• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ແຫຼມ ເຊີນຈ່າ-ຂອງຂວັນ ຈາກ ທຳມະຊາດ

ທຳມະຊາດໄດ້ດົນບັນດານໃຫ້ ແຂວງ ດ່າໜັງ ບໍ່ພຽງ ມີ ຝັ່ງທະເລ ທີ່ ຍາວຍຽດ ກັບນຳ້ທະເລສີຄາມ, ມີຫາດຊາຍທີ່ຂາວນຽນ ແລະ ເຕັມໄປດ້ວຍແສງແດດ, ແຕ່ຍັງມີ ແຫຼມເຊີນຈ່າ ທີ່ມີ ຄວາມສວຍ ງາມ ເປັນທຳມະຊາດດັ້ງເດີມ ຊຶ່ງບໍ່ໄກ ຈາກໃຈກາງນະຄອນ. ເຊີນ ຈ່າ ໄດ້ຕີລາຄາວ່າ ເປັນແຫຼມ “ໜຶ່ງ ບໍ່ມີສອງ” ຢູ່ ຫວຽດນາມ ຍ້ອນ ວ່າ ນອກຈາກ ມີທີ່ຕັ້ງອັນສຳຄັນຕົ້ນຕໍ ກ່ຽວກັບ ດ້ານປ້ອງກັນຊາດ ປ້ອງ ກັນຄວາມສະຫງົບ,  ນະແຫ່ງນີ້ ກໍຍັງເປັນແຫຼມ ທີ່ມີ ລະບົບ ນິເວດ ຂອງປ່າທຳມະຊາດ ຕິດກັບ ທະເລ ໜຶ່ງດຽວ ຢູ່ ຫວຽດນາມ. ດ້ວຍເຫດນັ້ນ, ລັດຖະບານ ຈິ່ງກຳນົດໃຫ້ແຫຼມ ເຊີນຈ່າ ເປັນປ່າ ຫວງຫ້າມແຕ່ຫົວທີ, ຈັດ ເປັນເຂດອະນຸລັກ ທຳມະຊາດ, ທັງເປັນ ເຂດທ່ອງທ່ຽວແຫ່ງຊາດ ຕາມທິດຍືນຍົງ, ຮັບປະກັນ ດ້ານປ້ອງ ກັນ ຊາດ, ປ້ອງກັນຄວາມ ສະຫງົບ ແລະ ປົກປັກຮັກສາ ຄວາມອຸດົມ ສົມບູນ ທາງດ້ານ ອະນຸລັກ ຊີວະນາໆ ພັນ...
ຄວາມໃຈກວ້າງຂວາງ ຂອງ ທຳມະຊາດ

ສະພາບອາກາດທີ່ໂຫດຮ້າຍ ແລະ ຍາກຈະຄາດຄະເນລ່ວງໜ້າ ຢູ່ສະເໝີ, ແຕ່ກໍ່ດົນບັນດານໃຫ້ແຫຼມ ເຊີນຈ່າ ມີຄວາມສວຍງາມ ແລະ ອຸດົມຮັ່ງມີ ຊຶ່ງບໍ່ມີບ່ອນໃດທຽບເທົ່າ. ເຂດປ່າ Parashorea ຢູ່ ເຊີນຈ່າ ໃນລະດູໃບໄມ້ຫຼົ່ນ ອອກໜໍ່ຈໍ່ໃບ ແດງເຮື່ອ ງາມເໝືອນ ດັ່ງເຂດປ່າຢູ່ ເອີຣົບ ໃນລະດູ ໃບໄມ້ປົ່ງ. ບາງຄັ້ງຄາວ, ມີຫ່າຝົນ ໜຶ່ງຕົກກະໜ່ຳ ລົງມາຢ່າງແຮງ ໂດຍບັງເອີນ ແລ້ວກໍຢຸດເຊົາໃນ ທັນທີ ແລະ ເພື່ອໃຫ້ ແສງແດດ ກະຈາຍລົງມາລະຍິບລະຍັບ ຄ້າງ ຢູ່ ຕາມຕົ້ນໄມ້ໃບຫຍ້າ ທີ່ຍັງປຽກເຕັມໄປດ້ວຍນຳ້ຝົນ.

