• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ໂກນດ໊າວ: ຈາກ “ນາລົກເທິງດິນ” ເປັນ “ແດນສະຫວັນ ແຫ່ງ ການ ທ່ອງທ່ຽວ”

ວາລະສານທ່ອງທ່ຽວ ສອງສະບັບ ທີີ່ມີຊື່ສຽງ Lonely Planet (ອົດສະຕຣາລີ) ແລະ Travel and Leisure (ສ ອາເມລິກາ) ໄດ້ຄັດເລືອກ ໂກນດ໊າວ (ແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ) ເປັນ ໜ່ວຍ ເກາະທີ່ “ເລິກລັບທີ່ສຸດ” ແລະ “ມີສະເໜ່ສຸດ” ໃນໂລກ.  ບັນນາ ທິການ ຂອງ ວາລະສານສອງສະບັບນີ້ເຫັນວ່າ ໂກນດ໊າວ ໄດ້ມີ ຂະບວນວິວັດແຫ່ງການເຄື່ອນໝູນ, ຜັນປ່ຽນ ພາຍຫຼັງກວ່າ 45 ປີ ຈາກ “ນາລົກເທິງດິນ”ເປັນ “ແດນສະຫວັນ” ຂອງ ການອະ ນຸລັກຮັກສາ ລະບົບນິເວດທະເລ, ທັງເປັນບ່ອນ ມີຫຼາຍຮູບແບບ ການທ່ອງທ່ຽວທະເລ ທີ່ເປັນເອກະລັກ ອີກດ້ວຍ. 
ຂີດໝາຍແຫ່ງການ ປົກປັກຮັກສາ ລະບົບນິເວດທະເລ

ເດືອນມິຖຸນາ, ເມື່ອການລະບາດໂຄວິດ-19 ສືບຕໍ່ ແຜ່ລະບາດ ໄປທົ່ວໂລກ, ແຕ່ ຫວຽດນາມ ສາມາດຄວບຄຸມການລະບາດ ໂຄວິດ-19 ໄດ້ໂດຍພື້ນຖານ. ຢູ່ເທິງບັນດາເວທີປາໄສ, ເຄືອຄ່າຍ ອິນເຕີເນັດ ໄດ້ເຜີຍແຜ່ເລື່ອງລາວຕ່າງໆ ກ່ຽວກັບຄົນ ຫວຽດ ໄປທ່ອງທ່ຽວ ຢູ່ພາຍໃນປະເທດ ແລະ “ໂກນດ໊າວ-ແດນສະຫວັນ ຢູ່ກາງທະເລຕາເວັນອອກ” ໄດ້ຫຼາຍຄົນກ່າວເຖິງ. ຫຼັງ ຈາກການເດີນທາງຜ່ານທະເລ ດ້ວຍກຳປັ່ນດ່ວນ ເປັນເວລາ 4 ຊ່ົວໂມງ, ພວກຂ້າພະເຈົ້າໄດ້ທ່ານ ຖ໋າຍຄັກຕິ່ງ, ພະນັກງານ ໜຸ່ມຄົນໜຶ່ງ ຂອງ ປ່າສະຫງວນແຫ່ງຊາດ ໂກນດ໊າວ ຕ້ອນຮັບ ແລະ ພາໄປຍັງເກາະ ໄບ໊ແກ້ງ ຊຶ່ງເປັນເກາະນ້ອຍ ໜ່ວຍໜຶ່ງ ຕັ້ງຢູ່ທາງທິດຕາເວັນອອກ ຂອງ ເມືອງເກາະ ໂກນດ໊າວ. 

