• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ໂລກຕີລາຄາສູງການຂະຫຍາຍຕົວດ້ານການຄ້າ ຂອງ ຫວຽດນາມ

ໃນສະພາບການຕົວເລກຂະຫຍາຍຕົວດ້ານການຄ້າໂລກກຳລັງຫຼຸດລົງ, ຜົນງານການເຕີບໂຕຂະຫຍາຍຕົວດ້ານການຄ້າ ຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກອົງການການຄ້າລາຍໃຫຍ່ຫຼາຍແຫ່ງໃນທົ່ວໂລກ.
ໃນບົດລາຍງານ “ການຄ້າໂລກ 2015 ແລະ ແງ່ຫວັງ 2016” ທີ່ຫາກໍ່ໄດ້ປະກາດ, ອົງການການຄ້າໂລກ (WTO) ໄດ້ ຍົກໃຫ້ ເຫັນແຈ້ງວ່າ ຫວຽດນາມ ເປັນປະເທດໜຶ່ງດຽວ ບັນລຸໄດ້ຜົນງານຂະຫຍາຍຂົວດ້ານການສົ່ງອອກ-ນຳເຂົ້າທີ່ປະທັບໃຈ ໃນປີ 2015.
 
ບົນພື້ນຖານໃຈແຍກຜົນງານຂອງ 30 ພື້ນຖານເສດຖະກິດສົ່ງອອກ-ນຳເຂົ້າແຖວໜ້າໃນໂລກທີ່ເປັນສະມາຊິກຂອງ WTO, ບົດລາຍງານຍົກໃຫ້ເຫັນວ່າ ບໍ່ມີປະເທດໃດ ມີວົງເງິນສົ່ງອອກ-ນຳເຂົ້າໃນປີກາຍສູງຄືຂອງ ຫວຽດນາມ.
 
ຕາມບົດລາຍງານ, ວົງເງິນສົ່ງອອກຂອງ ຫວຽດນາມ ໃນປີກາຍບັນລຸໄດ້ 162 ຕື້ USD, ເພີ່ມ 7,9%. ວົງເງິນນຳເຂົ້າຂອງ ຫວຽດນາມ ກໍ່ເພີ່ມ 12,3%, ຂຶ້ນ 166 ຕື້ USD. ໃນເວລານັ້ນ, ບັນດາພື້ນຖານເສດຖະກິດສົ່ງອອກ-ນຳເຂົ້າຕ່າງໆ ຄື: ຈີນ, ຕວກກີ ແລະ ອີຕາລີ ມີວົງເງິນສົ່ງອອກ-ນຳເຂົ້າຫຼດລົງ. ຕາມສະພາບຕົວຈິງ, ບົດລາຍງານຍົກມາໃຫ້ເຫັນຄວາມ ຂາດຫວັງກ່ຽວກັບການຄ້າໂລກໃນປີ 2015, ດ້ວຍການຄ້າໂລກຫຼຸດ 13,2% ລົງພຽງແຕ່ 16.500 ຕື້ USD. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາກັບຜູ້ອຳນວຍການໃຫຍ່ WTO
Roberto Azevêdo. ພາບ: ຖົງເຍີດ/VNA



ທ່ານ Roberto Azevêdo ກຳລັງສົນທະນາກັບ ວົງຄະນະຍາດ ວິສາຫະກິດ ຫວຽດນາມ. ພາບ: ຕວັນແອງ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ WTO
Roberto Azevêdo. ພາບ: ຖົງເຍີດ/VNA