ຫຼັງຝົນ, ທົ່ວທັງເຂດປ່າ ທີ່ງຽບສະຫງົບ ໃນທັນໃດ ກໍດັງສະໜັ່ນໄປ ດ້ວຍສຽງຈັກຈ່ັນ, ສຽງນົກ; ສຽງຝຸງລີງ ຍາດກັນໝາກ ແລະ ໃບໄມ້ ກິນ, ບາງຄັ້ງຄາວກໍມີສຽງຂອງທະນີດ່າງຕີນສີໝາກກະເບົາ ໂຕຈ່າ ຝຸງ ເປ່ງສຽງຮ້ອງ ເພື່ອເອີ້ນໝູ່ຝຸງ ດັງຂຶ້ນ ໃນຟຸ່ມໄມ້ທີ່ຂຽວອຸ່ມທຸ່ມ ຢູ່ເທິງເປີ້ນພູ.

ສະພາບອາກາດບຶດຝົນ ບຶດແດດ ພ້ອມກັບສຽງຂອງຝຸງສັດ ປ່າ ໄດ້ເຮັດໃຫ້ຜູ້ທີ່ມາຍັງ ແຫຼມເຊີນຈ່າ ເປັນຄັ້ງທຳອິດ ກໍຫຼີກບໍ່ພົ້ນຈາກ ຄວາມຮູ້ສຶກ ທັງຢ້ານກົວ ທັງ ໄດ້ກະຕຸກຊຸກຍູ້ ຄວາມຮູ້ ສຶກຢາກຮູ້ຢາກເຫັນ, ຄືກຳລັງຫຼົງທາງ ເຂົ້າເຂດປ່າເລິກ ທີ່ມີຄວາມງາມແບບດຶກດຳບັນ ແລະ ເຕັມໄປດ້ວຍຄວາມເພີດເພີນໃຈ.

ເບິ່ງຈາກຂ້າງເທິງລົງມາ, ເຊີນຈ່າ ເໝືອນດັ່ງເກາະໜ່ວຍໜຶ່ງທີ່ຖືກ ລ້ອມປ່ຽວ ຍ້ອນມີສາມດ້ານຕິດກັບທະເລ ຄື: ເບື້ອງຂວາແມ່ນກີ່ວ ຫາຍເວິນ, ເບື້ອງຊ້າຍແມ່ນເກາະ ກູ່ລາວຈ່າມ, ອີກດ້ານໜຶ່ງ ເຖິງວ່າ ຕິດກັບທະເລ ແຕ່ເປັນເຂດທີ່ມີລະດັບຄວາມໜາແໜ້ນ ຂອງ ຕົວເມືອງ. ສັງເກດເບິ່ງດ້ານທຳມະຊາດ, ຄວາມຕັດແບ່ງດ້ານພູມສາດ ກໍຄືຜົນກະທົບ ຍ້ອນຂະບວນວິວັດການ ຫັນ ຊົນນະບົດ ເປັນ ຕົວເມືອງ ຢ່າງແຂງແຮງ ຄືຢູ່ ດ່າໜັງ ໄດ້ເຮັດໃຫ້ ເຊີນຈ່າ ຍາກທີ່ ຈະຂະຫຍາຍຕົວ ຂອງແວດລ້ອມທຳມະຊາດ ທີ່ສົມບູນແບບ. ແຕ່ ວ່າ ເຊີນຈ່າ ໄດ້ເຮັດໃຫ້ວົງການນັກວິທະຍາສາດ ຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງເຖິງກັບຕົກສະຕະລຶງ ເມື່ອ ຄົ້ນພົບເຫັນວ່າ ເຊີນ ຈ່າ ເປັນສະຖານທີ່ ຂະໜາດນ້ອຍ ແຫ່ງໜຶ່ງຂອງໂລກ ກ່ຽວກັບສັດ ສິ່ງທັງປວງອາໃສຢູ່.



ເຊີນຈ່າ ມີພຶກສາສາດ ເກືອບ 1000 ສາຍພັນ, ໃນນັ້ນມີ 143 ສາຍ ພັນ ທີ່ມີຄຸນຄ່າປິ່ນປົວພະຍາດ, 140 ສາຍພັນ ມີຄຸນຄ່າ ເປັນເຄື່ອງ
ປະດັບເອ້, 22 ສາຍພັນ ມີຄ່າຫາຍາກ ແລະ ນັບຫຼາຍ ຮ້ອຍຊະນິດ ທີ່ມີຄຸນຄ່າອື່ນໆ ອີກ. ພາບ: ແທງຮ່ວາ. 



