• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid – 19: ບັ້ນຕໍ່ສູ້ສື່ມວນຊົນກ່ຽວກັບສານ “ເຊື່ອໝັ້ນຕໍ່ໄຊຊະນະ”

      ແຕ່ວັນທີ 6 ສິງຫາ - ວັນທີ 30 ກັນຍາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສົມທົບກັບ 8 ໜ່ວຍງານອື່ນ ເພື່ອປະຕິບັດບັ້ນຕໍ່ສູ້ສື່ມວນຊົນແຜ່ຂະຫຍາຍສານທີ່ມີຊື່ວ່າ “ໝັ້ນໃຈຕໍ່ໄຊຊະນະ”, ຮຽກຮ້ອງໃຫ້ປະຊາຊົນປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນສະພາບການປົກກະຕິໃໝ່.

ບັ້ນຕໍ່ສູ້ “ເຊື່ອໝັ້ນຕໍ່ໄຊຊະນະ” ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມຮ່ວມກັນປ້ອງກັນ, ສະກັດກັ້ນໂລກລະບາດ ໃນສະພາບການໃໝ່
(ພາບ: ກະຊວງສາທາລະນະສຸກ ຫວຽດນາມ)
      ບັ້ນຕໍ່ສູ້ແມ່ນເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຊົນທຸກຊັ້ນຄົນພ້ອມກັນປະຕິບັດ ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຄົບຖ້ວນ, ສ້າງວິຖີຊີວິດໃຫ້ເໝາະສົມ, ສ້າງຄວາມຊິນເຄີຍທີ່ເປັນປະໂຫຍດຕໍ່ສຸຂະພາບເພື່ອດຳລົງຊີວິດຢູ່ຮ່ວມກັບໂລກລະບາດ, ສ້າງ ຊີວິດໃຫ້ເປັນປົກກະຕິໃນສະພາບການໃໝ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູ, ພັດທະນາເສດຖະກິດ. ບັ້ນຕໍ່ສູ້ກກໍ່ໄດ້ສົ່ງສານກ່ຽວກັບຄວາມສາມັກຄີ, ຮຽກຮ້ອງໃຫ້ມີການກະທຳ, ແຜ່ຂະຫຍາຍຄວາມຮັກແພງໃນຊຸມຊົນ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ດ້ອຍໂອກາດຫຼາຍກ່ວາໝູ່ໃນສັງຄົມ.
        ແລະໃນເຫດການທີ່ກ່ຽວຂ້ອງ, ວັນທີ 6 ສິງຫາພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນດ່ານັ້ງ ໃຫ້ຮູ້ວ່າ: ອົງການນີ້ຫາກໍ່ຜັນຂະຫຍາຍການນຳໃຊ້ທົດລອງຮາກຖານຂໍ້ມູນຂ່າວສານກ່ຽວກັບຜູ້ຕິດເຊື້ອພະຍາດ Covid – 19 ເພື່ອແນໃສ່ຮັບໃຊ້ໃຫ້ແກ່ປະຊາຊົນ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢູ່ດ່ານັ້ງ.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top