• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ແອ໋ງວຽນ: “ນາງ ສາວຄຳ” ຂອງ ກິລາ ລອຍນຳ້ ຫວຽດນາມ

ເປັນຄັ້ງທີ 4 ລຽນຕິດ, ນັກກິລາລອຍນຳ້ຍິງ ຫງວຽນ ທິ ແອ໋ງ ວຽນ ໄດ້ຮັບນາມມະຍົດ ເປັນ ນັກກິລາດີເດັ່ນ ແຫ່ງປີ 2017 ໃນບັ້ນ ເລືອກເຟັ້ນ “ນັກກິລາດີເດັ່ນທົ່ວປະເທດ ປີ 2017” ໂດຍກົມກິລາ ກາຍະກຳ ຈັດຂຶ້ນ ໃນເດືອນ ທັນວາ 2017. ດ້ວຍຜົນງານຮັກສາ ສຳເລັດຜົນ 8 ຫຼຽນຄຳ SEA Games, ທໍາລາຍ 3 ສະຖິຕິ SEA Games ທີ່ປະເທດ ມາເລເຊຍ ໃນປະເພດກິລາ ພື້ນຖານ ຂອງ Olympic ຄື ລອຍນຳ້, ແອ໋ງວຽນ ເປັນນັກກິລາ ຜູ້ທຳອິດ ຂອງ ຫວຽດນາມ ສ້າງໄດ້ບັນດາຜົນງານ ທີ່ໜ້າປະທັບໃຈ.
ນາງ ຫງວຽນທິແອ໋ງວຽນ ເກີດເມື່ອວັນທີ 9 ພະຈິກ 1996 ທີ່ບ້ານ ບາເກົາ, ຕາແສງ ຢາຍຊວນ, ເມືອງ ຟອງດ່ຽນ, ນະຄອນ ເກີ່ນ ເທີ. ແອ໋ງວຽນ ໄດ້ພໍ່ຕູ້ ສອນລອຍນຳ້ ໃຫ້ ແຕ່ຄາວຍັງນ້ອຍ, ຮຽນ ຮອດ ປໍ 5 ໄດ້ທາງໂຮງຮຽນຄັດເລືອກ ໃຫ້ໄປເຂົ້າຮ່ວມ ການແຂ່ງ ຂັນ ໃນງານແຂ່ງຂັນກຳລັງແຮງ ຟູ່ໂດ໊ງ ຂັ້ນເມືອງ. ຍ້ອນບັນລຸໄດ້ ຜົນງານ ດີເດັ່ນ ເພາະສະນັ້ນ ນາງ ສືບຕໍ່ໄດ້ຮັບຄັດເລືອກ ເຂົ້າ ຮ່ວມ ການແຂ່ງຂັນ ໃນງານແຂ່ງຂັນກຳລັງແຮງ ຟູ່ໂດ໊ງ ຂັ້ນນະ ຄອນ. ຢູ່ທີ່ນີ້, ບັນດາຄູຝຶກ ຂອງສູນກາຍະກຳກິລາ ປ້ອງກັນຊາດ 4 (ທະຫານເຂດ 9) ເຫັນໄດ້ຄວາມສາມາດຂອງ ແອ໋ງວຽນ ແມ່ນ ມີ ມາແຕ່ກຳເນີດ ແລະ ໄດ້ຄັດເລືອກ ນາງເຂົ້າທີມ ເພື່ອການຝຶກ ຊ້ອມ.
ເມື່ອອາຍຸ ໄດ້ 16 ປີ, ແອ໋ງວຽນ ມີຄວາມສູງ 1,70 ແມັດ, ມີວາ ແຂນຍາວ 1,78 ແມັດ ພ້ອມກັບຜ່າຕີນໃຫຍ່ ແລະ ກຸ່ມກ້າມຊື່ ແລະ ຍາວ. ນີ້ແມ່ນບັນດາປັດໄຈທີ່ແທດເໝາະທີສຸດ ກັບປະເພດ ກິລາ ລອຍນຳ້.