ເຊີນຈ່າແມ່ນສະຖານທີ່ ຊົມຄ່າງຫ້າສີ ຊຶ່ງຖືວ່າເປັນ “ລາຊີນີ” ຂອງ ບັນດາປະເພດ ລີງ ແລະ ວອກ ໃຊ້ຊີວິດໃນທຳມະຊາດງາມທີ່ສຸດໃນໂລກ.
ພາບ: ແທງຮ່ວາ



ແມງກະເບື້ອສີເຫຼືອງ ຢູ່ ເຊີນຈ່າ. ພາບ: ແທງຮ່ວາ


ເຊີນຈ່າ ເປັນສິ່ງແວດລ້ອມແຫ່ງການດຳລົງຊີວິດທີ່ດີເລີດ ຂອງ ສັດ ປ່າຫຼຍປະເພດ, ໃນນັ້ນມີນົກທີ່ມີຄ່າຫຼາຍຊະນິດ.  ພາບ: ແທງຮ່ວາ






ເຊີນຈ່າມີລະບົບພຶກສາສາດສຸດທີ່ອຸດົມສົມບູນ ແລະ ຫຼາກຫຼາຍຮູບແບບ ກັບຈຳນວນເກືອບ 1000 ສາຍພັນ ທີ່ແຕກຕ່າງກັນ,
ໃນນັ້ນມີ 22 ສາຍພັນ ທີ່ມີຄ່າຫາຍາກ. ພາບ: ແທງຮ່ວາ



ເຊີນຈ່າມີຕົ້ນໄມ້ທີ່ເກົ່າແກ່ຫຼາຍຕົ້ນ, ໃນນັ້ນມີຫຼາຍຕົ້ນມີອາຍຸຫຼາຍຮ້ອຍປີ. ພາບ: ແທງຮ່ວາ


ຈອມພູ ບ່ານເກີ ເປັນສະຖານທີ່ຊົມທິວທັດທຳມະຊາດທີ່ແສນງາມ ຢູ່ເຊີນຈ່າ ຊຶ່ງເປັນບ່ອນສະໜິດຕິດພັນກັບ ເທບນິຍາຍ
ກ່ຽວກັບການແຂ່ງໝາກຮຸກ ລະຫວ່າງເທລະດາສອງອົງ. ພາບ: ແທງຮ່ວາ



ວົງການຊ່າງພາບ ຂອງ ແຂວງ ດ່າໜັງ ຕາມລ່າຊອກຫາ ຄວາມງາມທີ່ຍົ້ວຍວນຕາ ຂອງຄ່າງຫ້າສີ ທີ່ໃຊ້ຊີວິດຢູ່ຕາມທຳມະຊາດ
ຢູ່ເທິງ ແຫຼມ ເຊີນຈ່າ. ພາບ: ແທງຮ່ວາ

ພວກເຮົາລອງປຽບທຽບ ຈະເຫັນໄດ້ຄວາມແຕກຕ່າງ ຢ່າງຊັດນີ້ຄື: ເຖິງວ່າມີເນື້ອທີ່ພຽງແຕ່ 0,014% ເນື້ອທີ່ຂອງປະເທດ, ແຕ່ຈໍາ ນວນ ຕະກຸນພຶກສາສາດ ຢູ່ ເຊີນຈ່າ ໄດ້ກວມເຖິງ 37,83% ໃນ ຈຳນວນ ພຶກສາສາດ ທັງໝົດ ຢູ່ ຫວຽດນາມ ແລະ ກວມ 9,37% ຈຳນວນແນວພັນ ພຶກສາສາດ ຂອງ ຫວຽດນາມ. ເມື່ອປຽບທຽບ ກັບບັນດາເຂດ ອະນຸລັກ ທຳມະຊາດແຫ່ງຕ່າງໆ ທີ່ມີເນື້ອທີ່ ກວ້າງ ໃຫຍ່ ທົບຫຼາຍຮ້ອຍ, ຫຼາຍພັນເທົ່າ ເຊັ່ນ: ປ່າສະຫງວນແຫ່ງຊາດ Impenetrable El (ອາກຊັງຕີນ), ເຂດອະນຸລັກ ທຳມະຊາດ Patagonia (ຈີເລ), ເຂດອະນຸລັກ ເກາະ Sable (ການາດາ), ປ່າ ສະຫງວນແຫ່ງຊາດ Kimberley (ອົດສະຕຣາລີ)…ຈະເຫັນຄວາມ ຫຼາກຫຼາຍ ກ່ຽວກັບສັດ ແລະ ພຶກສາຊາດ ຢູ່ ເຊີນຈ່າ ແມ່ນ ບໍ່ດ້ອຍ ກວ່າ ແຫ່ງໃດ. 

