• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບ໋ັງຢໍ່ ຮ່າໂນ້ຍ

ເຖິງວ່າມີຄວາມແຕກຕ່າງເຝີກັບ ໃນການປຸງແຕ່ງ, ແຕ່ ແບ໋ັງຢໍ່ ຍັງ ແມ່ນລາຍການອາຫານ ເປັນ ທີ່ນິຍົມ ສຳລັບຊາວຮ່າໂນ້ຍ ຊຶ່ງ ສາມາດ ຮັບປະທານອາຫານນີ້ ບໍ່ວ່າເວລາ ໃດພາຍ ໃນມື້. ແບ໋ັງຢໍ່ ຮ້ອນຈານໜຶ່ງ ທີ່ຊື້ຢູ່ ຮ້ານອາຫານ ແຄມທາງ ເປັນການ ປັ້ນເຂົ້າເຊົ້າທີ່ໄວ ຫຼື ອາດຈະຮັບ ປະທານ ຄື ຂອງ ຫວ່າງໃນຕອນແລງ ກໍວ່າໄດ້.  ແບ໋ັງຢໍ່ ແມ່ນລາຍການອາຫານສາມັນທົ່ວໄປ, ລາຄາບໍ່ແພງ ແລະ ສາມາດຊອກຊື້ໄດ້ງ່າຍ ຢູ່ບັນດາຮ້ານຂາຍຂອງ ກິນ ທ່ົວໄປຢູ່ແຄມທາງ, ພິເສດແມ່ນບ່ອນທີ່ມີຄົມມະນາຄົມໜາ ແໜ້ນເຊັ່ນ: ຕະຫຼາດ, ໂຮງຮຽນ ຫຼື ສຳນັກງານລັດຖະການ.

ບໍ່ພຽງແຕ່ໄດ້ຂາຍຢູ່ຕາມຮ້ານຂາຍຂອງກິນເທົ່ານັ້ນ, ແບ໋ັງຢໍ່ ຍັງ ມີແມ່ຄ້າຫາບເລາະຂາຍ ຢູ່ຕາມຮ່ອມ ທົ່ວທຸກຫົນແຫ່ງ ຂອງ ນະຄອນຫຼວງ. ບໍ່ຮູ້ວ່າໄດ້ຍິນຄຳນີ້ແຕ່ເມື່ອໃດ “ອາຍ ແບ໋ງຢໍ່ນ໋ອງໄດ” (ໃຜຢາກຊື້ ແບັ໋ງຢໍ່ຮ້ອນບໍ?) ໄດ້ເຂົ້າສູ່ ຄວາມຮູ້ສຶກນຶກຄິດ ຂອງຊາວເມືອງຫຼວງ ແຕ່ລະຄົນ ພ້ອມ ກັບຮູບພາບ  ຜູ້ຂາຍ ຖີບລົດຖີບ, ຢູ່ທາງຫຼັງແມ່ນກະຈາດ ແບັ່ງຢໍ່ ຖືກປົກຫຸ້ມຢ່າງຮອບຄອບ.

ແບັ໋ງຢໍ່ ໄດ້ເຮັດຈາກບັນດາສ່ວນປະກອບທີ່ງ່າຍໆ ກັບຂ້າງ ໃນ ລວມມີ ເຫັດຫູໜູ ແລະ ຊີ້ນໝູ ຟັກໃຫ້ມຸ່ນ, ຕື່ມໃສ່ຜັກ ຫົວບົ່ວແຫ້ງ ແລະ ນຳ້ປາ, ໝາກພິກໄທ ໜ້ອຍໜຶ່ງ ແລ້ວ ນຳ ໄປຂົ້ວສຸກ ໃຫ້ພໍມາດ. 

ສ່ວນປະກອບໃນການເຮັດແບັ໋ງຢໍ່ ລວມມີ ແປ້ງເຂົ້າຈ້າວ, ຊີ້ນໝູ, ເຫັດຫູໜູ. 