ບັນດາທ່າແຮງທີ່ຊ່ວຍເຫຼືອໃຫ້ ເສດຖະກິດ ຫວຽດນາມ ພັດທະນາຂຶ້ນແມ່ນຈຸດທີ່ຕັ້ງດ້ານ ພູມສັນຖານໃນພາກພື້ນ ອາຊີຕາເວັນອອກ ມີຄວາມຂະຫຍັນ; ພົນລະເມືອງ ຫວຽດນາມ ໜຸ່ມ, ມີຫົວຄິດປະດິດສ້າງ, ມີລະດັບ ການສຶກສາສູງ. ນີ້ແມ່ນ ປັດໃຈທີ່ຊຸກຍູ້ອຸດສາຫະກຳພັດທະນາ, ເປັນຕົ້ນແມ່ນ ອຸດສາຫະກຳປຸງແຕ່ງ.
ທ່ານ Nabil Jijakli , ນັກຊ່ຽວຊານເສດຖະກິດ ຂຶ້ນກັບກຸ່ມບໍລິສັດປະກັນໄພ CREDENDO ຂອງ ແບນຊິກ.
ໃນປີ 2016, ຫວຽດນາມ ໄດ້ວາງເປົ້າໝາຍການສົ່ງອອກແມ່ນ173 ຕື້ USD, ເພີ່ມ 10% ທຽບກັບປີ 2015. ເປົ້າໝາຍ ດັ່ງກ່າວບໍ່ແມ່ນບໍ່ສາມາດເຮັດໄດ້.​ ຫວຽດນາມ ກໍ່ຢາກຄວບຄຸມຕົວເລກຂາດຫຼຸດການຄ້າລົງຍັງເໜືອ 5%.
 
ນັກຊ່ຽວຊານຕ່າງປະເທດຈຳນວນໜຶ່ງເຊື່ອວ່າ ຫວຽດນາມອາດສາດມາດບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ ຍ້ອນ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າສອງຝ່າຍຈຳນວນໜຶ່ງ.ບັນດາສັນຍາດັ່ງກ່າວຈະນຳການລົງທຶນເພີ່ມມາໃຫ້ແກ່ ຫວຽດນາມ, ພ້ອມກັນນັ້ນ ກໍ່ສ້າງໂອກາດໃຫ້ການສົ່ງອອກ-ນຳເຂົ້າມີຄວາມສະດວກສະບາຍກວ່າເກົ່າ.
 
ຫວຽດນາມ ກຳລັງຊອກຫາວິທີເສີມຂະຫຍາຍຫຼາຍສຸດທ່າແທງຂອງຕົນໃນຂະແໜງອຸດສາຫະກຳຈຳນວນໜຶ່ງ ແລະ ຂົງເຂດຜະລິດຫຼັກແຫຼ່ງທີ່ໄດ້ຮັບການເອົາໃຈໃສ່ຢ່າງພິເສດຄື: ເອເລັກໂຕນິກ, ເກີບໜັງ, ຕຳ່ແຜ່ນຕັດຫຍິບ ແລະ ເຄື່ອງສຳອາງ. ໃນເວລາຄວາມຕ້ອງການຂອງໂລກກຳລັງໜ້ອຍ
ກວ່າຕາມບົກກະຕິ ຍ້ອນບັນດາເງື່ອນໄຂເສດຖະກິດຫຼຸດລົງໃນ ທົ່ວໂລກ, ການຂະຫຍາຍຕົວຢູ່ບັນດາຕະຫຼາດດັ່ງກ່າວ ຍັງແຮງກວ່າ ທຽບກັບຕະຫຼາດຕ່າງໆ, ສ້າງໂອກາດທີ່ສະດວກໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍທີ່ວາງອອກ.
 
ກ່າວປາໄສໃນໂອກາດມາຢ້ຽມຢາມ ຫວຽດນາມ ໃນເດືອນ ເມສາ 2016, ທ່ານ Roberto Azevêdo, ຜູ້ອຳນວຍການ ໃຫຍ່ WTO ໃຫ້ຮູ້ວ່າ “ ຫວຽດນາມ ກຳລັງໄປຖືກທາງ” ໃນຂະບວນການເຊື່ອມໂຫຍງສາກົນ ແລະ ຫັນໄປເຖິງການຄ້າ ເສລີ.
 
