• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງທີ່ມີຊື່ສຽງຂອງນະຄອນຫຼວງຮ່າໂນ້ຍ

      ໃນອາທິດຜ່ານມາ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ຈໍານວນ 271 ສະບັບ ຈາກ 40 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ຫົວເລື່ອງກ່ຽວກັບການທ່ອງທ່ຽວ, ວັດທະນະທໍາ ແລະ ອາຫານການກິນຂອງຫວຽດນາມ ຍັງຄົງແມ່ນຫົວເລື່ອງ ທີ່ຜູ້ຟັງລາວມີຄວາມສົນໃຈຫຼາຍກວ່າໝູ່. ໃນລາຍການ ໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ. ��ອິດ ກ່ຽວກັບບັນດາມາດຕະການທີ່ ຫວຽດນາມ ໄດ້ດຳເນີນໃນທັນທີເພື່ອປະຕິບັດໜ້າທີ່ເປັນສະມາຊິກສົນທິສັນຍາ ຕາມການແນະນຳຂອງ ສະຫະປະຊາຊາດ.
ເພື່ອນ ເກສອນ ແກ້ວມີໄຊ, ຢູ່ນະຄອນຫຼວງພະບາງ ແບ່ງປັນຄວາມໃນໃຈວ່າ: ຂ້າພະເຈົ້າເຫັນວ່າ ແຕ່ລະອາທິດ ຄໍລໍາ ເລື່ອງລາວເຂດບ້ານນາ ໃນເວັບໄຊ vovworld.vn, ພັດນໍາມາໃຫ້ຜູ້ຟັງຜູ້ອ່ານ ບັນດາເລື່ອງລາວທີ່ມີຄວາມໝາຍ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ ຄື ເລື່ອງລາວກ່ຽວກັບນໍ້າໃຈອູ້ມຊູຊ່ວຍເຫຼືອ ເຊິ່ງກັນແລະກັນ; ເລື່ອງລາວກ່ຽວກັບບຸກຄົນທີ່ມີຄວາມມັກຮໍ່າຮັກຮຽນ, ມີຫົວຄິດປະດິດສ້າງ; ເລື່ອງລາວກ່ຽວກັບແບບຢ່າງໃນການດໍາເນີນ ທຸລະກິດເກັ່ງ ຫຼື ເລື່ອງລາວກ່ຽວກັບວັດທະນະທໍາທີ່ເປັນເອກະລັກສະເພາະຂອງໝູ່ບ້ານແຫ່ງຕ່າງໆ... ບັນດາເລື່ອງລາວ, ບຸກຄົນດີເດັ່ນ ແລະ  ຈຸດວັດທະນະທໍາທີ່ເປັນເອກະລັກສະເພາະເຫຼົ່ານັ້ນ ເປັນໜ້າໄດ້ຮັບການອະນຸລັກຮັກສາ,ເຊີດຊູ ແລະ ຮໍ່າຮຽນຕາມ.
        ເພື່ອນ ຄໍາຕັນ ຈັນຍະລາດ ຊື່ຫວຽດນາມເອີ້ນວ່າຮຸ່ງ ຊຶ່ງແມ່ນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ  ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກເຖິງລາຍການ ໂດຍມີເນື້ອໃນວ່າ: ວັນທີ 16 ພະຈິກ, ຂ້າພະເຈົ້າພ້ອມດ້ວຍໝູ່ຫຼາຍຄົນ ຈະມາຫວຽດນາມ ເພື່ອໃຫ້ກໍາລັງໃຈໃຫ້ແກ່ທິມບານເຕະຂອງຫວຽດນາມ ໃນນັດການແຂ່ງຂັນກັບ ທິມບານເຕະມາເລເຊຍ ຢູ່ສະໜາມກິລາ ໝີດິງ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຢາກຄົ້ນຫາສະຖານທີ່ທ່ອງທ່ຽວບາງແຫ່ງໃນຕົວເມືອງນະຄອນຫຼວງຮ່າໂນ້ຍ. ຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາຊ່ວຍພວກຂ້າພະເຈົ້າ ສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານບາງເຍື່ອງໃນລະດູໜາວຢູ່ຮ່າໂນ້ຍ.

