• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບ໋ັງຄວ໋າຍ ແດນແທງ

ຮູບພາບ ແມ່ຕູ້ ກັບ ຫຼານ ໃນເຮືອນຄົວກຳລັງສຸມໄຟ ເພື່ອຈືນແບ໋ັງ ຄວ໋າຍ ໃສ່ໝໍ້ຂາງ, ຫຼານນັ່ງຢູ່ຂ້າງໆ ກິນ ແບັ໋ງຄວ໋າຍ ທີ່ແມ່ຕູ້ຈືນ ໃນຍາມຄ້ອຍຄໍ່າ ຍັງຄົງວົນວຽນ ໃນຫົວ ຂອງ ຂ້າພະເຈົ້າ ຕະຫຼອດ ຫຼາຍສິບປີ ຈົນມາເຖິງປັດຈຸບັນ. 
ຄາວຍັງນ້ອຍ, ຂ້າພະເຈົ້າເຄີຍຕາມແມ່ຕູ້ ອອກທົ່ງນາ ໃຊ້ກະດຸ້ງ ເພື່ອຈັບກຸ້ງຝອຍ ຢູ່ຕາມບັນດາ ຄອງເໝືອງ ທີ່ນຳນໍ້າຈາກ ແມ່ນໍ້າ ມາເຂົ້າສູ່ທົ່ງນາ. ໃນເດືອນ ກໍລະກົດ ຫາ ເດືອນສິງຫາແມ່ນ ລະດູ ນໍ້າແກ່ງ ເຮັດໃຫ້ບັນດາຄອງເໝືອງ ເຕັມໄປດ້ວຍນໍ້າ, ເພາະສະນັ້ນ ພຽງແຕ່ຕຶກກະດຸ້ງ ແຕ່ເຊົ້າ ຈົນເຖິງເວລາ 11, 12 ໂມງ ຕອນທ່ຽງ ກໍຈະສາມາດ ຫາກຸ້ງຝອຍສົດ ໄດ້ສອງສາມໂລ.

ບົນເສັ້ນທາງກັບບ້ານ, ແມ່ຕູ້ເຂົ້າສວນ ເດັດຜັກຊີຊ້າງ ຊຶ່ງແມ່ນ ປະ ເພດຜັກຊີຊ້າງ ປູກຢູ່ເຂດ ເມືອງ ອຽດດິ້ງ, ມີລຳຕົ້ນສັ້ນ, ຕົ້ນໃຫຍ່ ທໍ່ນີ້ວໂປ້ ແລະ ຜັກກະລຳປີ, ຜັກຊີ. ຜັກທີ່ເກັບມາ ແມ່ຕູ້ ລ້າງນໍ້າ ໃຫ້ສະອາດ, ຊອຍເປັນເສັ້ນໆ ແລ້ວຄົນເຂົ້າກັບຜັກຊີຊ້າງ. 


ສ່ວນປະກອບ ຂອງ ການເຮັດແບັ໋ງຄວ໋າຍ ປະກອບມີ ຜັກກະລຳປີ, ຜັກຊີ, ຜັກຊີຊ້າງ, ກຸ້ງຝອຍ, ເຂົ້າຈ້າວບົດຈົນແຫຼວ.


ເອົານຳ້ມັນພືດ ລົງໃສ່ໝໍ້ຂາງ ແລ້ວນຳຜັກ ທີ່ຂົ້ວສຸກລົງຕາມ ແລະ ສຸດທ້າຍ ແມ່ນເອົານໍ້າແປ້ງລົງສຸດທ້າຍ. 


ເມື່ອແປ້ງສຸກ ກໍນໍາເອົາກຸ້ງລົງໃສ່. 


ໃຊ້ຈອງ ເພື່ອແຍກຊັ້ນແປ້ງບໍ່ໃຫ້ຕິດເຂົ້າ ໝໍ້ຂາງຮ້ອນ. 


