• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ແຊມປ້ຽນໝາກລຸກຈີນ ກາວເຟືອງແທງ

ນາງ ກາວເຟືອງແທງ ຮູ້ຈັກການຫຼິ້ນໝາກລຸກຈີນ ຕັ້ງແຕ່ ນ້ອຍ ໂດຍອ້າຍເປັນຜູ້ສອນ. ປະຈຸບັນ ນາງກາຍເປັນ ແຊມປ້ຽນໝາກລຸກຈີນ ລະດັບຊາດ ແລະ ຍາດໄດ້ຫຼາຍ ຜົນງານດີເດັ່ນໃນການແຂ່ງຂັນໝາກລຸກຈີນ ຢູ່ພາຍໃນ ແລະ ສາກົນ. ຍິ່ງກວ່ານັ້ນ, ນິໄສໃຈເຢັນ, ແນ່ວແນ່, ໝັ້ນ ໃຈຂອງນາງ ໃນການດຳລົງຊີວິດ ຈຶ່ງແມ່ນຄວາມຍອດ ຍິ່ງທີ່ໝາກລຸກຈີນ ນຳມາໃຫ້ແກ່ ແຊມປ້ຽນໝາກລຸກຈີນ ກາວເຟືອງແທງ.
ນາງ ເຟືອງແທງ ບໍ່ມີວັນລືມການເສຍຫຼຽນເງິນ ໃຫ້ກັບ ນັກຫຼິ້ນໝາກລຸກຈີນ ມາຈາກ ອົສຕຣາລີ ໃນງານ ມະ ຫາກຳກິລາ ພູມປັນຍາໂລກ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ຫຼວງ ປັກກິ່ງ ແຫ່ງ ສປ ຈີນ ເມື່ອປີ 2008.
 
“ເວລາ ນັ້ນ, ຂ້າພະເຈົ້າພວມໄດ້ປຽບ, ສະນັ້ນ ຈຶ່ງຕັດສິນໃຈກິນ ໝາກ ຂອງຄູ່ຕໍ່ສູ້, ແຕ່ຫຼັງຈາກນັ້ນ ຂ້າພະເຈົ້າ ເລີ່ມເສຍປຽບ ແລະ ສຸດທ້າຍກໍເສຍໄຊ”. ນັ້ນແມ່ນບົດຮຽນທີ່ລຳ້ຄ່າຂອງ ເຟືອງແທງ ໃນການຫຼິ້ນ ໝາກລຸກຈີນ ໃນຕໍ່ໜ້າ. 

ດ້ວຍບົດຮຽນທີ່ຖອດຖອນໄດ້ຈາກການເສຍໄຊ, ພິເສດ ແມ່ນການຊີ້ແຈງອະທິບາຍ ຢ່າງສຸດອົກສຸດໃຈຂອງຄູຝຶກ ຮວ່າງດິ່ງຮົ່ງ-ຄູຝຶກທິມ ໝາກລຸກຈີນ ຫວຽດນາມ, ເຟືອງ ແທງ ຈຶ່ງມີຄວາມຕັ້ງໜ້າໃນການຝຶກຝົນ, ຍົກສູງຄວາມ ຮູ້ຄວາມສາມາດໃນການຫຼິ້ນໝາກລຸກຈີນ. ນາງ ແທງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ໄດ້ຮຽນຈາກອາຈານ ຮົ່ງ ກ່ຽວກັບ ບົດຮຽນ, ວິທີການແຂ່ງຂັນ, ກໍ່ຄືສະພາບຈິດໃຈ ໃນເວລາ ແຂ່ງຂັນ”. ນອກຈາກນັ້ນນາງ ຍັງຝຶກຝົນຕົນເອງ ໃນການ ຫຼິ້ນໝາກລຸກຈີນ ຜ່ານການແຂ່ງຂັນ ກັບນັກຫຼິ້ນ ໝາກ ລຸກຈີນ ທ່ີເກັ່ງຜ່ານທາງອິນເຕີເນັດ ອີກດ້ວຍ.



