• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແມ່ຍິງ ກອນຕູມ ກັບຂະບວນການ startup

      ມີຈຸດລວມໃນນັບຮ້ອຍແນວຄິດ startup ຂອງເອື້ອຍນ້ອງແມ່ຍິງ ກອນຕູມ, ນັ້ນແມ່ນ ການປະດິດຄິດສ້າງໃນການອອກແຮງງານທຳການຜະລິດ.
ສວນປູກໂສມຂອງເອື້ອຍນ້ອງແມ່ຍິງ
(ພາບ: baokontum.com.vn)
      ເພື່ອແນໃສ່ສືບຕໍ່ປະຕິບັດແຜນຮ່າງ “ໜູນຊ່ວຍແມ່ຍິງ startup ໄລຍະ 2017 - 2025” ຂອງນາຍົກລັດຖະມົນຕີ, ສະຫະພັນແມ່ຍິງທຸກຂັ້ນຢູ່ແຂວງ ກອນຕູມ ໄດ້ມີວິທີເຮັດວຽກຢ່າງແທດຈິງ ປະກອບສ່ວນຊຸກຍູ້, ຫັນບັນດາແນວຄິດດຳເນີນທຸລະກິດຂອງສະມາຊິກແມ່ຍິງໃຫ້ປະກົດຜົນເປັນຈິງ. ໂດຍປະສົບຜົນສຳເລັດຈາກຫຼາຍຮູບແບບ startup ທີ່ແຕກຕ່າງກັນ ໄດ້ຊ່ວຍໃຫ້ສະມາຊິກສະມາຄົມແມ່ຍິງ, ແມ່ຍິງທີ່ເປັນຊາວເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນ ເພີ່ມລາຍຮັບ ແລະ ປົວແປງຊີວິດການເປັນຢູ່.
        ແຕ່ປີ 2017, ຮູບແບບໜ່ວຍຮ່ວມສຳພັນປູກໂສມຂອງແມ່ຍິງ 57 ຄົນຢູ່ 2 ຕາແສງທຸກຍາກຢູ່ ຕາແສງເມື່ອງຮອງ ແລະ ງອັກລິງ ຢູ່ເມືອງ ດັກກະເລ, ແຂວງ ກອນຕູມ ໄດ້ຮັບການສ້າງຕັ້ງຂຶ້ນ. ຍ້ອນມີການຮັບປະກັນຂອງສະະຫະພັນທຸກຂັ້ນກ່ຽວກັບຕົ້ນກຳເນີດ ແລະ ຄຸນນະພາບ, ລາຄາໂສມສົດທີ່ຂາຍໃນຕະຫຼາດຂອງໜ່ວຍຮ່ວມສຳພັນໄດ້ເພີ່ມແຕ່ 200.000 ດົ່ງ/ກີໂລກຣາມ ຂຶ້ນທົບເຄິ່ງ, ຊ້ຳບໍ່ໜຳແມ່ນຂຶ້ນທົບ 2 ເທົ່າ.
        ຈາກປະສິດທິຜົນຂອງຮູບແບບ, ຮອດປີ 2021 ມີແມ່ຍິງຕື່ມອີກກວ່າ 60 ຄົນເຂົ້າເປັນສະມາຊິກໃນ 4 ໜ່ວຍຮ່ວມສຳພັນ. ເນື້ອທີ່ປູກໂສມກໍ່ໄດ້ຮັບການເປີດກວ້າງຈາກ 2-3 ໄລ່ ຂຶ້ນເປັນ 12 ເຮັກຕາ. ເອື້ອຍ ຟ້າມທິເມີຍ, ຮອງປະທານສະຫະພັນແມ່ຍິງເມືອງ ດັກກະເລ ຖືວ່າ ຜົນສຳເລັດອັນໃຫຍ່ຫຼວງທີ່ສຸດຂອງຮູບແບບນີ້ແມ່ນໄດ້ລະດົມ, ເຕົ້າໂຮມແມ່ຍິງຊາວເຜົ່າສ່ວນໜ້ອຍເຂົ້າຮ່ວມການ startup.