ເຂດທະເລ ອ້ອມເກາະ ໄບ໊ແກ້ງ ໄດ້ຮັບການ ປົກປັກຮັກສາ ຢ່າງ ເຄັ່ງຄັດ ເພື່ອຮັບໃຊ້ ວຽກງານຄົ້ນຄວ້າ ອະນຸລັກຮັກສາ ແລະ ພັດທະນາ ຄວາມອຸດົມສົມບູນ ດ້ານຊີວະນາໆ ພັນ ຂອງ ທະເລ ເຊັ່ນ: ບັນດາກຸ່ມປາກະລັງ ກັບບັນດາແນວພັນ ທີ່ຫຼາກຫຼາຍ, ບັນດາປະເພດ ຫອຍ, ປີງທະເລ, ປາ ທີ່ໃຊ້ຊີວິດຢູ່ ໃນກຸ່ມປາກະ ລັງ, ເຕົ່າທະເລ, ຫຍ້າທະເລ ແລະ ແໜທະເລ... 
ເທິງເຮືອຈັກ ໄປຍັງເກາະ ໄບ໊ແກ້ງ, ພວກຂ້າພະເຈົ້າຕ້ອງເຖິງກັບ ຕົກສະເງີ້ຕໍ່ຄວາມງາມ ຂອງລະບົບນິເວດທະເລ ຢູ່ທີ່ນີ້. ເຖິງວ່າ ມີ ເນື້ອທີ່ບໍ່ກວ້າງ (ປະມານ 5,1 ເຮັກຕາ) ແຕ່ລະບົບນິເວດ ປ່າ ນຳ້ເຄັມ ຢູ່ແຫ່ງນີ້ ໄດ້ປະກອບສ່ວນ ເຮັດໃຫ້ສົມບູນແບບ ລັກ ສະນະ ຮ່ວມເຂົ້າກັນ ລະຫວ່າງບັນດາລະບົບນິເວດເຊັ່ນ: ລະ ບົບນິເວດ ປ່າຝົນເຂດຮ້ອນ ເທິງພູສູງ, ລະບົບນິເວດປ່ານຳ້ເຄັມ, ລະບົບຫຍ້າທະເລ ແລະ ລະບົບນິເວດ ບັນດາກຸ່ມປາກະລັງ ຂອງ ປ່າສະຫງວນແຫ່ງຊາດ ໂກນດ໊າວ.

ມາຍັງສູນກວດກາປ່າໄມ້ ເທິງເກາະ ໄບ໊ແກ້ງ ໃນຍາມຄ້ອຍຄໍ່າ, ພວກຂ້າພະເຈົ້າ ໄດ້ເຫັນກັບຕາ ບັນດາພະນັກງານ ກວດກາປ່າ ໄມ້ ແບ່ງວຽກກັນເຊັ່ນ: ຄົນຫຸງເຂົ້າ, ຄົນມ້ຽມມັດ ຈັດລຽງ ເຄື່ອງ ຂອງ ທີ່ນຳມາຈາກ ເກາະໃຫຍ່. ຖາມຈຶ່ງຮູ້ ພວກທ່ານຕ້ອງສຳ ເລັດວຽກງານ ກ່ອນເວລາຟ້າມືດ, ຍ້ອນຢູ່ທີ່ນີ້ ບໍ່ໄດ້ໄຕ້ໄຟໃນ ຍາມກາງຄືນ ແລະ ບໍ່ໃຫ້ມີສຽງດັງ ເພາະວ່າ ຈະເຮັດໃຫ້ເຕົ່າ ທະເລຢ້ານກົວ ແລະ ບໍ່ກ້າຂຶ້ນເກາະ ເພື່ອວາງໄຂ່.

