• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 199 ປະເທດ ແລະ ເຂດແຄ້ວນ

ໄລ່ຮອດເວລາ 8 ໂມງເຊົ້າວັນທີ 27 ມີນາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃນທົ່ວໂລກແມ່ນກວ່າ 531.250 ຄົນ, ຈຳນວນຜູ້ເສຍຊີວິດແມ່ນ 24.058 ຄົນ.

(ພາບປະກອບ: AP)

ປະຈຸບັນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 199 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ໃນທົ່ວໂລກໄດ້ມີຜູ້ຕິດໂລກລະບາດໂຄວິດ-19 123.390 ຄົນໄດ້ຮັບການປິ່ນປົວຫາຍດີ.

        ປະຈຸບັນ, ເອີລົບ ຍັງແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ-19. ໃນນັ້ນ, ອີຕາລີ ມີຈຳນວນຜູ້ເສຍຊີວິດຍ້ອນຕິດໂລກລະບາດໂຄວິດ 19 ຫຼາຍກວ່າໝູ່ໃນໂລກດ້ວຍ 8.215 ຄົນ, ຈຳນວນຜູ້ຕິດໂລກລະບາດນີ້ແມ່ນ 80.589 ຄົນ. ແອັດສະປາຍ ແມ່ນປະເທດມີຜູ້ເສຍຊີວີດຫຼາຍທີ 2 ໃນໂລກ, ດ້ວຍຜູ້ເສຍຊີວິດແມ່ນ 4.365 ຄົນ ແລະ ຜູ້ຕິດໂລກລະບາດແມ່ນ 57.786 ຄົນ.

        ບັນດາປະເທດອື່ນຢູ່ເອີລົບ ຄືຝລັ່ງ ໄດ້ມີ 1.696 ຄົນເສຍຊີວິດ, 29.155 ຄົນຕິດໂລກລະບາດ. ສະວິດແຈ້ງວ່າ ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນ 10.714 ຄົນ, ຈຳນວນຜູ້ເສຍຊີວິດແມ່ນ 161 ຄົນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ວັນທີ 26 ມີນາ, ເປັນຄັ້ງທຳອິດ ອັງກິດ ໄດ້ມີກວ່າ 100 ຄົນເສຍຊີວິດໃນຮອບເວລາ 24 ຊົ່ວໂມງຜ່ານມາ.

        ໃນຄະນະນັ້ນ, ຢູ່ຈີນ ໄດ້ມີ 3.287 ຄົນເສຍຊີວິດໃນຈຳນວນຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 81.285 ຄົນ. ອີຣານ ມີ 2.234 ຄົນເສຍຊີວິດ ແລະ 29.406 ຜູ້ຕິດໂລກລະບາດນີ້.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top