        “ກ່ຽວກັບປະສິດທິຜົນດ້ານເສດຖະກິດ, ບັນດາຄອບຄົວປະຕິບັດຮູບແບບນີ້ກໍ່ມີການພັດທະນາດີ. ຄອບຄົວມີລາຍຮັບເປັນປົກກະຕິກວ່າ. ກ່ອນນີ້ ເຂົາເຈົ້າລໍຖ້າການໜູນຊ່ວຍຂອງລັດ ແຕ່ມາຮອດປະຈຸບັນບັນດາເອື້ອຍນ້ອງ ໄດ້ເປັນເຈົ້າການຂໍນຳສະຫະພັນເພື່ອເຂົ້າຮ່ວມປະຕິບັດຮູບແບບນີ້. ຄຽງຂ້າງນັ້ນ, ບັນດາເອື້ອຍນ້ອງກໍ່ກ້າກູ້ຢຶມທຶນເພື່ອລົງທຶນພັດທະນາເສດຖະກິດ”.
        ມີຈຸດລວມໃນນັບຮ້ອຍແນວຄິດ startup ຂອງເອື້ອຍນ້ອງແມ່ຍິງ ກອນຕູມ, ນັ້ນແມ່ນ ການປະດິດຄິດສ້າງໃນການອອກແຮງງານທຳການຜະລິດ. ເອື້ອຍ ຫງວຽນທິຖຸ່ຍແອັງ, ຢູ່ບ້ານ 3, ຕາແສງ ດັກມາ, ເມືອງ ດັກຮ່າ ບັນລຸຜົນເລັດດ້ວຍຮູບແບບຜະລິດກາເຟປອດສານພິດ, ຂົ້ວ, ບົດ, ຈຳໜ່າຍກາເຟ ຢູ່ 2 ຕະຫຼາດໃຫຍ່ແມ່ນ ເງະອານ ແລະ ນະຄອນ ໂຮ່ຈີມິນ. ເອື້ອຍ ແອັງ ໃຫ້ຮູ້ວ່າ ເຖິງວ່າລາຄາກາເຟພວມຫຼຸດລົງ, ແຕ່ລາຍຮັບຈາກເນື້ອທີ່ປູກກາເຟ 8 ເຮັກຕາຂອງຄອບຄົວເອື້ອຍ ແລະ ເອື້ອຍນ້ອງອື່ນຈຳນວນໜຶ່ງ ກໍບໍ່ຖືກຜົນກະທົບ, ກົງກັນຂ້າມແມ່ນນັບມື້ນັບເພີ່ມຂຶ້ນ. ສາຍເຫດແມ່ນຍ້ອນ ກາເຟຂອງເອື້ອຍມີຄຸນນະພາບສູງ ມີລູກຄ້າຫຼາຍຄົນສັ່ງຊື້.
        “ກາເຟນີ້ມີລົດຊາດດີພາຍຫຼັງທີ່ໄດ້ດື່ມ. ເມື່ອດື່ມທຳອິດຈະຂົມໆໜ້ອຍໜຶ່ງ ແຕ່ບໍ່ຄືກາເຟຊະນິດອື່ນ. ພາຍຫຼັງດື່ມກາເຟປະມານ 1 ນາທີ ມັນຈະປ່ຽນຈາກລົດຊາດຂົມໆໄປເປັນລົດຊາດຫວານ, ຫອມ. ເມື່ອເລີ່ມ startup ໝົດທຸກຄົນໃນບ້ານບໍ່ເຫັນດີ ແລະ ເວົ້າວ່າ ມີຄວາມເປັນໄປບໍ່ໄດ້ ຍ້ອນກາເຟຂອງຂ້າພະເຈົ້າພຽງແຕ່ບົວລະບັດຕາມທິດອົງຄະທາດ. ຂ້າພະເຈົ້າຢາກພິສູດໃຫ້ເຫັນວ່າ ກາເຟອົງຄະທາດແມ່ນມີຄວາມແຕກຕ່າງກັບອະນົງຄະທາດຄືແນວໃດ”.