ລາຍການອາຫານ ແບັ໋ງຄວ໋າຍ ຂອງ ແຂວງ ແທງຮວ໋າ

ເຄື່ອງປຸງແຕ່ງ ມີຢູ່ທົ່ວໄປຂອງທ້ອງຖິ່ນເຊັ່ນ: ເຂົ້າຈ້າວ, ຜັກຊີຊ້າງ, ຜັກກະລຳປີ, ກຸ້ງຝອຍ ຈາກແມ່ນໍ້າມ່າ, ແຕ່ຜູ້ຄົນ ແທງຮວ໋າ ໄດ້ປະ ດິດສ້າງ ເປັນລາຍການອາຫານ ແບັ໋ງຄວ໋າຍ ທີ່ເຮັດໃຫ້ ນັກຊີມ ຫຼາຍຄົນ ນິຍົມຊົມຊອບ. ວິທີການປຸງແຕ່ງ ລາຍການອາຫານນີ້ ກໍ່ ສຸດທີ່ງ່າຍເຊັ່ນ: ຜັກກະລຳປີ, ຜັກຊີຊ້າງ, ຜັກຊີ ຊອຍເປັນເສັ້ນໆ ລົງ ຂົ້ວໃສ່ໝໍ້ຂາງ, ເມື່ອຜັກສຸກ ກໍຖອກ ນຳ້ແປ້ງເຂົ້າ ແລະ ກຸ້ງໃສ່. ເມື່ອແບັ໋ງຄວ໋າຍ ສຸກສາມາດ ຈຳ້ກິນກັບ ນຳ້ປາໃສ່ໝາກເຜັດ ແລະ ພິກໄທ. 
ໃນບັ້ນປາຍ ຂອງ ຊີວິດ, ຂ້າພະເຈົ້າກໍບໍ່ອາດຈະລືມໄດ້ ສຽງ “ແກນ ແກ໋ດ” ເມື່ອແມ່ຕູ້ ນຳເຂົ້າມ່າ ໃສ່ຄົກຫີນແລ້ວສີໃຫ້ມຸ່ນເພື່ອເຮັດ ແບັ໋ງຄວ໋າຍ. ຫຼັງຈາກໃຊ້ເວລາ ສອງສາມຊົ່ວໂມງ ຈຶ່ງໄດ້ນໍ້າແປ້ງ ເຂົ້າ ທີ່ແຫຼວ, ຂາວນວນເພື່ອເຮັດ ແບ໋ັງຄວ໋າຍ.

ແມ່ຕູ້ມັກເວົ້າວ່າ ແບ໋ັງຄວ໋າຍ ແມ່ນ ຂອງຕ້ອນ ຂອງຄົນທຸກ, ຍ້ອນ ຢູ່ໃນນັ້ນລວມມີ ເຄື່ອງປະກອບທີ່ມີຢູ່ທົ່ວໄປ ຂອງ ທ້ອງຖິ່ນ ເຊັ່ນ: ເຂົ້າສານ, ກຸ້ງ ແມ່ນໍ້າມ່າ (ຢູ່ເມືອງ ອຽນດິ້ງ), ຜັກເກັບຢູ່ສວນ,ເພາະ ສະນັ້ນ ເມື່ອອອກໄປໄກ ເວລາຄິດເຖິງ ລາຍການອາຫານ ແບ໋ັງ ຄວ໋າຍ ຈະຕ້ອງຄິດເຖິງ ບ່ອນຜັງສາຍແຫ່ ແຜ່ສາຍບື ຂອງ ຕົນເອງ.
ເມື່ອໃຫຍ່ຂຶ້ນ, ຂ້າພະເຈົ້າຍ້າຍໄປໃຊ້ຊີວິດ ແລະ ເຮັດວຽກຢູ່ໄກ, ແມ່ຕູ້ ກໍໄດ້ເສຍຊີວິດແລ້ວ, ແຕ່ລະປີ ຍາດເວລາ ເມືອຢາມ ບ້ານ ເກີດໄດ້ ພຽງໃນໂອກາດບຸນປີໃໝ່ເທົ່ານັ້ນ. ແຕ່ລະເທື່ອກັບບ້ານ, ຮູບພາບຫຼັງເຮືອນເກົ່າ, ຄົກຫີນຍັງຕັ້ງຢູ່ ໃນມູມເດີ່ນບ້ານ. ອອກທົ່ງນາ ເຄົາລົບຫຼຸມຝັງສົບ ຂອງ ແມ່ຕູ້, ໃຕ້ທູບຄຳນຶງ ເຖິງເພິ່ນ ໃນສາຍລົມ ພັດມາເປັນຮູດໆ. ຄິດເຖິງ ເຍື່ອງອາຫານ ແບັ໋ງ ຄວ໋າຍ, ຮູ້ສຶກຄິດຮອດແມ່ຕູ້ ຈົນນຳ້ຕາໄຫຼ.




ປັດຈຸບັນ, ແບັ໋ງຄວ໋າຍ ໄດ້ກາຍເປັນລາຍການອາການທົ່ວໄປ ມີຢູ່ ຕາມ ບັນດາຕົວເມືອງໃຫຍ່ ຂອງ ຫວຽດນາມ. ນັກທ່ອງທ່ຽວຜູ້ສົນ ໃຈ ສາມາດຊອກກິນ ແບັ໋ງຄວ໋າຍ ຢູ່ຮ້ານ ອາຫານ “ເຮືອງວິ ຊື໋ ແທງ”, ເຮືອນເລກທີ 76/165, ຖະໜົນ ຊວນຖຸຍ, ເມືອງ ເກົ່າໄຢ, ຮ່າໂນ້ຍ. 


ປະຕິບັດ: ເຈິ່ນແທງຢາງ

 

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top