ທ່ານ ຖ໋າຍຄັກຕິ່ງ ໃຫ້ຮູ້ວ່າ ນັບແຕ່ປີ 1994, ຄະນະຄຸ້ມຄອງ ປ່າ ສະຫງວນແຫ່ງຊາດ ໂກນດ໊າວ ໄດ້ດຳເນີນປະຕິບັດ ການ ອະນຸ ລັກຮັກສາ ເຕົ່າທະເລ. ຄະນະຄຸ້ມຄອງ ໄດ້ຈັດຕັ້ງ ສູນກວດກາ ປ່າໄມ້ 5 ແຫ່ງ ຢູ່ບັນດາເກາະ ທີ່ມີເຕົ່າ ຂຶ້ນວາງໄຂ່ ເປັນປະຈຳ ແນໃສ່ຄົ້ນຄວ້າ ຄຸນລັກສະນະຊີວະວິທະຍາ ຂອງ ເຕົ່າທະເລ ໂດຍຜ່ານການຖືບັດ, ຕິດເຄື່ອງຕິດຕາມ ຈຸດທີ່ຢູ່ ຂອງ ເຕົ່າ ຜ່ານ ດາວທຽມ, ປົກປັກຮັກສາຊີວະພາບ ເຮັດຮັງ ແລະ ຍົກຍ້າຍ ໄຂ່ ໄປບ່ອນປອດໄພ.

ພວກຂ້າພະເຈົ້າຟ້າວກິນເຂົ້າແລງ ໃຫ້ແລ້ວກ່ອນຟ້າຈະມືດ. ນີ້ກໍແມ່ນເລີ່ມຊ່ວງເວລາເຮັດວຽກປົກປັກຮັກສາເຕົ່າ ວາງໄຂ່. ພາພວກຂ້າພະເຈົ້າ ໄປລາດຕະເວນ ແມ່ນພະນັກງານກວດກາ ປ່າໄມ້ ເລຈຸງຮ໋ຽວ. ທ່ານ ຮ໋ຽວ ໃຫ້ຮູ້ວ່າ ເຕົ່າ ເຄີຍເຂົ້າຝັ່ງວາງໄຂ່ ໃນຍາມເດິກ, ແຕ່ວຽກງານ ຂອງ ພະນັກງານກວດກາປ່າໄມ້ ແມ່ນຕ້ອງມີໜ້າ ໃນຍາມຄໍ່າມືດ ເພື່ອກວດກາບັນດາກໍລະນີບໍ່ດີ ທີ່ອາດຈະ ສົ່ງຜົນສະທ້ອນຕໍ່ເຕົ່າ.



ປ່າສະຫງວນແຫ່ງຊາດ ໂກນດ໊າວ ເປັນບ່ອນທຳອິດ ຢູ່ ຫວຽດ ນາມ ທີ່ປະສົບຜົນສຳເລັດ ດີທີ່ສຸດ ກ່ຽວກັບ ໂຄງການ ອະນຸລັກ, ຊ່ວຍເຫຼືອເຕົ່າທະເລ. ພາບ: ເຕິດເຊີນ


ພາຍຫຼັງການຟັກໄຂ່ຢູ່ໃຕ້ຂີ້ຊາຍເປັນເວລາ 60 ວັນ, ບັນດາ ລູກເຕົ່າ ຈະຖືກແຕກອອກຈາກໄຂ່ ແລະ ຂຸດຂີ້ຊາຍ ໝົ້ນຂຶ້ນ ເທິງ ໜ້າດິນ. ພາບ: ເຕິດເຊີນ


ແຕ່ລະປີ, ປ່າສະຫງວນແຫ່ງຊາດ ໂກນດ໊າວ ໄດ້ປ່ອຍລູກເຕົ່າ ກວ່າ 150.000 ໂຕ ລົງສູ່ທະເລ. ພາບ: ເຕິດເຊີນ


ກວດກາຂະໜາດ ແລະ ສຸຂະພາບຂອງເຕົ່າແມ່ ທຸກຄັ້ງ ເມື່ອ ເຕົ່າຂຶ້ນເກາະວາງໄຂ່. ພາບ: ເຕິດເຊີນ


ບັນດາພະນັກງານກວດກາປ່າໄມ້ ສັງກັດເກາະ ໄບ໊ແກ້ງ ໄດ້ດຳເນີນ ການລາດຕະເວນກວດກາ ເຂດປ່ານຳ້ເຄັມ ເປັນປະຈຳ. ພາບ: ທົງຫາຍ