        ປະຈຸບັນ, ມີສະມາຊິກແມ່ຍິງຂອງແຂວງ ກອນຕູມ ກວ່າ 200 ຄົນໄດ້ຮັບການໜູນຊ່ວຍທຶນ startup ດ້ວຍຈຳນວນກວ່າ 1, 5 ຕື້ດົ່ງ. ເອື້ອຍນ້ອງ ກໍ່ກູ້ຢຶມທຶນເກືອບ 9 ຕື້ດົ່ງເພື່ອຫັນບັນດາແນວຄິດ startup, ດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງ. ມີຫຼາຍຮູບແບບ startup ບັນລຸໝາກຜົນ ປະກອບສ່ວນຍົກສູງລາຍຮັບ, ປົວແປງຊີວິດການເປັນຢູ່ຂອງເອື້ອຍນ້ອງຢູ່ທ້ອງຖິ່ນ, ຄືຮູບແບບໜ່ວຍສະຫະກອນປູກກາເຟເຂດໜາວຢູ່ຕາແສງ ມັງແກ່ງ, ເມືອງ ກອນ ປະລົງ; ຮູບແບບແມ່ຍິງຊົນເຜົ່າສ່ວນໜ້ອຍປູກຢາສະໝູນໄພຢູ່ບັນດາຕາແສງ: ເມື່ອງຮອງ, ງອັກລິງ, ມັງຣີ, ງອັກໄລ ເມືອງ ດັກກະເລ ແລະ ຕູເມີຣົງ… ທ່ານນາງ ເຈິ່ນທິຟອງລານ, ຮອງປະທານສະຫະພັນແມ່ຍິງແຂວງ ກອນຕູມ, ໃຫ້ຮູ້ວ່າ:
        “ສະຫະພັນແມ່ຍິງທຸກຂັ້ນຈະສືບຕໍ່ເພີ່ມທະວີ ແລະ ຫັນວຽກງານໂຄສະນາ ເປັນຫຼາຍຮູບຫຼາຍແບບ ເພື່ອຍົກສູງສະຕິຄວາມຮັບຮູ້. ຈັດບັນດາຊຸດອົບຮົມເພື່ອຍົກສູງກຳລັງຄວາມສາມາດໃຫ້ແກ່ເອື້ອຍນ້ອງແມ່ຍິງ ໃນການເລືອກເອົາແນວຄິດ startup ແລະ ສ້າງແຜນການທີ່ມີຄວາມສາມາດເປັນໄປໄດ້. ພ້ອມກັນນັ້ນ, ສະຫະພັນແມ່ຍິງທຸກຂັ້ນ ຈະສືບຕໍ່ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ ຮຽກຮ້ອງການໜູນຊ່ວຍຂອງທົ່ວສັງຄົມໃຫ້ເປັນຢ່າງດີ ເພື່ອໜູນຊ່ວຍແມ່ຍິງປະຕິບັດແນວຄວາມຄິດ startup, ດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງ, ຊອກຫາຕະຫຼາດຈຳໜ່າຍບັນດາຜະລິດຕະພັນ startup ຂອງແມ່ຍິງ”.
        ໂດຍສືບຕໍ່ປະຕິບັດແຜນຮ່າງ “ໜູນຊ່ວຍແມ່ຍິງ startup ໄລຍະ 2017 - 2025” ຂອງນາຍົກລັດຖະມົນຕີ, ສະຫະພັນແມ່ຍິງແຂວງໄດ້ໜູນຊ່ວຍແມ່ຍິງໃນບໍລິເວນແຂວງ ຫັນນັບສີບແນວຄວາມຄິດ startup ໃຫ້ປະກົດຜົນເປັນຈິງ. ຈັດການໂຄສະນາໜູນຊ່ວຍເຊື່ອມຕໍ່ຜູ້ອອກແຮງງານ ກ່ຽວກັບຄວາມຕ້ອງການບຳລຸງສ້າງວິຊາຊີບ, ວາງສະແດງ 14 ຮ້ານແນະນຳຜະລິດຕະພັນ startup ຂອງແມ່ຍິງທ້ອງຖິ່ນ. ບັນດາການເຄື່ອນໄຫວຄືດັ່ງກ່າວ ໄດ້ຊ່ວຍໃຫ້ສະມາຊິກແມ່ຍິງນັບມື້ນັບມີຄວາມເຊື່ອໝັ້ນຕໍ່ຕົນເອງ ເພື່ອປະຕິບັດບັນດາແນວຄິດ startup ໃຫ້ປະກົດຜົນເປັນຈິງ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top