• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຮງພັກດັນຈາກນະໂຍບາຍ: ມະຕິຂອງລັດຖະບານ ກ່ຽວກັບ ວິທີແກ້ໄຂພັດທະນາອຸດສາຫະກຳ ຊ່ວຍໜູນ

ວັນທີ 6 ສິງຫາ 2020, ທ່ານນາຍົກລັຖະມົນຕີ ຫງວຽນຊວນຟຸກ ໄດ້ລົງນາມປະກາດໃຊ້ມະຕິ 115/NQ-CP ກ່ຽວກັບວິທີ ການແກ້ໄຂ ເພື່ອຊຸກຍູ້ການພັດທະນາອຸດສາຫະກຳ ຊ່ວຍໜູນດ້ວຍນະໂຍບາຍໃໝ່ ຫຼາຍຢ່າງ ໂດຍຫວັງວ່າ ຈະສ້າງແຮງກະຕຸກຊຸກຍູ້ ໃຫ້ແກ່ ອຸດສາຫະກຳຊ່ວຍໜູນ ແລະ ອຸດສາຫະກຳ ປຸງແຕ່ງ, ການຜະລິດ.   

ມະຕິ ໄດ້ວາງເປົ້າໝາຍ ເຖິງປີ 2025, ວິສາຫະກິດ ຫວຽດນາມ ທີ່ສາມາດຜະລິດ ບັນດາຜະລິດຕະພັນ ອຸດສາຫະກໍາ ທີ່ມີຄວາມແກ່ງແຍ້ງສູງ, ຕອບສະໜອງໄດ້ 45% ຄວາມຕ້ອງການທີ່ຈຳເປັນ ໃຫ້ແກ່ການຜະລິດ, ໃຊ້ຈ່າຍຢູ່ພາຍໃນ ແລະ ກວມປະມານ 11% ມູນຄ່າການຜະລິດຂອງ ຂະແໜງອຸດສາຫະກຳ; ມີວິສາຫະກິດ ປະມານ 1.000 ແຫ່ງ ມີຄວາມສາມາດສະໜອງໂດຍກົງ ໃຫ້ແກ່ບັນດາວິສາຫະກິດ ທີ່ເຄື່ອນໄຫວ ໃນຂົງເຂດປະກອບເຄື່ອງຈັກ ແລະ ກຸ່ມບໍລິສັດຕ່າງປະເທດ ທີ່ ເຄື່ອນໄຫວຢູ່ ຫວຽດນາມ, ໃນນັ້ນ ວິສາຫະກິດ ພາຍໃນ ກວມປະມານ 30%.
 
ຮອດປີ 2030, ຜະລິດຕະພັນອຸດສາຫະກຳ ຈະຕອບສະໜອງໄດ້ 70% ຄວາມຕ້ອງການໃຫ້ແກ່ການຜະລິດ, ໃຊ້ຈ່າຍຢູ່ພາຍໃນ; ກວມປະມານ 14% ມູນຄ່າການຜະລິດດ້ານອຸດສາຫະກຳ. ມີວິ ສາຫະກິດ ປະມານ 2.000 ແຫ່ງມີຄວາມສາມາດສະໜອງ ໂດຍກົງ ໃຫ້ແກ່ບັນດາວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດ ປະກອບເຄື່ອງຈັກ ແລະ ກຸ່ມບໍລິສັດຕ່າງປະເທດ ທີ່ເຄື່ອນໄຫວຢູ່ ຫວຽດນາມ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ມະຕິ ໄດ້ສະເໜີ 7 ວິທີແກ້ໄຂປະກອບມີ:

ພັດທະນາ ເຮັດໃຫ້ສົມບູນແບບ ແລະ ຜັນຂະຫຍາຍຢ່າງມີປະສິດ ທິຜົນບັນດາກົນໄກ, ນະໂຍບາຍຈຳເພາະ ເພື່ອພັດທະນາ ອຸດສາ ຫະກຳຊ່ວຍໜູນ ແລະ ຂະແໜງອຸດສາຫະກຳ ປຸງແຕ່ງ ແລະ ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາ, ຮັບປະກັນ ເງື່ອນໄຂ ອຳ ນວຍຄວາມສະດວກໃຫ້ແກ່ການ ພັດທະນາອຸດສາ ຫະກຳ ຊ່ວຍໜູນ, ພ້ອມດຽວກັນ ກໍ່ກໍານົດ ແລະ ຜັນຂະຫຍາຍ ນະໂຍບາຍຢ່າງມີປະສິດທິຜົນ ໃຫ້ແກ່ ບັນດາຂະແໜງ ອຸດສາຫະກຳ ວັດສະດຸ ແລະ ພັດທະນາ ການຕະຫຼາດ ໃຫ້ແກ່ບັນດາຂະແໜງອຸດສາ ຫະກຳ ຜະລິດ, ປະກອບເຄື່ອງຈັກ, ສ້າງພື້ນຖານໃຫ້ແກ່ການຫັນເປັນ ອຸດສາຫະກຳທັນສະໄໝ ແລະ ໝັ້ນຄົງ. 
ມະຕິ ຂອງລັດຖະບານ ກ່ຽວກັບມາດຕະການແກ້ໄຂ ເພື່ອຊຸກຍູ້ ການພັດທະນາ ອຸດສາຫະກຳຊ່ວຍໜູນ ແມ່ນພື້ນຖານ ແລະ ຫຼັກຖານໃຫ້ແກ່ບັນດາກະຂວງ, ຂະແໜງການຄົ້ນຄວ້າ, ວາງອອກບັນດານະໂຍບາຍຕົວຈິງ ເພື່ອແກ້ໄຂບັນຫາຢູ່ພາຍໃນ ຂອງ ອຸດ ສາຫະກຳ ຫວຽດນາມ, ແນໃສ່ສືບຕໍ່ພັດທະນາ ອຸດສາຫະກຳ ຊ່ວຍໜູນ ຫວຽດນາມ ໃນເວລາທີ່ຈະມາເຖິງ. ບັນດານະໂຍບາຍທີ່ເໝາະສົມ, ທັນການ ຈະຊຸກຍູ້ການພັດທະນາຂອງ ອຸດສາຫະກຳ ຊ່ວຍໜູນ, ສ້າງໂອກາດ ອັນໃຫຍ່ຫຼວງ ໃຫ້ຫວຽດນາມຮັບເອົາ ແຫຼ່ງທຶນຈາກຕ່າງປະເທດ ໃນທ່າອ່ຽງ ການປ່ຽນແປງຮູບແບບ ການພັດທະນາອຸດສາຫະກຳ. 
 

ສືບຕໍ່ປະຕິບັດນະໂຍບາຍອັດຕາດອກເບ້ຍ ພິເສດ ສຳລັບ ວິສາ ຫະກິດ ທີ່ເຄື່ອນໄຫວໃນຂະແໜງອຸດສາຫະກຳ ຊ່ວຍໜູນ ແລະ ອຸດສາຫະກຳປຸງແຕ່ງ ແລະ ການຜະລິດ ທີ່ໄດ້ຮັບ ບຸລິມະສິດ ໃນການພັດທະນາ ເມື່ອກູ້ຢືມທຶນໄລຍະສັ້ນ ຈາກສະຖາບັນສິນເຊື່ອ.
 
ດຶງດູດການລົງທຶນຢ່າງມີປະສິດທິຜົນ ແລະ ຊຸກຍູ້ການເຊື່ອມຕໍ່ ທຸລະກິດ, ການເຊື່ອມໂຍງລະຫວ່າງບັນດາວິສາຫະກິດ ຫວຽດ ນາມ ກັບບັນດາວິສາຫະກິດຕ່າງປະເທດ, ບັນດາບໍລິສັດຜະລິດ, ປະກອບເຄື່ອງຈັກຢູ່ພາຍໃນ ແລະ ຕ່າງປະເທດ; ພັດທະນາ ຂະ ແໜງອຸດສາຫະກຳ ວັດສະດຸ ແນໃສ່ ເພີ່ມທະວີ ຄວາມເປັນເຈົ້າການ ກ່ຽວກັບແຫຼ່ງວັດສະດຸ ໃຫ້ແກ່ການຜະລິດ, ຫຼຸດຜ່ອນການຂຶ້ນກັບແຫຼ່ງວັດສະດຸ ນຳເຂົ້າ, ຍົກສູງມູນຄ່າເພີ່ມ ຢູ່ພາຍໃນ, ຄວາມແກ່ງແຍ້ງ ຂອງ ຜະລິດຕະພັນ ແລະ ທີ່ຕັ້ງຂອງວິສາຫະກິດ ຫວຽດນາມ ໃນຕ່ອງໂສ້ ມູນຄ່າ ສາກົນ.

ການປຸງແຕ່ງ ກຸ້ງ ເພື່ອສົ່ງອອກຂອງບໍລິສັດ ທົງຖ້ວນ ຈຳກັດ-ສາຂາ ນິງຖ້ວນ. ພາບ: ກົງຖື-VNA

ສົ່ງເສີມການພັດທະນາຕະຫຼາດພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເງື່ອນໄຂພັດທະນາອຸດສາຫະກຳຊ່ວຍໜູນ ແລະ ອຸດສາຫະ ກຳປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາ. 

ກໍ່ສ້າງ ແລະ ດໍາເນີນການຢ່າງມີປະສິດທິພາບ ສູນຊ່ວຍເຫຼືອທາງເຕັກນິກ ໜູນຊ່ວຍພັດທະນາອຸດສາຫະກຳເຂດ ແລະ ທ້ອງຖິ່ນ ເພື່ອ ຊ່ວຍເຫຼືອບັນດາວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດ ອຸດ ສາຫະກຳຊ່ວຍໜູນ ແລະ ອຸດສາຫະກຳປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາ ຫັນປ່ຽນໃໝ່ຫົວຄິດປະດິດສ້າງ, ຄົ້ນ ຄວ້າພັດທະນາ, ຖ່າຍທອດເຕັກໂນໂລຊີ, ຍົກສູງຄວາມ ສາມາດ ໃນການແກ່ງແຍ້ງກັນ ແລະ ຄຸນນະພາບຜະລິດຕະພັນ, ສ້າງໂອ ກາດເຂົ້າຮ່ວມ ໃນຕ່ອງໂສ້ການຜະລິດລະດັບໂລກ. 

