• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ແທງຫາຍ Ceramics - ຜູ້ສືບທອດຄວາມຍອດຍິ່ງຂອງອາຊີບຜະລິດ ເຄື່ອງປັ້ນດິນເຜົາບູຮານ ບາດຈ່າງ

ດ້ວຍສາຂາຈຳໜ່າຍຫຼາຍກວ່າ 100 ສາຂາຢູ່ພາຍໃນ ແລະ ຕ່າງປະ ເທດ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ແທງ ຫາຍ Ceramics ຂອງບໍລິສັດຜະລິດ ແລະ ການຄ້າ ແທງຫາຍ ຈຳກັດ (ແທງຫາຍ Ceramics) ປະກອບສ່ວນເຮັດໃຫ້ກິດຈະການກໍ່ສ້າງໃຫຍ່ນ້ອຍກວ່າ 1000 ແຫ່ງຢູ່ ຫວຽດນາມ ເຊັ່ນ: ເຂດທ່ອງທ່ຽວຈ່າງອາງ, ວັດ ບາຍ ດິງ, ວັດລິງອຶງ-ເຊີນຈ່າ...ແລະ ຫູາຍໆ ໂຄງການ ມີຄວາມສວຍງາມ.
ໄດ້ສືບທອດຄວາມຍອດຍິ່ງຂອງອາຊີບຜະລິດເຄື່ອງປັ້ນດິນເຜົາບູຮານບາດຈ່າງ ພ້ອມກັບການປະດິດສ້າງກ່ຽວກັບແບບແຜນ, ດັດແປງ ເຕັກ ໂນໂລຊີ ການຜະລິດ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ຂອງ ບໍ ລິສັດ ຜະລິດ ແລະ ການຄ້າ ແທງຫາຍ ຈຳກັດ ຢືນຢັນໄດ້ເຄື່ອງໝາຍການ ຄ້າ ຂອງ ຕົນຢູ່ຕະຫຼາດ ພາຍໃນ ແລະ ຕ່າງປະເທດ.
 
ແຕ່ປີ 1985, ແທງຫາຍ Ceramics ເປັນບໍລິສັດ ນຳໜ້າໃນການ ກໍ່ ສ້າງ ແລະ ກຳນົດທີ່ຕັ້ງ ເຄື່ອງໝາຍການຄ້າເຄື່ອງປັ້ນດິນເຜົາກໍ່ສ້າງ, ເຄື່ອງປັ້ນດິນເຜົາຕົບແຕ່ງພາຍໃນ ແລະ ພາຍນອກຢູ່ ບາດຈ່າງ. ດ້ວຍຄວາມມຸ່ງມາດປາດຖະໜາຢາກຜະລິດໄດ້ຜະລິດຕະພັນທີ່ໃໝ່ອ່ຽມ,ສ້າງບາດລ້ຽວທີ່ສຳຄັນໃຫ້ແກ່ຜະລິດຕະພັນຂອງໝູ່ບ້ານອາຊີບຜະລິດ ເຄື່ອງປັ້ນດິນເຜົາ ບາດຈ່າງ, ທ່ານ ຫວູແມ້ງຫາຍ, ນາຍຊ່າງຄົນໜຶ່ງ ຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ໄດ້ມີການຄົ້ນ ຄວ້າ, ຊອກຮູ້ ແລະ ເຮັດທົດລອງການຜະລິດເຄື່ອງປັ້ນດິນເຜົາ ກໍ່ສ້າງ. ຜະລິດຕະພັນທຳອິດຂອງທ່ານ ຫວູແມ້ງຫາຍ ແມ່ນຮາວລະບຽງທີ່ເຮັດ ດ້ວຍເຄື່ອງເຄືອບດິນເຜົາ ຊຶ່ງຜະລິດອອກເມື່ອປີ 1988 ໄດ້ຮັບຄວາມ ນິຍົມຊົມຊື້ຫຼາຍຢູ່ຕະຫຼາດ.


ມູມໜຶ່ງ ຂອງ ໂຮງງານຜະລິດ ກວ້າງກວ່າ 5.000 ຕາແມັດ ຂອງ ແທງຫາຍ Ceramics
ທີ່ບ້ານ ຢາງກາວ, ບາດຈ່າງ, ຮ່າໂນ້ຍ.



ການຖອກດິນໜຽວເຂົ້າໃນໂຮງ ຖືກປະຕິບັດຕາມຂັ້ນຕອນການຜະລິດ ທີ່ເປັນມູນເຊື້ອ. 