ຖະໜົນເກົ່າຮ່າໂນ້ຍ 
      ເພື່ອນ ຄໍາຕັນ ທີ່ຮັກແພງ! ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຫຼາຍທີ່ພວກເພື່ອນຈະມາຢາມຮ່າໂນ້ຍ. ໃນຕົວເມືອງນະຄອນຫຼວງຮ່າໂນ້ຍ ມີ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ມີຊື່ສຽງຄື: ສຸສານໂຮ່ຈີມິນ, ວັນມ໋ຽວກວັກຕື໋ຢ໊າມ - ເຊິ່ງແມ່ນມະຫາວິທະຍາໄລແຫ່ງທໍາອິດຂອງຫວຽດນາມ, ໂຮ່ເກືອມຫຼືວ່າໜອງເຕົາ, ວັດເສົາດຽວ, ໂຮງລະຄອນໃຫຍ່ຮ່າໂນ້ຍ, ໂບດໃຫຍ່ຮ່າໂນ້ຍ, ພະລາຊະວັງທັງລອງ, ເສົາທຸງ, ວັດເຈິ່ນກັວກ, ຖະໜົນເກົ່າຮ່າໂນ້ຍ... ເພື່ອໄປຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວດັ່ງກ່າວ, ພວກເພື່ອນອາດຈະຂີ່ລົດແທັກຊີ, ລົດເມ, ລົດຖີບສາມລໍ້, ລົດໄຟຟ້າ... ນອກຈາກນັ້ນ ພວກກໍສາມາດຄົ້ນຫາຮ່າໂນ້ຍດ້ວຍການສໍາຜັດກັບການຂີ່ລົດເມນໍາທ່ຽວສອງຊັ້ນ ກໍໄດ້. ຖ້າພວກເພື່ອນນໍາໃຊ້ບໍລິການດັ່ງກ່າວ, ພວກເພື່ອນບໍ່ພຽງແຕ່ສາມາດຄົ້ນຫາ ບັນດາສະຖານທີ່ທ່ອງທ່ຽວທັງໝົດເຫຼົ່ານັ້ນ, ຫາກຍັງໄດ້ຄົ້ນຫາ ສະຖານທີ່ທ່ອງທ່ຽວບາງແຫ່ງທີ່ມີຊື່ສຽງອື່ນຢູ່ຮ່າໂນ້ຍ ອີກດ້ວຍ ດ້ວຍລາຄາທີ່ເໝາະສົມ 450.000 vnd/24 ຊົ່ວໂມງ ຫຼື 650.000 vnd/48 ຊົ່ວໂມງ,  ພວກເພື່ອນສາມາດຊື້ປີ້ ແລະ ຂຶ້ນລົດໄດ້ຢູ່ໜອງເຕົາ.
        ເມື່ອເວົ້າເຖິງອາຫານການກິນຂອງຮ່າໂນ້ຍໃນລະດູໜາວ, ອາຫານເຍື່ອງທໍາອິດທີ່ພວກຂ້າພະເຈົ້າຢາກແນະນໍາສູ່ພວກເພື່ອນ ນັ້ນແມ່ນ ເຝີ - ເຊິ່ງແມ່ນອາຫານເຍື່ອງໜຶ່ງທີ່ມີຊື່ສຽງຂອງຮ່າໂນ້ຍ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວຕ່າງປະເທດ ນັ້ນຄື  ຮ້ານ ເຝີບຶງ ຮ່າງຈົ໊ງ, ເຝີໄກ່ຮ່າງດ໊ຽວ, ເຝີທິ່ນ ລໍ່ດຸກ, ເຝີແຢ໊ງ ຮ່າງຈ໊ຽວ, ເຝີ 49 ບາດດ່ານ... ນອກຈາກ ເຝີ ແລ້ວ, ເຂົ້າປຸ້ນຊີ້ນປີ້ງ ກໍແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ດຶງດູດແຂກທ່ອງທ່ຽວສາກົນ. ພິເສດ, ແມ່ນຮ້ານເຂົ້າປຸ້ນຊີ້ນປີ້ງ ຢູ່ ເຮືອນເລກທີ 24 ຖະໜົນເລວັນຮືວ ເຊິ່ງແມ່ນຮ້ານ ທີ່ທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ໄດ້ຮັບປະທານໃນການມາຢ້ຽມຢາມຫວຽດນາມເມື່ອປີ 2016. ເພື່ອຊີມອາຫານ ຮ່າໂນ້ຍ ໃຫ້ຄົບທຸກລົດຊາດນັ້ນ, ພວກເພື່ອນສາມາດແວ່ເຂົ້າຮ້ານອາຫານຂອງນັກສິລະປະການດ້ານອາຫານ ແອ໊ງຕວຽນ ຢູ່ເຮືອນເລກທີ 25 ຖະໜົນໝ໋າເມີຍ, ຮ່າງບ່ວມ, ເມືອງຮວ່ານກ໊ຽມ, ຮ່າໂນ້ຍ.
        ດັ່ງທີ່ກ່າວມາຂ້າງເທິງ ແມ່ນສະຖານທີ່ທ່ອງທ່ຽວ ແລະ ຮ້ານອາຫານບາງແຫ່ງທີ່ມີຊື່ສຽງຂອງຮ່າໂນ້ຍ ເພື່ອໃຫ້ພວກເພື່ອນທາບທາມ. ຂໍອວຍພອນໃຫ້ພວກເພື່ອນຈົ່ງມີຈຸດເວລານາທີ ທີ່ມ່ວນຊື່ນ ແລະ ມີການຄົ້ນຫາທີ່ເປັນໜ້າສະອອນຢູ່່ຮ່າໂນ້ຍເດີ.
