• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ແພຊັ່ນຊົງຜົມຫວຽດ-ການປະດິດສ້າງທີ່ບໍ່ມີຂອບເຂດ

ງານ Hair show Inebrya 2016 ເປັນບ່ອນເຊີດຊູ ແລະ ສະແດງຄວາມອາດສາມາດຂອງບັນດານັກອອກແບບຊົງຜົມ ຫວຽດນາມ, ພ້ອມກັນນັ້ນທັງເປັນບ່ອນສ້າງທິດທາງຊົງຜົມ ແຟຊັ່ນໃໝ່ສຸດຂອງປີ 2016.
ຫວ່າງແລ້ວນີ້, ທີ່ White Palace, ເຮືອນເລກທີ 194, ຖະໜົນ ຮວ່າງວັນຖຸ, ເມືອງຝູ໋ຍ້ວນ, ນະຄອນໂຮ່ຈີມິນ, ບັນດານັກຫຼົງໄຫຼກັບແຟຊັ່ນຊົງຜົມມີໂອກາດໄດ້ຊື່ນຊົມບັນດາຊຸດສະສົມ, ຊົງຜົມໃໝ່ສຸດໃນລາຍການທີ່ມີຫົວຂໍ້ “Hair show Inebrya 2016 – ການປະດິດສ້າງທີ່ບໍ່ມີຂອບເຂດ”. ຊຸດສະສົມຕ່າງໆຂອງບັນດານັກອອກແບບແຕ່ງຊົງຜົມເຊ່ັນ: ທ່ານ ຢອນເຮົ້າ, ຫງວຽນຮືວ ຄວາ, ຈິ້ງຊວນຮວ່າຍບ໊າວ, ເລຮົ່ງມິນ, ວັນຟຸກ, ຫງວຽນເຖ໋ວິງ ແລະ ຟ້າມຫວູດຶກຮຸຍ ໄດ້ສະແດງໃຫ້ເຫັນລົມຫາຍໃຈຂອງການດຳລົງຊີວິດທັນສະໄໝ, ລັກສະນະປະຍຸກສູງ ຊຶ່ງສະແດງໃຫ້ເຫັນ ຄວາມປະດິດຄິດສ້າງ ແລະ ໂດດເດັ່ນ. 

ລາຍການ Hair show Inebrya 2016 ໄດ້ຮັບຄວາມສົນໃຈ ຈາກວົງການຜູ້ຫຼົງໄຫຼແຟຊັ່ນຢູ່ນະຄອນໂຮ່ຈີມິນ. 


ນັກອອກແບບຢອນເຮົ້າແຕ່ງຊົງຜົມເທິງເວທີຂອງລາຍການ Hair show Inebrya 2016. 


ນັກອອກແບບຢອນເຮົ້າກັບຊຸດສະສົມທີ່ຖືເອົາອາລົມຈິດຈາກໂລກຈັກກະວານ. 


ຊົງຜົມທີ່ໄດ້ອອກແບບຈາກນັກອອກແບບຊົງຜົມ ຮົ່ງມິງ. 

ຊຸດສະສົມ “ບິນ” ຂອງນັກອອກແບບຊົງຜົມ ວັນຟຸກໄດ້ເປີດສາກສະແດງໃນຄ່ຳຄືນດັ່ງກ່າວ.  ສົມດັ່ງຫົວຂໍ້ທີ່ຕັ້ງໄວ້, ບັນດາຕົວຢ່າງຊົງຜົມໄດ້ມຸ່ງສູ່ຄວາມເສລີສະຫວາດສະເຫວີຍ, ຜ່ານຜ່າສິ່ງກີດຂວາງເພື່ອບິນຂຶ້ນສູ່ລະດັບສູງໃໝ່. ຈາກນັ້ນ, ກໍຈະນຳມາຄວາມໝັ້ນໃຈຕົນເອງກັບການຮັກຊີວິດ ແລະ ສິ່ງທີ່ຍອດຍິ່ງ ຂອງຊີວິດ, ປະດັບຄວາມສວຍສົດງົດງາມຂອງແຕ່ລະຄົນ.

ແຕກຕ່າງກັບຊຸດທ່ານ ວັນຟຸກ, ນັກອອກແບບຊົງຜົມ ຮົ່ງມິງໄດ້ສະແດງໃຫ້ຜູ້ຊົມເຫັນໄດ້ “ວາດຟ້ອນໃນຊົງຜົມ”. ຮົ່ງມິງໄດ້ນຳເອົາແນວຄວາມຄິດດ້ວຍການສັງເກດສາຍລົມພັດຜ່ານຕາມ ຕົ້ນໄມ້ໃບຫຍ້າ, ການເຫນັງຕີງບາງຄັ້ງເບົາໆບາງຄັ້ງແຮງຂອງຕົ້ນໄມ້ໃບຫຍ້າ ແລະ ດອກໄມ້ຢ່າງຕໍ່ເນື່ອງເໝືອນດັ່ງການເຕັ້ນ ລຳທີ່ປະທັບໃຈ. ສາຍລົມ ແລະ ສີສັນຕ່າງໆນາໆຂອງຊົງຜົມໄດ້ປະສົມປະສານເຂົ້າກັນສ້າງເປັນບົດເຕັ້ນລຳໃນຊີວິດຈິງ.

