• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳປື້ມພາບ ““ເຈື່ອງຊາ - ບ່ອນທີ່ເຮົາໄປເຖິງ

      ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ 279 ສະບັບທີ່ມາຈາກທ່ານຜູ້ຟັງ, ຜູ້ອ່ານມາຈາກ 45 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ ພາກພາສາລາວໄດ້ຮັບອີແມວ, ຈົດໝາຍ 5 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງລາວ.
 ຜູ້ຟັງ ແລະ ຜູ້ອ່ານ ມີຄວາມສົນໃຈກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ແຂວງ ບີ່ງດິ້ງ ແລະ ປື້ມພາບກ່ຽວກັບ ເຈື່ອງຊາ ຂອງນັກຂ່າວຍິງ VOV ໝີ້ຈ່າໃນລາຍການ ໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຕອບບາງຄຳຖາມກ່ຽວຂ້ອງເຖິງບັນຫານີ້. 
ໃນອາທິດ, ເພື່ອນ ແສງພະຈັນ ຄຳໝື່ນສົດ, ເພື່ອນ ອະນຸສັກ ແສງມະລີ, ເພື່ອນ ສຸກສະຫວັນ ເພັງຄຳອ່ອນ, ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ຂອງລາຍການໂດຍໃຫ້ຮູ້ວ່າຢາກໄດ້ຮັບຟັງບັນດາບົດເພງປະຕິວັດ, ບັນດາບົດເພງກ່ຽວກັບປະເທດ ຫວຽດນາມ.
ເຈົ້າ, ຂໍຂອບໃຈເພື່ອນ ແສງພະຈັນ, ເພື່ອນ ອະນຸສັກ, ສຸກສະຫວັນ ໄດ້ຕິດຕາມລາຍການເພງຂອງພວກຂ້າພະເຈົ້າເປັນປະຈຳ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍຝາກໃຫ້ບັນດາທ່ານແຜ່ນ CD ເພງກ່ຽວກັບບັນດາບົດເພງປະຕິວັດ, ເພງພື້ນເມືອງ ຫວຽດນາມ.  ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ, ຢ່າລືມຂຽນຈົດໝາຍ, ອີແມວ, ໂທລະສັບເຖິງລາຍການເພື່ອໄດ້ຮັບຂອງຂວັນທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງ ຫວຽດນາມ ຈາກລາຍການພາກພາສາລາວ ແດ່ເດີ.

ແອຍຢໍ໋ ຢູ່ແຂວງ ບີ່ງດິ້ງ
      ສ່ວນ ເພື່ອນ ຍອດຄຳມະນີ, ຢູ່ແຂວງ ຊຽງຂວາງ ໄດ້ສົ່ງອີແມວມາຍັງລາຍການ, ໂດຍໃຫ້ຮູ້ວ່າເພື່ອນຢາກຊອກຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ແຂວງ ບີ່ງດິ້ງ. ໄລຍະມໍ່ໆມານີ້, ເພື່ອນໄດ້ຮູ້ວ່າ ປະຈຸບັນ, ແຂວງ ບີ່ງດິ່ງ ແມ່ນສະຖານທ່ອງທ່ຽວພວມໄດ້ຮັບຄວາມນິຍົມຈາກ ຊາວ ຫວຽດນາມ.
ເພື່ອນ ຍອດຄຳມະນີ ທີ່ຮັກແພງ, ແຂວງ ບີ່ງດິ້ງ ແມ່ນແຂວງເຂດແຄມທະເລທາງທິດໃຕ້ພາກກາງ ຫວຽດນາມ, ມີນະຄອນທ່າກ່ຳປັ່ນ ກູຍເຍີນ ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ 1.070 ກມ ແລະ ຫ່າງຈາກນະຄອນ ໂຮ່ຈີມິນ ໄປທາງທິດເໜືອ 652 ກມ. ທາງທິດຕາເວັນຕົກຂອງແຂວງແມ່ນເຂດພູດອຍ, ເບື້ອງທິດຕາເວັນອອກຂອງສາຍພູຫຼວງ ເຈື່ອງເຊີນ ໃຕ້, ຈາກນັ້ນແມ່ນເຂດພູພຽງ ແລະ ຕໍ່ໄປແມ່ນເຂດແຄມທະເລ. ເມື່ອໄປຮອດ ບີ່ງດິ້ງ, ເພື່ອນສາມາດເລືອກເຟັ້ນສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ໃນນັ້ນມີ: ທາບໂດຍ (ທາດຄູ່): ໄດ້ຮັບການກໍ່ສ້າງໃນທ້າຍສະຕະວັດທີ 12, ນີ້ແມ່ນສະຖານທີ່ທ່ອງທ່ຽວມີກິດຈະກຳສະຖາປັດຕະຍາກຳທີ່ປະທັບໃຈ, ເປັນເອກະລັກສະເພາະ ເຊິ່ງລວມ ມີ  2 ຕັ້ງຢູ່ຄຽງຂ້າງ; ເກັ່ງຢ໋າງຕຽນຊາ: ແມ່ນຊື່ທີ່ມ່ວນຂອງ ເກັ່ງຢ໋າງ ແມ່ນໜຶ່ງໃນບັນດາຫາດດອນຫີນຕິດຕໍ່ກັນຕາມທາງໂຄ້ງຂອງກິ່ວພູ ຊວນເວີນ. ທະເລ ກູຍເຍີນ: ແມ່ນສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວ. ທະເລຢູ່ທີ່ນີ້ບໍ່ໂດ່ງດັ່ງຄືຫາດຊາຍທະເລຢູ່ຍາຈາງ, ແຕ່ມັນຍັງມີຈຸດທີ່ຮົກເຮື້ອວ່າງເປົ່າທີ່ເປັນເອກະລັກສະເພາະ, ສ້າງຄວາມດຶງດູດສະເພາະໃຫ້ແກ່ແຂວງ ບີ່ງດິ້ງ. ວັດລອງແຄ໋ງ: ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດ້ານຈິດວີນຍານທີ່ໂດ່ງດັ່ງຢູ່ບີ່ງດິ້ງ. ຢູ່ທີ່ນີ້ມີພະພຸດທະຮູບໃຫຍ່, ສູງເຖິງ 17 ແມັດ ແລະ ສະຖັດຢູ່ໃຈກາງເດີ່ນວັດ; ແອວຢໍ໋: ແມ່ນສະຖານທີ່ທ່ອງທ່ຽວໃຫມ່, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ສະຖານທີ່ແຫ່ງນີ້ນອນໃນຕາແສງ ເຍີນຫຼີ, ຫ່າງຈາກນະຄອນກູຍເຍີນ 20 ກມ… ນີ້ພຽງແຕ່ແມ່ນບາງສະຖານທີ່ທ່ອງທ່ຽວສວຍງາມຢູ່ແຂວງ ບີ່ງດິງ. ຖ້າຫາກມີໂອກາດໄປທ່ອງທ່ຽວຢູ່ແຫ່ງນີ້, ເພື່ອນ ຍອດຄຳມະລີ ຢ່າລືມຂຽນຄຳຄິດເຫັນກ່ຽວກັບສະຖານທີ່ແຫ່ງນີ້ເພື່ອສົ່ງເຖິງລາຍການຂອງພວກເຮົາແດ່ເດີ.

