• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ໂບດ ຫາຍຫຼີ - ຮ່ອງຮອຍຈາກການປ່ຽນແປງຂອງດິນຟ້າອາກາດ

10 ປີກ່ອນ, ເຂດສາສະໜາ ກາໂຕລິກ ເຊືອງດ່ຽນ ສັງກັດກັບ ຕາແສງ ຫາຍຫຼີ, ເມືອງ ຫາຍເຫົ້າ, ແຂວງ ນາມດິງ ຖືກຮັບ ຜົນກະທົບຈາກສະພາບນຳ້ເຄັມຊຶມເຂົ້າ, ເຮັດໃຫ້ໂບດ ຈາຍຕີມ ແລະ ໝູ່ບ້ານທະເລ 2 ແຫ່ງຄື: ເຊືອງດ່ຽນ ແລະ ວັນຫຼີ ຖືກເສາະເຈື່ອນເພພັງໄປຢ່າງໜັັກໜ່ວງ. ຈາກຄວາມ ມານະພະຍາຍາມ ຂອງຕົນ, ແຂວງ ນາມດິງ ໄດ້ກໍ່ສ້າງລະບົບຄັນຄູໜຶ່ງທີ່ໝັ້ນຄົງ. ປະຈຸບັນ, ຂົງເຂດດັ່ງກ່າວ ໄດ້ກາຍເປັນເຂດທ່ອງທ່ຽວທີ່ ປະທັບໃຈ, ເຊິ່ງເຮັດໃຫ້ນັກທ່ອງທ່ຽວມີສະຕິຮູ້ສຶກກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມຕໍ່ຄວາມທະທາຍຂອງການປ່ຽນແປງ ຂອງດິນຟ້າອາກາດ. 
ຮ່ອງຮອຍຂອງການເພພັງ
ໂບດ ຈາຍຕີມ ສັງກັດກັບເຂດສາສະໜາ ກາໂຕລິກ ເຊືອງດ່ຽນໄດ້ຮັບການກໍ່ສ້າງແຕ່ປີ 1927. ໂບດຫຼັງນີ້ ຕັ້ງຢູ່ແຄມຝັ່ງທະເລ, ເປັນສັນຍາລັກແຫ່ງຄວາມໝັ້ນໃຈຂອງຊາວປະມົງຢູ່ທີ່ນີ້. ທາດລະຄັງຂອງໂບດ ໄດ້ປຽບໃສ່ໂຄມໄຟທະເລຫຼັງໜຶ່ງ ເພື່ອ ສົ່ງສັນຍານໃຫ້ເຮືອຫາປາເຂົ້າທຽບຝັ່ງ.

ປີ 2005, ພາຍຸເລກ 7 ໄດ້ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ໝູ່ບ້ານຊາວປະມົງ 2 ແຫ່ງ ສັງກັບກັບເຂດສາສະໜາ ເຊືອງດ່ຽນ ຄື: ເຊືອງດ່ຽນ ແລະ ວັນຫຼີ, ໂບດ ຈາຍຕີມ ຍັງເຫຼືອແຕ່ ທາດລະຄັງເທົ່ານັ້ນ. ເວລານຳ້ທະເລເພີ່ມສູງຂຶ້ນ, ພື້ນທາດລະຄັງຖືກຈົມຢູ່ໃຕ້ນຳ້ປະມານ 0,5 ແມັດ. 


ໂບດ ຈາຍຕີມ ເປັນສະຖານທີ່ ເຊິ່ງມີໄວໜຸ່ມມາຄົ້ນຫານັບເປັນ
ຈຳນວນຫຼາຍພໍສົມຄວນ.



ບັນດາລາຍດອກທີ່ສວຍງາມໄດ້ປະດັບປະດາເທິງ ກຳແພງຂອງໂບດ. 


ນັກທ່ອງທ່ຽວມາທ່ຽວຊົມ ໂບດ ຈາຍຕີມ.


ຊີວິດການເປັນຢູ່ຂອງຊາວປະມົງ ທີ່ ເຊືອງດ່ຽນ, ຕາແສງ ຫາຍຫຼີ ຕິດພັນກັບອາຊີບຫາປາ.

ພາຍຫຼັງຜົນກະທົບຈາກພາຍຸເລກ 7, ໂບດ ຈາຍຕີມ ຍັງເຫຼືອແຕ່ກຳແພງຢູ່ທາງນອກ ແລະ ພື້ນເຮືອນເທົ່ານັ້ນ. ຕັ້ງແຕ່ນັ້ນໄປ, ສະຖານທີ່ແຫ່ງນີ້ ຖືກປະວາງລ້າໆ.
 
10 ປີກ່ອນ, ເມື່ອຈຸນັກຂ່າວຂອງຂ່າວພາບ ຫວຽດນາມ ມານີ້ ຂຽນບົດ ໄດ້ເຫັນກັບຕາການທຳລາຍຂອງຟອງນຳ້ທະເລ, ສ່ວນໜຶ່ງຂອງເຂດສາສະໜາ ກາໂຕລິກ ເຊືອງດ່ຽນ ຖືກເພພັງຢ່າງໜັກໜ່ວງ.
 