ທ່ານ Roberto Azevêdo ສັງເກດວ່າ “ ຫວຽດນາມ ບັນລຸໄດ້ ຄວາມກ້າວໜ້າຫຼາຍຢ່າງ, ທັງໃນຂົງເຂດເສດຖະກິດ ແລະ ສັງຄົມ. ປະຊາຊົນຫຼາຍລ້ານຄົນພົ້ນອອກ ໄດ້ຈາກຄວາມ ທຸກຍາກ. ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກສິນຄ້າກະສິກຳແຖວໜ້າຂອງໂລກ, ເປັນປະເທດໜຶ່ງທີ່ຈັບໃຈສຳລັບນັກລົງທຶນຢູ່ ອາຊີ. ພື້ນຖານເສດຖະກິດ ຫວຽດນາມ ກຳລັງມີບົດບາດໃນພາກພື້ນ ແລະ ໂລກອີກດ້ວຍ”.
 
ຫວ່າງແລ້ວນີ້,​ ບົດລາຍງານອັບເດດສະພາບການເສດຖະກິດໃນຂົງເຂດອາຊີຕາເວັນອອກ-ປາຊີຟິກຂອງທະນາຄານລໂລກ (WB) ກໍ່ຕີລາຄາວ່າ ພື້ນຖານເສດຖະກິດ ຫວຽດນາມ ຜ່ານຜ່າ ໄດ້ການປັ່ນປ່ວນຂອງເສດຖະກິດໂລກ ຍ້ອນຄວາມຕ້ອງການຢູ່ພາຍໃນເພີ່ມສູງຂຶ້ນ ແລະ ພື້ນຖານອຸດສາຫະກຳປຸງແຕ່ງຫັນໄປເຖິງການນຳເຂົ້າບັນລຸໄດ້ຜົນງງານດີ. ຈາກນັ້ນ, ພາຍຫຼັງໄລຍະ ຊຸດໂຊມ 2012-2013, ພື້ນຖານເສດຖະກິດ ຫວຽດນາມ ຂະຫຍາຍຕົວຂຶ້ນ, ບັນລຸໄດ້ລະດັບ 6% ໃນປີ 2014 ແລະ ສືບຕໍ່ເພີ່ມຂຶ້ນລະດັບ 6,7% ໃນປີ 2015. 

ປະຈຸບັນ, ຫວຽດນາມ ພວມເປັນໜຶ່ງໃນບັນດາປະເທດ ສົ່ງອອກສິນຄ້າກະສິກຳແຖວໜ້າຂອງໂລກ,
ໃນນັ້ນ ມີເຂົ້າສານ. ພາບ: ອານຫຽວ/VNA



ຫວຽດນາມ ກຳລັງຊອກຫາວິທີຜັນຂະຫຍາຍຫຼາຍສຸດ ທ່າແຮງໃນຂົງເຂດຜະລິດທີ່ເປັນຫຼັກແຫຼ່ງ,
ໃນນັ້ນ ມີຕຳ່ແຜ່ນຕັດຫຍິບ.​ ພາບ: ແຢງລາມ/VNA 



ປີ 2015, ກົມໃຫຍ່ພາສີ ໄດ້ເປີດນຳໃຊ້ສູນການໃຈແຍກ, ຈຳແນກປະເພດສິນຄ້າສົ່ງອອກ-ນຳເຂົ້າ,
ສິ່ງດັ່ງກ່າວປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານກັນຕ້ານສະພາບລັກໂລບດ້ານ
ການຄ້າ,
ສ້າງສິ່ງແວດລ້ອມທີ່ສະເໝີພາບໃນການເຄື່ອນໄຫວ
ນຳເຂົ້າ-ສົ່ງອອກ. ພາບ: ຮວ່າງຮຸ່ງ/VNA



ໂຮງງານຜະລິດອຸປະກອນເອເລັກໂຕນິກສົ່ງອອກຂອງ ບໍລິສັດ RFTECH ຖາຍຫງວຽນ (100% ທຶນຂອງ ສ.ເກົາຫຼີ)
ທີ່ເຂດອຸດສາຫະກຳ ດ່ຽມຖຸ້ຍ (ຝູ໋ບິ່ງ, ຖາຍຫງວຽນ). ພາບ: ຮວ່າງຫງວຽນVNA