ປ່າສະຫງວນແຫ່ງຊາດ ໂກນດ໊າວ ມີລະບົບນິເວດ ປ່າ ນຳ້ເຄັມ ທີ່ອຸດົມສົມບູນ ແລະ ເປັນເອກະລັກ ກັບຫຼາຍປະເພດ ສັດ ທີ່ມີຄ່າຫາຍາກ. ພາບ: ເອກະສານ






ໂກນດ໊າວ ມີຊື່ສຽງ ກັບບັນດາກຸ່ມປາກະລັງ ແລະ ລະບົບນິເວດທະເລ ງາມທີສຸດ ຫວຽດນາມ. ພາບ: ເອກະສານ

ຫຼັງຈາກນັ່ງຢູ່ຫາດຊາຍ ເປັນເວລາ 2-3 ຊົ່ວໂມງ ເພື່ອລໍຖ້າ ເຕົ່າ ຂຶ້ນວາງໄຂ່, ໃນທີສຸດ ພວກຂ້າພະເຈົ້າ ກໍໄດ້ສົມປະສົງ. ບັນດາ ໂຕເຕົ່າແມ່ ຊຶ່ງມີນຳ້ໜັກເຖິງຮ້ອຍກິໂລກຣາມ ງຽບໆ ຄານຈາກ ທະເລ ຂຶ້ນຝັ່ງ ຂຸດຂຸມ ແລະ ວາງໄຂ່. ນີ້ກໍແມ່ນເວລາ ທີ່ພະນັກ ງານກວດກາປ່າໄມ້ ຈາກສູນ ລົງມາຊາຍຫາດ, ແບ່ງປັນວຽກ ງານ ເພື່ອການຕິດຕາມບ່ອນເຕົ່າວາງໄຂ່ ບໍ່ໃຫ້ຂາດຕົກບົກ ພ່ອງ. ບັນດາໂຕເຕົ່າແມ່ ຂຶ້ນເກາະຕ່າງ ໄດ້ຖືບັດ ຕິດຕາມ ຈຸດທີ່ ຢູ່ ຜ່ານດາວທຽມ ແລະ ໄດ້ບັນທຶກ ບັນດາຂໍ້ມູນ ກ່ຽວກັບ        ຂະໜາດ, ສຸຂະພາບ ແລະ ຈຳນວນໄຂ່ ເພື່ອລາຍງານ ມາຍັງ ຄະນະຄຸ້ມຄອງ. ຕາມການບັນທຶກ ມີເຖິງ 17 ບ່ອນວາງໄຂ່ ກັບ ຈຳນວນໄຂ່ ເກືອບ 2000 ໜ່ວຍ ໃນຄືນນັ້ນ. 

ປີ 2014, ກອງເລຂາ ສົນທິສັນຍາ Ramsar ໄດ້ຮັບຮອງ ປ່າ ສະຫງວນແຫ່ງຊາດ ໂກນດ໊າວ ເປັນໜຶ່ງໃນ 2.203 ເຂດດິນ ຊຶມ ນໍ້າ ທີ່ສຳຄັນລະດັບສາກົນ. ໂກນດ໊າວ ແມ່ນເຂດ Ramsar ທີ 6 ແລະ ເປັນເຂດ Ramsar ທະເລແຫ່ງທໍາອິດຂອງ ຫວຽດ ນາມ. 
ຫຼັງຈາກຍົກຍ້າຍໄຂ່ເຕົ່າ ໄປຍັງບ່ອນປອດໄພ ກໍພໍດີ ຟ້າສະ ຫວ່າງ, ບັນດາພະນັກງານສືບຕໍ່ວຽກງານ ເຕົ້າໂຮມ ບັນດາໂຕ ເຕົ່າ ທີ່ໄດ້ແຕກອອກຈາກໄຂ່ ເພື່ອນຳໄປປ່ອຍ ລົງທະເລ.