ຮ່ອງຮອຍຈາກການປ່ຽນແປງຂອງດິນຟ້າອາກາດ:
 
ບັດຈຸບັນ, ຮ່ອງຮອຍຂອງເຂດສາສະໜາ ກາໂຕລິກ ເກ່ົາ ເຫຼືອພຽງແຕ່ໂຄງ ໂບດ ແລະ ທາດລະຄັງ, ແຕ່ມັນຍັງມີຄວາມສວຍສົດງົດງາມ. ເວລາມາ ຫາຍເຫົ້າ, ນັກທ່ອງທ່ຽວກໍ່ມາຢາມໂບດ ຈາຍຕີມ ເພື່ອໄດ້ເຫັນກັບຕາ ຮ່ອງຮອຍຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຊອກຮູ້ກ່ຽວກັບຊີວິດການເປັນຢູ່ຂອງຊາວປະມົງຢູ່ທີ່ນີ້.

ພວກຂ້າພະເຈົ້າມາຢາມຫາດຊາຍທະເລ ເຊືອງດ່ຽນ, ບ່ອນທີ່ມີ ໂບດ ຈາຍຕີນ ເພື່ອຊົມເບິ່ງທັດສະນີຍະພາບທີ່ສວຍງາມຂອງຫາດຊາຍທະເລແຫ່ງນີ້ ໃນຍາມເຊົ້າຕູ່. ບັນຍາກາດຢູ່ທີ່ນີ້ ຟົດຟື້ນຂຶ້ນເມື່ອເຮືອຂອງຊາວປະມົງໄປຫາປາຢູ່ກາງທະເລເຂົ້າທຽບຝັ່ງ, ເຂົາເຈົ້າສາມາດຂາຍກຸ້ງ ແລະ ປາທີ່ຫາໄດ້ຢູ່ຕາມຝັ່ງທະເລ.








ສະພາບການເພພັງຂອງເຂດສາສະໜາ ກາໂຕລິກ ເຊືອງດ່ຽນ ຫຼັງຈາກຖືກຜົນກະທົບຈາກສະພາບນຳ້ເຄັມຊຶມເຂົ້າເມື່ອປີ 2009. ພາບ: ເອກະສານຂ່າວພາບ ຫວຽດນາມ. 

ເວລາເຂົ້າມາຢ້ຽມຢາມ ໂບດ ຈາຍຕີມ, ເຖິງວ່າ ເຫຼືອແຕ່ໂຄງ ໂບດ ເທ່ົານັ້ນ, ແຕ່ພວກຂ້າພະເຈົ້າຮູ້ສຶກປະທັບໃຈເມື່ອໄດ້ເຫັນກັບຕາຮ່ອງຮອຍນີ້. ຄວາມຮູ້ສຶກ ນ້ອຍໆ ຂອງມະນຸດຢູ່ໃນ ໂບດ ແລະ ຄວາມກວ້າງໃຫຍ່ໄພສານຂອງທະເລຢູ່ຕໍ່ໜ້າ ໄດ້ເຮັດໃຫ້ຂ້າພະເຈົ້າມີສະຕິວ່າ ຕ້ອງປົກປັກຮັກສາສິ່ງແວດລ້ອມເພື່ອຮັກສາທະເລ.

ແຕ່ ໂບດ ຈາຍຕີມ, ພວກຂ້າພະເຈົ້າພ້ອມກັບນັກທ່ອງທ່ຽວ ຈຳນວນໜຶ່ງ ໄປຫາຕະຫຼາດ ເບັນ ເພື່ອຊອກກິມອາຫາທະເລ ເຊິ່ງຊາວບ້ານ ຫາຍເຫົ້າ ເປັນຜູ້ຂາຍ.
 
ທ່ານ ຫວູຫງອກເຈື່ອງ, ຮອງປະທານຄະນະກຳມະການ ປະຊາຊົນເມືອງ ຫາຍເຫົ້າ ໃຫ້ຮູ້ວ່າ: “ການອະນຸລັກ ທາດລະຄັງໄດ້ທ້ອງຖິ່ນປະຕິບັດຢ່າງຮີບດ່ວນ ເພື່ອຮັບຮອງຜົນງານອັນຍິ່ງໃຫຍ່ຂອງປະຊາຊົນໃນການແກ້ໄຂຜົນກະທົບຈາກ ສະພາບ ນຳ້ເຄັມຊຶມເຂົ້າ, ຮັກສາການຜະລິດໃນຫຼາຍຮ້ອຍປີ ຜ່ານມາ, ພ້ອມກັນນັ້ນ ກໍ່ໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ ຈົ່ງມີຄວາມປົກປັກຮັກສາສິ່ງແວດລ້ອມ.  ຄະນະກຳມະການປະຊາຊົນ ເມືອງ ຫາຍເຫົ້າ ຫາກໍ່ມີແຜນສັງລວມ ກໍ່ສ້າງຫາດຊາຍທະເລ ຫາຍຫຼີ ທີ່ມີເນື້ອທີ່ 20 ເຮັກຕາ ເປັນເຂດທ່ອງທ່ຽວຮ່ອງຮອຍຈາກການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມແລະ ນີເວດຢູ່ທະເລ.
 
ບົດ: ບິກເວິນ - ພາບ: ແທງຢາງ ແລະ ເອກະສານ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top