• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບ໋ງຢໍ - ລາຍການອາຫານ ບ້ານນາ ຢູ່ ເມືອງຫຼວງ

ລາຍການອາຫານ ແບ໋ງຢໍ (ເຂົ້າໜົມ ຢໍ) ທີ່ເຂັ້ມຂົ້ນໄປດ້ວຍ ລົດ ຊາດ ບ້ານນາ ໄດ້ກາຍເປັນ ອາຫານຂອງວ່າງ ທີ່ໄດ້ຮັບຄວາມນິ ຍົມຊົມຊອບ ຈາກຊາວ ຮ່າໂນ້ຍ ເປັນຈຳນວນຫຼາຍ. 
ໃນເມື່ອກ່ອນ ແບ໋ງຢໍ ໄດ້ຮັບການປຸງແຕ່ງ ເພື່ອທຳພິທີບູຊາ ບັນ ພະບຸລຸດ ໃນໂອກາດບຸນເຕັດ ດວານງໍ້ (ບຸນປະເພນີ ຂອງ ຊາວ ຫວຽດນາມ, ກົງກັບວັນທີ 5/5 ຕາມປະຕິທິນ) ເທົ່ານັ້ນ, ມາຮອດ ປັດຈຸບັນ ແບ໋ງຢໍ ໄດ້ຮັບການປຸງແຕ່ງຕະຫຼອດປີ. ແບ໋ງຢໍ ກໍໄດ້ ກາຍເປັນອາຫານ ຂອງວ່າງ ໃນຊຸມມື້ແດດຮ້ອນ ຂອງ ຊາວ ຮ່າ ໂນ້ຍ ຫຼາຍຄົນ ໃນລາຄາ ແຕ່ 5-10 ພັນດົ່ງ/ກ້ອນ. 


ແບ໋ງຢໍກິນແກ້ມກັບ ນຳ້ຕານ ອ້ອຍທີ່ແຂ້ນ ຈະຮູ້ສຶກໄດ້ ຄວາມເຢືອກເຢັນ ເຈືອປົນກັບລົດຊາດ ຫອມຫວານ ຂອງ ນຳ້ຕານອ້ອຍ.
ແບ໋ງຢໍ ແມ່ນລາຍການອາຫານ ຢູ່ຫຼາຍພາກ ຂອງ ຫວຽດນາມ ຊຶ່ງ ແຕ່ລະ ທ້ອງຖິ່ນ ຈະມີຊື່ເອີ້ນ ທີ່ແຕກຕ່າງກັນເຊັ່ນ: ແບ໋ງຢໍ, ແບ໋ງຈໍ ຫຼື ແບ໋ງໜັງ. ເອີ້ນວ່າ ແບ໋ງຢໍ ເນື່ອງຈາກວ່າ ຜູ້ປຸງແຕ່ງ ໄດ້ໃຊ້ຂີ້ເທົ່າ (ຈໍ ຫຼື ຢໍ) ທີ່ໄດ້ເຜົາຈາກຕົ້ນ “ເຕີ່ມກື໊ຍ” (mistletoe), ເປືອກໝາກກ້ຽງໃຫຍ່, ໝາກກະເດົາ, ຕົ້ນຜັກຫົມໜາມ, ຕົ້ນເຟືອງ, ຫຼັງຈາກນັ້ນ ເອົາຂີ້ເທົ່າ ປະສົມ ກັບນຳ້ແລ້ວ ກັ່ນຕອງເອົາແຕ່ນຳ້ໃສ. ເອົາເຂົ້າໜຽວປະເພດ ຫອມ ມະລີ ແຊ່ກັບນຳ້ໃສນີ້ ແຮມຄືນ. ຫຼັງຈາກນັ້ນຊາວເຂົ້າໃຫ້ ສະອາດ, ປະໄວ້ໃຫ້ສະເດັດນ້ຳ ແລະ  ຫໍ່ເຂົ້າ ເປັນແຕ່ລະອັນ ມີຮູບຄ້າຍໆ ຄືຮູບກຳມື ແລ້ວ ນໍາລົງໝໍ້ນຳ້ ຕົ້ມໃຊ້ເວລາ ປະມານ 2-2,5 ຊົ່ວໂມງ ຈຶ່ງສຸກ. ຕັກ ແບ໋ງຢໍ ສຸກອອກ, ລ້າງ ນຳ້ເຢັນ ແລະ ປະໄວ້ ໃຫ້ ສະເດັດນຳ້ ກໍຖືວ່າສຳເລັດແລ້ວ.

ຢູ່ສະຖານທີ່ຫຼາຍແຫ່ງ ເຂົາເຈົ້າ ມັກ ມັດ ແບ໋ງຢໍ ສຸກ ເປັນ ແຕ່ລະ ພວງ ເພື່ອໄວ້ກິນໃນຫຼາຍມື້. ຮັບປະທານ ແບ໋ງຢໍ ຈຳ້ກັບ ນຳ້ຕານ ອ້ອຍທີ່ແຂ້ນ ຈະຮູ້ສຶກໄດ້ ເຖິງຄວາມຫອມແຊບ ທີ່ເປັນເອກະລັກ ແລະ ຄວາມເຍືອກເຢັນ ເໝືອນດັ່ງລະບາຍ ຄວາມຮ້ອນອົບເອົ້າ  ຈາກຮ່າງກາຍອອກໄປ.


ທີ່ຢູ່ຮ້ານອາຫານຂາຍ ແບ໋ງຢໍ ຈຳນວນໜຶ່ງ ຢູ່ ຮ່າໂນ້ຍ: 
1. ແບ໋ງຢໍ ນາງ ຫາຍ ຢູ່ຕະຫຼາດ ໂຮມ, ເຮືອນເລກທີ 79 ຖະໜົນ ເຫວ້
2. ແບ໋ງຢໍ Homefood: ເຮືອນເລກທີ 19 ຖະໜົນ ຈຸກເຄວ; ເຮືອນເລກທີ 26 ຖະໜົນ ເຈິ່ນບິ່ງຈ້ອງ
3. ແບ໋ງຢໍ ຢູ່ຮ່ອມນ້ອຍ ຕະຫຼາດ ດົ່ງຊວນ
4. ແບ໋ງຢໍ ແທງລວານ Food: ເຮືອນເລກທີ 103 ຖະໜົນ ກວ໋ານແທ໋ງ

ບົດ: ເງິນຮ່າ-ພາບ: ແຄ໋ງລອງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top