ສ່ວນປະກອບໃນການເຮັດແບັ໋ງຢໍ່ ລວມມີ ແປ້ງເຂົ້າຈ້າວ, ຊີ້ນໝູ, ເຫັດຫູໜູ. 


ແບັ໋ງຢໍ່ ແລະ ໃສ້ໃນ ຖືກຫໍ່ ດ້ວຍໃບຕອງກ້ວຍ.


ແບັ໋ງຢໍ່ ຕົ້ມໃນນ້ຳທີ່ຟົດ ໃຊ້ເວລາ 60 ນາທີ ແມ່ນໃຊ້ໄດ້. 


ລາຍການອາຫານແບັ໋ງຢໍ່ ສຳເລັດຮູບ. 

ແປ້ງເຮັດແບັ໋ງຢໍ່ ເຮັດຈາກເຂົ້າຈ້າວບົດໃຫ້ແຫຼກ, ໃສ່ເກືອ ໜ້ອຍໜຶ່ງ ພ້ອມກັບນຳ້ໃຫ້ພໍດີ ແລ້ວຄົນໃຫ້ເຂົ້າກັນ. ຈາກ ນັ້ນເອົາໄປຕົ້ມໃສ່ເຕົາໄຟ ຄົນໃຫ້ສະເໝີ, ເຖິງເຫັນແປ້ງ ສຸກພໍມາດໆ ແລະ ຂຸ້ນໜຽວແມ່ນໄດ້ ແລ້ວປົງ ໝໍ້ລົງ.

ໃບຕອງກ້ວຍ ຕ້ອງຈຸ່ມນຳ້ຮ້ອນ ເພື່ອໃຫ້ອ່ອນແລ້ວ ເອົາອອກ, ເຊັດໃຫ້ສະອາດ, ຈີກ ອອກເປັນປ່ຽງໃຫ້ພໍດີຫໍ່. ຈາກ ນັ້ນຕັກແປ້ງໃສ່ໃບຕອງ, ແຜ່ແປ້ງໃຫ້ບາງໆ ກ່ອນຈະໃສ່ໃສ້. ຈາກນັ້ນຈິ່ງຫໍ່ໃຫ້ເປັນຮູບສາມລ່ຽມ.

ເອົາແບັ໋ງຢໍ່ ລົງໝໍ້ນຳ້ຟົດ. ຕົ້ມໃນເວລາ 60 ນາທີ ແລ້ວຕັກ ອອກ ໃຫ້ສະເດັດນຳ້.

ເມື່ອແບັ໋ງຢໍ່ສຸກນຳອອກມາ ຈະມີກິ່ນຫອມ ຂອງ ໃບຕອງກ້ວຍ. ແບັ໋ງຢໍ່ ຈະຖືກຫໍ່ຢ່າງສະໝ່ຳສະເໝີ, ເມື່ອປອກ ໃບຕອງອອກ ຈະເຫັນແປ້ງຊັ້ນນອກຂາວກ້ຽງສະເໝີ ເປັນກ້ອນ ບໍ່ແຕກອອກຈາກກັນ.

ເຖິງວ່າເປັນລາຍການອາຫານສາມັນທົ່ວໄປ, ແຕ່ແບັ໋ງຢໍ່ ຍັງ ສະແດງ ໃຫ້ເຫັນລັກສະນະສຸພາບ ຂອງ ຊາວຮ່າໂນ້ຍ. ການກິນແບັ໋ງຢໍ່ ບໍ່ຕ້ອງຟ້າວຟັ່ງ, ຕ້ອງໃຊ້ເວລາ ເພື່ອລີ້ມລົດ ຊາດ ຂ້າງໃນ ທີ່ເຮັດດ້ວຍຊີ້ນໝູ ພ້ອມກັບກິ່ນຫອມ ຂອງ ຜັກບົ່ວແຫ້ງ, ພິກໄທ ແລະ ຄວາມກອບຂອງເຫັດຫູໜູ.
ປະຕິບັດ: ເຈິ່ນແທງຢາງ

ເທດສະການອາຫານເຈ 2024

ເທດສະການອາຫານເຈ 2024

ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.

Top