ແຕ່ລະປີ ແຕ່ເດືອນ ມິຖຸນາ ເຖິງເດືອນ ຕຸລາ ມີເຕົ່າແມ່ລວມ ກວ່າ 400 ໂຕ ຂຶ້ນຝັ່ງຫາດຊາຍ ສັງກັດປ່າສະຫງວນ ແຫ່ງຊາດ ໂກນດ໊າວ ເພື່ອວາງໄຂ່. ມີລູກເຕົ່າ ກວ່າ 150.000 ໂຕ ໄດ້ຮັບ ການຊ່ວຍເຫຼືອ, ໃຫ້ເກີດໃໝ່ ແລ້ວປ່ອຍລົງສູ່ ທະເລ, ອັດຕາ ການຟັກໄຂ່ ທ່ີປະສົບຜົນສໍາເລັດ ສູງເຖິງ 87%. ໃນຊ່ວງເວລາ ເຕົ່າອອກໄຂຫຼາຍທີສຸດ, ບາງຫາດຊາຍ ຢູ່ເກາະ ໄບ໊ແກ້ງ, ຮ່ອນແຈໃຫຍ່, ແຕ່ລະຄືນມີເຕົ່າແມ່ 10-20 ໂຕ ຂຶ້ນຝັ່ງວາງໄຂ່.

ຜ່ານການປະຕິບັດ ວຽກງານ ອະນຸລັກຮັກສາ ເຕົ່າທະເລ ເປັນເວ ລາ 26 ປີ, ປ່າສະຫງວນແຫ່ງຊາດ ໂກນດ໊າວ ເປັນບ່ອນ ທຳອິດ ຢູ່ ຫວຽດນາມ ທີ່ປະສົບຜົນສຳເລັດ ແລະ ບັນລຸປະສິດທິຜົນ ດີທີ ສຸດ ກ່ຽວກັບ ໂຄງການ ອະນຸລັກ, ຊ່ວຍເຫຼືອເຕົ່າທະເລ, ປະກອບສ່ວນສຳຄັນ ໃນຍຸດທະສາດການປະຕິບັດງານ ດ້ານຊີວະນາໆ ພັນແຫ່ງຊາດ ແລະ ພາກພື້ນ. 

ທ່ານ ຫງວຽນດິ່ງຫຼີ໋, ຫົວໜ້າສູນກວດກາປ່າໄມ້ ເກາະ ໄບ໊ແກ້ງ ໃຫ້ຮູ້ວ່າ: “ນອກຈາກວຽກງານ ອະນຸລັກເຕົ່າ, ການປົກປັກຮັກ ສາ ລະບົບນິເວດທາງທະເລ ກໍມີຄວາມສຳຄັນທີສຸດ. ນີ້ແມ່ນ ເງື່ອນໄຂ ທີ່ຈຳເປັນເພື່ອພັດທະນາ ການທ່ອງທ່ຽວ ຢູ່ ໂກນດ໊າວ. ແຕ່ລະປີ, ໂກນດ໊າວ ໄດ້ຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ນັບລ້ານເທື່ອຄົນ ມາຢ້ຽມຢາມ ຄວາມສວຍ ງາມແບບດັ້ງເດີມ ແລະ ລະບົບນິເວດທາງທະເລ ທີ່ອຸດົມສົມບູນ ແລະ ເປັນເອກະລັກ”.