ປຸງແຕ່ງປາ ຈາ (Shark catfish ) ສົ່ງອອກທີ່ບໍລິສັດ Bianfishco, ນະຄອນ ເກີນເທີ. ພາບ: ຮຸຍຮຸ່ງ/VNA


ປຸງແຕ່ງໝາກມ່ວງຫິມະພານສົ່ງອອກທີ່ບໍລິສັດສຸ້ນສ່ວນ ເຍີດຮຸຍ, ແຂວງ ບິ່ງເຢຶອງ. ພາບ: ດົ່ງເຫວ້/VNA
ທ່ານ Nabil Jijakli , ນັກຊ່ຽວຊານເສດຖະກິດ ຂຶ້ນກັບກຸ່ມບໍລິສັດປະກັນໄພ CREDENDO ຂອງ ແບນຊິກ ໄດ້ສັງເກດວ່າ ເສດຖະກິດ ຫວຽດນາມ ພັດທະນາເປັນຢ່າງດີ ໃນຊຸມປີຜ່ານມາ, ລະດັບຂະຫຍາຍຕົວດ້ານເສດຖະກິດຂອງ ຫວຽດນາມ ກວ່າ 6% ແມ່ນຄວາມມຸ່ງຫວັງຂອງຫຼາຍປະເທດຢູ່
ອາຊີຕາເວັນຕົກ.
 
ກໍ່ຕາມນັກຊ່ຽວຊານນີ້ ແລ້ວ, ບັນດາທ່າແຮງທີ່ຊ່ວຍເຫຼືອໃຫ້ ເສດຖະກິດ ຫວຽດນາມ ພັດທະນາຂຶ້ນແມ່ນຈຸດທີ່ຕັ້ງດ້ານ ພູມສັນຖານໃນພາກພື້ນອາຊີຕາເວັນອອກ ມີຄວາມຂະຫຍັນ; ພົນລະເມືອງ ຫວຽດນາມ ໜຸ່ມ, ມີຫົວຄິດປະດິດສ້າງ, ມີລະດັບ ການສຶກສາສູງ. ນີ້ແມ່ນປັດໃຈທີ່ຊຸກຍູ້ອຸດສາຫະກຳພັດທະນາ, ເປັນຕົ້ນແມ່ນອຸດສາຫະກຳປຸງແຕ່ງ. ທ່ານ Nabil Jijakli ຍັງໃຫ້ຮູ້ວ່າ ສະພາບແວດລ້ອມການລົງທຶນເຂົ້າ ຫວຽດນາມກໍ່ຈັບໃຈກວ່າ, ເພາະສະນັ້ນ ບັນດາວິສາຫະກຳ ເອີຣົບ ຕ້ອງສວຍໃຊ້ໂອກາດນີ້ ຍ້ອນປະເທດທີ່ໃກ້ຄຽງຂອງ ຫວຽດນາມ ແມ່ນ ຈີນ ກໍ່ພວມມີການລົງທຶນເຂົ້າ ຫວຽດນາມ ເປັນຢ່າງແຮງ. 

“ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງ, ທັງໃນຂົງເຂດເສດຖະກິດ ແລະ ສັງຄົມ. ປະຊາຊົນຫຼາຍລ້ານຄົນພົ້ນອອກ ໄດ້ຈາກຄວາມທຸກຍາກ. ຫວຽດນາມ ໄດ້ກາຍເປັນໜຶ່ງ ໃນບັນດາປະເທດສົ່ງອອກສິນຄ້າກະສິກຳແຖວໜ້າຂອງໂລກ, ເປັນປະເທດໜຶ່ງທີ່ຈັບໃຈສຳລັບນັກລົງທຶນຢູ່ ອາຊີ. ພື້ນຖານເສດຖະກິດ ຫວຽດນາມ ກຳລັງມີບົດບາດໃນພາກພື້ນ ແລະ ໂລກອີກດ້ວຍ”.
ທ່ານ Roberto Azevêdo, ຜູ້ອຳນວຍການ ໃຫຍ່ WTO.

ປະຕິບັດໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top