• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໂຊໂກເລດ Made in ຕ່ຽນຢາງ

ທ່ານ ບຸ່ຍ Durassamy-ຊາຍ ທີ່ມີສາຍເລືອດ ຫວຽດ ມີ ຄວາມຮັກ ກັບໂຊໂກເລດ ໄດ້ສ້າງຕັ້ງ ເຄື່ອງໝາຍການຄ້າ Kimmy’s Chocolate ຂຶ້ນ ແລະ ຕັດສິນໃຈ ກໍ່ສ້າງ ເຂດ ທົ່ງພຽງ ແມ່ນຳ້ຂອງ ໃຫ້ກາຍເປັນ ສູນກາງປູກ ກາກາວ ໃຫຍ່ທີສຸດ ຫວຽດນາມ. 
ທ່ານ ບຸ່ຍ Durassamy (ຊື່ເອີ້ນປະຈຳວັນ ແມ່ນ Sammy) ມີແມ່ ເປັນຄົນ ຫວຽດ, ເມື່ອອາຍຸ 24 ປີ, ທ່ານ ໄດ້ຍ້າຍໄປ ຢູ່ ປະເທດ ການາດາ. ໃນຫຼາຍຄັ້ງ ທີ່ກັບ ມາຢາມ ບ້ານເກີດ ຢູ່ ແຂວງ ຕ່ຽນ ຢາງ ໄດ້ເຫັນວ່າ ປະຊາຊົນ ທ້ອງຖິ່ນຕັດຕົ້ນກາກາວ ຖິ້ມຢ່າງຫຼວງ ຫຼາຍ, ທ່ານ ຖາມ ຈຶ່ງຮູ້ວ່າ ຕົ້ນກາກາວ ອອກໝາກຫຼາຍ, ຂາຍກໍ່ ບໍ່ມີໃຜຊື້ ຫຼື ຊື້ດ້ວຍລາຄາຕໍ່າ, ເພາະສະນັ້ນ ການປູກຕົ້ນກາ ກາວ ຈະບໍ່ສາມາດໃຊ້ຊີວິດຢູ່ລອດ. ໃນຂະນະດຽວກັນ, ທ່ານ ບຸ່ຍ Durassamy ຮູ້ດີວ່າ ກາກາວ ຂອງ ຫວຽດນາມ ໄດ້ຮັບການ ຕີລາ ຄາສູງ ໃນໂລກ. ປັດຈຸບັນ, ຄວາມຕ້ອງການ ກາກາວ ຢູ່ໃນໂລກ ກຳລັງ ເພີ່ມຂຶ້ນສູງ ຄາດວ່າ ຮອດປີ 2020, ແຫຼ່ງ ກາກາວ ທີ່ຜະລິດ ອອກ ຈະບໍ່ສາມາດຕອບສະໜອງ ພຽງພໍ ກັບຄວາມຕ້ອງການ.

ຄິດເຖິງເລື່ອງນີ້, ທ່ານ ບຸ່ຍ Durassamy ໄດ້ມີ ແນວຄວາມຄິດໃນ ການຜະລິດອອກ ຜະລິດຕະພັນ ໂຊໂກເລດ ຈາກເມັດ ກາກາວ ຫວຽດນາມ ແລ້ວບຸລິມະສິດ ໃຫ້ແກ່ ຄົນຫວຽດໄດ້ນຳໃຊ້ກ່ອນໝູ່. ໃນປີ 2015, ທ່ານ ໄດ້ກັບເມືອບ້ານເກີດ ຢູ່ເມືອງ ເຈົາ ແທ່ງ, ແຂວງ ຕ່ຽນຢາງ ເພື່ອປະຕິບັດ ຄວາມມຸ່ງມາດ ປາດຖະໜາ ຂອງ ຕົນ ຄື ຜະລິດອອກ ບັນດາຜະລິດຕະພັນ ໂຊໂກເລດ ຂອງ ຄົນ ຫວຽດນາມ. 


