• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບ໋ງແກງ ນາມໂຝ

ແບ໋ງແກງ ນາມໂຝ ເປັນລາຍການອາຫານທີ່ມີຊື່ສຽງຂອງນະຄອນ ເຫວ້ ຍ້ອນມີລົດຊາດທີ່ເຂັ້ມຄົ້ນ ເຮັດໃຫ້ແຂກຄົນ ທີ່ໄດ້ຊີມພຽງຄັ້ງ ດຽວ ກໍ່ຍາກຈະຫຼົງລືມໄດ້. 
ຖ້າເປັນຄົນທ້ອງຖິ່ນເຫ້ວ ໂດຍກຳເນີດ ຫຼື ເຄີຍໄດ້ມາຢ້ຽມຢາມດິນແດນແຫ່ງນີ້, ແນ່ນອນທ່ານຈະຕ້ອງໄດ້ຊີມລົດຊາດແບ໋ງແກງ ນາມໂຝ ຊຶ່ງເປັນອາຫານສາມັນທົ່ວໄປ ຂອງຊາວນະຄອນເຫ້ວ. ແບ໋ງແກງນາມໂຝ ເລີ່ມຈາກການຫາບຂາຍອາຫານ ເຄື່ອນທີ່ຂອງຊາວບ້ານ ນາມໂຝ, ເມືອງ ຝູວາງ, ແຂວງ ເທື່ອທຽນ-ເຫວ້ ແລະ ມາຮອດປັດຈຸບັນໄດ້ກາຍເປັນລາຍການອາຫານ ທົ່ວໄປຂອງຊາວເມືອງເຫວ້. 

ແປ້ງແບ໋ງແກງ ນາມໂຝ ທີ່ໜຶ້ງສຸກ. 


ກຸງສົດແມ່ນວັດຖຸດິບທີ່ຂາດບໍ່ໄດ້ໃນການປຸງແຕ່ງລາຍການອາຫານ ແບ໋ງແກງນາມໂຝ. 


ວັດຖຸປະກອບຂອງລາຍການອາຫານ ແບ໋ງແກງ ນາມໂຝ ລວມມີ ແປ້ງ, ກຸງ, ຊີ້ນ ແລະ ຊີ້ນປູບົດ. 


ແບ໋ງແກງ ນາມໂຝ ແມ່ນຄວາມເອກອ້າງທະນົງໃຈຂອງ ຊາວໝູ່ ບ້ານ ນາມໂຝ
ແລະ ໄດ້ຈັດເປັນໜຶ່ງໃນຫຼາຍລາຍການ ອາຫານ ທີ່ມີຊື່ສຽງຂອງ ເຫວ້. 

 
ແບ໋ງແກງ ນາມໂຝ ເຮັດຈາກແປ້ງເຂົ້າຈ້າວ ແລະ ແປ້ງມັນຕົ້ນ ຕາມມາດຕາສ່ວນ ເຂົ້າຈ້າວ 3  ມັນຕົ້ນ 1, ໂດຍບໍ່ຄັ້ນແປ້ງ ຄືກັນ ກັບການເຮັດແບ໋ງແກງແບບທົ່ວໄປ, ແຕ່ຕ້ອງໜຶ້ງ ໃຫ້ສຸກ. ແບ໋ງ ແກງ ນາມໂຝ ກິນກັບ ກຸ້ງ, ຊີ້ນ ແລະ ຊີ້ນປູບົດ, ຈານນ້ຳລວກຊີ້ນ ແລະ ຜັກຫອມຊະນິດຕ່າງໆ.

ຫຼາຍຄອບຄົວຢູ່ໝູ່ບ້ານ ນາມໂຝ ໄດ້ຮັກສາອາຊີບ ເຮັດແບ໋ງແກງ ມູນເຊື້ອນີ້ ຜ່ານມາຫຼາຍເຊັ່ນຄົນແລ້ວ ແລະ ຍັງໄດ້ນຳເອົາລົດ ຊາດ ຂອງ ອາຫານນີ້ໄປສະເໜີ ຢູ່ທົ່ວທຸກຫົນແຫ່ງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.
ປະຕິບັດ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top