ນັກອອກແບບຊົງຜົມ ຮວ່າງບ່າວຂອງ Salon ບ່າວ ໄດ້ນຳເອົາວົງການແຟຊັ່ນຊຸດສະສົມທີ່ມີຫົວເລື່ອງ “ທຳນອງປ່ຽນລະດູ” ມາສະເໜີ. ຜົມຂອງບັນດານາງແບບໂດຍຜູ້ກ່ຽວເປັນຜູ້ອອກແບບຍົງສູງຂຶ້ນ ແລະ ສະຫຼັບຊັບຊ້ອນກັນເໝືອນດັ່ງໄລຍະການປ່ຽນ ລະດູຂອງທຳມະຊາດ. ແຕ່ລະເສັ້ນຜົມເປັນເງົາເຫຼື້ອມປະກົດກາງເວຫາຂອງກ້ອນເມກ, ທ້ອງຟ້າ, ຕົ້ນໄມ້ ໃບຫຍ້າ ປ່ຽນສີຈາກສີຟ້າເປັນສີ ໝາກກະເບົາ, ຈາກສີເຫຼືອງເປັນສີແດງ, ຈາກສີບົວເປັນສີອິດ ແລະ ສີຂີ້ເທົ່າເປັນສີຂາວ… ນັ້ນຄືການປະສົມປະສານຢ່າງກົມກຽວຂອງຜົມ ແລະ ດິນຟ້າ.

ທີ່ງານ Hair show Inebrya 2016, ບັນດາຊຸດສະສົມຄື: ຊຸດ “ສາຍລົມແຫ້ງແລ້ງ” ຂອງຫືວຄວາ, ຊຸດ “ກ້ອນເມກພະເນຈອນ” ຂອງ ດຶກຮຸຍ, ຊຸດ “ສີສັນລະດູໃບໄມ້ຫຼົ່ນ” ຂອງເຖ໋ວິງ ຕ່າງກໍ່ສ້າງ ຄວາມ ປະທັບໃຈຕໍ່ທ່ານຜູ້ຊົມ. ບັນດານັກອອກແບບຊົງຜົມໜຸ່ມ ຂອງວົງການອອກແບບຊົງຜົມຫວຽດ ໄດ້ສະແດງອອກໃຫ້ເຫັນ ຄວາມເຊື່ອໝັ້ນຕົນເອງ, ຄວາມປະດິດສ້າງນັບມື້ນັບໄດ້ການ ຢືນຢັນເຖິງຊື່ສຽງ ແລະ ສ້າງໄດ້ຄຸນລັກສະນະສະເພາະຂອງຕົນ. ພິເສດ, ບັນດາຊຸດສະສົມທີ່ໄດ້ນຳສະເໜີຄັ້ງນີ້ຍັງມີລັກສະນະ ປະຍຸກສູງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າຂະແໜງການອອກ ແບບຊົງຜົມຫວຽດນາມ ນັບມື້ນັບໄດ້ຮັບຄວາມສົນໃຈ ແລະ ໃສ່ໃຈຫຼາຍຂຶ້ນ.

ຈຸດເດັ່ນຂອງງານ Hair show Inebrya 2016 ແມ່ນຊຸດສະສົມ “ໄປພ້ອມກັບຄວາມຝັນ” (Follow Your Dream) ຂອງນັກອອກແບບຊົງຜົມທີ່ມີຊື່ສຽງ ຢອນເຮົ້າ. ລາວໄດ້ຖື ເປັນຜູ້ຫນຶ່ງທີ່ນຳໜ້າໃນຂະແໜງ ການແຟຊັ່ນຊົງຜົມທີ່ຫວຽດນາມ. ໃຊ້ເວລາພຽງສອງສາມນາທີ, ຢອນເຮົ້າກໍ່ໄດ້ແຕ່ງສຳເລັດ ຊົງຜົມຢູ່ເທິງເວທີຕໍ່ໜ້າທ່ານຜູ້ຊົມເປັນຈຳນວນຫຼວງຫຼາຍ. ເຕັກນິກການນຳໃຊ້ມີດຕັດທີ່ຄ່ອງຂອງລາວໄດ້ເຮັດໃຫ້ທ່ານຜູ້ຊົມຕ້ອງຍອມຮັບ ແລະ ຈັບອົກຈັບໃຈທີ່ສຸດ.

ນັກອອກແບບຊົງຜົມຢອນເຮົ້າໄດ້ໄຂຄວາມໃນໃຈອອກມາວ່າ: “20 ກວ່າປີປະກອບອາຊີບນີ້, ຊົງຜົມປະດິດສ້າງທີ່ມີຄວາມສົມບູນແບບ, ໂດດເດັ່ນທີສຸດ ແລະ ແຕກຕ່າງທີສຸດຂອງຕົນເໝືອນດັ່ງລູກທາງຈິດໃຈ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຫຼົງໄຫຼ ແລະ ທຸ່ມຈິດທຸ່ມໃຈກັບວຽກງານ, ຕໍ່ເສັ້ນທາງໄປທີ່ຂ້າພະເຈົ້າໄດ້ເລືອກເຟັ້ນ. ຂ້າພະເຈົ້າຈະອຸທິດ, ປະດິດຄິດສ້າງໃຫ້ແກ່ຂະແໜງການແຟຊັ່ນຊົງຜົມນີ້ໄປເລື້ອຍໆ . 


ຊົງຜົມທີ່ໄດ້ອອກແບບພົ້ນເດັ່ນຈຳນວນໜຶ່ງໄດ້ຮັບການສະແດງໃນງານ Hair show Inebrya 2016: 














ບົດ: ຫງວຽນແອວງ - ພາບ: ຫງວຽນລວນ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top