ໜ້າປົກຂອງປື້ມພາບ ເຈື່ອງຊາ -  ບ່ອນທີ່ເຮົາໄປເຖິງ” 
      ໃນອາທິດ, ເພື່ອນ ມາລີວອນ, ຢູ່ແຂວງ ໄຊສົມບູນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບປື້ມພາບໂດຍນັກຂ່າວຍິງຂອງ VOV ຈຳໜ່າຍໄດ້ບໍ່? ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບພິທີເປີດຕົວປື້ມຫົວນີ້ ແຕ່ຂ້າພະເຈົ້າຢາກຮູ້ຂໍ້ມູນຂ່າວກ່ຽວກັບປື້ມຫົວນີ້. ຂໍໃຫ້ບັນນາທິການຂອງພາກພາສາລາວ ສະໜອງຂໍ້ມູນຂ່າວຕື່ມອີກ. ຂໍຂອບໃຈ.
ເພື່ອນ ມາລີວອນ ທີ່ຮັກແພງ, ວັນທີ 12 ມີນາ ຜ່ານມາ, ພິທີເປີດຕົວປື້ມພາບດ້ວຍ 2 ພາສາ ຫວຽດ - ອັງກິດ ກ່ຽວກັບ ເຈື່ອງຊາ ດ້ວຍຊື່ວ່າ: “ເຈື່ອງຊາ -  ບ່ອນທີ່ເຮົາໄປເຖິງ” ຂອງນັກຂ່າວຍິງ ຫງວຽນໝີ້ຈ່າ, ນັກຂ່າວ VOV ໄດ້ຈັດຕັ້ງຢູ່ຮ່າໂນ້ຍ. ປື້ມຫົວນີ້ລວມມີຮູບຖ່າຍ 150 ແຜ່ນ ໄດ້ຮັບການເລືອກເຟັ້ນຈາກຮູບພາບ 1.000 ແຜ່ນໂດຍນັກຂ່າວ ໝີ້ຈ່າ ບັນທຶກມາໄດ້ໃນການໄປປະຕິບັດງານຢູ່ ເຈື່ອງຊາ ໃນ 2 ປີຢ່າງລຽນຕິດ (2016 – 2017). ເຈື່ອງຊາ ໃນຄວາມຮູ້ສຶກຂອງນັກຂ່າວຍິງຜູ້ນີ້ແມ່ນໂປ່ງໃສ ແລະ ໃຫຍ່ໂຕມະໂຫຖານ. ແຕ່ຄຽງຄູ່ກັນນັ້ນແມ່ນຊີວິດການເປັນຢູ່ທີ່ປະສົບກັບຄວາມຫຍຸ້ງຍາກຂອງບັນດານັກຮົບຢູ່ໝູ່ເກາະ ເຈື່ອງຊາ ແລະ ຄວາມຄິດຮອດຄິດເຖິງປະຊາຊົນ, ຍາດຕິພີ່ນ້ອງຢູ່ເຂດດິນຕໍ່ແຜ່ນ ແລະ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ. ບັນດາຮູບພາບເຕັມໄປດ້ວຍນ້ຳໃຈ ແລະ ສິລະປະຂອງນັກຂ່າວ ຫງວຽນໝີ້ຈ່າ, ໃນນັ້ນແມ່ນຄວາມເອກອ້າງທະນົງໃຈຢ່າງແຮງກ່ຽວກັບອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ຫວັງວ່າ, ບັນດາຂໍ້ມູນຂ່າວດັ່ງກ່າວຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈກ່ຽວກັບປື້ມຫົວນີ້ກ່ວາ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top