ຂັ້ນຕອນການຜະລິດ ໄດ້ປະຕິບັດຕາມແບບ ຫັດ ຖະກຳເພື່ອ ຮັກສາ ຄວາມປານີດ ຂອງ ຜະລິດຕະພັນ.


ສ່ວນໜຶ່ງ ຂອງ ຜະລິດຕະພັນ ແທງຫາຍ Ceramics ໄດ້ຮັບການຜະ ລິດ
ຕາມແບບຫັດຖະກຳ ເພື່ອຮັກສາ ຄວາມປານີດ ຂອງ ຜະລິດ ຕະພັນ.



ດິນຂໍ ໄດ້ຕາກແຫ້ງ ແລະ ອະນາໄມໃຫ້ສະອາດ ກ່ອນຈະນຳໄປເຜົາ. 

ຈາກຜົນສຳເລັດຂອງຜະລິດຕະພັນຮາວລະບຽງທີ່ເຮັດດ້ວຍເຄື່ອງເຄືອບດິນເຜົາ, ທ່ານ ຫວູແມ້ງຫາຍ ໄດ້ຮັບໃບສັ່ງຊື້ສິນຄ້າຂອງບັນດາລູກຄ້າໃນທົ່ວປະເທດຢ່າງຕໍ່ເນື່ອງ. ບັນດາສາຂາຢູ່ ຮ່າໂນ້ຍ ຍັງສັ່ງຊື້ເຄື່ອງເຄືອບດິນເຜົາປະດັບປະດາ ທີ່ເພິ່ນ ຍັງບໍ່ເຄີຍ ເຮັດຈັກເທື່ອ. ຈາກການຄົ້ນຄວ້າ ຕະຫຼາດ ອຸປະກອນກໍ່ສ້າງຢູ່ ຫວຽດນາມ ກໍ່ຄື ຄວາມຕ້ອງການຂອງລູກຄ້າ, ປີ 1993, ເພິ່ນໄດ້ເປີດຮ້ານ ຂາຍຍ່ອຍ ເຄື່ອງເຄືອບດິນເຜົາກໍ່ສ້າງແຫ່ງທຳອິດຢູ່ ບາດຈ່າງ. 
     
ຜະລິດຕະພັນເຄື່ອງປັ້ນດິນເຜົາກໍ່ສ້າງແມ່ນຜະລິດຕະພັນມີຄວາມປະ ດິດປະດອຍ ແລະ ຄວາມຊັດເຈນສູງ, ສະນັ້ນ ແທງຫາຍ Ceramics ຖື ສຳຄັນມາດຕະຖານການປະດິດສ້າງ ແລະ ຄວາມທົນທານໃນຜະ ລິດຕະພັນຂອງຕົນ. ແທງຫາຍ Ceramics ຖືສຳຄັນ ໃນການ ດູແລ ເອົາໃຈ ລູກຄ້າດ້ວຍຄວາມຈິງໃຈ ຕໍ່ກັບອາຊີບຜະລິດ ເຄື່ອງເຄືອບດິນ ເຜົາ ຂອງ ບັນພະບຸລຸດ, ເພື່ອຜະລິດຕະພັນ ທີ່ດີສຸດໃຫ້ແກ່ລູກຄ້າ.
ຈາກຜົນສຳເລັດໃນເບື້ອງຕົ້ນ, ທ່ານ ຫວູແມ້ງຫາຍ ໄດ້ກໍ່ສ້າງໂຮງງານ ຜະລິດຂອງຄອບຄົວ ກາຍເປັນບໍລິສັດຜະລິດ ແລະ ການຄ້າ ແທງ ຫາຍ ຈຳກັດ (ແທງຫາຍ Ceramics) ສະເພາະຜະລິດ ເຄ່ືອງເຄືອບ ດິນເຜົາ ເມື່ອປີ 1998.
 
ປີ 2000, ເພິ່ນສືບຕໍ່ຂະຫຍາຍໂຮງງານຜະລິດ ໃນເນື້ອທີ່ກວ່າ 5.000 ຕາຕະລາງແມັດ ເພື່ອ “ຫັນເປັນອາຊີບບັນດາຂັ້ນຕອນການ ຜະລິດ ແບບເຄິ່ງຫັດຖະກຳ, ເປັນເຈົ້າກ່ຽວກັບປະລິມານ ຜະລິດຕະພັນ ຂອງ ຕົນ.”
 