ເຂດອະນຸລັກທຳມະຊາດ ເຊີນຈ່າ ຕັ້ງຢູ່ ບ້ານ ຖໍ້ກວາງ, ເມືອງ ເຊີນຈ່າ, ຫ່າງຈາກໃຈກາງນະຄອນ ດ່າໜັງ ປະມານ 10 ກິໂລ ແມັດ ໄປຕາມທາງທິດຕາເວັນອອກສ່ຽງເໜືອ. ເຊີນຈ່າ ມີເນື້ອ ທີ່ກວ່າ 4.400 ເຮັກຕາ, ຍາວ 13 ກິໂລແມັດ ກັບ ລວງຮອບ ປະ ມານ 60 ກິໂລແມັດ, ບ່ອນກວ້າງທີສຸດປະມານ 6 ກິໂລແມັດ, ແຄບທີສຸດປະມານ 2 ກິໂລແມັດ, ຄວາມສູງສະເລ່ັຍ 350 ແມັດ, ຈອມສູງສຸດ 696 ແມັດ. ປ່າເຊີນຈ່າ ສາມາດ ສ້າງອົກຊີ ພຽງ ພໍ ໃຫ້ແກ່ 4 ລ້ານຄົນ, ສະໜອງ ນຳ້ສະອາດ 7.000 ແມັດກ້ອນ ຕໍ່ ມື້. ພິເສດ, ນະແຫ່ງນີ້ ແມ່ນບ່ອນຢູ່ອາໄສ ຂອງ ຄ່າງຫ້າສີ 1300 ໂຕ ຊຶ່ງເປັນ ປະເພດສັດທີ່ມີຄ່າຫາຍາກ, ໄດ້ບັນທຶກຊື່ໃນປຶ້ມແດງ ໂລກ ກ່ຽວກັບສັດໃກ້ສູນພັນ, ຢູ່ໃນບັນຊີ ລາຍຊື່ ຫ້າມຄ້າຂາຍ ທົ່ວໂລກ ຂອງ CITES.
ຕາມຂໍ້ສັງເກດ ຂອງ ບັນດານັກວິທະຍາສາດ, ເຊີນຈ່າ ເປັນ “ໂລກ ຫຍໍ້ສ່ວນ” ຂອງ ບັນດາປະເພດສັດປ່າ ຢູ່ໃນໂລກ ກັບ 287 ແນວ ພັນ, ໃນນັ້ນ ມີ 29 ແນວພັນ ໃນຕະກຸນ ທີ່ຫາຍາກ. ພິເສດ, ນະ ແຫ່ງ ນີ້ ຖືວ່າ ເປັນ “ອານາຈັກ” ຂອງ ຄ່າງຫ້າສີ ຊຶ່ງເປັນ “ລາຊີນີ” ຂອງບັນດາປະເພດ ລີງ ທີ່ຫາຍາກ ຢູ່ອິນດູຈີນ ທີ່ກຳລັງປະເຊີນ ກັບ ໄພ ອັນຕະລາຍ ໃກ້ຈະຖືກສູນພັນ. ຕາມການຄິດໄລ່ ຂອງ ບັນດາ ອົງການຈັດຕັ້ງ ວິທະຍາສາດ ທີ່ຊົງອິດທິພົນ ຢູ່ພາຍໃນ ແລະ ຕ່າງ ປະເທດ, ປັດຈຸບັນ ເຊີນຈ່າ ເປັນສະຖານທີ່ ມີຈຳນວນ ຄ່າງຫ້າສີ ໃຊ້ຊີວິດຫຼາຍທີສຸດ, ປະມານ 400 ໂຕ (ຕາມກອງທຶນ ອະນຸລັກ ຮັກສາ ຄ່າງຫ້າສີ ຂອງ ສ. ອາເມລິກາ), ບາງທີອາດມີເຖິງ ປະມານ 1.300 ໂຕ (ຕາມອົງການຈັດຕັ້ງ ອະນຸລັກ ຄວາມຫລາກຫລາຍ ດ້ານ ຊີວະນາໆ ພັນ GreenViet ຂອງ ຫວຽດນາມ). ແລະ ເຊີນ ຈ່າ ກໍແມ່ນສະຖານທີ່ ສາມາດ ຊົມຄ່າງຫ້າສີ ທີ່ດຳລົງ ຊີວິດ ໃນສະ ພາບແວດລ້ອມ ທຳມະຊາດ ທີ່ສວຍງາມ ແລະ ງ່າຍທີສຸດ ໃນ ໂລກ.