ນັກກິລາ ແອ໋ງວຽນ ຮັບຫຼຽນຄຳ ຫຼຽນ ທີ 6 ທີ່ SEA Games 29. ພາບ: ຢືຫາຍ


ແອ໋ງວຽນ ພ້ອມກັບບັນດາ ນັກກິລາລອຍນຳ້ ຂອງໄທ ແລະ ສິງກະໂປ ທີ່ SEA Games 29. ພາບ: ກວກແຄ໋ງ/VNA


ແອ໋ງວຽນ ຕອບສຳພາດຕໍ່ວົງການສື່ມວນຊົນ ຫຼັງຈາກ ທຳລາຍ ສະຖິຕິ  SEA Games 29. ພາບ: ຢືຫາຍ

ປີ 2017 ເປັນປີແຂ່ງຂັນປະສົບຜົນສຳເລັດ ຂອງ “ນາງສາວຄຳ” ທີ່ມາຈາກແຂວງ ເກີ່ນເທີ ເມື່ອຄວ້າໄດ້ເຖິງ 8 ຫຼຽນຄຳ ຢູ່ SEA Games 29 ແລະ ຄວ້າໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ, ທຳລາຍສະ ຖິຕິ ງານມະຫາກຳກິລາໃນຮົ່ມ (Indoor sports) ແລະ ມວຍ ອາຊີ 2017. 

ບັນດາຜົນງານ ທີ່ສ້າງຄວາມປະທັບໃຈ ຂອງ ແອ໋ງວຽນ ໄດ້ ຊ່ວຍ ໃຫ້ ນາງ ໄດ້ຮັບການຄັດເລືອກ ຈາກ ບັນດາ ນັກໜັງສືພິມ, ນັກ ຂ່າວກິລາ, ແຊງນັກກິລາ ຍົກນຳ້ໜັກ ແທກກີມ ຕ໋ວນ ແລະ ນັກກິ ລາແລ່ນແລະລານ ເລຕູ໋ຈິງ ຊຶ່ງ ຕ່າງກໍເປັນ ນັກກິລາມີຜົນງານ ທີ່ ດີເດັ່ນ ໃນປີ 2017.

ດ້ວຍຜົນງານ 19 ຫຼຽນຄຳ, 7 ຫຼຽນເງິນ, 2 ຫຼຽນທອງແດງ ພ້ອມ ກັບ ທຳລາຍສະຖິຕິ 13 ຄັ້ງ ພາຍໃນ 6 ປີ, 3 ຄັ້ງ SEA Games ລຽນຕິດ, ແອ໋ງວຽນ ໄດ້ກາຍເປັນນັກກິລາ ຄວ້າໄດ້ ຫຼຽນຄຳຫຼາຍ ທີ່ສຸດ ໃຫ້ແກ່ກິລາ ຫວຽດນາມ ໃນປະຫວັດສາດ ເຂົ້າຮ່ວມງານ ມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາຜົນງານ ເຫຼົ່ານີ້ ໄດ້ເຮັດໃຫ້ ແອ໋ງວຽນ ກ້າວເຂົ້າສູ່ຖັນແຖວ ບັນດາ ນັກກິລາ ລອຍນຳ້ ດີເດັ່ນທີສຸດ ຂອງ ພາກພື້ນ ກໍຄືສ້າງຊື່ສຽງ ໂດ່ງດັງ ໃນວົງການນັກກິລາລອຍນຳ້ສາກົນ.

ຜົນງານຂອງ ແອ໋ງວຽນ ທີ່ SEA Games 29 (ມາເລເຊຍ, ປີ 2017):
ຍາດໄດ້ 8 ຫຼຽນຄຳ ໃນລາຍການ: 50 ແມັດລອຍຫງາຍ, 100 ແມັດລອຍຫງາຍ, 200 ແມັດລອຍຫງາຍ, 400 ແມັດ ລອຍ ປະ ສົມ, 200 ແມັດລອຍແບບເສລີ, 400 ແມັດລອຍແບບເສລີ, 800 ແມັດ ລອຍແບບເສລີ. 2 ຫຼຽນເງິນ ໃນລາຍການ: 100 ແມັດ ລອຍແບບເສລີ, 200 ລອຍກົບ. 3 ສະຖິຕິ SEA Games ຊຶ່ງ ລວມມີລາຍການ: 200 ແມັດ ລອຍແບບເສລີ (1 ນາທີ 59 ວິນາທີ 24); 100 ແມັດລອຍຫງາຍ (1ນາທີ 01 ວິນາທີ 89); 200 ແມັດລອຍຫງາຍ ( 2 ນາທີ 13 ວິນາທີ 64).  
ບັນດາຜົນງານ ທີ່ສ້າງຄວາມປະທັບໃຈ ຂອງ ແອ໋ງວຽນ ໄດ້ ຊ່ວຍ ໃຫ້ ນາງ ໄດ້ຮັບການຄັດເລືອກ ຈາກ ບັນດາ ນັກໜັງສືພິມ, ນັກ ຂ່າວກິລາ, ແຊງນັກກິລາ ຍົກນຳ້ໜັກ ແທກກີມ ຕ໋ວນ ແລະ ນັກກິ ລາແລ່ນແລະລານ ເລຕູ໋ຈິງ ຊຶ່ງ ຕ່າງກໍເປັນ ນັກກິລາມີຜົນງານ ທີ່ ດີເດັ່ນ ໃນປີ 2017.

