ່ານມາ, ບຣາຊິນ ມີຜູ້ຕິດເຊື້ອ Covid – 19 ຈຳນວນ45.000 ຄົນ ແລະ ມີ ຜູ້ເສຍຊີວິດແມ່ນ 1.200 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອ ຂຶ້ນເປັນ 1,8 ລ້ານ ຄົນ ແລະ ຜູ້ເສຍຊີວິດແມ່ນ 70.400 ຄົນ.

ອິນເດຍແມ່ນປະເທດທີ 3 ຢູ່ໃນໂລກ ກ່ຽວກັບຈຳນວນຜູ້ຕິດເຊື້ອແມ່ນຫຼາຍກ່ວາ 822 ພັນຄົນ ແລະ ຢູ່ອັນດັບທີ 8 ກ່ຽວກັບຈຳນວນ ຜູ້ເສຍຊີວິດນັ້ນແມ່ນຫຼາຍກ່ວາ 22 ພັນຄົນ.

ໃນເຫດການທີ່ກ່ຽວຂ້ອງ, ປະເທດການາດາ ແລະ ອາເມລິກາ ໄດ້ປິດປະຕູຊາຍແດນສຳລັບການເຄື່ອນໄຫວໄປມາທີ່ບໍ່ຈຳເປັນ ນັບແຕ່ເດືອນມີນາ 2020ເປັນຕົ້ນມາ ແລະ ສອງປະເທດພວມດຳເນີນການປຶກສາຫາລືກ່ຽວກັບເລື່ອງອາດຈະຕໍ່ກຳນົດຄຳສັ່ງປິດປະຕູຊາຍແດນດັ່ງກ່າວພາຍຫຼັງວັນທີ 21 ກໍລະກົດຫຼືບໍ່. ເລືີ່ອງປິດປະຕູຊາຍແດນລະຫວ່ງ ອາເມລິກາ ແລະ ການາດາແມ່ນບໍ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວໄປມາທີ່ຈຳເປັນ, ຍົກຕົວຢ່າງຄື ການຂົນສ່ົງສະບຽງອາຫານ/ສິນຄ້າທີ່ຈຳເປັນດ້ວຍທາງລົດໄຟ ແລະ ລົດຂົນສົ່ງ. ບັນດາສາຍການບິນລະຫວ່າງສອງປະເທດຍັງສັບຕໍ່ດຳເນີນ.

(ແຫຼ່ງຄັດຈາກ VOV)
 

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top