• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ໂມຊຳບິກ-ຄູ່ຮ່ວມມືທີ່ສຳຄັນຂອງ ຫວຽດນາມ ຢູ່ທະວີບ ອາຟຣິກກາ

ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ  31/7 - 3/8/2017), ທ່ານ Carlos Agostinho do Rosario, ນາຍົກລັດຖະມົນຕີແຫ່ງ ສ.ໂມຊຳບິກ ແລະ ບັນດາການນຳ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໃນຄວາມພະຍາຍາມເຮັດໃຫ້ ໂມຢຳບິກ ກາຍເປັນຄູ່ຮ່ວມມືແຖວໜ້າ ຂອງ ຫວຽດນາມໃນທະ ວີບ ອາຟຣິກກາ ແລະ ຫວຽດນາມ ກາຍເປັນຂົວເຊື່ອມຕໍ່ ລະ ຫວ່າງ ໂມຊຳບິກ ກັບຂົງເຂດອາຊີຕາເວັນອອກສ່ຽງໄຕ້.
ສຳລັບຂົງເຂດການຄ້າ, ການລົງທຶນ ແລະ ຮ່ວມມືພັດທະນາ, ຝ່າຍ ໂມຊຳບິກ ຢາກໃຫ້ກຸ່ມບໍລິສັດ Viettel ເປີດກວ້າງການເຄື່ອນໄຫວເຮັດທຸລະກິດ ແລະ ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການເຄື່ອນໄຫວອອກສູ່ຂົງເຂດຕ່າງໆ ຄື: ການຄ້າ, ນຳ້ມັນອາຍແກ໊ສ, ການຂົນສົ່ງທາງທະເລ, ປຸງແຕ່ງສິນ ຄ້າກະສິກຳ, ສິນໃນນຳ້ ແລະ ອື່ນໆ. ບໍລິສັດ Movitel (ການ ຮ່ວມ ທຸລະກິດລະຫວ່າງ Viettel  ແລະ SPI) ເລີ່ມການ ເຄື່ອນ ໄຫວແຕ່ ເດືອນ ພຶດສະພາ 2012 ແລະ ປະຈຸບັນ ກາຍເປັນ ເຄືອຂ່າຍຊື່ ສານ ທາງໄກອັນດັບສອງຢູ່ ໂມຊຳບິກ. 


ພິທີຕ້ອນຮັບທ່ານ Carlos Agostinho do Rosario, ນາຍົກລັດຖະມົນຕີ
ແຫ່ງ ສ ໂມຊຳບິກ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານປະທານປະເທດ. ພາບ: ອານດັງ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດ ນາມ ຕ້ອນຮັບທ່ານ Carlos Agostinho do Rosario,
ນາ ຍົກລັດຖະມົນຕີແຫ່ງ ສ ໂມຊຳບິກ ທີ່ສຳນັກງານລັດຖະບານ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດ ນາມ ແລະ ທ່ານ Carlos Agostinho do Rosario,
ນາຍົກ ລັດຖະມົນ ຕີ ແຫ່ງ ສ ໂມຊຳບິກ ທຳການ ພົບປະເຈລະ ຈາໃນ ວົງແຄບ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດ ນາມ ພົບປະເຈລະຈາກັບ
ທ່ານ Carlos Agostinho do Rosario, ນາຍົກລັດຖະມົນຕີແຫ່ງ ສໂມຊຳບິກ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ Carlos Agostinho do Rosario,
ນາຍົກລັດຖະມົນຕີແຫ່ງ ສ ໂມຊຳບິກ ເປັນສັກຂີພິຍານພິທີລົງນາມ
ໃນບົດບັນທຶກວ່າດ້ວຍການຮ່ວມ ມືລະຫວ່າງ ສອງປະເທດ. ພາບ: ຖົ໋ງເຍິດ/
VNA