ແຊມປ້ຽນໝາກລຸກຈີນ ນາງ ກາວເຟືອງແທງ. ພາບ: ທົງຫາຍ


ນາງ ກາວເຟືອງແທງ (ເບື້ອງຊ້າຍ) ແຂ່ງຂັນ ກັບນັກ ໝາກລຸກຈີນ ໃນງານມະຫາກຳກິລາ ພູມປັນຍາ ໂລກ
ຢູ່ນະຄອນຫຼວງ ປັກກິ່ງ ເມື່ອປີ 2012. ພາບ: ເອກະສານ



ນາງ ກາວເຟືອງແທງ (ເສື້ອສີເຫຼືອງ) ໃນງານກິລາ ພູມ ປັນຍາ 2017 ທີ່ນະຄອນ ໂຮ່ຈີມິນ. ພາບ: ເອກະສານ


ນາງ ກາວເຟືອງແທງ ແຂ່ງຂັນກັບນັກໝາກລຸກຈີນ 10 ຄົນໃນງານກິລາ ພູມປັນຍາ 2017 ທີ່ນະຄອນ ໂຮ່ຈີມິນ.
ພາບ: ເອກະສານ



ນາງ ກາວເຟືອງແທງ ເປັນກຳມະການໃນການແຂ່ງຂັນ
ໝາກລຸກຈີນ ຂ່າວສານ ຫວຽດນາມ ເປີດກວ້າງປີ 2017. ພາບ: ເຊີນເງ້ຍ



ນາງ ກາວເຟືອງແທງ ຍັງເຂົ້າຮ່ວມໃນການແນະນຳ, ສອນໝາກລຸກຈີນ ແລະ ເປັນກຳມະການໃນ
ການ ແຂ່ງຂັນໝາກລຸກຈີນອີກດ້ວຍ. ພາບ: ເຊີນເງ້ຍ



ນາງ ກາວເຟືອງແທງ ໄດ້ຝຶກໝາກລຸກຈີນ ຜ່ານ ທາງອິນ ເຕີເນັດ ເປັນປະຈຳ. ພາບ: ທົງຫາຍ


ນາງ ກາວເຟືອງແທງ ຫຼິ້ນໝາກລຸກຈີນ ກັບກອງເຊຍ. ພາບ: ທົງກາຍ


ນອກຈາກຫຼິ້ນໝາກລຸກຈີນ, ນາງ ກາວເຟືອງແທງ ຍັງຫຼິ້ນ ປີອາໂນ ອີກດ້ວຍ. ພາບ: ທົງກາຍ
    
ອາດ ຍ້ອນແນວນັ້ນ, ເມື່ອເຖິງງານມະຫາກຳກິລາ ພູມ ປັນຍາໂລກ ປີ 2012 ຢູ່ນະຄອນຫຼວງ ປັກກິ່ງ, ນາງ ກາວ ເຟືອງແທງ ຍາດໄດ້ຫຼຽນເງິນ ໃນປະເພດ ໝາກລຸກຈີນ ຍິງ ບໍ່ຈຳກັດອາຍຸ.

ເມື່ອເວົ້າເຖິງລູກສິດຂອງຕົນ, ຄູຝຶກ ຮວ່າງດິ່ງຮົ່ງ ໃຫ້ຮູ້ ວ່າ:” ນາງ ແທງ ເປັນຄົນທີ່ມີນິໄສໃຈດີ, ເຄີຍຮຽນ ຈົບມະ ຫາວິທະຍາໄລ, ສະນັ້ນ ຈຶ່ງມີນິດໄສ ຄ່ຽມຄົມ ໃນການ ແຂ່ງຂັນ ກໍ່ຄືໃນການດຳລົງຊີວິດ. ເປັນຄົນທີ່ມີພອນສະ ຫວັນ, ໄດ້ຮຽນຫຼິ້ນໝາກລຸກຈີນ ຕັ້ງແຕ່ນ້ອຍ ແລະ ໄດ້ຮັບການສະໜັບສະໜູນຈາກ ຄອບຄົວ, ສ້າງເງື່ອນໄຂ ອຳນວຍ ຄວາມສະດວກເພື່ອໃຫ້ ແທງ ໄດ້ພັດທະນາ ຄວາມສາມາດຂອງຕົນໃນການຫຼິ້ນໝາກລຸກຈີນ ແລະ ສາມາດ ຍາດໄດ້ຜົນງານອັນດີເດັ່ນ ໃນການແຂ່ງ ຂັນໝາກລຸກຈີນ ຢູ່ ພາຍໃນ ກໍ່ຄື ສາກົນອີກດ້ວຍ”.
 