ນອກຈາກນັ້ນ, ປ່າ ເຊີນຈ່າ ຍັງມີພືດໄມ້ ເກືອບ 1000 ສາຍພັນ, ໃນນັ້ນມີ 143 ສາຍພັນ ມີຄຸນຄ່າປິ່ນປົວພະຍາດສູງ, 140 ສາຍ ພັນ ມີຄຸນຄ່າເປັນເຄື່ອງເອ້, 22 ສາຍພັນ ທີ່ມີ ຄຸນຄ່າຫາຍາກ ແລະ ອີກຫຼາຍຮ້ອຍສາຍພັນ ມີ ຄຸນຄ່າ ອື່ນໆ ອີກ.


ບໍ່ພຽງແຕ່ອຸດົມສົມບູນ ກ່ຽວກັບດ້ານຈຳນວນ ແນວພັນສັດ ແລະ ພືດ ເທົ່ານັ້ນ, ການປ່ຽນແປງ ຜັນແປ ດ້ານທຳມະຊາດ, ພູມສາດ, ວັດທະນະທຳ ທີ່ມີມາແຕ່ດົນນານ ໄດ້ເຮັດໃຫ້ ເຊີນຈ່າ ກາຍເປັນ ຈຸດທີ່ຕັ້ງ ທາງພູມສາດ ທີ່ ສະດວກສະບາຍ ຂອງ ນະຄອນ ແຫ່ງ ທະເລ ດ່າໜັງ. ດ້ວຍເຫດນັ້ນບໍ່ແມ່ນ ໂດຍບັງເອີນ ເຊີນຈ່າ ໄດ້ ຮັບຂະໜານນາມ ດ້ວຍຫຼາຍຊື່ເອີ້ນທີ່ ແຕກຕ່າງກັນເຊັ່ນ: “ເມັດ ແກ້ວມະນີ”, “ປອດສີຂຽວ”, “ຖົງນຳ້”, “ປ້ອມຍາມດ່ານໜ້າ”, “ເຄື່ອງບັງລົມ ຕໍ່ໜ້າ ທະເລ”... ຂອງ ນະຄອນ ດ່າໜັງ.

ບັນດາຄຸນຄ່າຍອດຍິ່ງທັງໝົດນັ້ນ ສະແດງໃຫ້ເຫັນ ເຊີນຈ່າ ເປັນ ຂອງຂວັນທີ່ລໍ້າຄ່າ ຊຶ່ງທຳມະຊາດໄດ້ດົນບັນດານ ໃຫ້ ດ່າໜັງ ເວົ້າ ສະເພາະ ແລະ ເວົ້າລວມແມ່ນ ຫວຽດນາມ ຢ່າງແທ້ຈິງ.


ຂຸມຊັບ ແລະ ການຂຸດຄົ້ນທີ່ຍືນຍົງ

ປັດຈຸບັນ, ຄວາມສວຍງາມຮັ່ງມີ ແລະ ພະລັງດຶງດູດ ຂອງ “ຂອງ ຂຸມຊັບ” ເຊີນຈ່າ ສາມາດ ຮັບຮູ້ໄດ້ງ່າຍ ດ້ວຍຫຼັກຖານທາງ ວິທະ ຍາສາດ. ໃນສະໄໝກ່ອນ, ນະແຫ່ງນີ້ ມະນຸດ ໄດ້ຮູ້ຈັກ ແລະ ສັນ ລະເສີນ ຜ່ານເລື່ອງລາວຕ່າງໆ ແລ້ວຈາກນັ້ນ ກຳເນີດ ຂຶ້ນທັດສະ ນີຍະພາບຫຼາຍແຫ່ງ ທີ່ມີຄວາມສວຍງາມ ຢ່າງພິຈິດພິດ ສະດານ ເຊັ່ນ: ຈອມ ບ່ານເກີ່, ຮ່ອນເງ, ບ໊າຍນາມ, ບ໊າຍບັກ, ບ໊າຍ ບູດ, ບ໊າຍຣ້າງ, ບ໊າຍໂນ່ມ ແລະ ອື່ນໆ...

