• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນໍາກ່ຽວກັບຄວາມໝາຍຂອງພາໝາກໄມ້ 5 ຊະນິດ

      ອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ຈາກທ່ານຜູ້ຟັງທີ່ໄດ້ຝາກມາລາຍການ ໂດຍໄດ້ສະແດງຄວາມຮູ້ສຶກເມື່ອຮັບຊົມບັນດາຄໍລຳຂອງລາຍການ ພ້ອມດ້ວຍບັນດາຄຳອວຍພອນປີໃໝ່ ແລະ ບາງຄຳຖາມກ່ຽວກັບ ບຸນເຕັດປະຈຳຊາດຫວຽດນາມ. ໃນລາຍການ ໂອ້ລົມກັບເພື່ອນລາວພາກນີ້ ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
            ໃນຈົດໝາຍຝາກເຖິງລາຍການ ເພື່ອນ ວິໄຊ ວິໄລຄຳ ສະແດງຄວາມແບ່ງປັນວ່າ: ຂອບໃຈລາຍການກະຈາຍສຽງພາກພາສາລາວ ທີ່ໄດ້ນຳມາໃຫ້ພວກຂ້າພະເຈົ້າບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດ. ພິເສດ, ຄໍລຳຫວຽດນາມ - ລາວ ແມ່ນຂົວເຊື່ອມຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ລາວ - ຫວຽດນາມ; ຫວຽດນາມ - ລາວ. ເນື່ອງໃນໂອກາດ ປີໃໝ່ 2019, ຂ້າພະເຈົ້າ ຂໍອວຍພອນໃຫ້ພະນັກງານວິທະຍຸກະຈາຍສຽງຫວຽດນາມ ແລະ ບັນນາທິການພາກພາສາລາວທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫ້ຫຼາຍກວ່າອີກ.
        ເພື່ອນ  ຈັນນະພາ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຫາລາຍການ  ໂດຍແບ່ງປັນວ່າ: ຂ້າພະເຈົ້າມີຄວາມເພິ່ງພໍໃຈ ແລະ ມັກເວັບໄຊ Journeyvietnam.com ທີ່ສຸດ ນັບແຕ່ການໄດ້ໄປທ່ຽວຄັ້ງທຳອິດຢູ່ດ່າໜັງ. ບັນຫາດ້ານພາສາ ບໍ່ແມ່ນຮົ້ວກີດຂວາງສຳລັບຂ້າພະເຈົ້າອີກແລ້ວ. ທຸກສິ່ງທຸກຢ່າງສະດວກທີ່ສຸດ ແລະ ເປັນເຈົ້າການ ນັບແຕ່ເລື່ອງຈ່ອງປີ້ຍົນ, ຈ່ອງໂຮງແຮມ, ຮ້ານອາຫານ ຕະຫຼອດຮອດການພະຍາກອນອາກາດ, ການຊີ້ບອກທາງ... ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນກວ່າ ເມື່ອໄປທ່ຽວທ່ອງຢູ່ປະເທດເພື່ອນມິດ. ຂອບໃຈພວກເພື່ອນຫຼາຍໆ ທີ່ໄດ້ແນະນໍາໃຫ້ຂ້າພະເຂົ້າຮູ້ຈັກເຖິງເວັບໄຊດັ່ງກ່າວ. ຂ້າພະເຈົ້າຈະກັບຄືນໄປຢ້ຽມຢາມ ແລະ ຄົ້ນຫາບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ.
            ມີທ່ານຜູ້ຟັງລາວຄົນໜຶ່ງ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດ້າຍນາມ ໄດ້ສົ່ງຂໍ້ຄວາມມາຍັງລາຍການ ດ້ວຍເນື້ອໃນວ່າ: ສະບາຍດີບັນດາອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາສາລາວ. ນ້ອງຊື່ວ່າ ທິບພະວົງ, ກໍາລັງຮຽນກຽມພາສາຢູ່ມະຫາວິທະຍາໄລດ້າຍນາມ. ນ້ອງໄດ້ຮັບຮູ້ມາວ່າ ໃນປະເພນີຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ ຕາມປົກກະຕິແລ້ວ ຊາວຫວຽດນາມ ມັກປະດັບປະດາພາໝາກໄມ້ 5 ຊະນິດ. ສະນັ້ນ, ຂ້າພະເຈົ້າ ຢາກໃຫ້ບັນນາທິການພາກພາສາລາວ ເວົ້າແຈ້ງກວ່າຄວາມໝາຍຂອງພາໝາກໄມ້ 5 ຊະນິດດັ່ງກ່າວນັ້ນ. ຂໍຂອບໃຈ.