ຄວາມດຶງດູດ ດ້ານທ່ອງທ່ຽວ ຂອງ ໂກນດ໊າວ

ນັກທ່ອງທ່ຽວສາມາດມາຍັງ ໂກນດ໊າວ ດ້ວຍທາງທະເລ ຈາກ ທ່າກຳປັ່ນ ກ໋າດເຫຼີ-ຫວຸ໊ງເຕົ່າ ໃຊ້ເວລາ 4 ຊົ່ວໂມງ ຫຼື ທາງອາ ກາດ ຈາກສະໜາມບິນ ເຕິນເຊີນເຍິດ-ນະຄອນ ໂຮ່ຈີມິນ ໃຊ້ ເວລາ 45 ນາທີ. 
ບໍ່ພຽງແຕ່ມີທິວທັດທຳທະຊາດແບບດັ້ງເດີມ, ມີກຳລັງແຮງ ດຶງ ດູດໃຈເທົ່ານັ້ນ, ໂກນດ໊າວ ຍັງມີຄວາມສາມາດບົ່ມຊ້ອນ ຢ່າງ ໃຫຍ່ຫຼວງ ເພື່ອພັດທະນາ ຮູບການທ່ອງທ່ຽວ ກ່ຽວກັບ ວັດທະ ນະທຳ-ປະຫວັດສາດ-ຈິດວິນຍານ ອັນເນື່ອງຈາກວ່າ ນະແຫ່ງນີ້ ມີຮ່ອງຮອຍປະຫວັດສາດແຫ່ງຊາດພິເສດ ໂກນດ໊າວ. ມາຍັງ ໂກນດ໊າວ, ບ່ອນຖືວ່າເປັນ “ນາລົກ ເທິງດິນ” ສະໄໝ ຝຣັ່ງ ປົກຄອງ ແລະ ພາຍໃຕ້ລະບອບອຳນາດການປົກຄອງ ຫວຽດນາມ ສາທາລະນະ, ນັກທ່ອງທ່ຽວ ຈະໄດ້ຫວນຄືນໃນໄລຍະປະຫວັດສາດໜຶ່ງທ່ີແສນເຈັບປວດ, ແຕ່ສະຫງ່າອົງອາດ ຂອງປະຕິວັດ ຫວຽດນາມ. ຢູ່ນະແຫ່ງນີ້, ໃນກວ່າ 100 ປີ (ແຕ່ປີ 1862 ເຖິງ ປີ 1975), ຜ່ານການຕໍ່ສູ້ຕ້ານການຮຸກຮານຈາກ ຝຣັ່ງ ແລະ ສ ອາເມລິກາ, ມີຄົນ ຫວຽດນາມ ຜູ້ຮັກຊາດ ປະມານ 20.000 ຄົນ ໃນຫຼາຍຮຸ່ນຄົນ ໄດ້ຖືກກັກຂັງ ແລະ ເສຍຊີວິດ ຢູ່ “ນາລົກ ເທິງ ດິນ” ໂກນດ໊າວ, ບ່ອນເຮັດໃຫ້ທົ່ວໂລກ ຕ້ອງຕົກຕະລຶງ ເມື່ອ ຄວາມຈິງຖືກເປີດເຜີຍ.

ສຳລັບຜູ້ທີ່ຮັກມັກ ການຄົ້ນຫາຄວາມງາມແບບທຳມະຊາດ, ຊອກຮູ້ ປະຫວັດສາດ ແລະ ຜ່ານປະສົບການຕົວຈິງກັບ ຊ່ວງ ເວລາທີ່ຍາກຈະຫຼົງລືມ ກັບນຳ້ທະເລສີຄາມ ແລະ ຫາດຊາຍ ທີ່ ຂາວນຽນ ແນ່ນອນວ່າ ໂກນດ໊າວ ຈະເປັນບ່ອນເລືອກເຟັ້ນ ອັນ ດັບແຖວໜ້າ.



ລານບິນ ສະໜາມບິນ ໂກນດ໊າວ ເປັນໜຶ່ງ ໃນບັນດາ ລານບິນ ທີ່ສ້າງຄວາມປະທັບໃຈທີສຸດໂລກ ກັບ ສອງສົ້ນ ຕິດກັບທະເລ. ພາບ: ບ໊າວອວຽນ
 

ທ່າກຳປັ່ນ ນໍານັກທ່ອງທ່ຽວໄປຄົ້ນພົບ ບັນດາເກາະນ້ອຍ ຢູ່ ໂກນ ດ໊າວ. ພາບ: ບ໊າວອວຽນ


ບັນດາເຮືອນວິນລາ ຫັນໜ້າສູ່ທະເລ ທີ່ໃກ້ຊິດ ກັບ ທຳມະຊາດ ຢູ່ເຂດພັກຜ່ອນ ເພື່ອສຸຂະພາບ ຊັ້ນນຳ Six Senses ຢູ່ ໂກນດ໊າວ. ພາບ: ເລມິນ


