• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ -ລາວ

      ຕາມຂໍ້ຕົກລົງການຮ່ວມມືກ່ຽວກັບວຽກງານສາສະໜາລະຫວ່າງລັດຖະບານ 2 ປະເທດ ຫວຽດນາມ  -ລາວ, ວັນທີ 11 ຕຸລາ, ຢູ່ນະຄອນ ເຫ້ວ, ຄະນະສາສະໜາ ລັດຖະບານ ຫວຽດນາມ ແລະ ແນວລາວສ້າງຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາຄັ້ງທີ 7. 

ກອງປະຊຸມວຽກງານສາສະໜາລະຫວ່າງລັດຖະບານ 2 ປະເທດ ຫວຽດນາມ  -ລາວ
      ກອງປະຊຸມໄດ້ສຸມໃສ່ແລກປ່ຽນບາງເນື້ອໃນຕົ້ນຕໍຄື: ສະພາບການສາສະໜາໃນທ່າອ່ຽງໂລກາພິວັດປະຈຸບັນໃນທົ່ວໂລກ ແລະ ຢູ່ ຫວຽດນາມ; ທັດສະນະ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ສສ ຫວຽດນາມ ສຳລັບສາສະໜາ; ບາງສາສະໜາມີຢູ່ທັງ 2 ປະເທດ ແລະ ພ້ອມກັນແລກປ່ຽນບັນດາບົດຮຽນໃນວຽກງານຄຸ້ມຄອງລັດສຳລັບການເຄື່ອນໄຫວສາສະໜາຂອງ ຫວຽດນາມ ແລະ ລາວ. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາພະນັກງານເຮັດວຽກສາສະໜາຂອງ 2 ປະເທດພ້ອມກັນແບ່ງປັນວິບົດຮຽນ ແລະ ປະສົບການຕົວຈິງໃນວຽກງານສາສະໜາຂອງແຕ່ລະປະເທດ; ຜ່ານນັ້ນຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ເພີ່ມທະວີປະສິດທິຜົນໃນຂົງເຂດນີ້, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງສັງຄົມ, ການສ້າງສາ ແລະ ພັດທະນາຂອງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top