ພາໝາກໄມ້ 5 ຊະນິດ
      ເພື່ອນ ທິບພະວົງ ທີ່ຮັກແພງ! ຂອບໃຈເພື່ອນກ່ຽວກັບຄໍາຖາມທີ່ມີຄວາມໝາຍ. ພາໝາກໄມ້ 5 ຊະນິດ ມີຕົ້ນກໍາເນີດມາຈາກສາສະໜາພຸດ, ເຊິ່ງໄດ້ເຕື້ອງເຖິງໃນຄໍາສັ່ງສອນຂອງພະພຸດທະເຈົ້າ ດ້ວຍຮູບພາບ “ໝາກໄມ້ 5 ສີ”. ເລື່ອງປະດັບປະດາພາໝາກໄມ້ໃນວັນບຸນເຕັດ ມີຄວາມໝາຍສະແດງເຖິງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ສະແດງໃຫ້ເຫັນຫຼັກສິນທໍາ ກິນເຂົ້າຄິດເຖິງຄຸນນາ ກິນປາຄິດເຖິງຄຸນນໍ້າ. ໝາກໄມ້ ກໍແມ່ນສັນຍາລັກໃຫ້ແກ່ຜົນສໍາເລັດໃນການອອກແຮງງານທັງປີີຂອງລູກຫຼານ ທີ່ເອົາໄປຖະຫວາຍໃຫ້ປູ່ຍ່າຕາຍາຍ, ບັນພະບຸລຸດ.  ໃນວັດທະນະທໍາຝ່າຍຕາເວັນອອກ, ເລກ “5” ແມ່ນສັນຍາລັກໃຫ້ແກ່ການມີຊີວິດ, ຄວາມອຸດົມສົມບູນ ແລະ ໝາກໄມ້ກໍປຽບທຽບກັບ 5 ສິ່ງໃນໂລກຈັກກະວານ  ເລື່ອງເລືອກເອົາໝາກໄມ້ 5 ຊະນິດ ມາປະດັບປະດາເປັນພາໝາກໄມ້ນັ້ນ ແມ່ນຂຶ້ນກັບຄວາມສໍານຶກທາງດ້ານວັດທະນະທໍາ ກໍຄືໝາກໄມ້ເອກະລັກສະເພາະຂອງແຕ່ລະເຂດພາກ. ໝາກໄມ້ແຕ່ລະຊະນິດ ກໍມີຄວາມໝາຍສະເພາະຂອງຕົວມັນເອງ, ໂດຍສະແດງໃຫ້ເຫັນຜ່ານຮູບຮ່າງ, ລົດຊາດ, ສີສັນ ຫຼື ຊໍ້າບໍ່ໜໍາ ນັບທັງຊື່ເອີ້ນຂອງມັນອີກດ້ວຍ.
        ຕໍ່ໄປນີ້, ທາງລາຍການຈະແນະນໍາກ່ຽວກັບຄວາມໝາຍຂອງໝາກໄມ້ບາງຊະນິດທີ່ເອົາມາປະດັບປະດາໃນພາໝາກໄມ້ 5 ຊະນິດ ຄື:
        ໝາກກ້ວຍດິບ: ສີຂຽວຂອງໝາກກ້ວຍເປັນສັນຍາລັກໃຫ້ແກ່ລະດູບານໃໝ່  ເຊິ່ງເປັນລະດູຂອງການເກີດດອກອອກຜົນ, ຫວີໝາກກວ້ຍມີຮູບຮ່າງເໝືອນດັ່ງຝາມືຫງາຍ ເພື່ອປົກປ້ອງຄຸ້ມຄອງນໍາມາເຊິ່ງຄວາມສະຫງົບສຸກ, ຄວາມສຸກສະບາຍ, ການອູ້ມຊູຊ່ວຍເຫຼືອເອື້ອເຟື້ອເພື່ອແຜ່ ແລະສະໜິດຕິດພັນ.  ໝາກພະຫັດ: ໝາກພະຫັດມີຮູບຮ່າງພິເສດ ເໝືອນດັ່ງຝາມືຂອງພະພຸດທະເຈົ້າ ພວມປົກປ້ອງຄຸ້ມຄອງຄອບຄົວ. ຕາມປົກກະຕິແລ້ວ ໝາກພະຫັດ ຈະຈັດໄວ້ຢູ່ເຄ່ິງກາງ  ເຊິ່ງແມ່ນບ່ອນສູງສຸດຂອງພາໝາກໄມ້ 5 ຊະນິດ. ໝາກກ້ຽງນ້ອຍ ຫຼື ໝາກແປ້ນ: ໝາກກ້ຽງນ້ອຍເມື່ອເອົາມາປະດັບໃສ່່ພາໝາກໄມ້ 5 ຊະນິດນັ້ນ ແມ່ນຈະນໍາມາເຊິ່ງຄວາມສຸກສະໜຸກສະໜານ, ອຸດົມຮັ່ງມີ, ຄ້າໄດ້ຂາຍໝານ, ສຸຂະພາບເຂັ້ມແຂງ.  ສ່ວນໝາກກ້ຽງໃຫຍ່: ມີຄວາມໝາຍວ່າ ມີໂຊກມີລາບ, ອຸດົມສົມບູນຄົບຖ້ວນທຸກສິ່ງທຸກຢ່າງ. ໝາກມ່ວງ: ມີຄວາມໝາຍພາວະນາຂໍໃຫ້ມີທຸກສິ່ງທຸກຢ່າງ, ບໍ່ຂາດເຂີນ. ໝາກມັງກອນ: ແມ່ນນໍາມາເຊິ່ງຄວາມໂຊກດີ ແລະ ວັດທະນາຖາວອນ. ໝາກເດື່ອ ເປັນສັນຍາລັກໃຫ້ແກ່ຄວາມມັ່ງຄັ່ງອຸດົມຮັ່ງມີ, ສຸຂະພາບພາລະນາໄມສົມບູນ, ເງິນທອງໄຫຼມາເທມາ ແລະ ໝາກຫຸ່ງ ເປັນສັນຍາລັກໃຫ້ແກ່ຄວາມອຸດົມສົມບູນຄົບຖ້ວນ, ວັດທະນາຖາວອນ...
        ພວກຂ້າພະເຈົ້າຫວັງວ່າ ບັນດາເນື້ອໃນທີ່ກ່າວມາຂ້າງເທິງນັ້ນ ຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບປະເພນີຕ້ອນຮັບບຸນເຕັດຢູ່ຫວຽດນາມ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top