ນັກທ່ອງທ່ຽວເທິງເກາະ ໄບ໊ແກ້ງ ຜ່ານປະສົບການຕົວຈິງ ກັບ ການປ່ອຍລູກເຕົ່າ ລົງສູ່ທະເລ. ພາບ: ເອກະສານ


ນັກທ່ອງທ່ຽວຄົ້ນພົບ ລະບົບນິເວດ ປ່ານຳ້ເຄັມ ຢູ່ ໂກນດ໊າວ. ພາບ: ເຕິດເຊີນ


ບັນດາສາຍທາງແຄມທະເລ ທີ່ຄົດໂຄ້ງຕາມເປີ້ນພູ ຢູ່ ໂກນ ດ໊າວ. ພາບ: ບ໊າວອວຽນ


ຄ້າຍຄຸມຂັງ ຝູ໋ຫາຍ ເປັນຄ້າຍຄຸມຂັງ ທີ່ເກົ່າແກ່ທີສຸດ ຢູ່ໂກນ ດ໊າວ ຊຶ່ງພວກລ່າເມືອງຂຶ້ນ ຝຣັ່ງ ກໍ່ສ້າງໃນປີ 1862, ມີເນື້ອທີ່ ປະມານ 12.000 ມ2, ມີຫ້ອງກັກຂັງລວມໝູ່ 10 ຫ້ອງ
ແລະ ຫ້ອງຂັງໃຕ້ດິນ 20 ຫ້ອງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ປະຫວັດສາດ ທີ່ປະທັບໃຈ ສຳລັບ ນັກທ່ອງທ່ຽວ. ພາບ: ແທງຮ່ວາ



ນັກທ່ອງທ່ຽວ ຢ້ຽມຢາມເຂດຮ່ອງຮອຍປະຫວັດສາດ ຫໍພິພິ ທະພັນ ໂກນດ໊າວ ເພື່ອຊອກຮູ້ ກ່ຽວກັບ ປະຫວັດສາດ ຢູ່ ນະແຫ່ງນີ້. ພາບ: ທົງຫາຍ


ນັກທ່ອງທ່ຽວຢ້ຽມຊົມເຂດ ຄອກເສືອ ຢູ່ ໂກນດ໊າວ. ພາບ: ເຕິດເຊີນ


ຮູບຈໍາລອງ ກ່ຽວກັບ ຜູ້ຄຸມຄຸກ ຝູ໋ບິ່ງ ທໍລະມານນັກໂທດ ທີ່ ຖືກກັກຕົວໂດດດ່ຽວ ຢູ່ເຂດຄອກເສືອ. ພາບ: ເຕິດເຊີນ


ໃນຍາມທ່ຽງຄືນ ນັກທ່ອງທ່ຽວມັກໄປ ສຸສານ ຮ່າງເຢືອງ ເພື່ອຖະຫວາຍທູບທຽນ ດອກໄມ້ ອາໄລຫາ ບັນດາ ວິລະຊົນ ຜູ້ ທ່ີເສຍສະຫຼະຊີວິດ ເພື່ອປະເທດຊາດ. ພາບ: ບ໊າວອວຽນ


ປະຊາຊົນ ແລະ ນັກທ່ອງທ່ຽວ ທົ່ວທຸກສາລະທິດ ມາ ສະແດງຄວາມຄຳນັບ ຫຼຸມຝັງສົບ ວິລະຊົນ ຫວໍທິເສົາ ແລະ ບັນດາ ນັກຮົບຜູ້້ເສຍສະລະຊີວິດເພື່ອຊາດ ຢູ່ ເຂດສຸສານ ຮ່າງເຢືອງ. ພາບ: ບ໊າວອວຽນ