        ເພື່ອນ ສີດາ ສີວິໄລ, ນັກສຶກສາລາວ ທີ່ພວມຮໍ່່າຮຽນຢູ່ມະຫາວິທະຍາໄລ ດ້າຍນາມ, ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ, ດ້ວຍເນື້ອໃນວ່າ: ສະບາຍດີບັນດາອ້າຍເອື້ອຍບັນນາທິການລາຍການພາກພາສາລາວ, ອາທິດກ່ອນນີ້ ນ້ອງໄປຫຼີ້ນຢູ່ແຂວງຮຶງອຽນ ແລະ ເຫັນວ່າ ພໍ່ແມ່ຊາວກະສິກອນພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາ ເຮັດໃຫ້ນ້ອງຄິດຮອດຄິດເຖິງບັນຍາກາດຂອງບຸນເຂົ້າໃໝ່ຂອງຊົນເຜົ່າໂອຍຂອງລາວ. ນ້ອງຢາກຖາມວ່າ ພາຍຫຼັງລະດູເກັບກ່ຽວເຂົ້າ, ຊາວກະສິກອນຫວຽດນາມ ມັກຈັດການເຄື່ອນໄຫວຫຍັງແດ່?
 (ພາບປະກອບ: ບຸນເຂົ້າໃໝ່ຢູ່ແຂວງເຊີນລາ)
      ເພື່ອນ ສີດາ ທີ່ຮັກແພງ! ຂອບໃຈສໍາລັບຄໍາຖາມທີ່ມີຄວາມໝາຍຂອງເພື່ອນ. ຢູ່ບາງທ້ອງຖິ່ນເຂດພູດອຍທາງພາກເໜືອ ຄືຊົນເຜົ່າໄທ, ເມື່ອງ, ໄຕ່, ຢ້າວ... ຫຼື ຊົນເຜົ່າ ເອເດ, ເຊີດັງ ຢູ່ ເຂດໄຕງວຽນ ຂອງ ຫວຽດນາມ ພາຍຫຼັງສໍາເລັດການເກັບກ່ຽວເຂົ້າແລ້ວ ເຂົາເຈົ້າ ກໍຈະຈັດບຸນເຂົ້າໃໝ່ຄືກັບຊົນເຜົ່າໂອຍຂອງລາວ. ງານບຸນດັ່ງກ່າວ ມັກໄດ້ຈັດຂຶ້ນໃນເດືອນ 9 ຫຼື ເດືອນ 10 ຕາມຈັນທະປະຕິທິນຂອງຫວຽດນາມ ໂດຍອີງໃສ່ແຕ່ລະລະດູການຂອງແຕ່ລະເຂດພາກ. ບຸນເຂົ້າໃໝ່ ຂອງຊົນເຜົ່າສ່ວນໜ້ອຍຫວຽດນາມ ແມ່ນໜຶ່ງໃນບັນດາງານບຸນທີ່ ສໍາຄັນ ແລະ ສໍາລັບເຂົາເຈົ້າແລ້ວ ງານບຸນດັ່ງກ່າວ ມີຄວາມສໍາຄັນເໝືອນດັ່ງບຸນເຕັດຂອງຊົນເຜົ່າກິງ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ຊາວກະສິກອນ ສະແດງຄວາມຮູ້ບຸນຄຸນຕໍ່ເມັດເຂົ້າທີ່ເທວະດາໄດ້ດົນບັນດານໃຫ້. ພ້ອມກັນນັ້ນ ກໍແມ່ນກໍໂອກາດເພື່ອໃຫ້ເຂົາເຈົ້າໄຫວ້ບູຊາເທວະດາຟ້າແຖນ, ເຈົ້າຖິ່ນເຈົ້າຖານ ... ເພື່ອພາວະນາຂໍໃຫ້ດິນຟ້າອາກາດອໍານວຍຄວາມສະດວກ ແລະ ຊ່ວຍໃຫ້ລະດູການຕໍ່ໄປໄດ້ຮັບຜົນດີ, ຂໍໃຫ້ພໍ່ແມ່ຊາວກະສິກອນທຸກຄົນໃນບ້ານ ມີສຸຂະພາບເຂັ້ມແຂງ, ມີຊີວິດອີ່ມໜໍາສໍາລານສົມບູນພູນສຸກ. ງານບຸນບໍ່ພຽງແຕ່ມີຄວາມໝາຍໃນການເຫຼື້ອມໃສ, ສັດທາເທົ່ານັ້ນ, ຫາກຍັງແມ່ນໂອກາດ ເພື່ອໃຫ້ປະຊາຊົນໃນບໍລິເວນບ້ານ ໄດ້ພົບປະແລກປ່ຽນ, ຊຸມແຊວກັນ, ແລກປ່ຽນບົດຮຽນໃນການປູກຝັງເຊິ່ງກັນແລະກັນ ແລະ ສະແດງສິລະປະນໍາກັນຢ່າງເບີກບານມ່ວນຊື່ນພາຍຫຼັງລະດູການທີ່ລໍາບາກກາກກໍາ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top