ທ່ານ ບຸ່ຍ Durassamy ເຊື້ອສາຍ ຫວຽດ ດ້ວຍຄວາມມຸ້ງຫວັງ ຜະ ລິດອອກ ຜະລິດຕະພັນ ໂຊໂກເລດ ຂອງ ຄົນຫວຽດ ລ້ວນໆ. ພາບ: ເອກະສານ


ກາກາວ ຫວຽດນາມ ໄດ້ຮັບການຕີລາຄາສູງ ກ່ຽວກັບ ຄຸນນະພາບ ພ້ອມກັບ ອັດຕະສ່ວນລົດຊາດ ຢູ່ໃນເມັດກາກາວ. ພາບ: ເຊີນເຫງ້ຍ


ກຳມະກອນ ກຳລັງແຍກເມັດກາກາ ອອກຈາກໜ່ວຍ. ພາບ: ເຊີນເຫງ້ຍ


ເມັດກາກາວ ຫຼັງຈາກ ຂຶ້ນເຊື້ອ ຈະໄດ້ນຳໄປຕາກແດດ. ພາບ: ເຊີນເຫງ້ຍ


ກາກາວ ເພື່ອຜະລິດແປ້ງກາກາວ ແລະ ບັນດາ ຜະລິດຕະພັນ ກາກາວ ທີ່ແຕກຕ່າງກັນ. ພາບ: ເຊີນເຫງ້ຍ


ກາກາວ ໄດ້ນຳເຂົ້າຈັກຂົ້ວ. ພາບ: ເຊີນເຫງ້ຍ


ກາກາວແຫຼວ ໄດ້ປະສົມ, ບົດໃຫ້ແຫຼກ ແລະ ເກັບຮັກສາໃນ ອຸ່ນ ຫະພູມ ທີ່ຄົງທີ່ ເພື່ອການຜະລິດ ໂຊໂກເລດ. ພາບ: ເຊີນເຫງ້ຍ


ສ້າງຮູບໃຫ້ໂຊໂກເລດ. ພາບ: ເຊີນເຫງ້ຍ


Kimmy’s Chocolate ເປັນເຄື່ອງໝາຍການຄ້າ ໂຊໂກເລດ ຂອງ ຄົນຫວຽດ. ພາບ: ເຊີນເຫງ້ຍ


ທ່ານ ບຸ່ຍ Durassamy ໄດ້ປະສົບສໍາເລັດເບື້ອງຕົ້ນ ຄວາມມຸ່ງ ຫວັງ ຂອງ ຕົນ ຄື ໃຫ້ ຄົນຫວຽດ ໄດ້ຊົມໃຊ້ຜະລິດຕະພັນ ໂຊໂກເລດ
ທີ່ມີຕົ້ນກຳເນີດຈາກປະເທດຕົນ. ພາບ: ເອກະສານ

ເຄື່ອງໝາຍການຄ້າ Kimmy’s Chocolate ເລີ່ມຕົ້ນ ກໍາເນີດຂຶ້ນ ນັບແຕ່ນັ້ນເປັນຕົ້ນມາ. ຕົວທ່ານ Durassamy ເອງ ໄດ້ທຳການ ຄົ້ນຄວ້າຊອກຮູ້ ການ ອອກແບບເຄື່ອງຈັກ, ກໍ່ສ້າງ ໂຮງຜະລິດ ໃຊ້ ເວລາສອງປີ. ມາຮອດ ເດືອນ ເມສາ 2017, ຜະລິດຕະພັນ Kimmy’s Chocolate ໄດ້ ນຳອອກສູ່ ຕະຫຼາດຢ່າງເປັນທາງການ ແລະ ຊາວກະສິກອນ ຜູ້ປູກ ຕົ້ນກາກາວ ແມ່ນບັນດາລູກຄ້າ ຜູ້ທຳ ອິດ.