ສຸມໃສ່ຍົກສູງຄວາມສາມາດດ້ານວິທະຍາສາດ ເຕັກໂນໂລຊີ ໃຫ້ ແກ່ວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດອຸດສາຫະກຳ ຊ່ວຍໜູນ ແລະ ອຸດສາຫະກຳປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດ ທະນາ ເພື່ອສ້າງບາດກ້າວບຸກທະລຸ ກ່ຽວກັບ ພື້ນຖານໂຄງລ່າງ ເຕັກໂນໂລຊີ, ການຖ່າຍຖອດເຕັກໂນໂລຊີ, ຍົກສູງຄວາມສາ ມາດ ຮັບເອົາເຕັກໂນໂລຊີຂອງວິສາຫະກິດ ທີ່ເຄື່ອນໄຫວໃນຂົງ ເຂດ ອຸດສາຫະກຳຊ່ວຍໜູນ; ເພີ່ມທະວີການ ຮ່ວມມືຢູ່ພາຍໃນ ແລະ ສາກົນ ໃນການຄົ້ນຄວ້າ, ພັດທະນາ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ແລກປ່ຽນຊື້-ຂາຍ, ການໂອນບັນດາຜະລິດຕະພັນ ວິທະຍາສາດ, ເຕັກໂນໂລຊີ. 

ພ້ອມດຽວກັນ ການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃນຂົງ ເຂດອຸດສາຫະກຳຊ່ວຍໜູນ ແລະ ອຸດສາຫະກຳ ປຸງແຕ່ງ, ໂດຍຜ່ານແຜນງານ ແລະ ແຜນພັດທະນາສີມືແຫ່ງຊາດ, ສົ່ງເສີມການເຊື່ອມໂຍງ ລະຫວ່າງ ສະຖາບັນການຝຶກອົບຮົມ ແລະ ວິສາຫະກິດ, ເຊື່ອມໂຍງ ການສຶກສາ ວິຊາຊີບ ກັບຕະຫຼາດແຮງງານ, ພັດ ທະນາ ລະບົບການຄຸ້ມຄອງ ແລະ ຮັບປະກັນຄຸນນະພາບການສຶກສາວິຊາຊີບ, ເສີມຂະຫຍາຍຮູບແບບການຄຸ້ມຄອງ ຕາມທິດທັນສະໄໝ, ເປັນອາຊີບ, ນຳໃຊ້ບັນດາມາດຕະຖານສາກົນ ແລະ ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ, ສົ່ງເສີມການຮ່ວມມືສາກົນ ໃນການກໍ່ສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດ ທະນາລະບົບການປະເມີນ, ອອກໃບຢັ້ງຢືນ ທັກສະວິຊາຊີບ ແຫ່ງຊາດ, ພິເສດແມ່ນບັນດາທັກສະວິຊາຊີບ ທີ່ສຳຄັນໃນຂົງເຂດອຸດ ສາຫະກຳ ຊ່ວຍໜູນ. 

ພັດທະນາ ແລະ ເຮັດໃຫ້ສົມບູນແບບ ລະບົບສະຖິຕິ, ພື້ນຖານຂໍ້ມູນ ອຸດສາຫະກຳ ຊ່ວຍໜູນ ແລະ ບັນດາຂະແໜງອຸດສາຫະກຳ ປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາ ແນໃສ່ ສົ່ງ ເສີມການເຊື່ອມຕໍ່ລະຫວ່າງຜູ້ສະໜອງ ຫວຽດນາມ ແລະ ບັນດາ ກຸ່ມບໍລິສັດຕ່າງປະເທດ; ຍົກສູງຄຸນນະພາບວຽກງານ ສະຖິຕິ, ຮັບ ປະກັນແຫຼ່ງຂໍ້ມູນຢ່າງທັນການ, ຄົບຖ້ວນ ແລະ ຖືກຕ້ອງ. ສົ່ງເສີມວຽກງານໂຄສະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກ່ຽວກັບອຸດ ສາຫະກຳຊ່ວຍໜູນ ແລະ ບັນດາຂະແໜງ ອຸດສາຫະກຳ ປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາ ແນໃສ່ດຶງດູດຄວາມສົນໃຈ, ການປ່ຽນແປງ ແລະ ຍົກສູງຄວາມຮັບຮູ້, ຄວາມຮັບຜິດ ຊອບຂອງການນຳທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ແລະ ທົ່ວສັງຄົມ ກ່ຽວກັບການ ພັດທະນາອຸດສາຫະກຳ ປຸງແຕ່ງ, ການຜະ ລິດ ແລະ ອຸດສາຫະກຳ ຊ່ວຍໜູນ. 
 
ປະຕິບັດ: VNP

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top