• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19: ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຫຼາຍ​ກ່​ວາ 10,4 ລ້ານ​ຄົນ

ຕາມເວັບໄຊສະຖິຕິ Worldometer.infor, ໄລ່ຮອດເວລາ 8 ໂມງ ຕອນເຊົ້າວັນທີ 30 ມິຖຸນາ (ຕາມເວລາຫວຽດນາມ), ທົ່ວໂລກ ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໄດ້ເພີ່ມຂຶ້ນເຖິງ 507.517 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 10.402.637 ຄົນ.


ພະນັກງານການແພດປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດ Covid – 19 ຢູ່ໂຮງໝໍ ຢູ່ ບຣາຊີນ

(ພາບ: AFP/TTXVN)


ປັດຈຸບັນ, ອາເມລິກາ ແມ່ນ ສະຖານທີ່ຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດ Covid – 19 ດ້ວຍ 2.681.775 ຄົນຕິດເຊື້ອ, ໃນນັ້ນມີ 128.777 ຄົນເສຍຊີວິດ. ຖັດມາແມ່ນ ບຣາຊີນ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 1.370.488 ຄົນ, ຜູ້ເສຍຊີວິດແມ່ນ 58.385 ຄົນ.

ໃນຂະນະນັ້ນ, ໂລກລະບາດຢູ່ທະວີບອາຟຼິກກາສືບຕໍ່ຜັນແປໄປຢ່າງສັບສົນ ພາຍຫຼັງຫຼາຍປະເທດໄດ້ຜ່ອນຜັນບັນດາມາດຕະການແຍກຫ່າງໃນສັງຄົມ. ສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດ ອາຟຼິກກາ (CDC) ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍວັນທີ 29 ມິຖຸນາ, ທະວີບນີ້ ໄດ້ຢັ້ງຢືນວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 382.652 ຄົນ, ເພີ່ມຂຶ້ນ 11.104 ຄົນເມື່ອທຽບໃສ່ກັບມື້ກ່ອນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top