• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜນ​ຮ່າ​ງພັດທະນາ​ຕະຫຼາດພາຍ​ໃນ​ປະ​ເທດ ນໍາ​ມາ​ເຊິ່ງໝາກຜົນ​ຕັ້ງໜ້າ​ໃຫ້​ແກ່​ພື້ນຖານ​ເສດຖະກິດ

ຕອນເຊ້ົາວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບແຜນຮ່າງພັດທະນາຕະຫຼາດພາຍໃນປະເທດ ຕິດພັນກັບບັ້ນຂົນຂວາຍ “ຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດ” ໄລຍະ 2014 – 2020”.

ທ່ານ ໂດ໊ທັ໊ງຫ໋າຍ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ

ພາຍຫຼັງປະຕິບັດມາເປັນເວລາ 6 ປີ, ແຜນຮ່າງດັ່ງກ່າວໄດ້ນໍາມາເຊິ່ງໝາກຜົນຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນເຂົ້າໃນການປະຕິບັດສໍາເລັດບັນດາຄາດໝາຍເສດຖະກິດ, ຄວບຄຸມໄພເງິນເຟິ້, ເສດຖະກິດມະຫາພາກມີສະຖຽນລະພາບ, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງການຕອບສະໜອງ ແລະ ຄວາມຕ້ອງການ. ທ່ານ ໂດ໊ທັ໊ງຫ໋າຍ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ເຖິງວ່າຍອດລະດັບຂາຍຍ່ອຍສິນຄ້າ ແລະ ການບໍລິການໄລຍະ 7 ເດືອນຕົ້ນປີ 2020 ຫຼຸດລົງ 0,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ກໍຕາມ ແຕ່ສະເພາະຍອດລະດັບລາຍຮັບຈາກການຂາຍຍ່ອຍສິນຄ້າຂອງ 7 ເດືອນຕົ້ນປີ ຍັງກວມເອົາກວ່າ 79% ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຮັບປະກັນການຮັບໃຊ້ຄວາມຕ້ອງການທີ່ຈໍາເປັນຂອງປະຊາຊົນ ແລະ ຮັບປະກັນການສະໜອງວັດຖຸດິບ, ວັດສະດຸເຊື້ອເພີງ, ເຄື່ອງກົນຈັກ, ອຸປະກອນ ແລະ ສິນຄ້າ ເພື່ອຮັກສາການຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດ ເພື່ອຮັບໃຊ້ຕະຫຼາດພາຍໃນ ແລະ ສົ່ງອອກ”.

        ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ໃນໄລຍະໃໝ່, ແຜນຮ່າງຕ້ອງເພີ່ມເຕີມກົນໄກ, ນະໂຍບາຍສົ່ງເສີມບັນດາວິສາຫະກິດພາຍໃນປະເທດ ເພີ່ມທະວີການນໍາໃຊ້ວິທະຍາສາດ, ເຕັກໂນໂລຢີ, ພັດທະນາອຸດສາຫະກໍາໜູນຊ່ວຍ, ເປີດກວ້າງລະບົບຈໍາໜ່າຍສິນຄ້າ ຫວຽດນາມ; ພ້ອມທັງຍູ້ແຮງການເຊື່ອມຕໍ່ວິສາຫະກິດ, ພິເສດແມ່ນການຄ້າເອເລັກໂຕນິກ. 

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top