ປັດຈຸບັນ, ເຖິງວ່າເລື່ອງລາວຕ່າງໆ ໃນອະດີດ ໄດ້ຄ່ອຍ ຈືດຈາງ ຕາມວັນເວລາແລ້ວ ກໍ່ຕາມ, ແຕ່ທັດສະນີຍະພາບຢູ່ ເຊີນຈ່າ ຍັງໄດ້ ຮັກສາໄວ້ ຄືເກົ່າ. ຊຳ້ບໍ່ໜຳມີບາງຄົນມັກເວົ້າວ່າ ເຊີນຈ່າ ເໝືອນ ດັ່ງ ນາງ ເທວະດາ ກຳລັງລະເມີຝັນ ບັງເອີນ ສະດຸ້ງຕື່ນ ເຮັດໃຫ້ ຄົນທັງຫຼາຍ ຢາກໄດ້ ມາຄົ້ນພົບ ແລະ ເປັນເຈົ້າຂອງ.


ທີ່ຈິງ ເຊີນຈ່າ ໃນປັດຈຸບັນ ມີຄວາມສວຍງາມ, ສຸພາບຮຽບຮ້ອຍ ແລະ ທັງມີສ່ວນຄຶກຄື້ນຍິ່ງຂຶ້ນ. ແຫຼມທີ່ແສນສວຍງາມແຫ່ງນີ້ ມີ ຊື່ສຽງເຖິງຂັ້ນ ຄ້າຍຄືວ່າ ໄດ້ບັນທຶກຊື່ ຢູ່ແຜນທີ່ ທ່ອງທ່ຽວ ເກືອບ ໃນທຸກແຜ່ນຂອງໂລກ. 

ວັດ ລິງອຶ໋ງ ເທິງແຫຼມ ເຊີນຈ່າ ມີຊື່ສຽງໂດ່ງດັງ ກັບຮູບປັ້ນ  ພະພຸດ ທະຮູບພະໂພທິສັດ ສູງທີສຸດ ຫວຽດນາມ ກັບ ລວງສູງ 67 ແມັດ,
ເທົ່າທຽມກັບຕຶກທີ່ສູງ 30 ຊັ້ນ. ພາບ: ແທງຮ່ວາ





ເຂດພັກຜ່ອນເພື່ອສຸຂະພາບລະດັບສາກົນ InterContinental Danang Sun Peninsula Resort ຊຶ່ງເປັນ ສະຖາປັດຕະຍະກຳທີ່ໂດດເດັ່ນ
ຢູ່ຂ້າງແຫຼມ ເຊີນຈ່າ, ນີ້ກໍເປັນສະຖານທີ່ດຳເນີນ ບັນດາເຫດການສຳຄັນທີສຸດ ຂອງ ສັບປະດາ ຂັ້ນ ສູງ APEC 2017 ໂດຍ ຫວຽດນາມ
ເປັນເຈົ້າພາບຈັດ. ພາບ: ເອກະສານ



ຄວາມງາມທີ່ເພີດເພີນ ຂອງ ໜອງ ແຊງ, ໜອງນຳ້ທຳມະຊາດ ຢູ່ເທິງ ແຫຼມ ເຊີນຈ່າ. ພາບ: ແທງຮ່ວາ


ງານແຂ່ງຂັນ ມາຣາທອນ ສາກົນ ໄດ້ຈັດຂຶ້ນ ຢູ່ສາຍທາງແຄມທະເລ ທີ່ແສນສວຍງາມ ຢູ່ຕີນພູ ເຊີນຈ່າ. ພາບ: ແທງຮ່ວາ


ເສັ້ນທາງ ເລດຶກຖໍ້ ຊຶ່ງເປັນ ເສັ້ນທາງເຊື່ອມຕໍ່ ແຫຼມ ເຊີນຈ່າ ກັບຝັ່ງທາງທິດຕາເວັນຕົກ ແມ່ນຳ້ ຮ່ານ. ພາບ: ແທງຮ່ວາ


ຕະຫຼາດຂາຍສິນທະເລ ຢູ່ໝູ່ບ້ານຊາວປະມົງ ຖໍ້ກວາງ ໄດ້ຈັດຂຶ້ນ ໃນ ທຸກຕອນເຊົ້າ ຢູ່ຕີນພູແຫຼມ ເຊີນຈ່າ. ພາບ: ແທງຮ່ວາ