ຍ້ອນຂັ້ນຕອນການຜະລິດໄດ້ປະຕິບັດຕາມແບບເຄິ່ງຫັດຖະກຳ, ບັນ ດາຄວາມຍອດຍິ່ງຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ຊຶ່ງ ທ່ານ ຫວູແມ້ງຫາຍ ສືບທອດຈາກບັນດານາຍຊ່າງຜູ້ມີຝີມືດີ ແລ້ວ ພັດ ທະນາເປັນເຂັດລັບໃນການຜະລິດຂອງ ແທງຫາຍ Ceramics. ເພື່ອ ຍົກສູງຄຸນນະພາບຜະລິດຕະພັນ, ແທງຫາຍ Ceramics ໄດ້ ນຳໃຊ້ ວິທະຍາສາດເຕັກໂນໂລຊີ ແລະ ລົງທຶນຊື້ເຄື່ອງຈັກທີ່ທັນສະໄໝເພື່ອ ແກ້ໄຂແຫຼ່ງວັດຖຸດິບ, ເຜົາຜະລິດຕະພັນດ້ວຍເຕົາແກັສ... ເພາະສະ ນັ້ນ, ໃນແຕ່ລະຜະລິດຕະພັນຂອງ ແທງຫາຍ Ceramics ບໍ່ພຽງແຕ່ ມີຄວາມປານີດສູງ, ລັກສະນະສິລະປະໃນເຕັກນິກການຜະລິດເຄື່ອງ ປັ້ນດິນເຜົາບູຮານເທົ່ານັ້ນ, ຫາກຍັງມີຄວາມທັນສະໄໝ ຕາມທ່າອ່ຽງ ສະຖາປັດຕະຍາກຳ ຍຸກໃໝ່ອີກດ້ວຍ. 


ຜະລິດຕະພັນດິນຂໍ, ກະເບື້ອງ ແລະ ເຄື່ອງສຳຮອງຂອງ ແທງຫາຍ Ceramics
ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ.



ຜະລິດຕະພັນກະເບື້ອງ ຂອງ ແທງຫາຍ Ceramics ໄດ້ສ້າງຄວາມ
ເກົ່າແກ່ ປະສານສົມທົບກັບທັນສະໄໝ ໃຫ້ແກ່ບັນດາກິດຈະການ ກໍ່ສ້າງ.



ບັນດາຜະລິດຕະພັນເຄື່ອງເຄືອບດິນເຜົາປະດັບປະດາ ກຳລັງໄດ້ຮັບ ຄວາມນິຍົມຈາກຜູ້ບໍລິໂພກ.


ຜະລິດຕະພັນລູກສິງໂຕ ຖືຍີ່ຫໍ້ ແທງຫາຍ Ceramics
ມີຄວາມທົນທານ ແລະ ສວຍງາມ, ໂດຍສະເພາະເຄື່ອງປັ້ນດິນເຜົາບາດຈ່າງ,
ຊຶ່ງສ້າງຄວາມງາມແບບເກົ່າແກ່ ໃຫ້ແກ່ກິດຈະການກໍ່ສ້າງວັດ ວາອາ ຮາມ ຫວຽດນາມ. 



ຜະລິດຕະພັນດິນຈີ່ ທີ່ນຳໃຊ້ເພື່ອປະດັບປະດາປະຕູເຂົ້າ-ອອກ ຂອງ ແທງຫາຍ Ceramics
ມີຈຸດພິເສດ ໂດຍສະເພາະຂອງເຄື່ອງເຄືອບ
ດິນເຜົາ ບາດຈ່າງ.



ຜະລິດຕະພັນດິນຂໍຂອງ ແທງຫາຍ Ceramics ໄດ້ຮັບຄວາມນິຍົມ ຈາກຜູ້ບໍລິໂພກ.


ຜະລິດຕະພັນດວງຈັນທີ່ເຮັດດ້ວຍເຄື່ອງເຄືອບດິນເຜົາຂອງ ແທງຫາຍ Ceramics
ພວມໄດ້ຮັບການນິຍົມຊົມໃຊ້ຫຼາຍໃນກິດຈະການກໍ່ສ້າງ
ວັດວາອາຮາມຢູ່ພາກເໜືອ. 



ຫຼັງຄາເຮືອນທີ່ໄດ້ມຸງດ້ວຍດິນຂໍ ຂອງ ບາດຈ່າງ...


... ແລະ ຜະລິດຕະພັນດິນຈີ່ຂອງໝູ່ບ້ານອາຊີບຜະລິດເຄື່ອງເຄືອບດິນເຜົາ ບາດຈ່າງ.


