• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບັ໋ງຫອຍ ແນມປີ້ງ ພັນເຂົ້າຂຽບ

ເປັນລາຍການອາຫານທົ່ວໄປ ຂອງ ຊາວ ຫວຽດນາມ ພາກກາງ. ປັດຈຸບັນ, ແບັ໋ງຫອຍ ແນມປີ້ງ ພັນເຂົ້າຂຽບ ໄດ້ເປັນທ່ີຮູ້ຈັກ ຂອງ ປະຊາຊົນ ໃນຫຼາຍພູມີພາກ ຂອງປະເທດ. ນີ້ແມ່ນ ລາຍການ ອາຫານຍອດນິຍົມ ໃນໂອກາດ ບຸນສິນກິນທານ, ງານແຕ່ງດອງ ຫຼື ງານບູຊາຕ່າງໆ ຢູ່ສາລາ, ວັດຂອງປະຊາຊົນ ແລະ ເປັນ ວັດ ທະນະທຳ ອາຫານການກິນ ຂອງທ້ອງຖິ່ນຈຳນວນໜຶ່ງ. 
ດ້ວຍສ່ວນປະກອບຫຼັກມີ: ແປ້ງເຂົ້າ, ນໍ້າຕອງ ແລະ ວິທີການ ປຸງ ແຕ່ງຢ່າງລະອຽດ ແລະ ພິຖີພິຖັນ. ແບັ໋ງຫອຍ ສຳລັດຮູບຈະມີ ລົດ ຊາດຫອມແຊບ, ເນື້ອນຸ້ມ ທ່ີເປັນທຳມະຊາດ. 

ສ່ວນ ແນມປີ້ງ ຈະເຮັດຈາກຊີ້ນໝູມີມັນ, ເອືອບເຄ່ືອງເທດ, ຈາກນັ້ນນຳໄປ ບົດໃຫ້ລະອຽດ ແລ້ວພັນ ກັບຫົວສີໄຄ ຫຼື ສຽບ ດ້ວຍ ໄມ້ໄຜ່ ໃຫ້ແໜ້ນ ແລະ ປີ້ງດ້ວຍຖ່ານ. ກິ່ນຫອມທີ່ແຜ່ກະ ຈາຍອອກໄປ ຈາກໄຂມັນ, ພຽງແຕ່ເຫັນເທົ່ານັ້ນ ກໍເຮັດໃຫ້ຜູ້ ເຂົ້າມາ ຍາກທີ່ຈະອົດໃຈລໍ.



ຜູ້ຮັບປະທານ ຈະເອົາເຂົ້າຂຽບ ວາງໃສ່ຈານ, ຈາກນັ້ນ ເອົາແບັ໋ງ ຫອຍ ຊອຍເປັນປ່ຽງບາງໆ ວາງໃສ່, ຕໍ່ດ້ວຍ ແນມປີ້ງ ສຸກສີເຫຼືອງ ຊອຍບາງໆ, ຜັກດິບ, ໝາກເຟືອງ, ແຕງກວາ, ກ້ວຍດິບ ຕັດເປັນ ປ່ຽງບາງໆ ຕາມລຳດັບ ພັນເຂົ້າກັນ ເປັນຮູບກົມ ແລ້ວຈໍ້າ ກັບ ນໍ້າ ແຈ່ວ ທ່ີມີລົດຊາດ ສົ້ມຫວານ.

ນອກຈາກນັ້ນ, ທ່ານຍັງ ສາມາດ ຈັດວາງ ແບ໋ັງຫອຍ, ແນມປີ້ງ ໃສ່ ຖ້ວຍ ພ້ອມກັບຜັກດິບທຸກຊະນິດ, ຕື່ມນ້ໍາປາ ແລະ ຮັບປະທານ. ເຖິງຈະຮັບປະທານ ແບບໃດກໍຕາມ, ລາຍການອາຫານດັ່ງກ່າວ ກໍຈະເຮັດໃຫ້ ຜູ້ຮັບປະທານ ຮູ້ສຶກໄດ້ເຖິງ ລົດຊາດ ທ່ີຫອມແຊບ ແລະ ບໍ່ໜ້າເບື່ອ. ແບັ໋ງຫອຍ ແມມປີ້ງ ພັນກັບເຂົ້າຂຽບ ເປັນເຍື່ອງ ອາຫານ ທ່ີຮັບປະທານງ່າຍ, ສາມາດຮັບປະທານໄດ້ທຸກເວລາ.
                                                                       ປະຕິບັດ: ແທງຢາງ - ແປໂດຍ: ບິກລຽນ

ເທດສະການອາຫານເຈ 2024

ເທດສະການອາຫານເຈ 2024

ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.

Top