ຄວາມສວຍງາມດັ່ງໃນຝັນ ຂອງ ແຫຼມ ເຊີນຈ່າ ຢູ່ເທິງ ແມ່ນຳ້ຮ່ານ ແລະ ນະຄອນ ດ່າໜັງ. ພາບ: ແທງຮ່ວາ

ເຊີນຈ່າ ເປັນຈຸດນັດໝາຍທີ່ຂາດບໍ່ໄດ້ ສຳລັບນັກທ່ອງທ່ຽວ ໃນຂະ ບວນການ ຄົ້ນພົບນະຄອນແຫ່ງທະເລ ດ່າໜັງ. ຍ້ອນຢູ່ທີ່ນັ້ນ ບໍ່ພຽງ ມີທິວທັດທຳມະຊາດທີ່ມີຄວາມງາມແບບປະຖົມປະຖານ, ມີບັນດາ ເຂດປ່າ ເໝືອນດັ່ງປ່າ ຢູ່ບັນດາປະເທດເອີຣົບ ໃນລະດູໃບໄມ້ຫຼົ່ນ, ມີຄ່າງຫ້າສີ ຊຶ່ງເປັນ ປະເພດ ງາມທີສຸດ ໃນຈຳນວນ ພວກຄ່າງເທົ່ານັ້ນ ຫາກຍັງມີທັງ ບັນດາຫາດຊາຍທະເລ ທີ່ມີນໍ້າໃສສີຂຽວ, ມີ ເຂດ ພັກຜ່ອນ ໄດ້ມາດຕະຖານສາກົນ ແລະ ບັນດາກິດຈະການ ແຫ່ງການ ສະຖາປັດຕະຍະກຳ ວັດທະນະທຳ ທີ່ເກົ່າແກ່ ຊຶ່ງເຂັ້ມຂົ້ນໄປດ້ວຍຄວາມເຊື່ອຖືທາງໃຈອີກດ້ວຍ...


ຕາມທຳມະດາ, ເຊີນຈ່າ ກໍຄື ຮ່າລອງ, ຟອງຍາ-ແກ່ບ່າງ ຂອງ ຫວຽດນາມ ແລະ ຫ່າງໄກກວ່ານັ້ນ ຄືປ່າສະຫງວນແຫ່ງຊາດ ອາ ມາໂຍນ (ບຣາຊິນ), ພູ ຟູຈິ (ຍີ່ປຸ່ນ), ທົ່ງພຽງ ໂອກາວານໂກ (ບົດ ສະວານາ), ປ່າສະຫງວນແຫ່ງຊາດ ແຊແຣນແກຕີ (ຕັງຊານີ)... ຊຶ່ງ ກຳເນີດຂຶ້ນ ບໍ່ພຽງແຕ່ ເພື່ອການຄົງຕົວ ແລ້ວຖືກດັບມອດໄປຕາມ ກົດເກນ ຂອງທຳມະຊາດ, ຫາກຕ້ອງໄດ້ຂຸດຄົ້ນຢ່າງຖືກຕ້ອງ ເພື່ອ ຮັບໃຊ້ ບັນດາຜົນປະໂຫຍດ ທີ່ ສົມເຫດສົມຜົນ ຂອງ ຄົນມະນຸດ ເຊັ່ນ: ຂຸດຄົ້ນ, ຄົ້ນຄວ້າ, ທັດສະນະ ສຶກສາ ແລະ ທ່ອງທ່ຽວ.