ຜະລິດຕະພັນກະເບື້ອງໄດ້ສ້າງຄວາມສວຍງາມແບບສຸພາບ
ແລະ ແປກໃໝ່ໃຫ້ແກ່ກິດຈະການກໍ່ສ້າງເຮືອນບູຮານ ຂອງ ຫວຽດນາມ.



ຜະລິດຕະພັນເຄື່ອງເຄືອບດິນເຜົາທີ່ປະດັບປະດາປະຕູເຂົ້າອອກຂອງເຮືອນຫຼັງໜຶ່ງ.


ທງຫາຍ Ceramics ໄດ້ປະກອບສ່ວນເຮັດໃຫ້ກິດຈະການກໍ່ສ້າງ
ວັດ ຕານວຽນ ຢູ່ ຮ່າໂນ້ຍ ມີຄວາມສວຍງາມແບບເຄັ່ງຂຶມ ແລະ ເກົ່າແກ່ ດ້ວຍດິນຂໍ.

ຜະລິດຕະພັນເຄື່ອງປັ້ນດິນເຜົາກໍ່ສ້າງແມ່ນຜະລິດຕະພັນມີຄວາມປະ ດິດປະດອຍ ແລະ ມີຄວາມຊັດເຈນສູງ, ສະນັ້ນແທງຫາຍ Ceramics ຖື ສຳຄັນມາດຕະຖານການປະດິດສ້າງ ແລະ ຄວາມທົນທານ ໃນຜະ ລິດຕະພັນຂອງຕົນ. ຜະລິດຕະພັນ ເຄື່ອງເຄືອບດິນເຜົາ ຫັດຖະກຳສິ ລະປະກຳຂອງ ແທງຫາຍ Ceramics ຍັງຄົງຕົວຢູ່ຕະ ຫຼາດ ອຸປະ ກອນກໍ່ສ້າງ. ບັນດາກິດຈະການກໍ່ສ້າງທີ່ ນຳໃຊ້ຜະລິດຕະ ພັນ ຂອງ ແທງຫາຍ Ceramics ໄດ້ສ້າງຄວາມຮູ້ສຶກຊົມຊອບ, ຄວາມ ປະທັບ ໃຈໃຫ້ແກ່ນັກລົງທຶນ, ຍ້ອນວ່າ ນີ້ແມ່ນບັນດາກິດຈະ ການກໍ່ສ້າງທີ່ສະ ແດງໃຫ້ເຫັນນຳ້ໃຈ ແລະ ຄວາມສາມາດ ຂອງ ນາຍຊ່າງ ບາດຈ່າງ.
  
ປະຈຸບັນ, ແທງຫາຍ Ceramics ເປັນເຄື່ອງໝາຍການຄ້າ ຜະລິດສະເພາະເຄື່ອງເຄືອບດິນເຜົາກໍ່ສ້າງ ແລະ ເຄື່ອງເຄືອບດິນເຜົາປະດັບ ປະດາ ບາດຈ່າງ. ດ້ວຍຜະລິດຕະພັນ 35 ຊະນິດຕົ້ນຕໍ່ຄື: ກະເບື້ອງ, ດິນຂໍ, ດິນຈີ່ ແລະ ເຄື່ອງສຳຮອງ, ຮາວລະບຽງ, ອຸປະກອນປະດັບ ປະ ດາຢູ່ໃນສວນ... ການເຄື່ອນໄຫວຜະລິດເຄື່ອງເຄືອບດິນ ເຜົາກໍ່ສ້າງ ນຳມາລາຍຮັບສະເລັ່ຍກວ່າ 20 ຕື້ດົ່ງຕໍ່ປີ ໃຫ້ແກ່ ບໍລິສັດຜະລິດ.
  
ປະຈຸບັນ, ເຖິງວ່າ ອາຍຸກວ່າ 50 ປີແລ້ວ, ແຕ່ແທງຫາຍ ຍັງຮັກ ສາໄດ້ ນຳ້ໃຈ ແລະ ຄວາມຫ້າວຫັນຕໍ່ອາຊີບຜະລິດເຄື່ອງເຄືອບ ດິນ ເຜົາກໍ່ ສ້າງ - ອາຊີບທີ່ລາວໄດ້ຕັດສິນໃຈ ຮັກສາມາເປັນ ເວລາ ກວ່າ 30 ປີ. 
ບົດ: ທຸກຮ່ຽນ - ພາບ: ເຕິດເຊີນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top