ດ້ວຍຜົນງານ 19 ຫຼຽນຄຳ, 7 ຫຼຽນເງິນ, 2 ຫຼຽນທອງແດງ ພ້ອມ ກັບ ທຳລາຍສະຖິຕິ 13 ຄັ້ງ ພາຍໃນ 6 ປີ, 3 ຄັ້ງ SEA Games ລຽນຕິດ, ແອ໋ງວຽນ ໄດ້ກາຍເປັນນັກກິລາ ຄວ້າໄດ້ ຫຼຽນຄຳຫຼາຍ ທີ່ສຸດ ໃຫ້ແກ່ກິລາ ຫວຽດນາມ ໃນປະຫວັດສາດ ເຂົ້າຮ່ວມງານ ມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາຜົນງານ ເຫຼົ່ານີ້ ໄດ້ເຮັດໃຫ້ ແອ໋ງວຽນ ກ້າວເຂົ້າສູ່ຖັນແຖວ ບັນດາ ນັກກິລາ ລອຍນຳ້ ດີເດັ່ນທີສຸດ ຂອງ ພາກພື້ນ ກໍຄືສ້າງຊື່ສຽງ ໂດ່ງດັງ ໃນວົງການນັກກິລາລອຍນຳ້ສາກົນ.

ຫວນຄືນຫຼັງ ເມື່ອປີ 2012,  ແອ໋ງວຽນ ໄດ້ໄປຝຶກຊ້ອມ ໄລຍະ ຍາວ ຢູ່ລັດ Florida, ສ.ອາເມລິກາ ໂດຍມີການແນະນຳ ຂອງຄູ ຝຶກ ດັ້ງແອງຕ໋ວນ. ດ້ວຍວາແຂນຍາວກວ່າລວງສູງ ຂອງ ຮ່າງ ກາຍ, ຜາຕີນໃຫຍ່ ແລະ ບັນດາ ກຸ່ມກ້າມ ຊ່ື ແລະ ຍາວ ພ້ອມ ກັບ ຊຸດຝຶກອົບຮົມທີ່ເປັນມືອາຊີບ ຢູ່ບັນດາປະເທດ ທີ່ມີປະເພດ ກິລາ ລອຍນ້ຳ ທີ່ຂະຫຍາຍຕົວໄດ້ຊ່ວຍໃຫ້ ແອ໋ງວຽນ ພັດທະນາ ຕົວເອງຢ່າງບໍ່ຢຸດຢັ້ງ ແລະ ຍາດໄດ້ບັນດາຜົນງານສູງ ໃນການແຂ່ງຂັນ.

ປີ 2015, ແອ໋ງວຽນ ເຂົ້າຮ່ວມ FINA World Cup, ໃນໄລຍະ ທີໜຶ່ງ ແຂ່ງຂັນ ຢູ່ ມົສກູ (ສ ລັດເຊຍ), ແອ໋ງວຽນ ຍາດໄດ້ 2 ຫຼຽນ ຄຳ ໃຫ້ແກ່ຄະນະ ກິລາ ຫວຽດນາມຄື: 1 ຫຼຽນທອງ ໃນລາຍການ ລອຍ ປະສົມ 200 ແມັດ ແລະ 1 ຫຼຽນຄຳ ໃນລາຍການລອຍ 400 ແມັດ ປະສົມບຸກຄົນ. ທີ່ໄລຍະທີສອງ ຢູ່ ປາຣີ(ຝຣັ່ງ), ແອ໋ງ ວຽນ ສືບຕໍ່ ຄວ້າໄດ້ 1 ຫຼຽນເງິນ ໃນລາຍການ 400 ແມັດ ປະສົມ ບຸກຄົນ. ທີ່ SEA Games 28 (ສິງກະໂປ), ແອ໋ງວຽນ ຍາດໄດ້ 8 ຫຼຽນຄຳ, ໃນນັ້ນ ໄດ້ທຳລາຍສະຖິຕິ ກ່ຽວກັບ ຈຳນວນຫຼຽນຄຳ ບຸກຄົນ ທີ່ຄວ້າໄດ້ ໃນໜຶ່ງຄັ້ງ SEA Games ຂອງອະດີດ ນັກ ກິລາ Joscelin Yeo (ສິງກະໂປ) ເມື່ອປີ 1993 ແລະ Tao Li (ສິງກະໂປ) ປີ 2011.