ກາກາວ ຫວຽດນາມ ໄດ້ບັນດານັກປຸງແຕ່ງໂລກ ຈັດ ຢູ່ໃນກຸ່ມ ມີ ຄຸນນະພາບສູງ ພ້ອມກັບ ບັນດາປະເທດ ການາ, ກົດດີວົວ, ບຣາ ຊີນ. ຫວຽດນາມ ກໍເປັນປະເທດໜຶ່ງດຽວ ຢູ່ ທະວີບອາຊີ ປູກ ແລະ ສົ່ງອອກ ກາກາວຂຶ້ນເຊື້ອ ເພື່ອ ຜະລິດ ໂຊໂກເລດ.
ປັດຈຸບັນ, Kimmy’s Chocolate ຊື້ວັດຖຸດິບ ຈາກຊາວກະສິກອນ ປູກ ກາກາວ ຢູ່ ເມືອງ ເຈົາແທ່ງ ແລະ ເມືອງ ເຈີ້ກ້າວ ຂອງ ແຂວງ ຕ່ຽນຢາງ. ໃນຕໍ່ໜ້າ, Kimmy’s Chocolate ໄດ້ມີແຜນເປີດກວ້າງ ເຂດສະໜອງວັດຖຸດິບ ໄປເຖິງ ແຂວງ ຈ່າວິງ ກັບບັນດາ ຂໍ້ສະດວກ ກ່ຽວກັບລັກສະນະທີ່ດິນ ຂອງເຂດດິນນີ້ ເວົ້າສະເພາະ ແລະ ທົ່ວ ເຂດທົ່ງພຽງແມ່ຂອງ ເວົ້າລວມ ສຳລັບຕົ້ນກາກາວ.

ເປັນເວລາກວ່າໜຶ່ງປີ ທີ່ ຜະລິດຕະພັນອອກສູ່ຕະຫຼາດ, ທ່ານ ບຸ່ຍ Durassamy ໄດ້ປະສົບສໍາເລັດເບື້ອງຕົ້ນ ຄວາມມ້ງຫວັງ ຂອງ ຕົນ ຄື ໃຫ້ ຄົນຫວຽດ ໄດ້ຊິມຜະລິດຕະພັນ ໂຊໂກເລດ ທີ່ມີຕົ້ນກຳເນີດຈາກ ປະເທດຕົນ. ປັດຈຸບັນ, ເຄື່ອງໝາຍການຄ້າ Kimmy’sChocolate ມີຜະລິດຕະພັນ ຜະລິດຈາກ ໝາກກາກາວ ເຖິງ 20 ຊະນິດ, ນອກຈາກ ໂຊໂກເລດ ແລ້ວ ກໍຍັງມີ ແປ້ງໂຊໂກເລດ, ເນີຍ ກາກາວ, ກາກາວ ແຫຼວ, ໃນ ກາກາວ, ເນີຍ ໂຊໂກເລດ, ໂຊໂກເລດ ຊາຂຽວ... ຜະລິດ ຕະພັນ ທຸກປະເພດ ແມ່ນໄດ້ມີວາງຂາຍ ຢູ່ ໃນລະບົບ ສັບພະສິນຄ້າ, ຮ້ານອາຫານ, ສາຂາຈຳໜ່າຍ ເພື່ອໃຫ້ ລູກຄ້າ ແລະ ນັກທ່ອງທ່ຽວ ສາມາດຫາຊື້ໄດ້ ຢູ່ຕາມແຂວງ ແລະ ນະຄອນຕ່າງໆ ໃນທົ່ວປະເທດ.