ຮຽນຈົບມະຫາວິທະຍາໄລ ຂະແໜງການທະນາຄານ, ແຕ່ດ້ວຍຄວາມຮັກເມົາມົວກັບການຫຼິ້ນໝາກລຸກຈີນ, ເຟືອງ ແທງ ໄດ້ໃຊ້ເວລາທັງໝົດ ເພື່ອຮຽນຫຼິ້ນໝາກ ລຸກຈີນ. ປະຈຸບັນ, ນອກຈາກເວລາເຂົ້າຮ່ວມການ ແຂ່ງຂັນ, ນາງ ແທງ ຍັງເຂົ້າຮ່ວມໃນການຝຶກສອນ, ແນະນຳວິທີການ ຫຼິ້ນໝາກລຸກຈີນ ໃຫ້ແກ່ເດັກນ້ອຍຢູ່ ສະໂມສອນ ໝາກລຸກຈີນ ເມືອງ 1, ເປັນກຳມະການ ໃນການແຂ່ງຂັນໝາກລຸກຈີນ ເຍົາວະຊົນ ແລະ ສະໝັກ ຫຼິ້ນ.
   


ນາງ ກາວເຟືອງແທງ ຍາດໄດ້ຫຼຽນເງິນ ໃນງານມະຫາ ກຳ ກິລາ ພູມປັນຍາໂລກ ປີ 2012 ຢູ່ນະຄອນຫຼວງ ປັກກິ່ງ.
ພາບ: ເອກະສານ



ນາງ ກາວເຟືອງແທງ (ຂວາສຸດ) ໄດ້ອັນດັບທີ 4 ໃນ ການ ແຂ່ງຂັນໝາກລຸກຈີນ ທົ່ວປະເທດ ປີ 2017.  ພາບ: ເອກະສານ




ຊຸດສະສົມຫຼຽນ ທີ່ລຳ້ຄ່າຂອງນາງ ກາວເຟືອງແທງ. ພາບ: ທົງຫາຍ

ເມື່ອເວົ້າເຖິງຄາດໝາຍຂອງການຫຼິ້ນໝາກລຸກຈີນ ໃນ ອະນາຄົດ, ເຟືອງແທງ ໃຫ້ຮູ້ວ່າ ຍ້ອນໝາກລຸກຈີນ ເປັນ ປະເພດກິລາ ທີ່ນຳໃຊ້ສະຕິປັນຍາ, ສະນັ້ນ ຈະບໍ່ກຳນົດ ອາຍຸ ຄື ປະເພດກິລາທີ່ນຳໃຊ້ເຫື່ອແຮງອື່ນໆ, ເມື່ອຮູ້ສຶກ ວ່າ ຄວາມສາມາດຢຸດຈຶ້ງ, ກໍ່ຈະເຊົາການແຂ່ງຂັນ ແລະ ກາຍເປັນຄູຝຶກ.  

ແຊມປ້ຽນໝາກລຸກຈີນ ກາວເຟືອງແທງ ຍາດໄດ້ຫຼຽນ ຕ່າງໆ ກວ່າ 100 ຫຼຽນ ໃນຫຼາຍປະເພດແຂ່ງຂັນຄື:
-ຫຼຽນຄຳໃນການແຂ່ງຂັນກິລາ ຟູດົງ ປີ 2004.
-ຫຼຽນຄຳໃນປະເພດແຂ່ງຂັນໝາກລຸກຈີນ ເພດຍິງ ຢູ່ນະຄອນ ໂຮ່ຈີມິນ ປີ 2009.
-ຫຼຽນຄຳໃນການແຂ່ງຂັນໝາກລຸກຈີນ ທົ່ວປະເທດ ປີ 2012.
-ຫຼຽນຄຳໃນການແຂ່ງຂັນໝາກລຸກຈີນ ທົ່ວປະເທດປີ 2016.
-ຫຼຽນເງິນໃນງານມະຫາກຳກິລາ ພູມປັນຍາໂລກ ປີ 2012 ທີ່ນະຄອນຫຼວງ ປັກກິ່ງ, ສປ ຈີນ.
ບົດ: ເຊີນເງ້ຍ - ພາບ: ເງິນເງ້ຍ, ທົງຫາຍ ແລະ ເອກະສານ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top