• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຍກຕົວທົ່ວສັງຄົມໝາຍຄວາມວ່າ ຮັກສາການແຍກຫ່າງທາງສັງຄົມ

      ໃນຊຸມວັນທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ປະກາດບັນດາຄຳສັ່ງເລກທີ 15, 16 ວ່າດ້ວຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ໄດ້ຕັ້ງບັນຫາກ່ຽວກັບການແຍກຫ່າງທາງສັງຄົມ. 

ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ (ພາບ: VGP) 
      ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 2 ເມສາ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ໂຄສົກຂອງລັດຖະບານໃຫ້ຮູ້ວ່າ ທີ່ກອງປະຊຸມລັດຖະບານນັດສະມັນທີ່ຫາກໍ່ດຳເນີນໄປນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ການແຍກຫ່າງທາງສັງຄົມແມ່ນກໍລະນີນິຕິກຳບໍ່ຜິດກົດໝາຍເພື່ອປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນ. ການແຍກຫ່າງທາງສັງຄົມໝາຍຄວາມວ່າຮັກສາໄລຍະຫ່າງໃນສັງຄົມເພື່ອຮັບມືກັບກໍລະນີອັນຕະລາຍ, ການແຜ່ລາມຂອງໂລກລະບາດ, ຮັກສາໄລຍະຫ່າງ ລະຫວ່າງ ຄົນກັບຄົນ, ປະຊາຄົມ ກັບ ປະຊາຄົມ, ບໍ່ແມ່ນການຫ້າມບໍ່ໃຫ້ມີການຈະລາຈອນ, ຍັງບໍ່ແມ່ນການປິດລ້ອມສັງຄົມເທື່ອ. ສິ່ງສຳຄັນແມ່ນຮັບປະກັນຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ.
            ໃນສະພາບການນັ້ນ, ຍັງຄົງຕ້ອງຮັກສາການຜະລິດ, ຈະລາຈອນສິນຄ້າຢ່າງປອດໄພ, ເປັນຕົ້ນແມ່ນບັນດາສິນຄ້າທີ່ຈຳເປັນ, ອຸປະກອນການແພດ, ສິນຄ້າສົ່ງອອກ, ຮັກສາການສົ່ງອອກຜ່ານທາງທະເລ, ທາງບົກໃຫ້ເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top