ບໍ່ພຽງແຕ່ປະດິດອອກບັນດາຜະລິດຕະພັນໂຊໂກເລດ ທີ່ເປັນຂອງ ຄົນຫວຽດ ເທົ່ານັ້ນ, ທ່ານ ບຸ່ຍ ຍັງ ຊອກໄດ້ຂາອອກ ໃຫ້ ແກ່ຕົ້ນ ກາກາວ, ຊ່ວຍຊາວກະສິກອນ ມີແຫຼ່ງ ລາຍຮັບທີ່ໝັ້ນຄົງ ອີກດ້ວຍ. ການທີ່ສ້າງ ເຄື່ອງໝາຍການຄ້າ ໂຊໂກເລດ ທີ່ມີຄວາມໝາຍຢ່າງ ເລິກເຊິ່ງ ຂອງ ທ່ານ ບຸ່ຍ ເໝືອນດັ່ງສາຍລົມໃໝ່ ເພື່ອໃຫ້ຕົ້ນ ກາກາວ ຢູ່ເຂດ ທົ່ງພຽງແມ່ນຳ້ຂອງ ໄດ້ຟື້ນຊີບຄືນໃໝ່. ໃນຕົວຈິງ, ກາກາວເປັນປະເພດຕົ້ນໄມ້ ອຸດສາຫະກຳ ທີ່ປູກງ່າຍ, ບໍ່ເສຍເວລາໃນ ການ ເບິ່ງແຍງບົວລະບັດຫຼາຍ, ລາຄາໝັ້ນຄົງ ແລະ ອາຍຸ ຂອງ ຕົ້ນ ກາກາວ  ແກ່ຍາວເຖິງ 40 ປີ, ເພາະສະນັ້ນ ຖ້າຫາກມີຂາອອກ ເໝາະສົມ, ນີ້ຈະເປັນປະເພດ ຕົ້ນໄມ້ ທີ່ນຳມາປະສິດທິຜົນສູງ ທາງ ດ້ານ ເສດຖະກິດ ໃຫ້ແກ່ ພໍ່ແມ່ປະຊາຊົນ ຊາວກະສິກອນ.

ຫວຽດນາມ ເຄີຍມີຊື່ສຽງໂດ່ງດັງ ກ່ຽວກັບຕົ້ນກາເຟ ຢູ່ ເຂດໄຕ ງວຽນ, ໃນປັດຈຸບັນ ທ່ານ ບຸ່ຍ Durassamy ມີຄວາມໄຝ່ຝັນ ຕ້ອງ ການໃຫ້ ເຂດທົ່ງພຽງແມ່ນໍ້າຂອງ ທີ່ມີຄວາມສາມາດບົ່ມຊ້ອນ ຈະ ມີການພັດທະນາທ່າແຮງ ເທື່ອລະກ້າວ ເພື່ອໃຫ້ ກາກາວ ກາຍເປັນ ປະເພດຕົ້ນໄມ້ ອຸດສາຫະກຳ ທີ່ເປັນເອກະລັກ ເມື່ອກ່າວເຖິງ ເຂດ ດິນແດນ ພາກໃຕ້ແຫ່ງນີ້. ຢູ່ທີ່ນັ້ນ ມີຜະລິດຕະພັນ ໂຊໂກເລດ ທີ່ ເຂັ້ມ ຂົ້ນໄປດ້ວຍ ລົດຊາດ ຈາກໝາກ ກາກາວ ທ້ອງຖິ່ນ ຂອງ “ພໍ່ ເຖົ້າ” ເຊື້ອສາຍ ຫວຽດ ຄົນໜຶ່ງ ທີ່ມີຄວາມ ເອກອ້າງທະນົງໃຈ ກັບ ສີສັນ ຂອງ ບ້ານເກີດເມືອງນອນຕົນ ຢູ່ສະເໝີ.


ປັດຈຸບັນ, ບັນດາຜະລິດຕະພັນ ຂອງ Kimmy’s Chocolate ໄດ້ມີ ວາງຂາຍ ຢູ່ ຕາມຮ້ານສັບພະສິນຄ້າ, ຮ້ານອາຫານ,
ສາຂາຈຳ ໜ່າຍ ເພື່ອໃຫ້ລູກຄ້າ ແລະ ນັກທ່ອງທ່ຽວ ສາມາດ ຫາຊື້ໄດ້
ຢູ່ຕາມ ແຂວງ ແລະ ນະຄອນໃນທົ່ວປະເທດ:










ບົດ: ເຊີນເຫງ້ຍ - ພາບ: ເຊີນເຫງ້ຍ ແລະ ເອກະສານ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top