ແຕ່ວ່າ, ການແຊກແຊງ ຂອງ ມະນຸດ ຢູ່ເຊີນຈ່າ ເກືອບວ່າ ໄດ້ເກີນ ຂອບເຂດ ຂອງ ທຳມະຊາດ ກໍຄືຜູ້ຮັກມັກ ແລະ ມີຄວາມຮັບ ຜິດຊອບຕໍ່ ເຊີນຈ່າ. ໂດຍບໍ່ເອົາຫົວຊາຕໍ່ບັນດາຂໍ້ກຳນົດ ແລະ ຄຳ ເຕືອນ ຂອງ ລັດຖະບານ, ມີບຸກຄົນ ແລະ ອົງການຈັດຕັ້ງ ຈຳນວນ ໜຶ່ງ ໄດ້ຊອກທຸກວິທີ ເພື່ອການຂຸດຄົ້ນ ເຊີນຈ່າ ດ້ວຍຄວາມ ເປີດ ແປນທີສຸດ, ເຮັດໃຫ້ ທິວທັດທຳມະຊາດ ຖືກມ້າງທຳລາຍ, ສິ່ງແວດ ລ້ອມແຫ່ງການ ດຳລົງຊີວິດ ໃນທຳມະຊາດ ຖືກພິກປີ້ນ, ສົ່ງ ຜົນສະທ້ອນຢ່າງຮ້າງແຮງ ຊຶ່ງບໍ່ພຽງແຕ່ ຕໍ່ຊີວິດທຳມະຊາດ ຂອງ ບັນດາແນວພັນ ສັດ ແລະ ພຶກສາສາດ ເທົ່ານັ້ນ, ຫາກຍັງ ສົ່ງຜົນ ເຖິງ ຊີວິດການເປັນຢູ່ ຂອງ ມະນຸດ ໃນໄລຍະຍາວ ອີກດ້ວຍ. ສິ່ງດັ່ງ ກ່າວ ໄດ້ກາຍເປັນບັນຫາ ຮີບດ່ວນ, ບາງຄັ້ງກາຍເປັນຄວາມແຄ້ນເຄືອງໃນສັງຄົມ ຈົນເຮັດໃຫ້ລັດຖະບານ ຕ້ອງເຂົ້າຈັດການ ບັນຫານີ້ ຢ່າງເຄັ່ງຄັດ.


ການຄົງຕົວ ແລະ ພັດທະນາທີ່ຍືນຍົງ ຂອງ ເຊີນຈ່າເປັນບັນຫາ ທີ່ ແກ້ໄຂຍາກ ຕໍ່ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງ ຄົນມະນຸດ ແລະ ສັງຄົມຢ່າງແທ້ຈິງ ຍ້ອນຊັບສົມບັດ ບໍ່ແມ່ນແຫຼ່ງ ຊັບພະຍາ ກອນທີ່ບໍ່ມີສິ້ນສຸດ. ແຕ່ວ່າ ຈະຍືນຍົງຍິ່ງຂຶ້ນ ຖ້າຫາກມະນຸດ ຮູ້ຈັກ ວິທີໃຊ້ຊີວິດ ທີ່ມີຄວາມປະສານກົມກຽວ ກັບທຳມະຊາດ, ຮູ້ຈັກ ການປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ ເຊີນຈ່າ ເປັນຂອງຂວັນ ອັນລຳ້ຄ່າ ທີ່ທຳມະຊາດ ໄດ້ດົນບັນດານ ໃຫ້ເລື້ອຍໆ ໄປ. ນັ້ນກໍ ແມ່ນວິທີ ທີ່ປະຊາຊົນ, ອຳນາດການປົກຄອງ ແຂວງ ດ່າໜັງ ແລະ ລັດຖະບານ ກຳລັງປົກປັກຮັກສາດ້ວຍຫົວໃຈ  ແລະ ດ້ວຍບັນດາ ກົດບັນຍັດທີ່ເຄັ່ງຄັດ. 

ແຜນນະໂຍບາຍຈຳນວນໜຶ່ງ ກ່ຽວກັບແຜນສັງລວມທີ່ສຳຄັນ ຂອງ ລັດຖະບານ ຕໍ່ ເຊີນຈ່າ: 
- ປີ 1977: ສ້າງຕັ້ງເຂດປ່າສະຫງວນ ແຫຼມ ເຊີນຈ່າ.
- ປີ 2011: ວາງແຜນສັງລວມໃຫ້ ເຊີນຈ່າ ກາຍເປັນ ໜ່ຶງ ໃນ 47 ແຫ່ງ ມີຄວາມສາມາດບົ່ມຊ້ອນ ພັດທະນາ ເປັນເຂດ ທ່ອງທ່ຽວ ແຫ່ງຊາດ (ວິໄສທັດເຖິງປີ 2030).
- ປີ 2013: ວາງແຜນສັງລວມໃຫ້ ເຊີນຈ່າ ກາຍເປັນ ເຂດອະນຸລັກ ທຳມະຊາດ ແລະ ສັດ ທີ່ມີຄ່າຫາຍາກຫຼາຍປະເພດ (ວິໄສທັດເຖິງ ປີ 2030).
- ປີ 2014: ວາງແຜນສັງລວມໃຫ້ ເຊີນຈ່າ ກາຍເປັນ ເຂດອະນຸລັກ ຮັກສາທຳມະຊາດ (ວິໄສທັດເຖິງປີ 2030).

ບົດ: ແທງຮ່ວາ - ພາບ: ແທງຮ່ວາ, ເອກະສານ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top