• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄງການ REDP ອຸປະຖຳ ODA ໃຫ້ຫວຽດນາມກວ່າ 204 ລ້ານ USD

ໂຄງການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ (REDP) ຂອງທະນາຄານໂລກ (WB) ດ້ວຍແຫຼ່ງທຶນ ODA ອຸປະຖຳໃຫ້ ຫວຽດນາມ ກວ່າ 204 ລ້ານ USD, ໃນນັ້ນ ແຫຼ່ງທຶນຊ່ວຍເຫຼືອລ້າ ແມ່ນເກືອບ 2,3 ລ້ານ USD.


ກອງປະຊຸມສະຫຼຸບໂຄງການ REDP

(ພາບ:Toan Thang/VGP)

ດ້ວຍເປົ້າໝາຍແມ່ນພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່ ຂຶ້ນສູ່ຕາໜ່າງໄຟຟ້າແຫ່ງຊາດ ບົນພື້ນຖານການຄ້າ, ຮັບປະກັນການພັດທະນາແບບຍືນຍົງ, ໂຄງການ REDP  ໄດ້ໜູນຊ່ວຍບັນດາວິສາຫະກິດຫວຽດນາມໃນວຽກງານລົງທຶນກໍ່ສ້າງບັນດາໂຄງການພະລັງງານຜະລິດຄືນໃໝ່; ໜູນຊ່ວຍບັນດາອົງການຄຸ້ມຄອງລັດສ້າງກອບນະໂຍບາຍນິຕິກຳ ກ່ຽວກັບແຫຼ່ງພະລັງງານຜະລິດຄືນໃໝ່ໃຫ້ສົມບູນແບບ, ສຸມໃສ່ແກ້ໄຂບາງຮົ້ວກີດຂວາງສຳລັບການລະດົມແຫຼ່ງທຶນການຄ້າ ໃນການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ ເຊິ່ງດຳເນີນໃນຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນບ໋າແທ່ງ, ຮອງຫົວໜ້າກົມໄຟຟ້າ ແລະ ພະລັງງານຜະລິດຄືນໃໝ່ (ກະຊວງອຸດສາຫະກຳ ແລະ ການຄ້າ), ຕີລາຄາສູງການໜູນຊ່ວຍ, ຊ່ວຍເຫຼືອຂອງທະນາຄານໂລກໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ.

        “ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີພົນລະເມືອງຫຼວງຫຼາຍ, ສຳລັບຮູບການເສດຖະກິດໃນປັດຈຸບັນ ແລະ ລະດັບການເຕີບໂຕຂອງເສດຖະກິດໃນແຕ່ລະປີ ແມ່ນຫຼຸດລື່ນປະມານ 7%/ປີ, ຄວາມຕ້ອງການແຫຼ່ງພະລັງງານເວົ້າລວມ ແລະ ໄຟຟ້າເວົ້າສະເພາະຂອງ ຫວຽດນາມໃນໄລຍະຈະມາເຖິງ ແມ່ນຫຼາຍທີ່ສຸດ. ເພື່ອຕອບສະໜອງຄວາມຕ້ອງການແຫຼ່ງພະລັງງານນັ້ນ, ຫວຽດນາມ ຈາກປະເທດທີ່ສົ່ງອອກພະລັງງານ ໄດ້ກາຍເປັນປະເທດນຳເຂົ້າ ແລະ ນັບມື້ນັບອີງໃສ່ ການນຳເຂົ້າບັນດາແຫຼ່ງຖ່ານຫີນ ແລະ ນ້ຳມັນອາຍແກັດຈາກຕ່າງປະເທດ. ໃນສະພາບການດັ່ງກ່າວ, ເລື່ອງພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ ແມ່ນທ່າອ່ຽງທີ່ຈຳເປັນ ເພື່ອແນໃສ່ຫັນການສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ, ຮັບປະກັນຄວາມໝັ້ນຄົງພະລັງງານ, ຫຼຸດຜ່ອນການອີງໃສ່ແຫຼ່ງຖ່ານຫີນນຳຂົ້າ, ບັນດາແຫຼ່ງພະລັງງານທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ. ໂຄງການ REDP ໂດຍ ທະນາຄານໂລກ ແລະ SECO ອຸປະຖຳ ແມ່ນມີຄວາມໝາຍສຳຄັນສຳລັບປະຊາຄົມ, ແມ່ນການໜູນຊ່ວຍທີ່ມີລັກສະນະຮອບດ້ານໃຫ້ແກ່ລັດຖະບານຫວຽດນາມ ກ່ຽວກັບກົດໝາຍວ່າດ້ວຍການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ ແລະ ດຶງດູດບັນດາແຫຼ່ງກຳລັງຈາກສັງຄົມໃນການເຄື່ອນໄຫວລົງທຶນພັດທະນາແຫຼ່ງພະລັງງານຢູ່ຫວຽດນາມ”.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top