ຫວຽດນາມຕົກລົງຈະເພີ່ມທະວີການແລກປ່ຽນບົດຮຽນພັດທະນາໃນຂົງເຂດທີ່ ໂມຊຳບິກ ມີຄວາມຕ້ອງການຄື: ປ້ອງກັນ-ຕ້ານໄພ ພິບັດທາງທຳມະຊາດ, ພະຍາກອນອາກາດ, ປະເຊີນໜ້າກັບ ການປ່ຽນແປງ ຂອງ ດິນຟ້າອາ ກາດ, ການສຶກສາ ແລະ ບຳລຸງ ສ້າງ...ຫວຽດນາມ ຮຽກຮ້ອງ ໂມຊຳບິກ ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ ວິສາຫະກິດ ຫວຽດນາມ ຂະຫຍາຍເຄືອ ຂ່າຍຈຳໜ່າຍ ຜະລິດຕະພັນ, ສຳເລັດການຮ່າງກົດໝາຍ ວ່າ ດ້ວຍການ ລົງທຶນໃຫ້ແກ່ນັກ ລົງທຶນຕ່າງປະເທດ. 


ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ
ຕ້ອນຮັບທ່ານ
Carlos Agostinho do Rosario, ນາຍົກ ລັດຖະມົນຕີແຫ່ງ ສໂມຊຳບິກ. ພາບ: ຈີ໋ຢຸງ/VNA

ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ ທັງສອງ ໄດ້ເປັນສັກ ຂີ ພິຍານ ພິທີລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ປົກປ້ອງ, ອະນຸລັກຮັກສາສັດ, ພຶກສາຊາດຊະນິດຕ່າງໆ ແລະ ພິ ທີເຊັນສັນຍາກ່ຽວກັບການ ບໍລິການ ຂົນສົ່ງທາງອາກາດ ລະ ຫວ່າງລັດຖະບານ ສສ ຫວຽດນາມ ແລະ ສ ໂມຊຳບິກ.


ນາຍົກລັດຖະມົນຕີ Carlos Agostinho do Rosario ທຳການ
ຢ້ຽມຢາມເຂດຜະລິດແນວປູກຂອງສະຫະບໍລິສັດແນວປູກ ຖາຍ ບິ່ງ (ແຂວງ ຖາຍບິ່ງ). ພາບ: ວັນດຽບ/VNA



ນາຍົກລັດຖະມົນຕີ Carlos Agostinho do Rosario ທຳການ
ຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດສື່ສານທາງໄກ ກອງທັບ (Viettel). ພາບ: ວັນດຽບ/VNA

 

ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ ໄດ້ມີການຂະຫຍາຍຕົວ, ພິເສດແມ່ນການຄ້າຂາຍ ພິກໄທ,   ແປ້ງໝາກພ້າວ, ໄມ້, ຝ້າຍ... ນອກຈາກນັ້ນ, ໂມຊິກບິກ ຍັງມີ ການນຳເຂົ້າ ເຂົ້າສານ ແລະ ເຄື່ອງກຳເນີດໄຟຟ້າ ຈາກ ຫວຽດ ນາມ. ແຕ່ປິ 2006-2010, ມູນຄ່າແລກປ່ຽນການຄ້າລະຫວ່າງ ຫວຽດ ນາມ ແລະ ໂມຊຳບິກ ໄດ້ເພີ່ມຂຶ້ນ 3 ເທົ່າ (ຈາກ 13,83 ລ້ານ ເພີ່ມຂຶ້ນ 45,35 ລ້ານໂດລາສະຫະລັດ). ປີ 2016, ມູນຄ່າ ການ ຄ້າສອງຝ່າຍໄດ້ບັນລຸ 101 ລ້ານໂດລາສະຫະລັດ, ໃນນັ້ນ ຫວຽດນາມ ສົ່ງອອກກວ່າ 72,5 ລ້ານໂດລາສະຫະລັດ ແລະ ນຳ ເຂົ້າ ກວ່າ 28,5 ລ້ານໂດລາສະຫະລັດ. ໂມຊຳບິກ ຢູ່ອັນດັບ 11 ໃນຈຳນວນ 72 ປະເທດ ແລະ ເຂດແຄວ້ນທີ່ ຫວຽດນາມ ມີການ ເຄື່ອນໄຫວລົງທຶນ. 

 
 
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top