ເນື່ອງຈາກວ່າຄວ້າໄດ້ບັນດາຜົນງານທີ່ດີເດັ່ນໃນປີ 2015, ລັດ ຖະບານ ໄດ້ປະດັບຫຼຽນກາແຮງງານ ຊັ້ນສອງ ໃຫ້ແອ໋ງວຽນ. ກ່ອນນັ້ນ, ໃນທ້າຍ ປີ 2014, ຫຼັງຈາກຄວ້າໄດ້ 3 ຫຼຽນຄຳ ຈາກ SEA Games 27 (ຈັດຂຶ້ນ ຢູ່ມຽນມາ) ແລະ ຄວ້າໄດ້ 4 ຫຼຽນ ຄຳ,  2 ຫຼຽນເງິນ, ທຳລາຍສະຖິຕິລາຍການລອຍນຳ້ໄລຍະ 400 ແມັດ ປະສົມ ທີ່ງານແຂ່ງຂັນຊິງລາງວັນ ລອຍນຳ້ລະດູບານໃໝ່ ຂອງລັດ Florida (ສ ອາເມລິກາ) ໃນເດືອນ ມີນາ 2014, ນັກກິລາລອຍນຳ້ຍິງ ເກີດປີ 1996 ທີ່ດີເດັ່ນນີ້ ໄດ້ ກະຊວງປ້ອງ ກັນ ປະເທດ ເລື່ອນຊັ້ນ ຈາກ ຮ້ອຍໂທ ຂຶ້ນຮ້ອຍເອກ ກ່ອນກຳນົດ, ໃນເວລາ ນາງ ແອ໋ງວຽນ ອາຍຸ ຫາກໍໄດ້ 18 ປີ.

ພາຍຫຼັງຄວ້າໄດ້ຫຼຽນຄຳ ໃນການແຂ່ງຂັນລອຍນຳ້ ຊິງຊະນະ ເລີດ ທະວີບອາຊີ ຢູ່ ຍີ່ປຸ່ນ ໃນເດືອນ ພະຈິກ 2016 ໃນລາຍການ 400 ແມັດ ປະສົມບຸກຄົນ, ຫຼຽນຄຳ ASIAD (ງານມະຫາກຳ ກິລາອາຊີ) ກຳລັງເປັນເປົ້າໝາຍອັນດັບໜຶ່ງທີ່ ແອ໋ງວຽນ ມຸ່ງຫວັງ ຄອບຄອງ ໃຫ້ໄດ້ໃນປີ 2018 ນີ້. ບັນດາແຟນໆ ປະເພດກິລາ ລອຍນຳ້ ຫວຽດນາມ ກຳລັງລໍຖ້າ ແອ໋ງວຽນ ສ້າງບາດກ້າວ ກະໂດດຂັ້ນ ທີ່ Olympic 2020 ເມື່ອ ນາງກ້າວເຂົ້າສູ່ ໄວອາຍຸ ທີ່ມີເງື່ອນໄຂອັນພຽງພໍ ເພື່ອສາມາດ ສ້າງໄດ້ຜົນງານດີ ທີສຸດໃນພາລະກິດຂອງຕົນ. ຫວັງວ່າ ແອ໋ງວຽນ ຈະສືບຕໍ່ນຳ ຄວາມເອກອ້າງ ທະນົງໃຈ ໃຫ້ແກ່ ບັນດາຜູ້ນິຍົມພາຍໃນຊາດ ໃນລາຍການແຂ່ງຂັນໃຫຍ່ໆ ເຊັ່ນ: ASIAD ແລະ Olympic ໃນ ອະນາຄົດ ອັນ ໃກ້ໆ ນີ້.