ເຂດສຸສານ ຮ່າງເຢືອງ ເປັນບ່ອນນອນສະຫງົບສຸກ ຂອງ ນັກຮົບປະຕິວັດ ຜູ້ຖືກກັກຂັງຢູ່ຄຸກ ໂກນດ໊າວ ແຕ່ປີ 1862 ເຖິງ ວັນທີ 30 ເມສາ 1975. ພາບ: ແທງຮ່ວາ

ແຕ່ປີ 2008 ຄະນະຄຸ້ມຄອງ ປ່າສະຫງວນ ແຫ່ງຊາດ ໂກນດ໊າວ ໄດ້ຈັດຕັ້ງ ຫຼາຍລາຍການທ່ອງທ່ອງ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວ ໄດ້ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບບົດບາດ ຂອງ ລະບົບນິເວດທະເລ ຢູ່ ໂກນດ໊າວ ເຊັ່ນ: ເບິ່ງເຕົ່າ ວາງໄຂ່, ດຳນ້ຳຊົມປະກາລັງ, ຍ່າງ ຫຼິ້ນໃນປ່າ, ຊົມທິວທັດທຳມະຊາດ ຢູ່ໃນປ່າ ເພື່ອຄົ້ນພົບ ສິ່ງມີຊີ ວິດ ທີ່ພິເສດ ຂອງ ພື້ນທີ່... 

ສຳລັບຊາວ ຫວຽດນາມ ໂກນດ໊າວ ເປັນສະຖານທີ່ທ່ອງທ່ຽວ ດ້ານຈິດວິນຍານ ທີ່ສັກສິດ ທີສຸດ ຢູ່ ຫວຽດນາມ. 
ແຕ່ລະປີ ໂກນດ໊າວ ໄດ້ຕ້ອນຮັບນັກທ່ອງທ່ຽວ ນັບແສນ  ທີ່ມາ ຢ້ຽມຢາມ, ພັກຜ່ອນ ຢູ່ຕາມຫາດຊາຍ ແລະ ຊົມຄວາມສວຍ ງາມຢ່າງໜ້າອັດສະຈັນ ທີ່ທຳມະຊາດ ໄດ້ໂປດປານໃຫ້ສະເພາະ ນະແຫ່ງນີ້. ເປັນທ່ີຮູ້ກັນດີວ່າ ຄະນະກຳມະການ ປະຊາຊົນ ເມືອງ ໂກນດ໊າວ ໄດ້ມີການກຳນົດທິດການທ່ອງທ່ຽວ ຢູ່ສະເໝີ, ຈະສ້າງຕາມແຜນການລະອຽດ ເພື່ອບໍ່ສົ່ງຜົນສະທ້ອນ ຕໍ່ ທິວທັດທຳມະຊາດ ແລະ ຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ຢູ່ແຫ່ງນີ້.

ດ້ວຍທິວທັດທຳມະຊາດ ທີ່ຫາຍາກ, ສວຍງາມ ເປັນດັ່ງເດີມ ພ້ອມກັບຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດ ພິເສດ, ຈາກບ່ອນເປັນ “ນາລົກ ເທິງດິນ” ໂກນດ໊າວ ໄດ້ມີການປ່ຽນແປງ ຢ່າງກ້າວກະໂດດຂັ້ນ ເພື່ອກາຍເປັນ ເກາະ ທີ່ໜ້າສົນໃຈສຸດ ໃນ ໂລກ, ເປັນສະຖານທີ່ຫາຍາກ ທ່ີສຸດໃນໂລກ ເຮັດໃຫ້ນັກທ່ອງ ທ່ຽວ ເມື່ອມາແລ້ວ ຢາກຈະກັບມາອີກຢູ່ສະເໝີ.  
ບົດ: ເຊີນຫາຍ - ພາບ: ບ໊າວອວຽນ, ແທງຮ່ວາ, ເຕິດເຊີນ, ເລມິງ, ທົງຫາຍ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top