• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ.ປ.ປ ລາວ

ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ໃນວັນທີ 1 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສ.ປ.ປ ລາວ ຄົບຮອບ 46 ປີ (2/12/1975 – 2/12/2021), ທ່ານເລຂາທິການໃຫຍ່ພັກກອມມຸນິດ ຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ໄດ້ພ້ອມກັນສົ່ງ ໂທລະເລກອວຍພອນເຖິງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສ.ປ.ປ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສ.ປ.ປ ລາວ ພັນຄຳ ວິພາວັນ ແລະ ທ່ານປະທານສະພາແຫ່ງຊາດ ສ.ປ.ປ ລາວ ໄຊສົມພອນ ພົມວິຫານ.

ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ, ໂດຍສະເພາະແມ່ນໄລຍະ 35 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາການພັດທະນາເສດຖະກິດ - ສັງຄົມໃນສະພາບການທີ່ຫຍຸງຍາກຍ້ອນ   ໂລກລະບາດ ໂຄວິດ - 19, ປົວແປງການດຳລົງຊິວິດຂອງປະຊາຊົນໃນທູກດ້ານໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ, ນັບມື້ນັບຍົກສູງຖານະບົດບາດ ແລະ ທີ່ຕັ້ງ ຂອງ ສ.ປ.ປ ລາວ ໃນເວທີສາ     ກົນ.

ບັນດາການນຳ ຫວຽດນາມ ເຊື່ອໝັ້ນວ່າພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດ ລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ສ.ປ.ປ ລາວ ທອງລຸນ ສີສຸລິດ ເປັນປະທານ, ປະຊາຊົນ ລາວ ບັນດາເຜົ່າ ຈະສືບຕໍ່ບັນລຸໄດ້ບັນດາໝາກຜົນໃໝ່ທີ່ໃຫຍ່ ຫຼວງກວ່າເກົ່າ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງໄວວາ, ຟື້ນຟູ ແລະ ສືບຕໍ່ພັດທະນາເສດຖະກິດ - ສັງຄົມໂດຍໄວ, ປະຕິບັດບັນດາເປົ້າໝາຍທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ IX ຢ່າງສຳເລັດ, ສ້າງປະເທດ ລາວ ເປັນປະເທດແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ໃນວັນດຽວກັນ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້ສົ່ງໂທລະເລກອວຍພອນ ເຖິງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ; ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເລຮ່ວາຍຈູງ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ທອງສະຫວັນ ພົມວິຫານ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ເຊີ່ນດຽວກັນ.

     ແລະ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021) ແລະ ວັນຄ້າຍວັນເກີດ ຄົບຮອບ 101 ປີ ຂອງປະທານ ໄກສອນ ພົມວິຫານ (13 ທັນວາ 1920 - 13 ທັນວາ 2021) ຕອນບ່າຍວັນທີ 1 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ໄດ້ໄປອວຍພອນສະຖານທູດລາວ ປະຈຳ ຫວຽດນາມທີ່ຮ່າໂນ້ຍ.

         ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງທີ່ລາວບັນລຸໄດ້ໃນກິດຈະການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 46 ປີຜ່ານມາ, ພິເສດແມ່ນພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່.  ທ່ານຮອງລັດຖະມົນຕີ ຫວັງວ່າ ໃນໄລຍະຈະມາເຖິງ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແລະ ພະນັກງານສະຖານທູດລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນລະຫວ່າງ 2 ປະເທດ. .

         ທາງຝ່າຍສະຖານທູດລາວ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ໃນການເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top