 ພາຍຫຼັງການແຂ່ງຂັນເປັນເວລາ 4 ວັນ, ແອ໋ງວຽນ ຄວ້າໄດ້ 13 ຫຼຽນຄຳ, ຊ່ວຍໃຫ້ທິມຄະນະກອງທັບ ນຳໜ້າ ຈຳນວນ ຫຼຽນຄຳ ໃນການແຂ່ງຂັນ ຊີງຊະນະເລີດ ແຫ່ງຊາດ ກິລາລອຍນຳ້ ຊຶ່ງໄດ້ ຈັດຂຶ້ນ ຢູ່ນະຄອນ ໂຮ່ຈີມິນ ໃນ ເດືອນ ຕຸລາ 2017 ຜ່ານມາ. ພາບ: ທົງຫາຍ


ນາງ ແອ໋ງວຽນ (ຜູ້ທີສາມ, ຈາກຂວາ) ທີ່ Olympic Rio 2016. ພາບ: AFP/VNA


ແອ໋ງວຽນ ເປັນ “ຄວາມຫວັງຄຳ” ຂອງ ຄະນະກິລາ ຫວຽດນາມ ໃນ SEA Games ຄັ້ງຕ່າງໆ ແລະ ບັນດາການແຂ່ງຂັນ
ຊີງລາງ ວັນ ກິລາລອຍນຳ້.  ພາບ: ຢືຫາຍ



ໂດຍອາໄສບັນດາຈຸດພິເສດທີ່ມີຢູ່ໃນຕົວ ກັບວາແຂນ ຍາວກວ່າ ລວງສູງຮ່າງກາຍ ຊຶ່ງສຸດທີ່ສອດຄ່ອງກັບ ກິລາລອຍນຳ້ ໄດ້ຊ່ວຍ ໃຫ້ ແອ໋ງວຽນ ມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ບັນ ດາຜົນງານສູງໃນການແຂ່ງຂັນ. ພາບ: ທົງຫາຍ


ນຳ້ໃຈແຂ່ງຂັນຂອງ ແອ໋ງວຽນ ຍາມໃດກໍເປັນແວ່ນແຍງ ສຳລັບ ບັນດານັກກິລາລອຍນຳ້ລຸ້ນຕໍ່ໆ ໄປ. ພາບ: ທົງຫາຍ


ຍາມໃດ ແອ໋ງວຽນ ກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ປອງດອງ ກັບ ນັກກິລາຄົນອື່ນໆ ໃນເວລາຝຶກແອບ. ພາບ: ທົງຫາຍ

“ຂ້າພະເຈົ້າຄວ້າໄດ້ຫຼາຍຫຼຽນ, ທຳລາຍຫຼາຍສະຖິຕິ ຢູ່ SEA Games, ແຕ່ຂ້າພະເຈົ້າ ຈະສືບຕໍ່ສູ້ຊົນຢ່າງບໍ່ຢຸດຢັ້ງ. ຖ້າຫາກ ວ່າ ເພີ່ງພໍໃຈກັບບັນດາສິ່ງທີ່ຕົວເອງບັນລຸໄດ້ ໝາຍຄວາມວ່າ ຂ້າພະເຈົ້າ ເປັນຄົນລົ້ມເຫຼວ ນັບແຕ່ເວລານີ້ ຫາກບໍ່ຕ້ອງລໍຖ້າ ເຖິງມື້ອື່ນ. ຂ້າພະເຈົ້າບໍ່ຄິດເຖິງໄຊຊະນະ ແລະ ມີຄວາມມານະ ພະຍາຍາມ ໃນແຕ່ລະມື້ ແຕ່ລະວັນ ຄືກັບວ່າ ຕົນເອງບໍ່ທັນ ຄວ້າ ໄດ້ຫຍັງ”. (ຄຳກ່າວປາໄສ ນັກກິລາ ແອ໋ງວຽນ ທີ່ SEA Games 28 (ຄັດຈາກ Wikipedia)
 
ບົດ: ເຊີນເງ້ຍ - ພາບ: ທົງຫາຍ, ຢືຫາຍ, ກວກແຄ໋ງ ແລະ AFP/VNA

 

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top